ຜູ້ຖືກຜົລກະທົບ ຈາກພະຍຸ ໂນຣູ ຍັງຕ້ອງການ ຊ່ອຍເຫຼືອ

ພອນ ພູມມີທອນ
2022.10.03
ຜູ້ຖືກຜົລກະທົບ ຈາກພະຍຸ ໂນຣູ ຍັງຕ້ອງການ ຊ່ອຍເຫຼືອ ສະພາບ ນ້ຳຖ້ວມຂັງເຮືອນ ແລະຊັພສິນຂອງຊາວບ້ານ ໃນແຂວງສາຣະວັນ ພາຍຫຼັງຈາກ ທີ່ພະຍຸໂນຣູ ຜັດເຂົ້າ ຫຼາຍແຂວງພາກໃຕ ໃນໄລຍະທີ່ຜ່ານມາ.
ຮູບພາບ: ໂທລະພາບ ແຂວງສາຣະວັນ

ໄລຍະທ້າຍເດືອນກັນຍາ 2022 ທີ່ຜ່ານມານີ້ ພະຍຸໂນຣູ (Noru) ໄດ້ເຄື່ອນທີ່ຜ່ານ ແຂວງພາກໃຕ້ຂອງລາວ ຈົນເກີດນໍ້າຖ້ວມ ຮຸ່ນແຮງ ໃນ 4 ແຂວງພາກໃຕ້ ຄືແຂວງ ສາຣະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ເຮັດໃຫ້ມີບ້ານເຮືອນ ແລະ ເນື້ອທີ່ທຳການກະເສຕ ຖືກນໍ້າຖ້ວມ ປະມານ 20 ພັນເຮັກຕ້າຣ໌ຣ໌ ເບື້ອງຕົ້ນຊາວບ້ານສ່ວນໃຫຍ່ ຍັງບໍ່ໄດ້ຮັບການຊ່ວຍເຫລືອຈາກທາງການລາວຢ່າງເປັນຮູບປະທັມ.

ຂະນະທີ່ ຊາວບ້ານຜູ້ນຶ່ງ ໃນເມືອງຄົງເຊໂດນ ແຂວງ ສາຣະວັນ ກ່າວວ່າ ນໍ້າຖ້ວມປີນີ້ ເຮັດໃຫ້ເຂົ້າໃນນາ ທີ່ກຳລັງອອກຮວງ ໄດ້ຮັບຄວາມເສັຽຫາຍ ປະມານ 35 ເຮັກຕ້າຣ໌ ສ່ວນຊັພສິນອື່ນໆ ຊາວບ້ານເກັບມ້ຽນໄດ້ທັນເວລາ ຈຶ່ງບໍ່ໄດ້ຮັບຄວາມເສັຽຫາຍ, ສ່ວນການຊ່ວຍເຫລືອ ຈາກທາງການລາວ ຍັງຢູ່ລະຫວ່າງການຮີບໂຮມຂໍ້ມູນ ແລະ ສົ່ງໃຫ້ທາງການລາວ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 3 ຕຸລານີ້ວ່າ:

“ຮ້ວຍ ຫນັກແລ້ວເຮີ່ຍ ແຕ່ວ່າບໍ່ທໍ່ 2019 ດອກ ແຕ່ວ່າກະໜັກເຕີບໄດ໋ລູກ ທາງບ້ານເສັຍ 30 ປາຍ ເຮັກຕ້າຣ໌ ມັນຖ້ວມເຂົ້າ ເຂົ້າຖອກນີ້ກະກຳລັງ ສົ່ງຂໍ້ມູນເພີ່ນ ບໍ່ທັນໄດ້ຊ່ວຍຫຍັງດອກ ດຽວນີ້.”

