ນ້ຳຖ້ວມ ຊັພສິນ ຊາວບ້ານ 3 ແຂວງພາກໃຕ້
2022.09.29

3 ແຂວງພາກໃຕ້ຂອງລາວຄື ສາຣະວັນ, ອັດຕະປື ແລະເຊກອງ ໄດ້ຮັບຜົລກະ ທົບຈາກພະຍຸໂນຣູ, ນໍ້າຫລາຍສາຍລົ້ນຝັ່ງ ໄຫງຖ້ວມທົ່ງນາ, ບ້ານເຮືອນ ແລະ ສັດລ້ຽງ ຂອງປະຊາຊົນ ທີ່ຢູ່ແຄມນໍ້າເສັຍຫາຍຫລາຍ.
ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ມີຝົນຕົກໜັກຕັ້ງແຕ່ຄືນວັນທີ 27 ຈົນຮອດ ຕອນເຊົ້າ ຂອງວັນທີ 28 ກັນຍາ, ເຮັດໃຫ້ນໍ້າເຊກອງລົ້ນຝັ່ງ, ຖ້ວມທົ່ງນາ, ເຂົ້າເສັຍຫາຍຫລາຍ, ນໍ້າຖ້ວມເຮືອນຊານ ຈໍານວນນຶ່ງ ແລະສັດລ້ຽງ ຈໍານວນນຶ່ງຖືກນໍ້າພັດໄປ ແຕ່ເຄື່ອງຂອງບໍ່ເສັຍຫາຍຫລາຍ ຍ້ອນປະຊາຊົນ ມ້ຽນມັດທັນ, ອີງຕາມຄໍາ ເວົ້າຂອງຊາວບ້ານ ບ້ານໄຊໂພສີ ເມືອງສາມັກຄີໄຊ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 29 ກັນຍານີ້ວ່າ:
“ມັນຖ້ວມເຂດບ້ານ ຢູ່ເມືອງສາມັກຄີໄຊ ເຊັ່ນບ້ານໄຊໂພສີ ບ້ານທະລາ ບ້ານທີ່ມີພື້ນທີ່ຕໍ່າ ພື້ນທີ່ທາງການກະເສຕ ຕລາດກໍບໍ່ທັນມີ ພວກອ້າຍກໍກຽມເຄື່ອນຢູ່ເດ໋ ນໍ້າລົງແລ້ວເດ໋.”
ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງອັດຕະປື ຣາຍງານ ໃນຕອນເຊົ້າຂອງວັນທີ 29 ກັນຍານີ້ວ່າ ຢູ່ຈຸດວັດແທກນ້ຳບ້ານເວີນແຄນ ເມືອງສາມັກຄີໄຊ ລະດັບນໍ້າເຊກອງ ຢູ່ທີ່ 15 ແມັດ ຄືຢູ່ໃນຈຸດເຕືອນພັຍອັນຕຣາຍ. ຖ້າຝົນບໍ່ຕົກໜັກ ແລະເຂື່ອນເຊກະໝານ ບໍ່ປ່ອຍນ້ຳ, ນ້ຳກໍຈະບໍ່ຖ້ວມເມືອງສາມັກຄີໄຊ, ເມືອງຊານໄຊ, ເມືອງໄຊເສດຖາ ແລະເມືອງສະໜາມໄຊ ຕື່ມອີກ.
ແຜນປ້ອງກັນພັຍນ້ຳຖ້ວມ ສຸກເສີນຢູ່ເມືອງສາມັກຄີໄຊ ໄດ້ກຳນົດຈຸດອົພຍົບ ປະຊາຊົນໄວ້ 10 ປາຍຈຸດ.
