ພະຍຸຣະດູຮ້ອນພັດເຂົ້າ ເມືອງໂຂງ
2021.05.19

ໃນວັນທີ 17 ພຶສພາ ທີ່ຜ່ານມາ, ພະຍຸຣະດູຮ້ອນ ພັດເຂົ້າຫຼາຍບ້ານຢູ່ເຂດ ເມືອງໂຂງ ແຂວງຈຳປາສັກ ເຮັດໃຫ້ເຮືອນຊານຂອງ ປະຊາຊົນເສັຽຫາຍ ຫຼາຍຫລັງ. ຊາວບ້ານຫ້ວຍໄຮ ເມືອງໂຂງ ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 18 ພືສພາ ວ່າ:
"ປະມານ 8 ໂມງ ນີ້ແຫຼະ 8 ໂມງກາງຄືນ ພັດຫຼັງຄາໄປປິວໄປເລີຍ ເສັຽຫາຍໝົດເພພັງເລີຍ ເຂດເມືອງໂຂງຖືວ່າເກືອບໝົດທຸກ ບ້ານເລີຍ."
ທາງດ້ານເຈົ້າໜ້າທີ່ ຫ້ອງການປົກຄອງບ້ານ ທ່ານນຶ່ງ ຢູ່ບ້ານຫ້ວຍໄຮ ກ່າວວ່າ ວັນທີ 17 ພຶສພາ ເວລາ ປະມານ 20 ໂມງ ພະຍຸ ລະດູຮ້ອນ ພັດເຂົ້າເຂດບ້ານ ເຮັດໃຫ້ເຮືອນປະຊາຊົນ ຫຼາຍຫຼັງ ຊຶ່ງໃນເບື້ອງຕົ້ນ ມີປະຊາຊົນໄດ້ຮັບຜົນກະທົບ ປະມານ 52 ຫຼັງ ມີເສົາໄຟຟ້າຫັກ ຈຳນວນນຶ່ງ ມາຮອດປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງ ກຳລັງລົງສຳຣວດ ແລະ ເກັບກຳຂໍ້ມູນ. ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ເອເຊັຽເສຣີ ວ່າ:
"8 ໂມງ 9 ໂມງ ນີ້ແຫຼະ ມັນເຂົ້າຄືນນີ້ ທັງຝົນທັງລົມທັງຟ້າ ໂອ້ ບ້ານນີ້ ກະເສັຽຫາຍຫຼາຍ ເສົາໄຟຟ້າກະລົ້ມປະມານ 52 ກວ່າ ຄອບຄົວເຮືອນເພ ເພິ່ນກະກຳລັງລົງສຳຣວດຢູ່ດຽວນີ້."
ນອກຈາກບ້ານ ຫ້ວຍໄຮ ແລ້ວ, ປະຊາຊົນຢູ່ບ້ານດອນສັນ ກໍໄດ້ຮັບຜົນກະທົບຄືກັນ ເປັນຕົ້ນ ມີຄົນໄດ້ຮັບບາດເຈັບ ເຮືອນຊານ ເສັຽຫາຍ ເສົາໄຟຟ້າ ແລະ ຕົ້ນໄມ້ລົ້ມ. ຊາວບ້ານ ດອນສັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 18 ພຶສພາ ວ່າ:
"ເຂົ້າມື້ວານ ວັນທີ 17 ລົມແຮງຫັ້ນແຫຼະກະປະມານ 9 ໂມງ ຫາ 11 ໂມງ ກະບໍ່ໄດ້ດົນແຕ່ວ່າມັນແຮງຫັ້ນນ່າ ບ້ານເສັຽຫາຍຫຼາຍ ຄົນເຖົ້າບາດເຈັບ ກະມີຫຼາຍຢູ່ ກະບໍ່ຫຼາຍປານໃດ ຢູ່ບ້ານນ້ອງ ໄມ້ມັນດີດໃສ່ຂາລາວ ອີ່ຫຍັງຫັ້ນນ່າ ຫົນທາງນີ້ ແບບມີຕົ້ນໄມ້ລົ້ມທັບ ການສັນຈອນກະບໍ່ສະດວກ."
ພະຍຸເຂົ້າມື້ຄືນວັນທີ 17 ມີຝົນຕົກລົມແຮງ ເຮັດໃຫ້ເຮືອນຊາວບ້ານ ໄດ້ຮັບຄວາມເສັຽຫາຍ. ຊາວບ້ານດອນສັນ ອີກທ່ານນຶ່ງກ່າວວ່າ ຕໍ່ເອເຊັຽເສຣີ ໃນວັນທີ 18 ພຶສພາ ວ່າ:
"ກາງຄືນປະມານ 9 ໂມງ ປະມານ 2-3 ຊົ່ວໂມງ ຝົນຕົກລົມແຮງ ມາພ້ອມກັນຫັ້ນແຫຼະເນາະ ເສັຽຫາຍຫຼາຍຫຼັງແຫຼະ."
ອີງຕາມການຣາຍງານຂອງສື່ທ້ອງຖິ່ນ ຢູ່ລາວ ໃນວັນທີ 18 ພຶສພາ 2021 ພົບວ່າ ຕອນຄ່ຳຂອງວັນທີ 17 ພຶສພາ ທີ່ຜ່ານມາມີ ພະຍຸຣະດູຮ້ອນ ພັດເຂົ້າແຂວງພາກໃຕ້ຂອງລາວ ໂດຍສະເພາະ ຢູ່ເມືອງໂຂງ ແຂວງຈຳປາສັກ ເຮັດໃຫ້ເຮືອນຊານ ຂອງປະຊາຊົນ ຢູ່ເຂດບ້ານ ຫ້ວຍໄຮ ເສັຽຫາຍຫຼາຍຫຼັງເຊັ່ນດຽວກັບ ແຕ່ຍັງບໍ່ມີຕົວເລກ ຢ່າງເປັນທາງການວ່າ ເສັຽຫາຍເທົ່າໃດ ແລະ ເປັນມູນຄ່າ ເທົ່າໃດ.
ນອກຈາກນີ້ ກົມອຸຕຸນິຍົມ ແລະ ອຸທຸກກະສາດລາວ ຍັງໄດ້ອອກແຈ້ງເຕືອນ ໃນວັນທີ 17 ພືສພາ 2021 ວ່າ ໃນລະຫວ່າງ ວັນທີ 17-23 ພຶສພາ ໃນເຂດພາກໃຕ້ຂອງລາວ ຈະມີອາກາດຮ້ອນ ແລະ ຮ້ອນອົບເອົ້າ ມີຝົນຕົກຟ້າຮ້ອງຟ້າເຫລື້ອມ ຈະມີຝົນຕົກໃນ ລະດັບປານກາງ ຫາ ໜັກ ພ້ອມທັງມີລົມພັດແຮງ ເປັນບາງໂອກາດ ຢູ່ບາງທ້ອງຖິ່ນ.