ຊາວບ້ານຜູ້ປະສົບພັຍ ເຂື່ອນແຕກ ບໍ່ຍອມໃຫ້ຕັດ 20%

ສຸພັດຕາ
2020.08.03
F-Sanamxay-3month ສະພາບຂອງບ້ານເຮືອນ ຢູ່ເມືອງສນາມໄຊ ພາຍຫລັງສາມເດືອນຕໍ່ມາ
RFA/TP

ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ເມືອງສນາມໄຊ ແຂວງອັດຕະປື ຢ່າງໜ້ອຍ 2 ບ້ານ ຄື: ບ້ານທ່າແສງຈັນ ແລະ ບ້ານດົງບາກ ບໍ່ຍອມໃຫ້ຕັດ ເງິນຊົດເຊີຍ 20% ຈາກສ່ວນທີ່ເຫຼືອ 50% ແລະ ຮຽກຮ້ອງ ໃຫ້ທາງການລາວ ອອກມາຊີ້ແຈງ ຣາຍຣະອຽດໃຫ້ຈະແຈ້ງ ວ່າພາກສ່ວນໃດ ເປັນຜູ້ຕັດກັນແທ້. ດັ່ງຊາວບ້ານຜູ້ນຶ່ງ ທີ່ປະສົບພັຍເຂື່ອນແຕກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 3 ສິງຫາ ນີ້ວ່າ:

“ເພິ່ນກະອະທິບາຍວ່າ ຊິຕັດ 20% ຫັ້ນແຫຼະ, ຜູ້ບາງຄົນກໍໄດ້ຫຼາຍ ແລະ 2-3 ກະມີ ເຂົາກະບອກວ່າ ບໍ່ຍອມແຫຼ້ວ. ບ້ານທ່າແສງຈັນຫັ້ນ ຕ້ອງບໍ່ຍອມແລ້ວ ບໍ່ມີຍອມແລ້ວ ພວກຂັ້ນເທິ່ງ ເພິ່ນລົງມາແລ້ວມື້ນັ້ນ ເພິ່ນວ່າຊິຖາມຄົ້ນຄວ້າຕື່ມ, ຣັຖບານ ເພິ່ນບໍ່ເຮັດແນວນັ້ນ ຫຼືວ່າປະກັນພັຍເອງ ກະບໍ່ຮູ້ຄືກັນ, ແຕ່ວ່າທາງປະຊາຊົນ ເຂົາກະວ່າ ເປັນນໍາແຂວງຫັ້ນແຫຼ້ວ.”

ຊາວບ້ານຜູ້ນີ້ ກ່າວວ່າ ທາງການລາວ ໄດ້ລົງມາອະທິບາຍ ໃຫ້ຊາວບ້ານຜູ້ປະສົບພັຍ ໃນການຕັດ ເງິນຊົດເຊີຍ 20% ເປັນປະເພດ ຂອງພາຫະນະ, ແຕ່ບໍ່ຊີ້ແຈງໃຫ້ຮູ້ວ່າ ເປັນບໍຣິສັດປະກັນພັຍ, ສູນກາງຣັຖບານ ຫຼືທາງການແຂວງ ເປັນຜູ້ຕັດ ເງິນຊົດເຊີຍ ກໍບໍ່ໄດ້ແຈ້ງໃຫ້ຊາວບ້ານ ຜູ້ປະສົບພັຍຮັບຮູ້. ສະນັ້ນ, ເມື່ອບໍ່ມີຄໍາຊີ້ແຈງ ຈາກທາງການລາວ ທີ່ສົມເຫດສົມຜົລ ຊາວບ້ານຜູ້ປະສົບພັຍ ຈະບໍ່ເຊັນຮັບເອົາ ເງິນຊົດເຊີຍ ສ່ວນທີ່ເຫຼືອຢ່າງເດັດຂາດ.

