ການກູ້ພັຍພົບບັນຫາ ຫຼາຍຢ່າງ
2018.07.26

ການກູ້ພັຍຊອກຫາ ປະຊາຊາຊົນ ຜູ້ທີ່ຫາຍສາບສູນ 130 ປາຍຄົນ ໃນ 8 ບ້ານ ທີ່ອາສັຍຢູ່ແຄມນໍ້າເຊປຽນ-ເຊນໍ້ານ້ອຍ ຢູ່ ເມືອງສນາມໄຊ ແຂວງອັດຕະປື ທີ່ຖືກນໍ້າຖ້ວມ ຢ່າງໜັກຍ້ອນ ສັນເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ຍັງຫຍຸ້ງຍາກຫຼາຍ.
ໃນວັນທີ 25 ກໍຣະກະດາ ນີ້ ການໄປຊ່ວຍເຫຼືອນັ້ນ ຍັງເປັນໄປໄດ້ຍາກຢູ່ ໂດຍສະເພາະ ເຣື່ອງອຸປກອນການຊ່ວຍເຫຼືອ ຜູ້ປະສົບພັຍ ບໍ່ມີ ພຽງພໍ. ດັ່ງເຈົ້າໜ້າທີ່ ຄນະຮັບຜິດຊອບ ແກ້ໄຂສະພາບສຸກເສີນນໍ້າຖ້ວມ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ກໍຣະກະດາ ນີ້ວ່າ:
“ເຫັນເຄື່ອງ ເຫັນຂອງ ປະຊາຊົນທີ່ໄຫຼມາເປິຫັ້ນ ກະຫຼາຍແຫຼະ ແຕ່ວ່າຍັງກູ້ພັຍ ບໍ່ທັນໄດ້ເພາະວ່າ ປະຊາຊົນຍັງຄ້າງຢູ່ຫຼາຍ ເຮືອຫັ້ນ ຕ້ອງການເຮືອໃຫຍ່ ເພື່ອໄປສູ້ກັບນໍ້າ ເພາະວ່າເຮືອນ້ອຍ ສູ້ກັບນໍ້າບໍ່ໄດ້ ເຮົາໄປບໍ່ໄດ້ ເພາະວ່າປະຊາຊົນ ຍັງຢູ່ຟາກເບື້ອງເຊ ເບື້ອງນັ້ນ ກໍ່ຍັງມີ ບໍ່ແມ່ນຊິແຕ່ຟາກດຽວ ເພາະວ່າ ປະຊາຊົນຟາກເບື້ອງເຊ ເບື້ອງນັ້ນເປັນບ້ານທ່າແສງຈັນ ຍັງກູ້ບໍ່ໄດ້ທັງໝົດ ໜັກໆແມ່ນບ້ານ ທ່າແສງຈັນ ພຍາຍາມເຂົ້າໄປ ໃຫ້ມັນຮອດ.”
ທ່ານກ່າວຕື່ມວ່າ ຂນະນີ້ ຍັງມີປະຊາຊົນ ຫຼາຍພັນຄົນ ທີ່ລໍຖ້າທີມກູ້ພັຍໄປຊ່ອຍມາສູ່ບ່ອນປອດພັຍ ທີ່ທາງການຈັດໄວ້ໃຫ້ ໂດຍສະເພາະ ປະຊາຊົນ ບ້ານທ່າແສງຈັນ ຫຼາຍກວ່າ 600 ຄົນ ທີ່ຢູ່ຫ່າງຈາກຕົວ ເມືອງສນາມໄຊ ປະມານ 20 ຫຼັກ ຊຶ່ງທີມກູ້ພັຍ ຍັງໄປບໍ່ເຖິງ ແລະເຖິງແມ່ນວ່າ ລະດັບນໍ້າຈະຫຼຸດລົງແລ້ວ ແຕ່ນໍ້າຍັງໄຫລແຮງຢູ່ ຂນະທີ່ບາງເຂດ ນໍ້າກໍບົກລົງແດ່ແລ້ວ ແຕ່ມີຂີ້ຕົມຫຼາຍ. ດັ່ງນັ້ນ ສິ່ງທີ່ຈຳເປັນໃນຕອນນີ້ ກໍຄືເຮືອໃຫຍ່ ທີ່ສາມາດຕ້ານກັບກະແສນໍ້າ ທີ່ໄຫລແຮງນັ້ນໄດ້ ເພື່ອເຂົ້າຊ່ອຍເຫຼືອ ປະຊາຊົນທີ່ຍັງຕົກຄ້າງຢູ່.