ສ່ວນຊາວບ້ານ ໃນເມືອງວາປີ ແຂວງ ສາຣະວັນ ເຈົ້າຂອງເຮືອນພັກ ຂນາດນ້ອຍ ກ່າວວ່າ ປັຈຸບັນເຮືອນພັກ ໄດ້ຮັບຄວາມເສັຽຫາຍ ເຫລັກນ້ອຍຈາກນໍ້າຖ້ວມ ໃນຄັ້ງນີ້ແລະ ບໍ່ໄດ້ຕ້ອງການ ຄວາມຊ່ວຍເຫລືອຫຍັງ ຈາກທາງການລາວ.

ດັ່ງຊາວບ້ານ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ນໍ້າຖ້ວມຫວ່າງແລ້ວນີ້ນ່າ ມັນຖ້ວມບ່ອນໂຕບ້ານພັກ ອັນດຽວນີ້ ມັນລົງໝົດແລ້ວ ບໍ່ແຮງປານໃດ.”

ທາງດ້ານເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດີການສັງຄົມ ແຂວງສາຣະວັນ ກ່າວວ່າ ເຫດການນໍ້າຖ້ວມໃນຄັ້ງນີ້ ເຮັດໃຫ້ບ້ານເຮືອນ ແລະເນື້ອທີ່ທຳການກະເສຕ ທັງໝົດ 3 ເມືອງ ປະກອບມີເມືອງວາປີ, ເມືອງຄົງເຊໂດນ ແລະ ເມືອງເລົ່າງາມ ໄດ້ຮັບຄວາມເສັຽຫາຍ ໜັກຫລາຍສົມຄວນ. ສະເພາະເມືອງຄົງເຊໂດນ ມີເນື້ອທີ່ທຳການກະເສຕ ຖືກນໍ້າຖ້ວມ ປະມານ 2,416 ເຮັກຕ້າຣ໌ ກວມເອົາ 54 ບ້ານ ມີຈຳນວນ 2,019 ຄອບຄົວ ແລະ ເນື້ອທີ່ປູກພືດອື່ນໆ ຖືກນໍ້າຖ້ວມປະມານ 275 ເຮັກຕ້າຣ໌. ເມືອງວາປີ ເນື້ອທີ່ ທຳການກະເສຕ ຖືກນໍ້າຖ້ວມປະມານ 6,824 ເຮັກຕ້າຣ໌, ບ້ານຖືກນໍ້າຖ້ວມ 24 ບ້ານ ມີ 1,144 ຄອບຄົວ ແລະ ນອກຈາກນີ້ ໂຄງຮ່າງພື້ນຖານພາຍໃນເມືອງ ກໍຍັງໄດ້ຮັບ ຄວາມເສັຽຫາຍໜັກ ສົມຄວນ. ສ່ວນຄວາມເສັຽຫາຍ ຢູ່ເມືອງເລົ່າງາມ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ໄດ້ຮີບໂຮມຂໍໍ້ມູນ ສຳເຣັດເທື່ອ.

ສຳລັບການຊ່ວຍເຫລືອ ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກນໍ້າຖ້ວມໃນຄັ້ງນີ້ ທາງຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງສາຣະວັນ ກໍໄດ້ມອບເຄື່ອງ ອຸປໂພກ-ບໍຣິໂພກ ໃຫ້ກັບຊາວບ້ານໄປແລ້ວ ຈຳນວນນຶ່ງ ສ່ວນການຊ່ວຍເຫລືອໃນ ໄລຍະຍາວ ຍັງຕ້ອງປະເມີນ ຄວາມເສັຽຫາຍເພີ່ມຕື່ມ.

ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄືຜແນກເຮົາ ໄປຊ່ວຍເຫລືອເບື້ອງຕົ້ນນີ້ກະ ມີເມືອງເລົ່າງາມ ແລ້ວເມືອງຄົງເຊໂດນ ແລ້ວເມືອງວາປີແດ່ ຂະເຈົ້າຢູ່ຕໍ່າຫັ້ນນ່າ ຄືເມືອງຄົງເຊໂດນ ນີ້ກະ ອາດໜັກກວ່າພວກ ຖ້າວ່ານໍ້າຂຶ້ນໜ້ອຍນຶ່ງ ມັນກະຖ້ວມໂລດ ເພາະວ່າ ຂະເຈົ້າຢູ່ຕໍ່າ, ຖ້າວ່າ ພາກສ່ວນໃດຢາກມາບໍຣິຈາກ ກະມີແຕ່ປະສານມາແລະ ກະ ບໍຣິຈາກຫັ້ນນ່າ.”