ຊາວບ້ານອີກຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽ ໃນມື້ດຽວກັນນີ້ວ່າ ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ສ່ວນຫຼາຍ ເຖິງແມ່ນວ່າ ຈະເຊັນຮັບຮອງ ໃຫ້ຕັດເງິນ 20% ໄປແລ້ວ,  ແຕ່ກໍຍັງຕ້ອງການ ຄໍາອະທິບາຍທີ່ຈະແຈ້ງວ່າ ຍ້ອນສາເຫດໃດແທ້ ຈຶ່ງຕັດເງິນ 20%, ແຕ່ໂດຍສ່ວນໂຕ ກໍບໍ່ຢາກໃຫ້ຕັດ ເພາະເງິນຊົດເຊີຍ ທີ່ໄດ້ຮັບນັ້ນ ກະໄດ້ໜ້ອຍຢູ່ແລ້ວ:

“ບັນຫາຄ່າຊົດເຊີຍນີ້ເນາະ ອັນນີ້ ກະປະຊາຊົນພວກເຮົາເນາະ ກະຍັງບໍ່ໄດ້ເຂົ້າໃຈ ອັນເລິກເຊິ່ງ ແລະ ຍັງບາງບ້ານ ຫຼືວ່າ ຍັງບາງຄອບຄົວ ຍັງສົນໃຈ. ຕອນນີ້ ພໍ່ແມ່ພີ່ນ້ອງເຫັນວ່າ ໃຫ້ຕັດໃຫ້ຮອນ ຈັ່ງຊີ້ ມັນກະບໍ່ແມ່ນ ມັນກະຍັງບໍ່ທັນໄດ້ເຂົ້າໃຈ.”

ເຈົ້າໜ້າທີ່ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ຫຼາຍຄອບຄົວ ບໍ່ເຫັນດີ ທີ່ຈະໃຫ້ຕັດ ເງິນຊົດເຊີຍ 20% ເຊິ່ງທາງການແຂວງ ກໍໄດ້ລົງເກັບກໍາ ຂໍ້ມູນເພີ່ມຕື່ມ ແລະ ທໍາຄວາມເຂົ້າໃຈ ໃຫ້ຊາວບ້ານຢ່າງຣະອຽດ:

“ເພິ່ນໃຫ້ຊີ້ນໍາ ໃຫ້ພະນັກງານຣັຖ ເຮົານີ້ແຫຼະ ລົງໄປອະທິບາຍ ໃຫ້ປະຊາຊົນຮັບຮູ້ ມັນສົມຄວນຕັດບໍ່ ຈັ່ງຊີ້ນາ ປະຊາຊົນເຂົາ ກະບໍ່ເຫັນດີແຫຼ້ວ ບໍ່ຢາກໃຫ້ຕັດ 20%. ໃນບ້ານທີ່ຖືກ ຜົລກະທົບໜັກນັ້ນ, ກະຍັງບໍ່ໄດ້ແລ້ວ ຍັງລົງເກັບກໍາຂໍ້ມູນ ມີບາງບ້ານ ກະບໍ່ທັນໄດ້ເຊັນ ຈົນເຂົາເອກະພາບໝົດ ຈັ່ງຊິຕັດ ຄັນວ່າ ເຂົາບໍ່ເອກະພາບ ກະຊິບໍ່ໄດ້ຕັດຫັ້ນແຫຼ້ວ, ກະຊິມີແກ່ຍາວໄປອີກ.”

ກ່ຽວກັບບັນຫານີ້ ທ່ານອຸ່ນຫຼ້າ ໄຊຍະສິດ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ແຂວງອັດຕະປື ໄດ້ຊີ້ແຈງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການຕັດເງິນ 20% ນັ້ນ, ບໍ່ກ່ຽວກັບ ເງິນຊົດເຊີຍ 50% ແຕ່ເປັນການຕັດມູນຄ່າການຊົມໃຊ້ ປະເພດເຄື່ອງໃຊ້ຄົວເຮືອນ ແລະ ພາຫະນະ ເຊິິ່ງກ່ອນໜ້ານີ້ ໄດ້ຕີລາຄາ ໃນມູລຄ່າ 100% ເຕັມ, ແຕ່ທາງບໍຣິສັດ ຜູ້ປະເມີນ ຄ່າຊົດເຊີຍ ຈາກປະເທດໄທຍ ເຫັນວ່າ ບໍ່ສາມາດຈ່າຍ ເງິນຊົດເຊີຍ ໃນລາຄາເຕັມ 100% ໄດ້.

