ເກົາຫລີໃຕ້ ສນັບສນູນ ພັນປາ ໃຫ້ຊາວບ້ານ ເມືອງສນາມໄຊ
2022.08.24
ໃນວັນທີ່ 16 ສິງຫາ ທີ່ຜ່ານມາ ອົງການຮ່ວມມືສາກົລ ປະເທດເກົາຫຼີໃຕ້ ຫຼື KOICA ໃຫ້ການສນັບສນູນດ້ານງົປມານ 22,400,000 ກີບ ແກ່ອົງການອາຫານ ແລະການກະເສຕ ແຫ່ງສະຫະປະຊາຊາຕ ຫຼື FAO ຈັດຕັ້ງປະຕິບັດ ເລືອກແນວພັນປາ 3 ຊະນິດເຊັ່ນ (ປານິນ, ປາໄນ, ປາປາກ ) ຈໍານວນ 28,000 ໂຕ ມອບໃຫ້ແກ່ຊາວບ້ານເປົ້າໝາຍ 7 ບ້ານ 14 ຄອບຄົວ ຢູ່ເມືອງສນາມໄຊ ແຂວງອັດຕະປື ຄອບຄົວລະ 2,000 ໂຕ ພາຍໃຕ້ໂຄງການ “ປັບປຸງຊີວິຕການເປັນຢູ່ ແລະຟື້ນຟູວຽກງານກະສິກັມ ໃຫ້ມີຄວາມທົນທານ ຕໍ່ການປ່ຽນແປງ ຂອງສະພາບດິນຟ້າອາກາດ.”
ເຊິ່ງໃຫ້ບ້ານເປົ້າໝາຍ ຢູ່ເມືອງສນາມໄຊ ກໍຍ້ອນວ່າ ເມືອງສນາມໄຊ ເປັນເມືອງນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກເຫດການສັນເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ໃນຄັ້ງວັນທີ່ 23 ກໍຣະກະດາ ປີ 2018, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ KOICA ທີ່ບໍ່ປະສົງອອກຊື່, ຕໍາແໜ່ງ ແລະສຽງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 24 ສິງຫາ ນີ້ວ່າ:
“ໂຄງການຂອງເຮົາແມ່ນໂຕໃນຊ່ວງທີ່ວ່າ ເຂື່ອນແຕກຢູ່ອັດຕະປືຫັ້ນ ຢູ່ສນາມໄຊຫັ້ນ ໂຄງການ KOICA ເຮົາກໍເລີຍວ່າ ເຂົ້າມາຊ່ອຍເຫຼືອ ມີໂຄງການຊ່ອຍເຫຼືອ ກ່ຽວກັບອັນເຂື່ອນແຕກນີ້ ສ່ວນຫຼາຍ ທາງ FAO ເນາະ ເພິ່ນຈະເປັນຜູ້ຈັດຕັ້ງປະຕິບັດ ເພິ່ນກໍຈະເລືອກກຸ່ມ ກຸ່ມເປົ້າໝາຍ ກຸ່ມບ້ານເພື່ອວ່າໃຫ້ແນວພັນສັດ ແຕ່ວ່າ ໂຄງການສນັບສນູນຫຼັກຫັ້ນ ແມ່ນອົງການ KOICA ເປັນຜູ້ໃຫ້ທຶນ.”
ຍານາງກ່າວຕື່ມວ່າ ໂຄງການທີ່ສນັບສນູນ 7 ບ້ານ 14 ຄອບຄົວ ຢູ່ເມືອງສນາມໄຊ ນີ້ ຈະສີ້ນສຸດລົງໃນປີ 2023 ແລະ 14 ຄອບຄົວນີ້ ຈະເປັນຄອບຄົວໂຕແບບ ໃນການເປັນສ່ວນນຶ່ງ ຂອງກິຈກັມລ້ຽງປາໃນທົ່ງນາເທົ່ານັ້ນ, ແຕ່ຍັງມີອີກ 103 ຄອບຄົວ ພາຍໃນເມືອງສນາມໄຊ ທີ່ຈະໄດ້ຮັບລູກປາ ໃນປີ 2023 ນໍາດ້ວຍ, ພາຍຫຼັງປະເມີນຜົລສໍາເຣັດ ວ່າ 14 ຄອບຄົວໂຕແບບດັ່ງກ່າວນີ້ ສາມາດລ້ຽງປາໃນທົ່ງນາໄດ້ຜົລດີ ເປັນຕົ້ນ ປາບໍ່ຕາຍ ຫຼືປາລອຍນໍ້າໄປບ່ອນອື່ນ ລະຫວ່າງທີ່ລ້ຽງ.