ສ່ວນແຂວງເຊກອງ ແມ່ນມີບ້ານທັງໝົດ 28 ບ້ານ ໃນເມືອງກະລຶມ ແລະ ເມືອງດາກຈຶງ ໄດ້ຮັບຄວາມເສັຽຫາຍຫລາຍກ່ອນໝູ່ ແລະ ຍັງມີຜູ້ຫາຍສາບສູນອີກ 1 ຄົນ ໃນເມືອງດາກຈຶງ ແຕ່ປັຈຸບັນທາງການແຂວງ ຍັງຢູ່ລະຫວ່າງ ການຮີບໂຮມ ຂໍ້ມູນຄວາມເສັຽຫາຍ ບໍ່ທັນໄດ້ສລຸບ ຄວາມເສັຽຫາຍ ທີ່ເກີດຂຶ້ນໄດ້ເທຶ່ອ.

ຂະນະທີ່ຊາວບ້ານ ຜູ້ນຶ່ງ ໃນເມືອງກະລຶມ ກ່າວວ່າ ໃນມື້ວັນທີ 28 ກັນຍາ ທີ່ຜ່ານມາ ລະດັບນໍ້າເຊກອງ ເພີ່ມຂຶ້ນສູງ ຫລາຍ ວັດແທກໄດ້ປະມານ 14.26 ແມັຕ ສາເຫດມາຈາກຝັນຕົກໜັກ ແລະການປ່ອຍນໍ້າອອກຈາກເຂຶ່ອນ ອາເລື້ອຍ (A Luoi)  ໃນວຽດນາມ ຈົນເຮັດໃຫ້ລະດັບນໍ້າ ເຊກອງໄຫລລົ້ນຕາຝັ່ງ ຈົນເຮັດໃຫ້ບ້ານເຮືອນ ແລະ ເນື້ອທີ່ທຳການກະເສຕ ຂອງຊາວບ້ານ ທີ່ອາສັຍຢູ່ຕາມແຄມນໍ້າເຊກອງ ຖືກນໍ້າຖ້ວມໜັກ.

ສ່ວນເຣຶ່ອງ ການຊ່ວຍເຫລືອ ຈາກທາງການລາວ ປັຈຸບັນ ຍັງບໍ່ດຫັນພາກສ່ວນໃດ ມາຊ່ວຍເຫລືອຊາວບ້ານເທຶ່ອ.

ດັ່ງຊາວບ້ານ ຜູ້ນີ້ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ພະຍຸ ໂນຣູ ມັນແຮງຫລາຍ ມັນຕົກຫລາຍມື້ ນໍ້າມັນລົ້ນຝັ່ງ ມັນຖ້ວມບໍ່ໜັກປານໃດ ແບບເສັຍຫາຍ ກະເສັຍສ່ວນນຶ່ງ ຖ້ວມບາງເຂດ ເຂດເຮືອນໃກ້ແຄມນໍ້າເຊ ມັນກະຖ້ວມ ແມ່ນໆປ່ອຍເຂື່ອນນໍ້າ ແລ້ວກະນໍ້າຝົນນຳ.

