ປະຊາຊົນ ຖືກນ້ຳຖ້ວມ ໄດ້ຮັບການຊ່ອຍເຫຼືອ ຈາກກາແດງ

ຈຳປາທອງ
2022.10.27
ປະຊາຊົນ ຖືກນ້ຳຖ້ວມ ໄດ້ຮັບການຊ່ອຍເຫຼືອ ຈາກກາແດງ ເຂດພື້ນທີ່ ທີ່ຖືກນ້ຳຖ້ວມ ແຂວງອຸດົມໄຊ, ພາຍຫຼັງ ນ້ຳແຫ່ງແລ້ວ ວັນທີ 19 ກັນຍາ ປີ 2022.
RFA

ເມື່ອ 2 ມື້ກ່ອນ ອົງການກາແດງແຫ່ງຊາຕ ໄດ້ນໍາເອົາເງິນ ທີ່ໄດ້ຮັບຈາກການຊ່ອຍເຫລືອ ຂອງສະຫະພັນກາແດງ ແລະຊີກວົງເດືອນສາກົລ ໄປຊ່ອຍເຫລືອ ປະຊາຊົນ 3 ແຂວງພາກເໜືອ ຄືແຂວງຜົ້ງສາລີ, ອຸດົມໄຊ ແລະແຂວງຫົວພັນ ຈໍານວນ 1,275 ຄອບຄົວ, ຄອບຄົວລະ 2,500,000 ກີບ ຢູ່ 61 ບ້ານ, 9 ເມືອງ ທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມຄັ້ງໃຫຍ່ ຍ້ອນພະຍຸ ມາອອນ ເມື່ອທ້າຍເດືອນສິງຫາ ທີ່ຜ່ານມາ, ແຕ່ຫລາຍຄອບຄົວ ຍັງຕ້ອງການຄວາມຊ່ອຍເຫລືອ ຕື່ມອີກ ເປັນຕົ້ນເຂົ້າສານ, ນໍ້າດື່ມ.

ດັ່ງຊາວບ້ານ ບ້ານໂພນໄຊ ເມືອງຫລາ ແຂວງອຸດົມໄຊ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 27 ຕຸລານີ້ວ່າ:

ຈຸຮັບຜົນກະທົບນີ້ ສິ່ງທີ່ເຂົາຕ້ອງການທີ່ສຸດນີ້ ແມ່ນເຂົ້າສານຫລືວ່າຜ້າຫົ່ມ ເຂົາບໍ່ມີເສື່ອນອນຫັ້ນນ່າເພາະວ່າເຄື່ອງນຸ່ງ ເຄື່ອງນອນມັນປຽກເບິດ ແລ້ວບໍ່ໄດ້ເອົາຫຍັງເລີຍ ຍົກຕົວຢ່າງມື້ນີ້ເນາະ 27 ຕຸລາ ມື້ນີ້ເຂົາມາສົ່ງຄອບຄົວນຶ່ງ 2,500,000 ສິ່ງສໍາຄັນທີ່ສຸດ ເຂົ້າສານຫັ້ນແຫລະ ເພາະວ່າແມ່ນຫຍັງກະໄຫລໄປເບິດຫັ້ນແຫລະ ແມ່ນນາ ໄຮ່ ແມ່ນຫຍັງມັນເຊາະມັນເຈື່ອນໄປຫັ້ນນ່າ.”  

ນາງເວົ້າຕື່ມວ່າ ສໍາລັບຜູ້ທີ່ເສັຍເຮືອນ ຍ້ອນຖືກນໍ້າພັດໄປນັ້ນ ທາງພາກສ່ວນທີ່ກ່ຽວຂ້ອງ ໄດ້ປຸກເຮືອນນ້ອຍໃຫ້ຢູ່ຊົ່ວຄາວ ແລະຈໍານວນນຶ່ງ ກໍເຣິ່ມກັບຄືນໄປບ້ານເດີມແດ່ແລ້ວ ແລະໄດ້ທໍາການຜລິຕ ເປັນຕົ້ນປູກສາລີ, ຜັກ ແລະໝາກໄມ້.

