ຜູ້ປະສົບພັຍ ເຂື່ອນແຕກ ບໍ່ສາມາດ ນຳໃຊ້ດິນ ທີ່ໄດ້ຮັບ
2022.10.03

ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ໃນເມືອງສນາມໄຊ ແຂວງອັດຕະປື ຢູ່ສູນດອນບົກ ແລະ ສູນດົງບາກ ປະມານ 200 ປາຍຄອບຄົວ ທີ່ໄດ້ຮັບຜົລກະທົບ ເຣື່ອງທີ່ດິນທໍາການສະກະເສຕ ຖືກຊາວບ້ານ ບ້ານຫາດຍາວ ບຸກລຸກ ເຊິ່ງຊາວບ້ານທີ່ເປັນເຈົ້າຂອງ ດິນດັ່ງກ່າວ ຫຼາຍຄົນເວົ້າວ່າ ບໍ່ມີຫວັງ ທີ່ຈະໄດ້ນໍາໃຊ້ດິນ ຕອນດັ່ງກ່າວນັ້ນແລ້ວ ເພາະບັນຫາທີ່ເກີດຂຶ້ນ ມາຮອດປັດຈຸບັນ ກໍຍັງບໍ່ທັນໄດ້ຮັບການ ແກ້ໄຂເທື່ອ ເຖິງແມ່ນວ່າ ຊາວບ້ານທີ່ໄດ້ຮັບຜົລກະທົບ ຈະພາກັນສເນີເຣື່ອງດັ່ງກ່າວນີ້ ໄປຍັງຫຼາຍພາກສ່ວນ ຫຼາຍຄັ້ງແລ້ວກໍຕາມ.
ດັ່ງຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ທີ່ໄດ້ຮັບຜົລກະທົບເຣື່ອງທີ່ດິນ ໃນສູນດົງບາກ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 29 ກັນຍາ 2022 ນີ້ວ່າ:
“ບາງຄົນກະຍັງມີ ບາງຄົນກະບໍ່ມີແຫຼະ ເພາະວ່າ ເຮົາກະສເນີຫຼາຍຄັ້ງ ລະກະບໍ່ມີຊິລົງມາແກ້ໄຂ ກະເລີຍບາງຄົນ ກະບໍ່ມີແຫຼະ ບໍ່ມີຄວາມຫວັງ ກະມີແຕ່ມີເງິນລະກະຫາຊື້ດິນດ່ອນຕ່ອນຫຍ້າເອງ ກະບໍ່ມີຄວາມຫວັງນໍາເພິ່ນລະເດ້ ຄັນຊິຖ້າ ກະບໍ່ມີເຂົ້າກິນນີ້ຕິ.”
ຊາວບ້ານ ທີ່ໄດ້ຮັບຜົລກະທົບເຣື່ອງທີ່ດິນ ອີກຄົນນຶ່ງ ໃນສູນດຽວກັນນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕົນເອງກໍບໍ່ຄວາມຫວັງຄືກັນ ທີ່ຈະໄດ້ນໍາໃຊ້ດິນຕອນນັ້ນ ເພາະມາຮອດມື້ນີ້ ກໍຍັງມິດງຽບຢູ່ ແລະບໍ່ຮູ້ວ່າ ການແກ້ໄຂບັນຫາເຣື່ອງທີ່ດິນນັ້ນ ໄປ-ມາຮອດຂັ້ນໄດແລ້ວ:
“ມິດນ່າ ບໍ່ມີຫຍັງດອກລູບ ບໍ່ໆບໍ່ມີ ມິດຢູ່ ຂັ້ນວ່າຂອງພໍ່ບ້ານ ພໍ່ບ້ານກະຍັງບໍ່ມີຄວາມຫວັງ ເຮົາເປັນປະຊາຊົນແຫ່ງບໍ່ມີແຫຼະລູກເອີ່ຍ ແຕ່ພໍ່ບ້ານເພິ່ນກະຍັງບໍ່ມີຄວາມຫວັງ ເພິ່ນກະບໍ່ຈັກຊິເຮັດຈັ່ງໃດຄືກັນ ເຮົາແຫ່ງປະຊາຊົນ ແຫ່ງໄງ່ແຫຼະ ແຫ່ງບໍ່ຈັກຊິວ່າ ບໍ່ວ່າແຕ່ຂອງປະຊົນ ແຕ່ຂອງພໍ່ບ້ານເຂົາກະຍັງເອົາ ເວັ້ນແຕ່ວ່າແຂວງເມືອງ ຂັ້ນເທິງເພິ່ນຊິລົງມາແກ້ໄຂໃຫ້ ຈັ່ງຊິໄດ້ ຄັນວ່າປະຊາຊົນເອງໄປສູ້ເອງ ໂອ່ຍວ່າຂ້ອຍມີໃບຕາດິນໃດ໋ນິ່ ເພິ່ນໃຫ້ຂ້ອຍໃດ໋ນິ່ ໂອ່ຍບໍ່ຫານດອກ ພໍດີພ້າຊິຟັນຫົວກັນຫັ້ນຕິ ເຂົາຫັ້ນແຫຼະຊິຟັນເຮົາ.”