ໂຄງການນີ້ ເຂົ້າໄປສນັບສນູນ ເພື່ອຊ່ອຍສນອງອາຫານທີ່ມີໂພສະນາການ ແລະສົ່ງເສີມໃຫ້ພໍ່ແມ່ປະຊາຊົນ ສາມາດຄໍ້າປະກັນ ສະບຽງອາຫານໄດ້ ເນື່ອງຈາກ ເປັນການຂຍາຍຈໍານວນປາ ຄອບຄົວລະ 1,000-2,000 ໂຕຕໍ່ປີ ຫາກຄອບຄົວໂຕແບບຄອບຄົວໃດ ມີທຶນຊື້ລູກປາມາຕື່ມ ກໍສາມາດສືບຕໍ່ກິຈກັມດັ່ງກ່າວໄດ້ດ້ວຍໂຕເອງໃນປີຕໍ່ໄປ.
ດັ່ງເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ແຂວງອັດຕະປື ກ່າວໃນມື້ດຽວກັນນີ້ວ່າ:
“ແລະກໍມີບົດຮຽນ ໃຫ້ແຂວງອັດຕະປືເຮົາເນາະ ວ່າຕໍ່ໄປເນາະຖ້າວ່າ ໃນປີນີ້ເຮົາລ້ຽງສໍ່ານີ້ຄອບຄົວເນາະ ປີຕໍ່ໄປເຮົາກໍສາມາດຂຍາຍໄດ້ ຫຼືວ່າ ເປັນບົດຮຽນໃຫ້ຄອບຄົວອື່ນໆເນາະ ຖ້າວ່າ ເອີ່ໃນຄອບຄົວນີ້ ເຮັດໄດ້ມີປາກິນຢ່າງພຽງພໍ ຫຼືວ່າເຫຼືອກິນໄວ້ຂາຍ ໄວ້ອິຫຍັງກໍເຮັດໃຫ້ຄອບຄົວອື່ນນີ້ກໍສົນໃຈນໍາ ຫຼືວ່າເຂົາບໍ່ມີທຶນມີຫຍັງ ຊື້ໄປປ່ອຍກໍໄດ້ຫັ້ນນ່າ.”
ຍານາງກ່າວຕື່ມວ່າ ທົ່ງນາຢູ່ເມືອງສນາມໄຊ ມີທັງແບບເລິກ ແລະແບບບໍ່ເລິກ ຫາກທົ່ງນາຄອບຄົວໃດ ເປັນທົ່ງນາແບບເລິກ ຄາດວ່າ ຈະເກັບກູ້ໂຕປາທີ່ລ້ຽງ ປາໃນທົ່ງນາ ໃນເດືອນມົກກະຣາ ຫາ ເດືອນພຶສພາ ປີໜ້າ ເພື່ອຮັກສາປາໄວ້ ແລະເກັງລາຄາ ໃຫ້ໄດ້ລາຄາສູງ, ສ່ວນນາຂອງຄອບຄົວໃດ ທີ່ເປັນທົ່ງນາແບບບໍ່ເລິກ ຈະໄດ້ເກັບກູ້ໂຕປາທີ່ລ້ຽງໃນທົ່ງນາ ປະມານເດືອນ ພຶສຈິກາ ຫາເດືອນທັນວາ ປີນີ້ ແລະຫຼັງຈາກຊາວບ້ານ ທີ່ເຂົ້າໂຄງການໂຕແບບນີ້ ເກັບກູ້ໂຕປາ ແລະເຂົ້ານາສໍາເຣັດ ຈຶ່ງໄດ້ຮູ້ວ່າ ໂຄງການນີ້ ຈະຊ່ອຍ ສນອງອາຫານທີ່ມີ ໂພສະນາການ ແລະສົ່ງເສີມໃຫ້ພໍ່ແມ່ປະຊາຊົນ ກຸ້ມໂຕເອງໄດ້ຫຼືບໍ່.