ດັ່ງເຈົ້າໜ້າທີ່ ຄະນະກັມມະການ ຄຸ້ມຄອງພັຍພິບັດ ເມືອງສາມັກຄີໄຊ ເວົ້າໃນມື້ດຽວກັນນີ້ວ່າ:
“ເຮົາວາງແຜນ ມີຈຸດອັນ...ນ່າທີ່ສູງເນາະ ກໍຢູ່ໃນເທສບານໃນເມືອງເຮົານີ້ ມີຢູ່ 10 ປາຍຈຸດເນາະ ຖືວ່າເປັນພື້ນທີ່ສູງເພື່ອຮອງຮັບ ແລະຢູ່ໃນນັ້ນເຮົາກໍໄດ້ແບ່ງແຕ່ລະບ້ານ ແຕ່ລະບ້ານເນາະ ໂຕຢ່າງຄື ໃນເທສບານນີ້ເນາະ ສ່ວນຫລາຍແມ່ນ ຈະໄປຈຸດຫລັກ 3 ຫັ້ນແຫລະ ແຕ່ປະຊາຊົນໃນເຂດບ້ານສະເພົາ ໄປໂນນສະເພົາຈັ່ງຊີ້ນ່າ ແລະເຂົ້າເຊກະໝານ ໄປແຖວກຸ່ມໜອງເດີ່ນ ຖືວ່າເປັນເຂດສູງ ແລະຈຸດອື່ນໆ.”
ຢູ່ບ້ານວັງຊ້າງ ເມືອງລະມາມ ແຂວງເຊກອງ ນ້ຳເຊກອງລົ້ນຝັ່ງ, ໄຫລເຂົ້າຖ້ວມບາງເຂດ ຂອງເມືອງ ຈົນເຮັດໃຫ້ຕ້ອງໄດ້ໂຈະ ການຮຽນ ການສອນທົ່ວເມືອງໃນມື້ວັນທີ 28 ກັນຍາ ຍ້ອນມີພາຍຸໝົດມື້ ໝົດຄືນ, ແຕ່ຕໍ່ມາ ນ້ຳເຊກອງໄດ້ລົດລົງ ແລະໄດ້ກັບມາເປີດຮຽນ ເປັນປົກກະຕິແລ້ວ.
ດັ່ງນາຍຄຣູ ຢູ່ບ້ານວັງຊ້າງ ເວົ້າໃນມື້ວັນທີ 29 ກັນຍານີ້ວ່າ:
“ໂນຮູນີ້ແຫລະ ເຊົ້າມື້ວານນີ້ແລ້ວມື້ວານນີ້ ໝົດມື້ທັງລົມທັງຝົນ ແລະຄືນຂອງມື້ວານນີ້ຄືກັນ ເຮົາໂຈະບໍ່ໄດ້ຈັດການຮຽນ-ການສອນ ມື້ວານນີ້ໝົດ ທົ່ວເມືອງມື້ນີ້ດໍາເນີນການຮຽນ-ການສອນປົກກະຕິ ມີບາງໂຮງຮຽນຖືກຜົນກະທົບນີ້ແຫລະ ໄດ້ຮັບຜົນກະທົບຈາກພະຍຸ ເພດານຫລຸດ.”
ຢູ່ບ້ານນາດອນແກ້ວ, ບ້ານທົ່ງຂາມ ແລະບ້ານໜອງໄຫ ເມືອງ ແລະ ແຂວງສາຣະວັນ ກໍໄດ້ຮັບຜົລກະທົບຈາກພະຍຸນີ້ເຊັ່ນກັນ, ຝົນຕົກໜັກຕິດຕໍ່ກັນ ແຕ່ຄືນວັນທີ 27 ເຖິງຕອນແລງວັນທີ 28 ກັນຍາ ເຮັດໃຫ້ນ້ຳເຊໂດນລົ້ນຝັ່ງ ໄຫລຖ້ວມທົ່ງນາ ແຕ່ນ້ຳກໍຂຶ້ນຮອດເຂດເຕືອນພັຍ ບໍ່ຮອດເຂດອັນຕຣາຍ ບໍ່ເຖິງລະດັບເຕືອນພັຍ 10 ແມັດເຄິ່ງ.
ດັ່ງຊາວບ້ານ ບ້ານນາດອນແກ້ວ ເວົ້າໃນມື້ດຽວກັນນີ້ວ່າ:
“ສ່ວນຫລາຍ ກະທົບແຕ່ພື້ນທີ່ ການຜະລິຕເນາະ ກໍຍ້ອນພະຍຸເນາະ ໂຕນີ້ລະດັບນໍ້າມັນກໍ ກໍາລັງອັນນັ້ນ ເຊໂດນເຮົາ ກໍຮອດແຕ່ເຂດເຕືອນພັຍຊື່ໆ ແຕ່ຍັງບໍ່ທັນຮອດເຂດອັນຕຣາຍ.”