ຊາວບ້ານຜູ້ນີ້ ຍັງກ່າວຕື່ມອີກວ່າ ວ່າງກາງເດືອນມິຖຸນາ ທີ່ຜ່ານມາ ກໍມີພະນັກງານທີ່ດິນເມືອງ ລົງມາຈົດຂໍ້ມູນ ກ່ຽວກັບທີ່ດິນທໍາການກະເສຕ ຂອງຊາວບ້ານແຕ່ລະຄອບຄົວ ທີ່ໄດ້ຮັບຜົລກະທົບນັ້ນຢູ່ ແຕ່ມາຮອດມື້ນີ້ ກໍຍັງບໍ່ທັນໄດ້ຮັບຂ່າວຫຍັງເລີຍ ແລະຖ້າຫາກເປັນໄປໄດ້ ຢາກຮູ້ ວ່າຈະນໍາໃຊ້ດິນນັ້ນ ຫຼືບໍ່:
“ມັນເປັນໄປໄດ້ເນາະ ທາງຂັ້ນເທິງ ກະຢາກຂໍຄວາມຊ່ອຍເພິ່ນຫັ້ນແຫຼະ ໃຫ້ເພິ່ນເວົ້າໃຫ້ມັນແລ້ວຂາດ ເປັນຂັ້ນຕອນສາ ພໍໃຫ້ພໍ່ແມ່ປະຊາຊົນນິ່ ວ່າມີຄວາມຫວັງວ່າຊັ້ນສາ ຄວາມຫວັງຊິພໍໄດ້ ກະຢາກໃຫ້ເພິ່ນເວົ້າໄວໆແນ່ ບໍ່ໄດ້ກະ ຊິເຮັດແນວໃດກະເຮັດ ຫຼືວ່າໂອ່ ບໍ່ໃຫ້ປະຊາຊົນແຫຼະ ດຽວນີ້ມັນຈໍາເປັນແຫຼະ ເຂົາບ້ານເຂົາເຂດເຂົາໃຫ້ເຂົາຊະ ກະວ່າຫັ້ນນ່າ ດີກວ່າຊິໃຫ້ມີຄວາມລໍຄອຍ ບໍ່ມີຄວາມຫວັງວ່າ ມີຫາກບໍ່ມີ ວ່າມີຫາກທຸກຫັ້ນນ່າ ມັນກະເປັນໄປບໍ່ໄດ້ ມັນເປັນໄປບໍ່ໄດ້ ກະຫຼາຍຢ່າງຫັ້ນແຫຼະ ປະຊາຊົນ.”
