ມອບເຮືອນຢູ່ ຖາວອນ ໃຫ້ຜູ້ປະສົບພັຍ ເຂື່ອນແຕກ

ສຸພັດຕາ
2022.12.08
ມອບເຮືອນຢູ່ ຖາວອນ ໃຫ້ຜູ້ປະສົບພັຍ ເຂື່ອນແຕກ ການກໍ່ສ້າງເຮືອນຢູ່ຖາວອນ 700 ຫຼັງໃຫ້ຜູ້ປະສົບພັຍ ຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ, ຢູ່ເມືອງສນາມໄຊ ແຂວງອັດຕະປື ຈະບໍ່ແລ້ວ ຕາມກຳນົດ ປີ 2021.
ນັກຂ່າວ ພົລເມືອງ

ໃນວັນທີ 7 ທັນວາ ທີ່ຜ່ານມານີ້ ທາງການແຂວງອັດຕະປີ ໄດ້ຈັດພິທີ ມອບ-ຮັບເຮືອນຢູ່ຖາວອນ ຈໍານວນ 700 ຫຼັງ ໃຫ້ແກ່ຊາວບ້ານ ຢູ່ເມືອງສນາມໄຊ ທີ່ເປັນຜູ້ປະສັບພັຍ ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຄົບທັງ 700 ຫຼັງແລ້ວ, ໂດຍພິທີດັ່ງກ່າວ ຖືກຈັດຂຶ້ນຢູ່ບ້ານດົງບາກໃໝ່ຫິນຄໍາ ເຊິ່ງມີທັງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງອັດຕະປື ພ້ອມດ້ວຍຄະນະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະຊາວບ້ານເຂົ້າຮ່ວມ, ອີງຕາມການຣາຍງານ ຂອງວິທຍຸກະຈາຍສຽງແຫ່ງຊາຕລາວ.

ກ່ຽວກັບເຣື່ອງນີ້ ວິທຍຸເອ ເຊັຽເສຣີ ໄດ້ຕິດຕໍ່ໄປຍັງພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງອັດຕະປື ແລະ ຫ້ອງການປົກຄອງ ເມືອງສນາມໄຊ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດ ທີ່ສາມາດໃຫ້ສັມພາດ ເຖິງຣາຍລະອຽດ ຫຼາຍໄປກວ່ານີ້ໄດ້, ແຕ່ເຖິງຢ່າງໃດກໍຕາມ ພະນັກງານທ່ານນຶ່ງ ທີ່ເຄີຍຮ່ວມເຮັດວຽກ ກໍ່ສ້າງເຮືອນຢູ່ຖາວອນ ຈໍານວນດັ່ງກ່າວ ກ່າວວ່າ ພາຍຫຼັງທີ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຮັດພິທີມອບ-ຮັບເຮືອນຢູ່ຖາວອນ 700 ຫຼັງ ໃຫ້ແກ່ຊາວບ້ານແລ້ວ ກໍຖືວ່າ ເຮືອນໄດ້ກາຍເປັນຂອງຊາວບ້ານ ແບບເຕັມສ່ວນ ແລະຊາວບ້ານແຕ່ລະຄອບຄົວ ສາມາດຕໍ່ເຕີມເຮືອນ ຂອງພວກເຂົາເຈົ້າຕື່ມໄດ້.

ດັ່ງທ່ານກ່າວ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 8 ທັນວາ ນີ້ວ່າ:

“ບາດນີ້ເພິ່ນຮັບ-ມອບໄປເນາະ ແລ້ວປະຊາຊົນເພິ່ນກະ ຈະມີການສ້າງສາ-ຕໍ່ເຕີມຕື່ມຫັ້ນນ່າ ເພາະວ່າທາງພາກຣັຖ ເພິ່ນມອບ-ຮັບຮຽບຮ້ອຍແລ້ວ ບາດນີ້ສາມາດຕໍ່ເຕີມໄດ້ຫັ້ນນ່າ ໃນຂອບເຂດ ໃນເນື້ອທີ່ດິນຂອງເຈົ້າຂອງຫັ້ນນ່າ.”

ທ່ານກ່າວຕື່ມວ່າ ສໍາລັບການຊ່ອຍເຫຼືອ ເພີ່ມຕື່ມຂອງພາກຣັຖນັ້ນ ທ່ານເອງ ກໍຍັງບໍ່ຮູ້ຂໍ້ມູນຢ່າງຄັກແນ່ ວ່າຈະມີການຊ່ອຍເຫຼືອ ເພີ່ມຕື່ມຫຼາຍກວ່ານີ້ຫຼືບໍ່, ສ່ວນເນື້ອທີ່ທໍາການກະເສຕ ຂອງຊາວບ້ານ ທີ່ໄດ້ຮັບຄວາມເສັຍຫາຍ ຈາກເຫດການເຂື່ອນແຕກ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ບຸກເບີກໃໝ່ໃຫ້ແລ້ວ ຈໍານວນ 2,140 ເຮັກຕ້າຣ໌ ໃນຈໍານວນ 5 ບ້ານ ເປັນຕົ້ນ ຢູ່ບ້ານດອນບົກໃໝ່ແສງຈັນ.