ຝົນຕົກໜັກ ໃນທ້າຍເດືອນສິງຫາ ທີ່ຜ່ານມາ ເຮັດໃຫ້ຖນົນຫົນທາງ, ນໍ້າລິນ, ໄຟຟ້າ ແລະອື່ນໆເສັຍຫາຍຫລາຍຢູ່ 3 ແຂວງທີ່ວ່ານັ້ນ ແຕ່ມາຮອດປັດຈຸບັນ ໄດ້ສ້ອມແປງຄືນແລ້ວຈໍານວນນຶ່ງ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຊວງອຸດົມໄຊ ເວົ້າໃນດຽວກັນນີ້ວ່າ:

ໂຕນີ້ ກາແດງຂະເຈົ້າມາຊ່ອຍເຫລືອເດ ຄອບຄົວທີ່ໄດ້ຮັບຜົລກະທົບ ແມ່ນແຫລະ ມີເຄື່ອງນຸ່ງແມ່ນຫຍັງກໍມີ ເປັນອາຫານ ເປັນໝີ່ ເປັນປ໋ອງປາແມ່ນຫຍັງກໍມີ ຜ້າຫົ່ມ ແມ່ນຫຍັງກໍມີເບິດແຫລະ ຍັງເທື່ອ (ເຣື່ອງການຟື້ນຟູ ໂຄງຮ່າງພື້ນຖານ) ເພິ່ນກໍາລັງ ເພາະວ່າເຮົາກໍຍັງບໍ່ມີທຶນເທື່ອນ່າ ແຕ່ວ່າກໍຍັງຫລາຍນໍ ໂອ ເພິ່ນຕັ້ງເຮືອນນ້ອຍໃຫ້ຢູ່ ໃນບ່ອນທີ່ປອດພັຍກ່ອນນ່າ.

ເວົ້າເຖິງການຊ່ອຍເຫລືອ ທີ່ຜ່ານມາ ພາກສ່ວນທາງການ ທີ່ກ່ຽວຂ້ອງໄດ້ເອົາໃຈ ໃສ່ເຂດທີ່ໄດ້ຮັບຜົລເສັຍຫາຍ ຫລາຍກ່ອນ ສ່ວນຢູ່ເຂດອື່ນບາງເຂດ ບໍ່ໄດ້ຮັບການຊ່ອຍເຫລືອ ພໍເທົ່າໃດ.

ດັ່ງຊາວບ້ານ ບ້ານໜອງແມງດາຜູ້ນຶ່ງ ຢູ່ເມືອງໄຊ ແຂວງອູດົມໄຊ ເວົ້າວ່າ:

ກໍສ່ວນຫລາຍ ຢູ່ເຂດເທສບານນີ້ກໍແມ່ນ ການຊ່ວຍເຫລືອນີ້ ກໍບໍ່ຄ່ອຍເຂົ້າເຖິງປານໃດ ເພາະວ່າເຂດທີ່ມັນມີຜົນກະທົບຫັ້ນ ມັນຢູ່ເຂດທາງເຂົ້າໃນເມືອງເນາະ ແລ້ວພາກສ່ວນທີ່ວ່າ ມາຊ່ວຍເຫລືອຫັ້ນ ມາຮອດຈຸດນັ້ນກ່ອນ ຂະເຈົ້າກໍເອົາລົງຢູ່ຫັ້ນເລີຍ ມີແຕ່ພາກສ່ວນທີ່ວ່າ ຂະເຈົ້າຢາກມາສົມທົບ ກັບເບື້ອງຣັຖນີ້ ຈຶ່ງມາຮອດເຂດໃນເມືອງນີ້ນ່າ.