ນອກຈາກນັ້ນແລ້ວ ການເຂົ້າໄປຊ່ອຍເຫຼືອ ປະຊາຊົນທີ່ປະສົບພັຍ ຍັັງຫຍຸ້ງຍາກເຣື້ອງຖນົນຫົນທາງບໍ່ດີ ເພາະທາງຈາກເທສບານ ແຂວງ ອັດຕະປື ໄປຫາເມືອງສນາມໄຊ ຖືກກະແສນໍ້າຕັດຂາດ, ຂົວຂາດ 2 ແຫ່ງ. ທີມກູ້ພັຍລາວ ແລະຕ່າງປະເທດ ໄດ້ພາກັນຂີ່ເຮືອເລາະ ໄປຕາມສາຍນໍ້າເຊກອງປະມານ 40 ຫຼັກ ຈຶ່ງຈະເຂົ້າເຖິງພີື້ນທີ່ ເມືອງສນາມໄຊ.
ປັດຈຸບັນ ມີທີມກູ້ພັຍທີ່ຊ່ຽວຊານເຣື່ອງການລອຍນໍ້າ ແລະປົວພຍາດ ຈາກຕ່າງປະເທດ ເຂົ້າມາຊ່ວຍເຫຼືອຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນ ທີມກູ້ພັຍຈາກຈີນ ປະມານ 100 ຄົນ ທີ່ນຳເອົາອຸປກອນການກູ້ຊີບ, ເຮືອທ້ອງແປ, ຢາປົວພຍາດ ແລະນາຍແພດນາຍໝໍ ເຂົ້າມາຊ່ວຍ.
ນອກຈາກນັ້ນກໍມີທີມກູ້ພັຍຈາກດວຽດນາມ ໄດ້ນຳເຮືອທ້ອງແປ, ເຮືອເຈສກີ ເຂົ້າມາສົມທົບທີມກູ້ພັຍລາວ ແລະມີທີມກູ້ພັຍໄທ 30 ຄົນ ໄດ້ນຳເຮືອທ້ອງແປ ທັງໃຫຍ່ແລະນ້ອຍ, ເຮືອເຈັສກີ ເຂົ້າມາ ແລະພ້ອມທັງຖັງອ໊ອກຊີເຈັນຈຳນວນນຶ່ງ.
ໃນວັນທີ 25 ກໍຣະກະດາ ພຣະມະຫາກະສັດ ເຈົ້າຊີວິດໄທ ໄດ້ມອບເຄື່ອງຊ່ອຍເຫຼືອ ໄປໃຫ້ແກ່ຜູ້ປະສົບພັຍ ອັນມີທັງນໍ້າດື່ມ 10 ພັນຕຸກ ຜ້າເຊັດໂຕ 2 ພັນຜືນ ເຄື່ອງຕອງນໍ້າ 49 ເຄື່ອງ ອາຫານແລະຖົງເຄື່ອງໃຊ້ອີກ 5 ພັນຊຸດ.
ແລະໃນມື້ດຽວກັນ ທ່ານປຣະຍຸດ ຈັນໂອຊາ ນາຍົກຣັຖມົນຕຣີໄທ ກໍໄດ້ມອບເງິນ 5 ລ້ານບາດ ໃຫ້ ທ່ານ ແສງ ສຸຂະທິວົງ ເອກອັຄຣັຖທູດ ສປປລາວ ປະຈຳປະເທດໄທ ເພື່ອນຳໄປຊ່ອຍເຫຼືອ ປະຊາຊົນທີ່ປະສົບພັຍນັ້ນ ນຳດ້ວຍ.