ເຮືອນຖາວອນ ຜູ້ປະສົບພັຍເຂື່ອນແຕກ ເກືອບສຳເຣັດ 100%

ອາວະຣີ
2022.11.08
ເຮືອນຖາວອນ ຜູ້ປະສົບພັຍເຂື່ອນແຕກ ເກືອບສຳເຣັດ 100% ເຮືອນຖາວອນ 700 ຫຼັງ ຂອງປະຊາຊົນ ຜູ້ປະສົບພັຍ ເຂື່ອນແຕກ.
Photo: RFA

ການສ້າງເຮືອນຖາວອນ ໃຫ້ແກ່ຜູ້ປະສົບພັຍເຂື່ອນແຕກ ທີ່ເມືອງສນາມໄຊ ແຂວງອັດຕະປື ໃກ້ຈະສຳເຣັດ ໝົດແລ້ວ. ອີງຕາມຣາຍງານ ຂອງວິທະຍຸ ກະຈາຍສຽງ ແຫ່ງຊາຕລາວ ເມື່ອວັນທີ່ 7 ພຶສຈິກາ 2022 ນີ້, ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ແຂວງອັດຕະປື ພ້ອມທັງ ເປັນປະທານຄະນະກັມມະການ ຄຸ້ມຄອງ ພັຍພິບັດ ແຂວງອັດຕະປື ໄດ້ຣາຍຕໍ່ກອງປະຊຸມການປົກຄອງແຂວງອັດຕະປືເມື່ອຕົ້ນເດືອນພຶສຈິການີ້ວ່າ ໂຄງການສ້າງເຮືອນຖາວອນ 700 ຫຼັງໃຫ້ແກ່ຜູ້ປະສົບພັຍ ເຂືອນເຊປຽນ-ເຊນ້ຳນ້ອຍແຕກນັ້ນ ໃກ້ຈະສຳເຣັດຮ້ອຍສ່ວນຮ້ອຍແລ້ວ; ປັດຈຸບັນ ຍັງເຫຼືອພຽງແຕ່ 12 ຫຼັງ ຍັງບໍ່ສຳເຣັດ ໃນນັ້ນ 10 ຫຼັງຢູ່ບ້ານຫິນລາດ ແລະອີກ 2 ຫຼັງຢູ່ບ້ານດົງບາກໃໝ່ຫິນຄຳ; ແລະທາງການ ໄດ້ມອບເຮືອນທີ່ສ້າງສຳເຣັດ 688 ຫຼັງໃຫ້ແກ່ຜູ້ປະສົບພັຍ ເຂື່ອນແຕກຮຽບຮ້ອຍແລ້ວ.

ແຕ່ອີງຕາມຄຳເວົ້າ ຜູ້ປະສົບພັຍເຂື່ອນແຕກ ຫຼາຍຄົນ, ວິທະຍຸ ເອເຊັຽເສຣີ ຣາຍງານເມື່ອວັນທີ່ 3 ເດືອນພຶສຈິກາ 2022 ນີ້ວ່າ ການກໍ່ສ້າງເຮືອນ ຖາວອນປະມານ 100 ຫຼັງ ຍັງບໍ່ທັນສໍາເຣັດເທື່ອ ໂດຍສະເພາະ ຜູ້ປະສົບພັຍ ຢູ່ບ້ານຕາມະຢອດ ແລະກຸ່ມບ້ານສມອງເໜືອ-ສມອງໃຕ້ ຍັງບໍ່ມີຄອບຄົວໃດ ໄດ້ຮັບເຮືອນຖາວອນເທື່ອ ແລະການສ້າງລ້າຊ້ານັ້ນ ໄດ້ເຮັດໃຫ້ການມອບ ເຮືອນຖາວອນ ໃຫ້ກັບຜູ້ປະສົບພັຍ ເຂື່ອນແຕກຈໍານວນນຶ່ງ ຖືກເລື່ອນອອກໄປ ຈາກເດືອນຕຸລາ ເປັນເດືອນທັນວາທ້າຍປີ 2022 ຕື່ມອີກ.

ດັ່ງຜູ້ປະສົບພັຍຄົນນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ເມື່ອມື້ວັນທີ 3 ພຶສຈິກາ 2022 ນີ້ວ່າ:

ເຮືອນໃໝ່ ກະຍັງບໍ່ແລ້ວ. ຍັງບໍ່ທັນແລ້ວເທື່ອ, ຍັງບໍ່ທັນໄດ້ຢູ່ ແລ້ວບາງຄົນ ກະຍັງບໍ່ໄດ້ຂຶ້ນໄປ ກະມີ. ຂຶ້ນໄປຢູ່ກະຍັງຊິເຮັດຫຼາຍຢ່າງ ໄດ້ເຮັດຮົ້ວເຮັດຮາວ ຍັງບໍ່ທັນເຮັດໄປ ບາດນີ້ເຄື່ອງປູກຂອງຝັງ ກະຍັງຢູ່ເຮືອນເກົ່າ ມັນກະເຂົ້າເດືອນພຶສຈິກາແລ້ວ. ຄວາມຈິງເຮົາກະບໍ່ຮູ້ ຈັກຊິເຮັດແນວໃດ ເຮົາກະລໍຖ້າແຕ່ທາງຂັ້ນເທິງເພິ່ນ.

ຜູ້ປະສົບພັຍຄົນນີ້ ກ່າວອີກວ່າ ເຮືອນຖາວອນບາງຫຼັງ ທີ່ແລ້ວນັ້ນ ຍັງກໍ່ສ້າງບໍ່ໄດ້ມາຕຖານ; ຜູ້ຍ້າຍເຂົ້າຢູ່ຫຼາຍຄົນ ກໍຕ້ອງໄດ້ສ້ອມແປງ ແລະຕໍ່ເຕີມຫຼາຍໆຢ່າງ.