ການຊ່ອຍເຫລືອ ທີ່ອົງການກາແດງ ແຫ່ງຊາຕ ມອບໃຫ້ຄັ້ງນີ້ ແມ່ນໃຫ້ຄອບຄົວ ທີ່ເຮືອນຖືກນໍ້າພັດໄປ ແລະຄອບຄົວ ທີ່ເຮືອນເສັຍຫາຍຫລາຍ, ເຄື່ອງຂອງໃນເຮືອນ ເສັຍຫາຍໄປ; ສ່ວນຜູ້ທີ່ໄດ້ຮັບ ຜົລກະທົບໃນເຣື່ອງອື່ນ ເປັນຕົ້ນພື້ນທີ່ທໍາການຜລິຕນັ້ນ ຍັງຕ້ອງລໍຖ້າການຊ່ອຍເຫລືອ ໄປອີກຕື່ມ.

ດັ່ງປະຊາຊົນ ຢູ່ເມືອງໄຊຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 27 ຕຸລານີ້ວ່າ:

ໄດ້ຍິນເຂົາວ່າໄດ້ 2,500,000 ໂອ໋ ບໍ່ໄດ້ ຂ້ອຍນ່າເປັນແນວໃດກໍບໍ່ຮູ້ ເຂົາເອົາມາແຈກມື້ຊືນຫັ້ນກໍບໍ່ໄດ້ຈັກກີບນີ້. ເງິນກໍ ໄດ້ຮັບຜົນເສັຽຫາຍນາຫັ້ນ ອັນນຶ່ງ (1 ອ່າ ເທົ່າກັບ 1,000 ຕາແມັດ ໃນທ້ອງຖິ່ນທາງພາກເໜືອຂອງລາວ). ສ່ວນຫຍ້າຄວາຍຫັ້ນ 7 ອ່າ ຂ້ອຍປູກຫຍ້າໃຫ້ຄວາຍກິນນ່າ ຂ້ອຍລ້ຽງຄວາຍຂ້ອຍບໍ່ໄດ້ເລີຍ ເຂົ້ານາເສັຽຫາຍ ເສັຽໝົດຫັ້ນ ຂີ້ດິນມາຖົມເບິດເນາະ.

ອີງຕາມການຣາຍງານ ຂອງອົງການ ກາແດງແຫ່ງຊາຕ, ການມອບເງິນໃຫ້ ຄອບຄົວທີ່ໄດ້ຮັບຜົລກະທົບຈາກພັຍນໍ້າຖ້ວມນັ້ນ ແມ່ນໃຫ້ແບບສເມີພາບກັນ ຊຶ່ງເຣິ່ມຈາກເມືອງໄຊ, ເມືອງນາໝໍ້ ແລະເມືອງຫລາ ແຂວງອຸດົມໄຊກ່ອນ, ຕໍ່ໄປຈະແມ່ນແຂວງຜົ້ງສາລີ ແລະແຂວງຫົວພັນ ຊຶ່ງຄາດວ່າ ຈະສໍາເຣັດໃນຕົ້ນເດືອນພຶສຈິກາ ທີ່ຈະມາເຖິງນີ້.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງເວົ້າວ່າ:

2,500,000 ເບື້ອງຕົ້ນນີ້ມີແບ່ງປະເພດເນາະ ເບື້ອງຕົ້ນ ແຕ່ວ່າອີງໃສ່ການຊີ້ນໍາ ຂອງສະຫະພັນ ຜູ້ໃຫ້ທຶນຫັ້ນ ຂະເຈົ້າບໍ່ມີການແບ່ງ ປະເພດເລີຍທີ່ວ່າໃຫ້ສເມີພາບເລີຍ ອັນນີ້ເປັນເງິນຊ່ວຍເຫລືອ ແບບເປັນເງິນສນັບສນູນ ຈາກສະຫະພັນກາແດງ ແລະຊີກວົງເດືອນແດງ ສາກົລຫັ້ນ.

