ບັນຫາທີ່ດິນກະເສດ ຂອງຜູ້ປະສົບພັຍ ເຂື່ອນແຕກ ສູນດົງບາກ ຍັງບໍ່ໄດ້ຮັບການແກ້ໄຂ

ສຸພັດຕາ
2022.05.10
ບັນຫາທີ່ດິນກະເສດ ຂອງຜູ້ປະສົບພັຍ ເຂື່ອນແຕກ ສູນດົງບາກ ຍັງບໍ່ໄດ້ຮັບການແກ້ໄຂ ພື້ນທີ່ດິນ ຢູ່ເມືອງສນາມໄຊ ທີ່ວ່າທາງການ ຈະບຸກເບີກແບ່ງປັນໃຫ້ ແຕ່ລະຄອບຄົວ ເມື່ອທໍາການຜລິດ ຊຶ່ງອາຈຖືກສັມປະທານໄປເລີຍ
RFA

ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ໃນສູນດົງບາກ ເມືອງສນາມໄຊ ແຂວງອັດຕະປື ຫຼາຍຄົນ ເວົ້າວ່າ ມາຮອດປັດຈຸບັນ ດິນທໍາການກະເສດ ທີ່ທາງການບຸກເບີກສໍາເຣັດ ເມື່ອປີ 2020 ແລະມອບໃຫ້ແກ່ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກໃນສູນດົງບາກ ໃນປີ 2021 ໂດຍຢູ່ສູນດັ່ງກ່າວນີ້ ມີປະຊາຊົນຮວມທັງໝົດ 389 ຄົວຄອບ ປະກອບມີ ບ້ານໃໝ່ 168 ຄອບຄົວ ແລະບ້ານທ່າຫິນ 221 ຄອບຄົວ, ແຕ່ໃນ 389 ຄອບຄົວນີ້ ມີປະມານ 200 ປາຍຄອບຄົວ ໄດ້ຮັບຜົລກະທົບເຣື່ອງທີ່ດິນ ເພາະບໍ່ສາມາດໄປປູກຝັງຫຍັງ ໃສ່ດິນທໍາການກະເສດດັ່ງກ່າວນັ້ນໄດ້ເລີຍ ຍ້ອນຊາວບ້ານ ທີ່ເປັນເຈົ້າຂອງດິນແຕ່ດັ້ງເດີມ ຂົ່ມຂູ່ ເອົາພ້າເອົາຊ້ວນມາໄລ່, ອີງຕາມຄວາມເວົ້າ ຂອງຊາວບ້ານ ຜູ້ທີ່ໄດ້ຮັບກະທົບເຣື່ອງທີ່ດິນ ຢູ່ດົງບາກ ຜູ້ນຶ່ງ ຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 25 ເມສາ 2022 ນີ້ວ່າ:

ດິນພັກຣັຖຈັດສັນໃຫ້ ບໍ່ມີຄອບຄົວໃດ ໄດ້ໄປເຮັດເລີຍໃນບ້ານເຮົານີ້ ເພາະວ່າ ບ້ານອື່ນເຂົາເອົາເບິດ ມີປາກສຽງກັນແດ່ຫັ້ນແຫຼະ ບາງຄົນກະຖືມີດຖືພ້າ ບາດນີ້ປະຊາຊົນເຂົາກະບໍ່ກ້າ ແນວເຂົາວ່າດິນບ້ານເຂົາຈັ່ງຊັ້ນນ່າ.”