ໃນຂະນະດຽວກັນ ຊາວບ້ານຜູ້ປະສົບພັຍ ເຂື່ອນແຕກ ທີ່ໄດ້ຮັບຜົລກະທົບ ເຣື່ອງທີ່ດິນອີກຄົນນຶ່ງ ຢູ່ສູນດອນບົກ ທີ່ບໍ່ປະສົງອອກຊື່ ແລະສຽງ ກໍກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄັນວ່າເພິ່ນເອົາໃຈໃສ່ເນາະ ຂັ້ນເທິງເອົາໃຈໃສ່ຫັ້ນນ່າ ມັນເປັນຫຍັງມັນຊິບໍ່ແລ້ວ ເຣື່ອງຂໍ້ຂັດແຍ່ງນີ້ ບໍ່ພໍ 3 ມື້ ຫຼືເດືອນດອກ ເພາະວ່າ ແນວຂອງມັນແລ້ວແລ້ວຫັ້ນນ່າ ເຮົາກະມີໃບຕາດິນໝົດແລ້ວ ຄັນວ່າເຂົາບໍ່ເປັນໃຈກັນໃຫ້ເຮົາຫັ້ນ ມັນຊິຍາກອິສັງ ຄັນເຂົາເປັນໃຈກັນບໍ່ຢາກໃຫ້ເຮົາ ເຂົາກະຕອບແນວນັ້ນແລ້ວ ເອີ່ຍັງເຮັດຢູ່ດອກ ຍັງສືບຕໍ່ຢູ່ ບາດແຕ່ເຂົາບໍ່ເຮັດອິຫຍັງ ໃຜຊິຮູ້ຈັກ ແນວເຮົາບໍ່ຈັກນໍາເຂົາ.”
ສໍາລັບເຣື່ອງບັນຫາທີ່ດິນ ທໍາການກະເສຕ ຂອງຜູ້ສົບພັຍເຂື່ອນແຕກນີ້ ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ໃນສູນດອນບົກ ທ່ານນຶ່ງ ກໍຢາກໃຫ້ຂັ້ນເທິງ ຊ່ອຍແກ້ໄຂບັນຫານີ້ ໃຫ້ປະຊາຊົນໂດຍໄວ:
“ມີແຕ່ວ່າລົງແກ້ໄຂໆ ແຕ່ຫາກບໍ່ເຫັນຈັກເທື່ອ ແຜນຊື່ໆ ຢາກໃຫ້ເພິ່ນລົງແກ້ໄຂໂຕຈິງ ຄາວວ່າຊິໄດ້ບໍ ຊິໄດ້ນໍາໃຊ້ດິນຕອນນີ້ ຫຼືວ່່າຄັນບໍ່ໄດ້ຫັ້ນ ໃຫ້ເພິ່ນໄປຊອກຫາດິນບ່ອນອື່ນ ໃຫ້ປະຊາຊົນຫັ້ນນ່າ ເພາະວ່າດິນຕອນນີ້ມັນເປັນຂໍ້ແຍ່ງຂອງເຂົາ ຄັນເຮົາໄປເຮັດລະ ຈັກນ່ອຍມີຜົລກະທົບຫຼາຍອັນຫຼາຍຢ່າງ ຜູ້ມີດິນຕອນນັ້ນກະ ເຂົາກະຢ້ານແຫຼະໂວ່ຍ ຢ້ານເຂົາເຮັດເຂົາທໍາຈັ່ງຊີ້ຈັ່ງຊັ້ນ ມັນບໍ່ອຶດບໍ່ຢາກ ໂຕດຽວນີ້ແຫຼະຢ້ານ.”
ກ່ຽວກັບການແກ້ໄຂບັນຫາຜົລກະທົບ ເຣື່ອງທີ່ດິນດັ່ງກ່າວນີ້ ເມື່ອກາງເດືອນ ກັນຍາ 2022 ນີ້ ເອເຊັຽເສຣີ ກໍເຄີຍສອບຖາມເຣື່ອງດັ່ງກ່າວນີ້ ໄປຍັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງສນາມໄຊ ທ່ານນຶ່ງ ເຊິ່ງທ່ານໄດ້ອະທິບາຍ ກ່ຽວກັບການຂັ້ນຕອນ ຂອງການແກ້ໄຂບັນຫາ ທີ່ດິນນີ້ວ່າ:
“ເອີ່ ໂຕນີ້ ນີ້ກະຮູ້ ແຕ່ມັນເປັນວຽກ ຂອງອັນນ່າ ແຕ່ມັນບໍ່ແມ່ນວຽກ ຂອງກະສິກັມ ແລະກະຊັບຂະເຈົ້າ ປັດຈຸບັນກະພວມ ດໍາເນີນການສໍາຣວດຄືນໃໝ່ ດ້ວຍການໄກ່ເກັ່ຽຫັ້ນແຫຼະ ລະຫວ່າງຜູ້ທີ່ບຸກລຸກຫັ້ນແຫຼະ ໝາຍວ່າ ໄດ້ຈັດແບ່ງໃຫ້ຜູ້ທີ່ເປົ້າໝາຍນີ້ ແຕ່ພັດຄົນຜູ້ອື່ນມາເຮັດຫັ້ນນ່າ ມາເຮັດດັ່ງກ່າວນັ້ນ ກະພວມເຮັດວຽການແນວຄິດ ໃຫ້ແກ່ເຂົາເຈົ້າຫັ້ນແຫຼະ ທາງພັກ-ຣັຖພວກເຮົານີ້ກະ ພຍາຍາມຢ່າງສຸດຂີດ ຈັດສັນຕື່ມ ລະກະສອງມາ ກະຣະດົມຈິຕໃຈ ຜູ້ທີ່ໄປບຸກໄປລຸກຫັ້ນແຫຼະ ໄປບຸກລຸກຫັ້ນ ກະບໍ່ໃຫ້ເຂົາເຮັດເຂົາສ້າງຫັ້ນແຫຼະ ຄວາມໝາຍ ເພາະວ່າມັນພັກ-ຣັຖກະໄດ້ດຸດໄດ້ສັງແລ້ວ ເອົາໄປເອົາມາ ຜູ້ທີ່ເຈົ້າຂອງເຂົາ ທີ່ມີທະບຽນແລ້ວ ຂະເຈົ້າຫັ້ນບໍ່ໄດ້ນໍາໃຊ້ ຊັ້ນລະກະປັດຈຸບັນ ພວມກໍາລັງທາງຊັບ ກັບຫ້ອງການກະສິກັມ ເຂົາເຈົ້າ ຊິລົງປະເຮັດວຽກງານແນວຄິດ ກັບບັນດາບຸກຄົນ ຫຼື ຄອບຄົວ ທີ່ໄດ້ໄປບຸກລຸກຫັ້ນແຫຼະ ຄຶດວ່າ ຢູ່ໃນເດືອນ 9 ນີ້ ແຜນການກະຢາກໃຫ້ມັນແລ້ວ ຫັ້ນແຫຼະ ຕາມແຜນແນວນັ້ນ ການແກ້ໄຂທີ່ດິນ ການແກ້ໄຂປະຊາຊົນ ແນວຄິດຂອງປະຊາຊົນ ຫັ້ນລະ ພວກທີ່ມາບຸກມາລຸກ ຫັນນ່າ.”
ໃນມື້ວັນທີ 30 ກັນຍາ 2022 ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ເຈົ້າໜ້າທີ່ຜແນກ ກະສິກັມ ແລະປ່າໄມ້ ແຂວງອັດຕະປື ເພື່ອສອບຖາມ ກ່ຽວກັບຄວາມຄືບໜ້າ ໃນການແກ້ໄຂບັນຫາ ເຣື່ອງທີ່ດິນດັ່ງກ່າວ ວ່າທາງການແຂວງ ຈະມີຂັ້ນຕອນແກ້ໄຂແນວໃດ ແລະມື້ໃດຈະສໍາເຣັດ ປາກົດວ່າ ໂທຣສັບໄປ ຕິດ ສຽງດັງ ແຕ່ບໍ່ມີຜູ້ໃດຮັບສາຍ.
ຈາກນັ້ນ ວິທຍຸ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ເມືອງສນາມໄຊ ແຂວງອັດຕະປື ເພື່ອສອບຖາມ ກ່ຽວກັບເຣື່ອງດັ່ງກ່າວ ຊຶ່ງເຈົ້າໜ້າທີ່ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວກ່ຽວກັບ ເຣື່ອງນີ້ວ່າ:
“ສໍາລັບວຽກໂຕນັ້ນ ແມ່ນຍັງນອນຢູ່ໃນແຜນສືບຕໍ່ ຄາດວ່າເດືອນ 11-12 ພຸ້ນລະ ຈຶ່ງຊິໄດ້ລົງຕື່ມ ກະຍັງເປັນວຽກສືບຕໍ່ ຈົນກວ່າມັນແລ້ວພຸ້ນແຫຼະ ຊິຊ້າຊິໄວ ແນວໃດກະແນວ ກະຊິໄດ້ແກ້ໃຫ້ມັນແລ້ວ.”