ການຊ່ອຍເຫລືອ ຜູ້ປະສົບພັຍນໍ້າຖ້ວມ ໃນຄັ້ງນີ້ ເປັນການຊ່ອຍເຫລືອ ໄລຍະຕົ້ນ, ສ່ວນແຜນການຊ່ອຍເຫລືອ ໄລຍະຍາວ ພາກສ່ວນທາງການ ທີ່ກ່ຽວຂ້ອງ ຢູ່ໃນລະຫວ່າງການຮິບໂຮມ ຂໍ້ມູນຄວາມເສັຍຫາຍຢູ່ ຊຶ່ງຈະຕ້ອງໄດ້ໃຊ້ ເວລາຫລາຍພໍສົມຄວນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງອີກທ່ານນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:

ແຜນໄລຍະຍາວນີ້ ຍັງບໍ່ທັນຮູ້ເທື່ອ ອັນນີ້ແມ່ນແຜນໄລຍະສັ້ນນີ້ໄປກ່ອນ ແລ້ວແຜນໄລຍະຍາວນີ້ສືບຕໍ່ປະຕິບັດກາງເດືອນ 11 ນີ້ ທາງພັຍພິບັດ ສູນກາງພັຍພິບັດລາວຫັ້ນ ຈະຂຶ້ນມາອີກກ່ອນ ອັນນີ້ໆຖືວ່າໄລຍະສັ້ນຫັ້ນ ແກ້ໄຂສຸກເສີນກ່ອນ ແລ້ວກໍໄລຍະຍາວນີ້ ຍັງບໍ່ທັນຮູ້ວ່າຈະປະຕິບັດແນວໃດເທື່ອນ່າດຽວນີ້ນ່າ.

ເມື່ອວັນທີ 25 ຕຸລານີ້ ອົງການກາແດງແຫ່ງຊາຕ ໄດ້ມອບເງິນຊ່ອຍເຫລືອ ໃຫ້ປະຊາຊົນເມືອງໄຊ ແຂວງອຸດົມໄຊ ຈໍານວນ 12 ບ້ານ ຮວມທັງບ້ານກໍນ້ອຍ, ບ້ານຫລັກ 4, ບ້ານຖິ່ນ, ທັງໝົດ 225 ຄອບຄົວ ມີ 1,317 ຄົນ, ໃຫ້ຄອບຄົວລະ 2,500,00 ກີບ, ຮວມເປັນເງິນທັງໝົດ 562,500,000 ກີບ.

ເມື່ອກ່ອນນັ້ນ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ຣາຍງານກ່ຽວກັບ ຄວາມເສັຍຫາຍຈາກພັຍນໍ້າຖ້ວມ ຢູ່ແຂວງອຸດົມໄຊວ່າ ຝົນຕົກໜັກ ຍ້ອນພະຍຸມາອອນ ເຮັດໃຫ້ນໍ້າປ່າໄຫລຊຸ ບ້ານເຮືອນ, ຖ້ວມໄຮ່ນາ; ໄຟຟ້າ, ນໍ້າປະປາ ເສັຍຫາຍ ແລະຖນົນຫົນທາງ ຫລາຍຈຸດຖືກຕັດຂາດ, ຮ້ານຄ້າເສັຍຫາຍ. ທົ່ວແຂວງ ໄດ້ຮັບຄວາມເສັຍຫາຍ ທັງໝົດເປັນມູນຄ່າ 272 ຕື້ກີບ. ມາເຖິງປັດຈຸບັນ ໄດ້ຟື້ນຟູໂຄງຮ່າງ ພື້ນຖານທີ່ວ່ານັ້ນແລ້ວ ຈໍານວນນຶ່ງ ແລະປຸກເຮືອນໃຫ້ ປະຊາ ຊົນຢູ່ຊົ່ວຄາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.