ຢູ່ບ້ານດອນສູງ ມີຊາວບ້ານ 2 ຄອບຄົວ ໄດ້ຮັບລູກປາ 3 ຊະນິດ ປ່ອຍລົງລ້ຽງໃສ່ທົ່ງນາ ແຕ່ວັນທີ່ 16 ສິງຫາ ເຊິ່ງວິຊາການ ຫ້ອງການກະສິກັມ ແລະປ່າໄມ້ເມືອງ ກໍໄດ້ແນະນໍາໃຫ້ຊາວບ້ານ ໃຫ້ອາຫານປາທຸກມື້ ເປັນຕົ້ນ ແກບ, ຮໍາ ແລະຂີ້ກະເດືອນ ພ້ອມທັງຕ້ອງຈັບເອົາປາທັມມະຊາຕອອກ ເຊັ່ນ ປາຄໍ່ທີ່ລອຍຢູ່ທົ່ງນາ ຕ້ອງຈັບຍ້າຍອອກໄປລ້ຽງ ຢູ່ບ່ອນລ້ຽງປາບ່ອນອື່ນ ເພື່ອບໍ່ໃຫ້ປາຄໍ່ ກິນປາ 3 ຊະນິດ ທີ່ລ້ຽງໃນທົ່ງນານັ້ນ.
ດັ່ງຊາວບ້ານ ຢູ່ບ້ານດອນສູງ ເມືອງສນາມໄຊ ເຊິ່ງເປັນຜູ້ເຂົ້າໂຄງການລ້ຽງປາ ໃນທົ່ງນາ ກ່າວໃນມື້ດຽວກັນນີ້ວ່າ:
“ໄປລ້ຽງໄປໄວ້ ໄປຢູ່ທົ່ງນາຫັ້ນແຫຼະ ເກືອດ້ວຍທັມມະຊາຕແດ່ ລະກະມີຂີ້ກະເດືອນ ແລະກະມີເປັນແກບ ເປັນຮໍາ ແຕ່ທາງໂຄງການ ເພິ່ນຢາກໃຫ້ກໍາຈັດປາຄໍ່ຫັ້ນນ່າເພິ່ນວ່າ ກໍາຈັດໃຫ້ໄດ້ ອີ່ສັງໆທຸກຢ່າງຫັ້ນນ່າ ແລ້ວກໍຫຼີກຫຼ່ຽງ ບໍ່ສາມາດໄປຊື້ຕລາດໄດ້ວ່າຊັ້ນສາ ແລ້ວກໍຮອດເວລາ ເຮົາໄປຂາຍອອກສົ່ງຕລາດ ອັນນັ້ນມັນຈະເປັນການດີທີ່ສຸດ.”
1 ສັປດາທີ່ຜ່ານມາ ຢູ່ບ້ານອຸດົມໄຊ ເມືອງສນາມໄຊ ກໍໄດ້ຮັບແນວພັນປານິນ, ປາໄນ ແລະປາປາກ ທັງໂຕນ້ອຍ, ໂຕຣຸ້ນກາງ ແລະໂຕໃຫຍ່ ຈໍານວນ 2,000 ໂຕ ຕາມບັນຊີ ຕໍ່ຄອບຄົວ ແລະເຈົ້າໜ້າທີ່ຫ້ອງການກະສິກັມເມືອງ ກໍໄດ້ແນະນໍາໃຫ້ຊາວບ້ານ ບ້ານດັ່ງກ່າວ ປອ່ຍປາລົງລ້ຽງໃນສະປາ ທີ່ມີມາແຕ່ບັນພະບູຣຸດ ແຕ່ລະມື້ ຕ້ອງໃຫ້ອາຫານ ເປັນຂີ້ເປັດ ຂີ້ໄກ່ ຂີ້ງົວ ຂີ້ຄວາຍ ເພື່ອໃຫ້ປາມັນເຕີບໃຫຍ່ ແລະເມື່ອເຂົ້າສູ່ລະດູແລ້ງ ຈຶ່ງຈະໄດ້ຮູ້ວ່າ ແຕ່ລະຄອບຄົວ ຈະມີປາໄວ້ກິນ ແລະຂາຍຈັກໂຕ. ເຊິ່ງໂຄງການດັ່ງກ່າວ ເປັນໂຄງການທີ່ດີ ຍ້ອນການລ້ຽງປາໃນທົ່ງນາ ໄດ້ທັງປາ ແລະໄດ້ທັງເຂົ້ານາທີ່ງາມ.