ໃນ 3 ບ້ານດັ່ງກ່າວ ນໍ້າຖ້ວມບ້ານເຮືອນ ໂດຍສະເພາະປະຊາຊົນ ຢູ່ບ້ານແສນວັງ ໄດ້ພາກັນໄປຂໍອາໃສຢູ່ນຳພີ່ນ້ອງ.
ທາງເມືອງສາຣະວັນ ກໍມີແຜນປ້ອງກັນພັຍ ນ້ຳຖ້ວມສຸກເສີນ ດ້ວຍການຕຣຽມແຜນ ອົພຍົບປະຊາຊົນ, ສະບຽງອາຫານ ແລະເຮືອຊ່ອຍເຫລືອ.
ດັ່ງເຈົ້າໜ້າທີ່ຄະນະກັມມະການ ຄຸ້ມຄອງພັຍພິບັດເມືອງນີ້ ເວົ້າໃນມື້ດຽວກັນນີ້ວ່າ:
“1 ມາເຮົາກໍມີເຣື່ອງຫັ້ນແຫລະເນາະ ເຮືອທີ່ວ່າທາງແຂວງເຮົາມອບໃຫ້ ເຮືອ 6 ລໍາ ມື້ວານນີ້ເຮົາກໍໄດ້ເອົາເຮືອຂຶ້ນຣົຖກຽມໄວ້ ແລ້ວກໍເອົາລົງ 2 ລໍາ, ເຮືອ 6 ລໍາ. 2 ລໍາປັດຈຸບັນນີ້ ເຮົາກໍໄດ້ເອົາຂຶ້ນແລ້ວເນາະ ເອົາຂຶ້ນກະກຽມ ມັນກໍມີກູ້ພັຍ ອາສາສມັກກູ້ພັຍ ຂອງເມືອງເຮົາ 26 ຄົນມີເສື້ອຊູຊີບ ແຄ່ 100 ກວ່າໂຕ ມີໂຄມໄຟ 6 ຫົວເນາະ ຄັງແຮວຽກງານສຸກເສີນຫັ້ນ ກໍບໍ່ຣິການເລັກໆນ້ອຍໆ ກໍຈໍາກັດຫັ້ນແຫລະເນາະ ເຮົາກໍໄດ້ຊື້ໝີ່ໃຫ້ທະຫານຫັ້ນ ເຮືອ 6 ລໍາ, ທະຫານເຂົາກໍລົງໄປຊ່ວຍ.”
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ທາງການ 3 ແຂວງດັ່ງກ່າວ, ແຕ່ບໍ່ສາມາດຕິດຕໍ່ ກັບແຂວງເຊກອງ ແລະແຂວງອັດຕະປືໄດ້, ມີແຕ່ແຂວງສາຣະວັນ ເວົ້າວ່າ ຊາວບ້ານ ຍັງບໍ່ທັນໄດ້ໂທຣະສັບ ແຈ້ງພັຍພິບັດ ມາຍັງທາງແຂວງເທື່ອ, ມີແຕ່ທາງເມືອງ ໄດ້ຣາຍງານກ່ຽວກັບ ຜົລກະທົບຈາກພັຍນ້ຳຖ້ວມ ໃຫ້ຊາບແລ້ວ.
ແລະທາງຄະນະຄຸ້ມຄອງ ຕ້ານພັຍພິບັດແຂວງສາຣະວັນ ກໍໄດ້ປະສານຫາຄະນະຄຸ້ມຄອງ ຕ້ານພັຍພິບັດທັງ 6 ເມືອງ ໃຫ້ເຝົ້າລະວັງ ແລະຕຣຽມພ້ອມແລ້ວ.