ນອກຈາກນີ້ ແຂວງອັດຕະປື ກໍເປັນອີກແຂວງນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມໃນຄັ້ງນີ້ ເຮັດໃຫ້ເຮືອນຊານ, ຊັບສິນມີຄ່າ ຂອງຊາວບ້ານ ແລະ ໂຄງຮ່າງພື້ນຖານຕ່າງໆ ໄດ້ຮັບຜົລເສັຍຫາຍ ກະທົບຕໍ່ການດຳເນີນ ຊີວິຕຂອງຊາວບ້ານ ຢ່າງໜັກໜ່ວງ ແຕ່ເຖິງແມ່ນວ່າ ລະດັບນໍ້າ ຈະຫລຸດລົງແລ້ວ ຜົລເສັຽຫາຍທີ່ເກີດຂຶ້ນ ກໍຍັງບໍ່ໄດ້ຮັບການຊ່ວຍເຫລືອ ຈາກທາງການລາວເທຶ່ອ.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງສາມະຄີໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໄຄແລ້ວ ແລ້ວບາງເຮືອນກໍເສັຽຫາຍຢູ່ ແຕ່ເສັຍຫາຍບໍ່ຫລາຍ ເຂື່ອນແດ່ ນໍ້າຝົນແດ່ ມັນຫລາຍທາງ, (ການຊ່ວຍເຫລືອ) ອ່າ...ໂຕນີ້ຍັງບໍ່ທັນເຫັນເທຶ່ອນ່າ ມີແຕ່ເພິ່ນມາເກັບກຳຂໍ້ມູນຊື່ໆ, ປ່ອຍເຂື່ອນອອກມາ ເຮົາລະເຝົ້າລະວັງນຳຕລອດໂລດ.

ຜ່ານການຮີບໂຮມຂໍ້ມູນເບື້ອງຕົ້ນ ຂອງແຂວງອັດຕະປຶ ໄດ້ຣາຍງານວ່າ ນໍ້າຖ້ວມໃນຄັ້ງນີ້ ເຮັດໃຫ້ 4 ເມືອງໄດ້ຮັບຜົລກະທົບດັ່ງນີ້ ເມືອງສນາມໄຊ ຖືກນໍ້າຖ້ວມທັງໝົດ 8 ຄຸ້ມ 2 ບ້ານ ເປັນຕົ້ນ ຄຸ້ມທ່າອວນ, ຄຸ້ມໂຄກກ່ອງ, ຄຸ້ມດອນມ່ວງ ແລະ ຄຸ້ມດອນບົກ ບ້ານຫີນລາດ, ຄຸ້ມດົງບາກໃໝ່ ຫີນຄຳ ເນື້ອທີ່ທຳການກະເສຕເສັຍຫາຍ 714 ເຮັກຕ້າຣ໌. ເມືອງພູວົງ ຖືກນໍ້າຖ້ວມ 15 ບ້ານ ເປັນຕົ້ນ ບ້ານຄຳວົງສາ, ວັງແຄນ, ວົງສຳພັນ, ວັງຍາງ, ວັງຊົມ ແລະ ບ້ານພູເກືອ ເນື້ອທີ່ທຳການກະເສຕ ເສັຍຫາຍ 1,200 ເຮັກຕ້າຣ໌, ເນື້ອທີ່ສວນ 100 ເຮັກຕ້າຣ໌ ແລະ ໜອງປາ 15 ໜອງ.

ເມືອງສາມະຄີໄຊ ຖືກນໍ້າຖ້ວມ 13 ບ້ານເປັນຕົ້ນ ບ້ານເວີນແຄນ, ເຊກະໝານ, ແຄມຊັງ, ຈຳປາວ ແລະ ບ້ານສາມະຄີ ເນື້ອທີ່ ທຳການກະເສຕ ເສັຍຫາຍ 687.8 ເຮັກຕ້າຣ໌ ແລະ ຊັພສິນອື່ນໆອີກ ຈຳນວນນຶ່ງ ລວມມູນຄ່າ ເສັຽຫາຍ 12 ຕື້ປາຍກີບ, ແລະ ເມືອງຊານໄຊ ຖືກນໍ້າຖ້ວມ 24 ບ້ານ ເປັນຕົ້ນບ້ານສົມບູນ, ບ້ານເພັຍແກ້ວ, ບ້ານພູໄຊ, ບ້ານວັງໄຊ ແລະ ບາດຕາດແສງ ເນື້ອທີ່ທຳການກະເສຕ ເສັຍຫາຍ 1,920 ເຮັກຕ້າຣ໌ ເນື້ອທີ່ສວນ 79 ເຮັກຕ້າຣ໌ ແລະ ຊັພສິນອື່ນໆອີກ ຈຳນວນນຶ່ງ ລວມມູນຄ່າເສັຍຫາຍ 2.8 ຕື້ປາຍກີບ, ສ່ວນການຊ່ວຍເຫລືອ ຊາວບ້ານ ທີ່ໄດ້ຮັບຜົລກະທົບ ໜັກຍັງຕ້ອງປະເມີນຜົລ ເສັຍຫາຍ ແລະ ຫາລື ກັບທາງການແຂວງ ເພີ່ມຕື່ມ.