ໃນຂະນະທີ່ ຊາວບ້ານຫຼາຍຄອບຄົວ ທີ່ໄດ້ເຂົ້າໄປຢູ່ໃນເຮືອນຢູ່ຖາວອນ ຈໍານວນດັ່ງກ່າວ ກໍຢາກໃຫ້ທາງພາກຣັຖ ໃຫ້ການຊ່ອຍເຫຼືອເພີ່ມຕື່ມ ອີກຫຼາຍດ້ານ ໂດຍສະເພາະ ຊ່ອຍເຫຼືອໃນການແກ້ໄຂຂໍ້ຂັດແຍ້ງ ໃນເນື້ອທີ່ທໍາການກະເສຕ ແລະບັນຫາທີ່ດິນທັບຊ້ອນ ເພື່ອທີ່ຈະເຮັດໃຫ້ຊາວບ້ານ ສາມາດກັບມາເຮັດອາຊີພຊາວກະເສຕ ກອນໄດ້ອີກຄັ້ງ.

ດັ່ງຊາວບ້ານ ທ່ານນຶ່ງ ກ່າວວ່າ:

“ຄືບໍ່ທັນມີໂຄງການອິສັງເຂົ້າມາເນາະ ເປັນໄປໄດ້ ກະຢາກໃຫ້ເພິ່ນມາຊ່ວຍ ໂຄງການກະເສຕກໍໄດ້ ເຮັດໄຮ່ເຮັດນານີ້ ເຮັດບໍ່ໄດ້ເລີຍ ນາຫັ້ນມີຢູ່ ນໍ້າຖ້ວມຟື້ນຟູບໍ່ໄດ້.”

ໃນຂະນະດຽວກັນ ຊາວບ້ານອີກທ່ານນຶ່ງ ທີ່ຢູ່ໃນເຮືອນຖາວອນ ດັ່ງກ່າວ ກ່າວວ່າ ທ່ານເອງ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການຊ່ອຍແກ້ໄຂຂໍ້ຂັດແຍ້ງ ໃນເນື້ອທີ່ທໍາການກະເສຕ ທີ່ທາງການໄດ້ບຸກເບີກໃຫ້ຊາວບ້ານໃນກ່ອນໜ້ານີ້ ໃນຂອບເຂດ 5 ບ້ານ ເຊິ່ງຫຼາຍຄອບຄົວ ບໍ່ສາມາດເຂົ້າໄປເຮັດຮົ້ວ ເຮັດສວນ ໃນທີ່ດິນທີ່ມີຂໍ້ຂັດແຍ້ງນັ້ນຢູ່ ເຖິ່ງແມ່ນວ່າ ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ຈັດສັນດິນໃຫ້ຊາວບ້ານແລ້ວກໍຕາມ ຍ້ອນຍັງເປັນທີ່ດິນທັບຊ້ອນ ລະຫວ່າງເຈົ້າຂອງຜູ້ເກົ່າ ແລະຜູ້ໃໝ່.

ດັ່ງທ່ານກ່າວວ່າ:

“ໂຕເຮືອນຊານຫັ້ນສໍາເຣັດຢູ່ ແຕ່ວ່າສ່ວນຍັງຄົງຄ້າງຫັັ້ນ ເປັນຮົ້ວເປັນສວນຫັ້ນແຫຼະ ດິນຄວບຄຸມຮົ້ວ-ສວນບໍ ເພິ່ນຍັງຄົງຄ້າງຫັ້ນນ່າ ໂອກະມີໂຕຄົງຄ້າງຫັ້ນຫຼາຍຢູ່ ສລຸບບໍ່ທັນແແຫຼະ.”

ສ່ວນຊາວບ້ານ ຢູ່ເມືອງສນາມໄຊ ອີກນາງນຶ່ງ ທີ່ມີຍາດພີ່ນ້ອງ ອາສັຍຢູ່ເຮືອນຖາວອນດັ່ງກ່າວ ກໍເຫັນວ່າ ປັດຈຸບັນ ຊາວບ້ານສ່ວນໃຫຍ່ ທີ່ຢູ່ເຮືອນຖາວອນ ຈໍານວນ 700 ຫຼັງນັ້ນ ແມ່ນກໍາລັງປະສົບຄວາມທຸກຍາກພາຍໃນຄອບຄົວ ໂດຍສະເພາະ ຂາດຣາຍໄດ້ ສໍາລັບຊື້ເຄື່ອງຂອງ ແລະເຄື່ອງໃຊ້ຕ່າງໆໃນຄອບຄົວ ເນື່ອງຈາກຫຼາຍຄອບຄົວ ຍັງບໍ່ມີອາຊີພ ທີ່ຈະສາມາດສ້າງຣາຍໄດ້ຄືແຕ່ກ່ອນ ຈຶ່ງຢາກໃຫ້ຫຼາຍພາກສ່ວນ ໃຫ້ການຊ່ອຍເຫຼືອແກ່ພວກເຂົາເຈົ້າ.