ດັ່ງເຈົ້າໜ້າທີ່ ຮັບແຈ້ງພັຍພິບັດ ແຂວງສາຣະວັນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 29 ກັນຍນານີ້ວ່າ:
“ແຕວ່າໂທມາຫາ ທາງໄທເຮົາ ບໍ່ມີເນາະ ເຂົາຈະຣາຍງານຫາ ປະສານຫາກອງເລຂາ ຂັ້ນເມືອງຫັ້ນ ການກໍານົດ ເຮົາຈະໄດ້ກໍານົດ ບ່ອນຈຸດຫລົບພັຍໃຫ້ເຂົາ ບ່ອນທີ່ປອດພັຍ ແລ້ວກໍອີກຈຸດນຶ່ງ ແມ່ນເຂົາເຈົ້າ ຈະກໍານົດບ່ອນຫລົບພັຍ ຂອງເຂົາເຈົ້າເອງ ແລະກໍອີກປະຊາຊົນ ຈໍານວນນຶ່ງ ໄປຢູ່ນໍາພີ່ນ້ອງຂອງເຂົາເຈົ້າ.”
ທ່ານກ່າວຕື່ມວ່າ ໂດຍສະເພາະເມືອງວາປີ ແລະເມືອງຄົງເຊໂດນ ແມ່ນໜ້າເປັນຫ່ວງກວ່າໝູ, ຈະໄດ້ເຝົ້າລະວັງຢ່າງໃກ້ຊິດ ຍ້ອນນ້ຳເຊໂດນຖ້ວມທົ່ງນາ ແລະບ້ານເຮືອນປະຊາຊົນ ເສັຍຫາຍກາຍເຄິ່ງແລ້ວ. ເມືອງວາປີ ມີທັງໝົດ 55 ບ້ານ, ໃນນັ້ນນ້ຳຖ້ວມແລ້ວ 28 ບ້ານ ແລະເມືອງຄົງເຊໂດນ ມີ 54 ບ້ານຖືກນ້ຳຖ້ວມ.
ຢູ່ເມືອງຄົງເຊໂດນ ວັນທີ 29 ກັນຍາ ເວລາ 13:00 ໂມງ ລະດັບນ້ຳ ຢູ່ແກ້ງຫວດ ເພີ່ມສູງຂຶ້ນ ຖ້ວມນາເສັຍຫາຍ ປະມານ 70% ຄືໄດ້ຮັບຜົລກະທົບ ໜັກກວ່າປີກາຍ.
ດັ່ງປະຊາຊົນ ຢູ່ບ້ານແກ້ງຫວດ ເວົ້າໃນມື້ດຽວກັນນີ້ວ່າ:
“ກໍຍັງຂຶ້ນຍັງແຮງຢູ່ ເຈົ້າ. ສ່ວນຫລາຍກໍແມ່ນ ຜົນຜະລິຕຫັ້ນແຫລະ ຜົນຜະລິຕ ເປັນເຂົ້ານາປີ ແລ້ວມາຢູ່ເສັ້ນທາງເລກທີ 13 ເຈົ້າ. ແລ້ວທາງໃກ້ແຖວນັ້ນ ເຂົາກໍມີບ່ອນລີ້ພັຍ ຂຶ້ນໄປຫັ້ນແຫລະ ເພາະການນໍາເພິ່ນ ເພິ່ນກໍບໍ່ໃຫ້ຢູ່ແຫລະເນາະ ມັນອັນຕຣາຍຫັ້ນນ່າ.”
ຝົນຕົກໜັກຕິດຕໍ່ກັນຫລາຍມື້ ເຮັດໃຫ້ເຂື່ອນໄຟຟ້າ ຫ້ວຍລຳພັນໃຫຍ່ ແຈ້ງການໃຫ້ອຳນາດ ການປົກຄອງເມືອງທ່າແຕງ ແລະເມືອງລະມາມຊາບ ວ່າຈະປ່ອຍນ້ຳອອກຈາກເຂື່ອນ ແຕ່ວັນທີ 29 ກັນຍາ ຫາວັນທີ 13 ຕຸລາ 2022 ເພື່ອຮັກສາລະດັບນ້ຳ ໃນໜ້າເຂື່ອນ ບໍ່ສູງເກີນລະດັບເຕືອນພັຍ ແລະເຂື່ອນໄຟຟ້າອາເລື້ອຍ ຢູ່ວຽດນາມ ກໍເປີດປະຕູລະບາຍນ້ຳ ອອກຂາກເຂື່ອນລົງມາ ແຕ່ວັນທີ 27 ຫາ 30 ກັນຍານີ້.