ດັ່ງເຈົ້າໜ້າທີ່ ແຂວງອັຕະປື ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ນໍ້າລົງໝົດແລ້ວເດ່ບາດນີ້ ມີແຕ່ຜົລເສັຍຫາຍ ເນື້ອທີ່ການຜລິຕ ຄືຢູ່ແຂວງອັຕະປື ມີ 2ເມືອງ ຄື ຊານໄຊ ກັລສນາມໄຊ ຢາກວ່າເສັຽຫາຍປະມານ 7 ພັນປາຍກວ່າເຮັກຕ້າຣ໌, ໄລຍະນີ້ບໍ່ທັນໄດ້ຊ່ອຍ ພຸ້ນແຫລະ ຖ້າເບິ່ງສຸດທ້າຍຖ້າມັນເສັຽຫາຍໜັກ ຈັ່ງຄ່ອຍຢຽວຢາກັນຕາມປົກຕິ ຄັນວ່າເນື້ອທີ່ການຜລິຕ ກະປູກພືດໝູນວຽນ.

ສ່ວນພັຍນໍ້າຖ້ວມ ຢູ່ແຂວງຈຳປາສັກ ເບື້ອງຕົ້ນມີຣາຍງານວ່າ ບ້ານເຮືອນຂອງຊາວບ້ານຖືກນໍ້າຖ້ວມ ປະມານ 73 ບ້ານທົ່ວແຂວງ  ເຊິ່ງສ້າງຄວາມເສັຽຫາຍ ໜັກສົມຄວນ ແຕ່ພາກສ່ວນທີ່ກ່ຽວຂ້ອງ ພວມລົງພື້ນທີ່ໄປຮີບໂຮມຂໍ້ມູນ ເພຶ່ອປະເມີນຜົລເສັຽຫາຍ ແລະ ໃຫ້ການຊ່ວຍເຫລືອ ຊາວບ້ານໃນຂັ້ນຕອນຕໍ່ໄປ. ຂະນະທີ່ ກະຊວງພລັງງານ ແລະ ບໍ່ແຮ່ ໄດ້ຣາຍງານວ່າ ເຖິງແມ່ນວ່າ ພະຍຸໂນຣູ ຈະເຄື່ອນທີ່ຜ່ານປະເທດລາວໄປແລ້ວ ແລະ ລະດັບນໍ້າຖ້ວມ ໃນແຂວງພາກໃຕ້ ຈະຫລຸດລົງເກືອບ ຈະເປັນປົກຕິແລ້ວ ແຕ່ບັນດາເຂືອນໄຟຟ້າ ຫລາຍແຫ່ງທີ່ໄດ້ແຈ້ງການ ເພື່ອເພີ່ມປຣິມານ ການປ່ອຍນໍ້າໄປກ່ອນໜ້ານີ້ ແລະ ຫາກໍແຈ້ງ ເມື່ອວັນທີ 1 ຕຸລາ ນີ້ ກໍຍັງສືບຕໍ່ປ່ອຍນໍ້າ ອອກຈາກເຂື່ອນ ແລະ ຍັງຕ້ອງເຝົ້າລະວັງຢ່າງໃກ້ຊິດດັ່ງນີ້.