ສໍາລັບດິນທໍາການກະເສຕ ທີ່ໄດ້ຮັບຜົລກະທົບນີ້ ແມ່ນດິນ ທີ່ທາງການແຂວງອັດຕະປື ໄດ້ບຸກເບີກ ທັງໝົດ 2,000 ປາຍເຮັກຕ້າຣ໌ ໃນປີ 2020 ເພື່ອມອບໃຫ້ແກ່ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ຈໍານວນ 6 ບ້ານ, ຢູ່ເມືອງສນາມໄຊ ແຂວງອັດຕະປື ໂດຍຈະອີງຕາມ ແຮງງານສົມບູນ ຂອງແຕ່ລະຄອບຄົວ ຄື ຄອບຄົວໃດ ມີ 2 ຄົນ ຈະໄດ້ 1 ເຮັກຕ້າຣ໌, ຄອບຄົວໃດ ມີ 3 ຄົນ ຈະໄດ້ 2 ເຮັກຕ້າຣ໌ ແລະຄອບຄົວໃດ ມີ 4 ຄົນ ກໍຈະໄດ້ 3 ເຮັກຕ້າຣ໌.
ເຊິ່ງໃນໄລຍະນັ້ນ ຊາວບ້ານຜູ້ສົບພັຍເຂື່ອນແຕກ ໃນບ້ານທ່າຫິນ ແລະບ້ານໃໝ່ ໃນ 200 ປາຍຄອບຄົວ ທີ່ໄດ້ຮັບຜົລກະທົບ ເຣື່ອງທີ່ດິນນີ້ ມີສະພາບຈິຕໃຈ ທີ່ຍັງບໍ່ພ້ອມ ຈະໄປເຮັດວຽກປູກຝັງຫຍັງ ໃສ່ດິນຕອນດັ່ງກ່າວນັ້ນເທື່ອ ແລະຈິຕໃຈ ກໍຍັງບໍ່ສງົບ ເພາະຫາເປັນປະສົບພັຍໃໝ່ ບາດເມື່ອສະພາບຈິຕໃຈດີຂຶ້ນ ແລະຢາກໄປປູກຝັງ ໃສ່ດິນຂອງຕົນ ທີ່ທາງການແຂວງ ມອບໃຫ້ ພັດມີຊາວບ້ານ ບ້ານຫາດຍາວ ມາບຸກລຸກ ໂດຍຊາວບ້ານ ຜູ້ທີ່ມີໃບຕາດິນຂອບຄໍາ ຄອບຄອງແທ້ໆ ພັດໄປໃກ້ດິນຕອນນັ້ນບໍ່ໄດ້ເລີຍ ຍ້ອນຖືກຊາວບ້ານ ທີ່ມາບຸກລຸກ ຂົ່ມຂູ່ ເອົາພ້າ ເອົາຊ້ວນ ມາໄລ່ຂ້າ, ໄລ່ຕີ, ອີງຕາມຄວາມເວົ້າ ຂອງຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ທີ່ໄດ້ຮັບກະທົບເຣື່ອງທີ່ດິນ ແລະມາຮອດປັດຈຸບັນ ບັນຫາດັ່ງກ່າວນີ້ ກໍຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ.
ເຖິງແນວກໍດີ ອີງຕາມທີ່ລົມກັບຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ໃນສູນດົງບາກ ແລະສູນດອນບົກ ແລະເຈົ້າໜ້າທີ່ ຂັ້ນທ້ອງຖິ່ນ ໃນສູນດອນບົກ ໃນເມືອງສນາມໄຊ ແຂວງອັດຕະປື ແລ້ວແມ່ນວ່າ ທຸກມື້ນີ້ ພວກເຂົາເຈົ້າ ຢາກໃຫ້ທາງການ ຊ່ອຍແກ້ໄຂບັນຫາ ດັ່ງກ່າວ ທີ່ເກີດຂຶ້ນນີ້ໂດຍໄວ ເພື່ອທີ່ຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບ ເຣື່ອງທີ່ດິນ ຈະມີບ່ອນປູກຝັງ ແລະທໍາມາຫາກິນ ລ້ຽງຄອບຄົວໄດ້. ສະບາຍດີ.