ຊາວບ້ານຜູ້ນີ້ ເວົ້າອີກວ່າ ດິນທໍາການກະເສດ ທີ່ທາງການແຂວງ ມອບໃຫ້ແກ່ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ຫ່າງຈາກສູນດົງບາກ ໄປປະມານ 10-12 ກິໂລແມັດ ຕັ້ງຢູ່ເຂດບ້ານຫາດຍາວ ເມືອງສນາມໄຊ ແຕ່ຊາວບ້ານທີ່ຂຶ້ນວ່າເປັນເຈົ້າຂອງດິນ ແລະມີໃບຕາດິນຂອບຄໍາ ຢູ່ໃນຄອບຄອງຢູ່ນີ້ ໃຜໆກໍຢາກໄປປູກຝັງ ເພື່ອຈະໄດ້ທໍາມາຫາກິນລ້ຽງຄອບຄົວ, ແຕ່ມາຮອດດຽວນີ້ ກໍຍັງບໍ່ມີປະຊາຊົນຜູ້ປະສົບພັຍຄົນໃດ ກ້າໄປດິນບ່ອນດັ່ງກ່າວ ເນື່ອງຈາກຜົລກະທົບທີ່ເກີດຂຶ້ນ ຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ ທັ້ງໆທີ່ຊາວບ້ານຜູ້ທີ່ໄດ້ຮັບຜົລກະທົບ ກໍສເນີເຣື່ອງນີ້ນໍາຂັ້ນເທິງຕລອດ ແລະຫວັງວ່າ ເພິ່ນຈະພິຈາຣະນາ ແກ້ໄຂບັນຫາດັ່ງກ່າວນີ້ໃຫ້ໂດຍໄວ:

ນາຍບ້ານເຮົາ ເພິ່ນກະສເນີຢູ່ດອກ ທາງພັກ-ຣັຖ ຈັ່ງເພິ່ນຊິເຮັດຈັ່ງໃດ ເຮົາກະບໍ່ຮູ້ ພາກສ່ວນໃດລົງມາ ປະຊາຊົນເຮົາກະສເນີຄືກັນ ແຕ່ກະເພິ່ນກະ ວ່່າມີແຕ່ວ່າ ຊິແກ້ໄຂໃຫ້ ຫາກກະບໍ່ທັນເຫັນເທື່ອ ກະມີແຕ່ວ່າ ຫວັງທາງພັກ-ຣັຖ ເພິ່ນພຸ້ນແຫຼະ ເພິ່ນຊິອັນນີ້ໃຫ້ເຮົາ ຄັນວ່າພັກ-ຣັຖເພິ່ນບໍ່ຊ່ວຍ ເຮົາກະປະຊາຊົນເຮົາກະບໍ່ໄດ້ ກະມີແຕ່ວ່າ ເຮົາໄດ້ແຕ່ໃບຕາດິນຊື່ໆ ບາດປະເພດເປັນດິນກະ ບ້ານອື່ນເຂົານໍາໃຊ້ ເຂົາກະປູກມັນ ປູກເຂົ້າແຫຼະ ຖືກບ່ອນໃດປູກມັນ ເຂົາກະປູກມັນ.”

ຊາວບ້ານຜູ້ອີກຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບເຣື່ອງທີ່ດິນ ໃນສູນດຽວກັນນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ດິນທໍາການກະເສດ ທີ່ທາງການໄດ້ບຸກເບີກ ທັງໝົດ 2 ພັນປາຍເຮັກຕ້າຣ໌ ເພື່ອມອບໃຫ້ແກ່ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ຈໍານວນ 6 ບ້ານ, ຢູ່ເມືອງສນາມໄຊ, ແຂວງອັດຕະປື ໂດຍຈະອີງຕາມແຮງງານສົມບູນ ຄື: ຄອບຄົວໃດ ມີ 2 ຄົນ ຈະໄດ້ 1 ເຮັກຕ້າຣ໌, ຄອບຄົວໃດມີ 3 ຄົນ ຈະໄດ້ 2 ເຮັກຕ້າຣ໌ ແລະຄອບຄົວໃດ ມີ 4 ຄົນ ຈະໄດ້ 3 ເຮັກຕ້າຣ໌ ເຊິ່ງຄອບຄົວຂອງທ່ານເອງແມ່ນໄດ້ຮັບ 2 ເຮັກຕ້າຣ ແຕ່ໄປໃກ້ດິນດັ່ງກ່າວກໍບໍ່ໄດ້:

“ຕາມທ່າແຮງປະຊາຊົນໃຜມັນ ແບບວ່າຄືຂອງອ້າຍ ກະໄດ້ 2 ເຮັກຕ້າຣ໌ ບາດນີ້ບາດສ່ວນກະຖືກເຂົາບຸກລຸກ ຈັ່ງຊີ້ນ່າ ຄືວ່າ ດິນເກົ່າເຂົາ ເຂົາຈັບຈອງແຕ່ກີ້ແລ້ວ ຄັນປະຊາຊົນເຮົາເຂົ້າໄປຫັ້ນ ເຂົາຫວງຫ້າມ ເຂົາບໍ່ໃຫ້ ມັນມີບັນຫາຫຼາຍ ສະເພາະປະຊາຊົນ ອັນບ້ານດົງບາກ ຖືວ່າປະຊາຊົນ 2 ບ້ານ ບ້ານໃໝ່ ກັບບ້ານທີ່ຫິນ ຢູ່ຈຸດດົງບາກນີ້ ກະມີບັນຫາຄືກັນເບິດ.”

ຊາວບ້ານຜູ້ນີ້ ຍັງເວົ້າອີກວ່າ ບໍ່ແມ່ນສະເພາະແຕ່ປະຊາຊົນຜູ້ປະສົບພັຍ ທີ່ຖືກຊາວບ້ານ ທີ່ເຈົ້າຂອງດິນແຕ່ດັ້ງເດີມນັ້ນໄລ່ ແມ້ກະທັ້ງເຈົ້າໜ້າທີ່ທາງການເອງ ເພິ່ນກໍເຈິກັບໂຕມາແລ້ວເຊັ່ນກັນ:

ເຂົາກະໄລ່ແຫຼະ ເຮົາຈັບຫຼັກຮົ້ວຫຼັກຮາວໄປນີ້ ເຂົາກະໄລ່ ເອົາພ້າອີໂຕ້ພຸ້ນມາໃສ່ເຮົາໂລດ ເຂົາກະເວົ້າທ້າທາຍ ບໍ່ຢາກຕາຍ ບໍ່ຢາກສັງ ເປັນຊີ້ແຫຼະ ເຂົາກະທ້າທາຍເດ້ ເຮົາກະບໍ່ຢາກຜິດຢາກຖຽງແຫຼະ ປະຊາຊົນຕໍ່ປະຊາຊົນ  ຄົນທາງການເອງກະເຈິະ ຊ່ວງໄປຈັບ GPS ໃໝ່ ແຕ່ລະຕອນແຕ່ລະຕອນ ເພິ່ນກະຍັງເຈິະຄືກັນຫັ້ນແຫຼະ ທາງພວກຫ້ອງການຊັບແຂວງເພິ່ນ ກະເຈິະຄືກັນ ກະປົບຄືກັນຫັ້ນແຫຼະ ຫ້ວຍເອົາຮອດປືນແກ໊ບພຸ້ນແຫຼະໄລ່ຍິງ.”

ຂະນະທີ່ ຊາວບ້ານຜູ້ສົບພັຍເຂື່ອນແຕກ ທີ່ໄດ້ຮັບຜົລກະທົບເຣື່ອງທີ່ດິນ ແບບດຽວກັນ ອີກຜູ້ນຶ່ງກໍເວົ້າວ່າ ຊາວບ້ານຢູ່ບ້ານໃໝ່ ທັງໝົດ 168 ຄອບຄົວ ຖືວ່າໄດ້ຮັບຜົລກະທົບທັງໝົດເລີຍ ແລະກໍບໍ່ມີໃຜ ສາມາດໄປໃກ້ດິນຕອນນັ້ນໄດ້ ສະນັ້ນ ຊາວບ້ານຜູ້ໄດ້ຮັບຜົລກະທົບເຣື່ອງທີ່ດິນ ກໍຫວັງໃຫ້ທາງການແກ້ໄຂບັນຫາດັ່ງກ່າວ ນີ້ໃຫ້ໂດຍໄວ ເພາະພໍ່ແມ່ປະຊົນ ຕ້ອງການມີບ່ອນປູກຝັງ ເພື່ອທໍາມາຫາກິນລ້ຽງຄອບຄົວ:

ເບິດຂູ່ຄົນໂລດລູກ ບໍ່ມີໃຜໄດ້ 100 ປາຍໂລດແຫຼະ 168 ຕິ ບໍ່ມີໃຜໄດ້ດອກ ມີແຕ່ບ້ານຫາດຍາວໂລດແຫຼະເຂົາໄປເອົາ ກະບໍ່ແມ່ນວ່າເວົ້າດອກລູກເອີ່ຍ ປະຊາຊົນຄືພວກແມ່ນີ້ ກະໂສກັນ ເພິ່ນໃຫ້ຈີນສັມປະທານປູກກ້ວຍຫັ້ນນ່າ ມີແຕ່ບ່ອນງາມໆງາມໆ ບາດໃຫ້ປະຊາຊົນປະສົບພັຍ ລະໃຫ້ແຕ່ຫິນແຮ່ຫິນຊາຍ ໃຫ້ແລ້ວ ກະຍັງບໍ່ໄດ້ປູກຫັ້ນນ່າປະຊາຊົນກະໂສກັນຢູ່ດອກ ຫາກເຮັດແນວໃດບໍ່ໄດ້ ກະໂສຕາມປະຊາຊົນນີ້ແຫຼະລູກເອີ່ຍ ຈັກຊິເຮັດແນວໃດ ໃຜກະຈົ່ມຫງອດໆແຫງດໆ ໄດ້ແຕ່ໃບຕາດິນຫັ້ນແຫຼະ ບາດດິນຫັ້ນ ໄປໃກ້ກະບໍ່ໄດ້ ພ້າເຂົາຊິຟັນຫົວ ພວກບ້ານຫາດຍາວນີ້ ບໍ່ເວົ້າແຫຼະ ຜູ້ໃດມາເອົານິ່ລະວັງ ພ້າຊິຟັນຫົວ ຊິສູ້ຈົນຫົວຂາດຄາ ເພິ່ນວ່າແນວນັ້ນແຫຼະ ຈຸຂ້ອຍບໍ່ໃຫ້ ເຈົ້າເມືອງເຈົ້າແຂວງ ໄປດຸດເອົາ ໝູ່ຂ້ອຍບໍ່ໃຫ້ ເພິ່ນຫາກໄປດື້ດຸດໃຫ້ພວກເຈົ້າ ເຂົາວ່າແນວນັ້ນໃດ໋ ພວກປະຊາຊົນ ເພາະວ່າມັນດິນເຂດຂ້ອຍ ບ້ານຂ້ອຍເຂົາວ່າ ຂ້ອຍບໍ່ໃຫ້ເຂົາວ່າ.”

ກ່ຽວກັບຜົລກະທົບເຣື່ອງທີ່ດິນ ທີ່ເກີດຂຶ້ນກັບຊາວບ້ານຜູ້ປະສົບພັຍເຂື່ອນແຕກ ໃນສູນດົງບາກນີ້ ເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມໄປຍັງເຈົ້າໜ້າທີ່ທ້ອງຖິ່ນທ່ານນຶ່ງ ໃນສູນດັ່ງກ່າວ ເຊິ່ງທ່ານເວົ້າວ່າ ດິນທໍາການກະເສດ ທີ່ທາງແຂວງ ມອບໃຫ້ຜູ້ສົບພັຍນັ້ນ ແມ່ນໄດ້ຮັບໝົດທຸກຄອບຄົວແລ້ວ ແຕ່ປັດຈຸບັນ ຍັງມີບັນຫາຢູ່ເລັກໜ້ອຍ.