  • ເຂື່ອນຫ້ວຍລຳພັນໃຫຍ່ ແຂວງເຊກອງ ໄດ້ລະບາຍນໍ້າຜ່ານປະຕູນໍ້າລົ້ນ (Spillway) ສະເລີ່ຍ 12.75 ເເມັຕກ້ອນຕໍ່ວິນາທີ ແລະຜ່ານເຮືອນຈັກ (Power House) ສະເລີ່ຍ18.61ເເມັຕກ້ອນຕໍ່ວິນາທີ ລວມທັງໝົດ 31.36 ເເມັຕກ້ອນຕໍ່ວິນາທີ ແຕ່ລະດັບນໍ້າທ້າຍເຂື່ອນ ຍັງຢູ່ໃນເກນປົກຕິ ແລະບໍ່ມີ ຜົລກະທົບຕໍ່ຊາວບ້ານ ລຸ່ມເຂື່ອນ.
  • ເຂື່ອນໄຟຟ້ານໍ້າກົງ 1 ເເຂວງອັຕຕະປືື ໄດ້ລະບາຍນໍ້າຜ່ານປະຕູນໍ້າລົ້ນ ສະເລັ້ຍ 580 ເເມັຕກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ ສະເລີ້ຍ 7.87 ເເມັຕກ້ອນຕໍ່ວິນາທີ ລວມທັງໝົດ 587.87 ເເມັຕກ້ອນຕໍ່ວິນາທີ ແຕ່ລະດັບນໍ້າລຸ່ມເຂື່ອນ ຍັງຢູ່ໃນເກນປົກກຕິ ແລະ ບໍ່ມີຜົລກະທົບຕໍ່ຊາວບ້ານລຸ່ມເຂື່ອນ.
  • ເຂື່ອນໄຟຟ້ານໍ້າກົງ 3 ເເຂວງອັຕຕະປືື ໄດ້ລະບາຍນໍ້າຜ່ານປະຕູນໍ້າລົ້ນ ສະເລີ້ຍ 145.50ເເມັຕກ້ອນຕໍ່ວິນາທີ ເຊິ່ງປຣິມານນໍ້າທັງໝົດ ຈະໄຫລລົງສູ່ ເຂື່ອນໄຟຟ້ານໍ້າກົງ 2.
  • ເຂື່ອນໄຟຟ້າເຊລະນອງ 1 ແຂວງສວັນນະເຂດ ໄດ້ລະບາຍນໍ້າຜ່ານປະຕູນໍ້າລົ້ນ ສະເລີ້ຍ 129.01 ເເມັຕກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ ສະເລີ້ຍ 132.98 ເເມັຕກ້ອນຕໍ່ວິນາທີ ລວມທັງໝົດ 261.99 ເເມັຕກ້ອນຕໍ່ວິນາທີ ແຕ່ລະດັບນໍ້າທ້າຍເຂື່ອນ ຍັງຢູ່ໃນເກນປົກຕິ ແລະ ຍບໍ່ມີຜົລກະທົບຕໍ່ຊາວບ້ານລຸ່ມເຂື່ອນ.
  • ເຂື່ອນໄຟຟ້ານໍ້າເທີນ 1 ແຂວງບໍຣິຄຳໄຊ ໄດ້ລະບາຍນໍ້າ ຜ່ານປະຕູນໍ້າລົ້ນ ສະເລີ້ຍ 19.25 ເເມັຕກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ ສະເລີ້ຍ 386.56 ເເມັຕກ້ອນຕໍ່ວິນາທີ ລວມທັງໝົດ 405.19 ເເມັຕກ້ອນຕໍ່ວິນາທີ ແຕ່ລະດັບນໍ້າທ້າຍເຂື່ອນ ຍັງຢູ່ໃນເກນປົກຕິ ແລະ ບໍ່ມີຜົລກະທົບຕໍ່ຊາວບ້ານລຸ່ມເຂື່ອນ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.