ດັ່ງຍານາງ ກ່າວວ່າ:

“ແມ່ນ ມີພີ່ນ້ອງຫຍັງຢູ່ນີ້ແຫຼະ ອາຊີບເຂົາເຈົ້າກະມີແຕ່ ເຮັດໄຮ່ໃສ່ນານີ້ແຫຼະ ຢູ່ສນາມໄຊ ຊ່ວຍເຫຼືອນີ້ແລ້ວແຕ່ ຜູ້ຢາກຊ່ວຍເຫຼືອເນາະ ກະລົງມາຊ່ວຍ ເປັນວັດຖຸອີ່ຫຍັງ ສິ່ງຂອງກະໄດ້ໝົດ ຊ່ວຍເຫຼືອແລ້ວກໍເອົາລົງມາ.”

ຢ່າງໃດກໍຕາມ ສໍາລັບໂຄງການ ກໍ່ສ້າງເຮືອນຢູ່ຖາວອນ ຈໍານວນ 700 ຫຼັງ ດັ່ງກ່າວ ໃຊ້ມູນຄ່າການກໍ່ສ້າງທັງໝົດ 24.5 ລ້ານໂດລ້າຣ໌ສະຫະຣັຖ ເຊິ່ງເປັນທຶນຊົດເຊີຽ ຂອງບໍຣິສັດ SK & PNPC ໂດຍໄດ້ຈັດສັນເຂົ້າໃນການກໍ່ສ້າງ ໃນເຂດ 4 ບ້ານ ຄື ບ້ານດົງບາກໃໝ່ຫິນຄໍາ ຈໍານວນ 335 ຫຼັງ, ບ້ານຫິນລາດ ຈໍານວນ 197 ຫຼັງ, ບ້ານດອນບົກໃໝ່ແສງຈັນ ຈໍານວນ 70 ຫຼັງ ແລະບ້ານສມອງໃໝ່ປິ່ນດົງ ຈໍານວນ 98 ເຊິ່ງໄດ້ເຣີ່ມກໍ່ສ້າງ ເຮືອນຢູ່ຖາວອນດັ່ງກ່າວ ມາຕັ້ງແຕ່ວັນທີ 2 ມິຖຸນາ ປີ 2020 ເປັນຕົ້ນມາ ໂດຍບໍຣິສັດ ວັນແສງອັດຕະປີ ເປັນຜູ້ຮັບເໝົາກໍ່ສ້າງ ແລະຫຼັງຈາກນັ້ນ ກໍໄດ້ມອບເຮືອນໃຫ້ຊາວບ້ານ ເຂົ້າໄປຢູ່ ຈໍານວນ 3 ຄັ້ງ ຄື: ຄັ້ງທີ 1 ວັນທີ 12 ເມສາ ປີ 2021 ຈໍານວນ 153 ຫຼັງ, ຄັ້ງທີ 2 ວັນທີ 4 ເມສາ ປີ 2022 ຈໍານວນ 352 ຫຼັງ ແລະຄັ້ງທີ 3 ວັນທີ 7 ທັນວາ ປີ 2022 ຈໍານວນ 195 ຫຼັງ ຮວມທັງໝົດ ຄົບຈໍານວນ 700 ຫຼັງ, ອີງຕາມການຣາຍງານ ຂອງວິທຍຸ ກະຈາຍສຽງ ແຫ່ງຊາຕລາວ ແລະນອກຈາກນັ້ນ ກໍຍັງມີການກໍ່ສ້າງ ພື້ນຖານໂຄງຮ່າງ ດ້ານອື່ນໆ ເປັນຕົ້ນ ໂຄງການກໍ່ສ້າງ ເສັ້ນທາງ 18A (ສິບແປດເອ່), ກໍ່ສ້າງວັດ 2 ແຫ່ງ, ກໍ່ສ້າງຫ້ອງການບ້ານ ຈໍານວນ 4 ບ້ານ, ກໍ່ສ້າງຫ້ອງການປະສານງານ ບ້ານດົງບາກໃໝ່ຫິນຄໍາ, ກໍ່ສ້າງຕລາດ 3 ຈຸດ, ກໍ່ສ້າງສນາມຂີ້ເຫຍື້ອ ແລະກໍ່ສ້າງລະບົບນໍ້າປະປາ ແລະອື່ນໆ ອີງຕາມຂໍ້ມູນ ຈາກການຣາຍງານ ຂອງທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ແຂວງອັດຕະປື ແລະປະທານຄະນະກັມມະການ ຄຸ້ມຄອງພັຍພິບັດຂັ້ນແຂວງ ແຂວງອັດຕະປື ເມື່ອເດືອນສິງຫາ ປີ 2022.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.