ໄດ້ຮັບແຕ່ຍັງບໍ່ທັນໄດ້ນໍາໃຊ້ ເພາະວ່າ ມັນຍັງມີເລັກໆນ້ອຍໆ ມັນບໍ່ທັນສອດຄ່ອງຕາມອິສັງເພິ່ນຫັ້ນແຫຼ້ວ ບັນຫາຈັກເລັກຈັກນ້ອຍ ກະລັກສະນະຄື ກະມີປະຊາຊົນບ້ານໃກ້ຄຽງ ອິສັງນີ້ແຫຼ້ວ ແບບວ່າເຂົາໄປເຮັດ ແບບວ່າ ປູກເຜືອກປູກມັນອິຫຍັງໃສ່ຫັັ້ນນ່າ ເອີ່ເຮັດໄຮ່ເຮັດນາ ເຮັດກ່ອນຫັ້ນຕິວ່າ ບາດທາງນີ້ ກະຊິໄປເຮັດ ມັນກະຍັງບໍ່ທັນໄດ້ເຮັດ ເພາະວ່າເຂົາກະຍັງບໍ່ທັນໄດ້ເຊົາເຮັດຫັ້ນແຫຼະ ມັນກະຍາກຢູ່ຊັ້ນ.”

ໃນຂະນະດຽວກັນ ເອເຊັຽເສຣີ ກໍໄດ້ຕິດຕໍ່ສອບຖາມໄປຍັງ ເຈົ້າໜ້າທີ່ທ້ອງຖິ່ນໃນສູນດັ່ງກ່າວນີ້ ອີກທ່ານນຶ່ງ ເຊິ່ງທ່ານໄດ້ອະທິບາຍໃຫ້ຮູ້ ເຖິງສາເຫດຂອງຜົລກະທົບ ທີ່ເກີດຂຶ້ນນັ້ນວ່່າ:

ໂຕດິນຈໍານວນນີ້ນິ່ ໃນໄລຍະກ່ອນຫັ້ນ ຖືວ່າເພິ່ນຫັ້ນ ຖາມນາຍບ້ານແຕ່ລະຈຸດຫັ້ນ ຖືວ່າເພິ່ນອະນຸຍາດ ບາດນີ້ນີ່ ພັກ-ຣັຖລົງບຸກລຸກ (ບຸກເບີກໄປແລ້ວ) ບາງເທື່ອ ຖືກດິນພໍ່ແມ່ປະຊາຊົນຫັ້ນນ່າ ເຂດດິນໄຮ່ດິນນາ ໄປຈັ່ງຊັ້ນ ເກົ່າແກ້ແລ້ວ ບາດນີ້ ເຂົາດຸດແປນເອິດເຕິດແລ້ວຫັ້ນ ບາດນີ້ເພິ່ນກະລົງຈັບຈອງເອົາໂລດ ວ່າດິນ ຂອງເຂດຄຸ້ມຄອງຂອງຂ້ອຍໄປຈ່ັງຊັ້ນ ຖືວ່າພໍ່ແມ່ປະຊາຊົນ ທີ່ວ່າປະສົບພັຍຫັ້ນ ຖືວ່າບໍ່ໄດ້.”

ທ່ານກ່າວອີກວ່າ ສະເພາະຊາວບ້ານຜູ້ປະສົບພັຍເຂື່ອນແຕກ ບ້ານທ່່າຫິນມີທັງໝົດ 221 ຄອບຄົວ ແຕ່ຜູ້ທີ່ໄດ້ຮັບຜົລກະທົບເຣື່ອງທີ່ດິນ ມີປະມານ 50 ປາຍຄອບຄົວ.