ທ່ານວ່າ ມີສະເພາະ 2 ຣາຍການນີ້ ເທົ່ານັ້ນ ທີ່ຖືກຕັດມູລຄ່າ ການຊົມໃຊ້ອອກ 20%, ເຊິ່ງຈະເຮັດໃຫ້ ເງິນຊົດເຊີຍ 50% ທີ່ຍັງບໍ່ທັນໄດ້ຈ່າຍ ຈະໄດ້ໜ້ອຍລົງ. ສ່ວນເງິນຊົດເຊີຍປະເພດສັດລ້ຽງ, ເຄື່ອງມືການກະເສຕ, ສະບຽງອາຫານ ແລະ ທຸຣະກິຈຄົວເຮືອນ ຈະຊົດເຊີຍໃຫ້  100% ເຕັມ:

“ໂຕ 20% ເພິ່ນຕັດອອກຫັ້ນນ່າ, ອັນນີ້ແມ່ນ ມູລຄ່າຊົມໃຊ້ ຂອງວັດຖຸ, ພາຫະນະ 2 ຣາຍການນີ້ ມັນຈະຕ້ອງໄດ້ຕັດອອກ. ຕັດນີ້ ບໍ່ແມ່ນຕັດເງິນ ແມ່ນຕັດມູລຄ່າ ການຊົມໃຊ້ 2 ຣາຍການນີ້ ໃຫ້ຍັງເຫຼືອ ມູລຄ່າການຊົມໃຊ້ 80%. ໂຕຢ່າງຈັ່ງຊີ້ນ່າ 3 ຣາຍການ ຖືວ່າຈະໄດ້ຈ່າຍເຕັມຄືເກົ່າ."

ທ່ານກ່າວຕື່ມວ່າ ປັດຈຸບັນ, ຍັງມີຊາວບ້ານຫຼາຍຄອບຄົວ ບໍ່ເຂົ້າໃຈ ໃນການຕັດເງິນ 20%. ສະນັ້ນ, ທາງການແຂວງອັດຕະປື ຈະຕ້ອງໄດ້ລົງໄປ ທໍາຄວາມເຂົ້າໃຈ ກັບຊາວບ້ານຜູ້ປະສົບພັຍ ໃຫ້ຣະອຽດຈະແຈ້ງ ເພື່ອບໍ່ໃຫ້ເກີດບັນຫາ ຫຼືສ້າງຄວາມບໍ່ເຂົ້າອົກເຂົ້າໃຈ ກັບຊາວບ້ານ.

ໃນມື້ວັນທີ່ 26 ກໍຣະກະດາ ຜ່ານມານີ້, ທ່ານ ບຸນທອງ ຈິດມະນີ, ກັມມະການ ກົມການເມືອງສູນກາງພັກ, ຮອງນາຍຍົກຣັຖມົນຕຣີ ແລະ ປະທານອົງການກວດກາຣັຖບານ ໄດ້ເດີນທາງໄປແຂວງອັດຕະປື ເພື່ອຕິດຕາມ ຄວາມຄືບໜ້າ ການຟື້ນຟູ ເມືອງສນາມໄຊ ໃນດ້ານຕ່າງໆ ແລະ ເງິນຊົດເຊີຍຂອງຊາວບ້ານ, ໂດຍໄດ້ພົບກັບ ຜູ້ປະສົບພັຍເຂື່ອນແຕກ ບ້ານທ່າແສງຈັນ ແລະ ດົງບາກ ເຊິ່ງເປັນບ້ານ ທີ່ຍັງບໍ່ເຊັນຍິນຍອມໃຫ້ຕັດ ເງິນຊົດເຊີຍ 20%.

ນອກຈາກນີ້, ທ່ານຍັງໄດ້ໃຫ້ ທາງແຂວງອັດຕະປື ແລະ ຫ້ອງການເມືອງສນາມໄຊ ເອົາໃຈໃສ່ ໃນການກວດກາ ດ້ານຄວາມໂປ່ງໃສ ຂອງພາກສ່ວນຕ່າງໆ ໃນການຄຸ້ມຄອງທຶນຮອນ, ຊັພສິນ, ເງິນຊົດເຊີຍ ທີ່ຈະຊ່ອຍເຫຼືອ ຜູ້ປະສົບພັຍເຂື່ອນແຕກ ບໍ່ໃຫ້ມີຊ່ອງວ່າງ ໃຫ້ບຸກຄົນ ສວຍໃຊ້ໂອກາດ ເພື່ອການສໍ້ຣາສບັງຫຼວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.