ດັ່ງຊາວບ້ານ ຢູ່ບ້ານອຸດົມໄຊ ເມືອງສນາມໄຊ ເຊິ່ງເປັນຜູ້ທີ່ເຂົ້າໂຄງການລ້ຽງປາໃນທົ່ງນາ ກ່າວໃນມື້ດຽວກັນນີ້ວ່າ:
“ມີແຕ່ເຂົາບອກວ່າ ດີແຫຼະເຂົາວ່າໃຫ້ມັນເພີ່ມສະມັດຕະພາບ ປູປານານໍ້າຫັ້ນນ່າ ເອົາຂີ້ງົວ ຂີ້ຄວາຍນີ້ແຫຼະ ເກືອມັນຫັ້ນນ່າ ວິຊາການເພິ່ນມາໃຫ້ລູກປານີ້ ເຂົາວ່າ ລ້ຽງປາໃສ່ທົ່ງນາ ເຂົ້າກໍຊິງາມ ປາກໍໄດ້ກິນ ຈັກປາຄໍ່າໄລ່ມັນ ຈັກມັນໄລ່ປາຄໍ່ ບໍ່ຈັກແຫຼ້ວ ຕົກແລ້ງນີ້ແຫຼະ ມັນຊິໄດ້ຊໍ່າໃດ ສລຸບພຸ້ນແຫຼະຈັ່ງຊິຮູ້.”
ເຖິງຢ່າງໃດກໍຕາມ ການລ້ຽງປາໃນທົ່ງນາ ຢູ່ເມືອງສນາມໄຊ ໃນຄັ້ງນີ້ ເປັນການລ້ຽງປາ ຂັ້ນເລີ່ມຕົ້ນ ຂອງອົງການ KOICA ຮວມມີ 7 ບ້ານ ບ້ານລະ 2 ຄອບຄົວ ໄດ້ຮັບແນວພັນປາ ຄອບຄົວລະ 2,000 ໂຕ ເພື່ອເປັນຄອບຄົວໂຕແບບ ປະກອບມີ ບ້ານຄັງ, ບ້ານຈູມໂພຍ, ບ້ານອິນທີ, ບ້ານດອນເສືອ, ບ້ານດອນໄຜ່, ບ້ານດອນສູງ ແລະບ້ານອຸດົມໄຊ ເຊິ່ງແຕ່ລະບ້ານ ເປັນບ້ານເປົ້າໝາຍ ທີ່ອົງການ FAO ໄດ້ປະເມີນແລ້ວວ່າ ເປັນພື້ນທີ່ທີ່ສາມາດລ້ຽງປາໃນທົ່ງນາໄດ້, ອີງຕາມຂໍ້ມູນຈາກຫ້ອງການ KOICA ປະຈໍາລາວ.
ນອກຈາກນີ້ ສໍາລັບເມືອງສນາມໄຊ ໃນຈໍານວນບ້ານເປົ້າໝາຍ ທີ່ເຂົ້າຮ່ວມກິນກັມລ້ຽງປາໃນທົ່ງນານັ້ນ ມີທ່າແຮງສໍາຄັນ ໃນການລ້ຽງປາຢູ່ແລ້ວ ຄື ທົ່ງນາຂອງແຕ່ລະຄອບຄົວ ຈະມີໜອງລ້ຽງປາທັມມະຊາດ ຈຶ່ງເປັນໂອກາດທີ່ດີ ທີ່ໂຄງການສາກົລ ເຂົ້າມາສນັບສນູນຊາວບ້ານ, ອີງຕາມຂໍ້ມູນຈາກ ຜແນກກະສິກັມແລະປ່າໄມ້ ແຂວງອັດຕະປື.