ສຳຣັບເຮືອນ 12 ຫຼັງທີ່ຍັງບໍ່ແລ້ວນັ້ນ ເຈົ້າໜ້າທີ່ເມືອງສນາມໄຊ ທ່ານນຶ່ງ ທີ່ບໍ່ປະສົບບອກຊື່ ແລະອອກສຽງ ກ່າວວ່າ ສຳຣັບເຮືອນຖາວອນ ທີ່ຍັງບໍ່ສຳເຣັດ 12 ຫຼັງນັ້ນ, ທ່ານເອງ ກໍຍັງບໍ່ຮູ້ວ່າ ຈະສຳເຣັດເດືອນໃດ ແລະມອບໃຫ້ຜູ້ປະສົບພັຍມື້ໃດ.

ສ່ວນຄົນງານ ຮັບເໝົາກໍ່ສ້າງ ເຮື່ອນຖາວອນ ຄົນນຶ່ງ ກ່າວກັບວິທະຍຸ ເອເຊັຽເສຣີ ເມື່ອວັນທີ່ 8 ພຶສຈິກາ 2022 ນີ້ວ່າ:

ກະເປັນຊ່າງຢູ່ຫັ້ນແຫຼະ ເຮັດຢູ່ຫັ້ນແຫຼະ. ເອີ ແລ້ວຫຼາຍເຕີບແລ້ວເດ່ ແລ້ວຫຼາຍຫຼັງແລ້ວ ມັນກໍມີຢູ່ຜູ້ເຂົາບໍ່ໄດ້ ຜູ້ອັນນີ້ກະມີຄືກັນ ພວກເຂື່ອນແຕກຫັ້ນນ່າ ເຂົາຊົດໃຂ້ແຕ່ພວກມີ ສັມມະໂນຄົວວ່າຊັ່ນສາ.

ອີກບັນຫານຶ່ງ ຜູ້ປະສົບພັຍເຂື່ອນແຕກ ທີ່ຍ້າຍເຂົ້າຢູ່ເຮືອນຖາວອນແລ້ວນັ້ນ ກໍຍັງຕ້ອງການການຊ່ວຍເຫຼືອ ຢູ່ໃນຫຼາຍໆດ້ານ ເປັນຕົ້ນ ຢາກໃຫ້ໂຄງການ ຊ່ວຍປູກຝັງ ແລະລ້ຽງສັດ.

ຊ່ວຍເຫຼືອນີ້ ກໍແບບຊ່ວຍເຫຼືອດ້ານປູກຝັງ-ລ້ຽງສັດນີ້ແຫຼະ ແລ້ວກະທາງດ້ານໄຟຟ້າໃຊ້ ບໍ່ທັນເຕັມເປີເຊັນປະມານ 20 ປາຍຄອບຄົວ ບໍ່ທັນໄດ້ໃຊ້ ໂຄງການກະໂອດົນໆມາເທື່ອນຶ່ງຫັ້ນແລ້ວ ປີນຶ່ງມາເທື່ອນຶ່ງ.

ນອກຈາກນັ້ນ ຜູ້ປະສົບພັຍ ເຂື່ອນແຕກ ອີກຈຳນວນນຶ່ງ ກໍຕ້ອງການຊ່ວຍເຫຼືອ ເຄື່ອງນຸ່ງຫົ່ມ.

ດັ່ງຜູ້ປະສົບພັຍຄົນນຶ່ງ ໄດ້ກ່າວວ່າ:

ກະເປັນເຄື່ອງນຸ່ງ ເປັນເຄື່ອງບໍຣິໂພກ ອິຫຍັງນີ້ແຫຼະ ຂາດເຂີນຫຼາຍຢ່າງຢູ່ ເສື້ອຜ້າເຄື່ອງນຸ່ງຫົ່ມກະຂາດເຂີນຫຼາຍຢູ່ ເພາະວ່າປະຊາຊົນສວ່ນຫຼາຍ ເຮັດນາເຮັດສວນຈັ່ງຊີ້ ບໍ່ມີອາຊີພວ່າຊີ້ສາ.

ສ່ວນຜູ້ປະສົບພັຍ ອີກຄົນນຶ່ງ ກ່າວວ່າ ຜູ້ຮັບເໝົາ ກໍຊ່ວຍສ້ອມແປງເຮືອນໃຫ້ຢູ່.

“ຄືຢູ່ໝູ່ບ້ານນີ້ ໂອດຽວນີ້ກະຖືວ່າ ເຮົາເຂົ້າມາຢູ່ໄດ້ປີນຶ່ງ ຈັ່ງຊີ້ແຫຼະ ທາງບໍຣິສັດ ເພິ່ນກະເຂົ້າມາສ້ອມແປງໃຫ້ຄືນ ຜູ້ເພິ່ນຮັບເໝົາ ເຮັດຫັ້ນແຫຼະ ເພິ່ນກະເຂົ້າມາແປງໃຫ້ ກະພໍຢູ່ໆ.

ນອກຈາກ ເຮືອນຖາວອນແລ້ວ ທາງການ ກໍໄດ້ສ້າງທາງເລກທີ 18A ສຳເຣັດແລ້ວ 67 ສ່ວນຮ້ອຍ. ສ່ວນການສ້າງວັດ 2 ແຫ່ງ, ຫ້ອງການບ້ານ, ຕລາດ ແລະລະບົບນ້ຳປະປາ ສຳເຣັດແລ້ວ 100%, ອີງຕາມບົດຣາຍງານ ໃໝ່ລ້າສຸດ ຂອງຮອງເຈົ້າແຂວງ ແຂວງອັດຕະປື.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.