ຈັກຄອບຄົວ ມີຜົລກະທົບບໍ ອັນນັ້ນເຮົາບໍ່ທັນໄດ້ ໄລ່ລຽງຣະອຽດເດີ້ ໂຕນີ້ເດີ້ ຫາກແຕ່ວ່າ ເຣື່ອງຫຼາຍນີ້ແມ່ນຫຼາຍປະມານເອົານີ້ ປະມານຢູ່ 50 ປາຍຄອບຄົວ ນີ້ແຫຼະ.”

ເພື່ອຂໍຮູ້ ກ່ຽວກັບການແກ້ໄຂ ບັນຫາດັ່ງກ່າວນີ້ ໃນມື້ວັນທີ່ 27 ເມສາ 2022 ເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມໄປຍັງ ຫ້ອງການຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ເມືອງສນາມໄຊ ແຂວງອັດຕະປື ເຊິ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນຶ່ງ ທີ່ບໍ່ສົງອອກຊື່ແລະຕໍາແໜ່ງທ່ານນຶ່ງ ໄດ້ບອກໃຫ້ຮູ້ວ່າ:

ໂຕຜົລກະທົບຂອງເຂື່ອນແຕກນີ້ແມ່ນ ທາງທ່ານເຈົ້າແຂວງ ເພິ່ນໄດ້ແບ່ງຄວາມຮັບຜິດຊອບເນາະ ສ່ວນດິນປູກສ້າງໃຫ້ປະຊາຊົນຢູ່ ຕັ້ງເຮືອນຖາວອນນີ້ ໂຕ 700 ຫຼັງນີ້ ແມ່ນພວກເຮົາໄດ້ປະຕິບັດ 100% ແລ້ວ ໂຕນີ້ແມ່ນເພິ່ນມອບໃຫ້ຊັບເນາະ ໃຫ້ຊັບເມືອງ ຊັບແຂວງ ຮ່ວມກັນຈັດຕັ້ງປະຕິບັດເນາະ ສ່ວນດິນກະສິກັມ ດິນປູກຝັງໃຫ້ປະຊາຊົນ ເພື່ອຢຽວຢາໃຫ້ປະຊາຊົນຫັ້ນ ຖືວ່າໂຕນີ້ ເພິ່ນມອບໃຫ້ຜແນກກະສິກັມແຂວງ ກັບຫ້ອງການກະສິກັມເມືອງ ເປັນຜູ້ຈັດຕັ້ງປະຕິບັດເນາະ.”

ຈາກນັ້ນ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ຫ້ອງການກະສິກັມແລະປ່າໄມ້ ເມືອງສນາມໄຊ ແຂວງອັດຕະປື ເພື່ອຂໍຮູ້ຄວາມຄືບໜ້າ ກ່ຽວກັບການແກ້ໄຂບັນຫາດັ່ງກ່າວ, ເຊິ່ງເຈົ້າໜ້າທີ່ ໃນຫ້ອງການນີ້ ທ່ານນຶ່ງ ທີ່ຂໍສງວນຊື່ແລະສຽງ ໄດ້ກ່າວວ່າ:

ອັນນີ້ທາງພວກເຮົາ ຊິກວດກາເບິ່ງຄືນກ່ອນ ເພາະວ່າຜ່ານມາ ການນໍາສເນີຫັ້ນ ກະບໍ່ທັນເປັນລາຍລັກອັນສອນດອກ ແຕ່ວ່າ ເຣື່ອງຂໍ້ຂັດແຍ່ງນີ້ກະຄືຊິມີ ແຕ່ຣາຍລະອຽດ ກະຍັງບໍ່ທັນລະອຽດ ວ່າມັນມີຈັກຄອບຄົວແທ້ ພວກເຮົາຍັງຕ້ອງໄປກວດຄືນກ່ອນ ປະຊາຊົນສູ່ມື້ນີ້ ຈຸດການຜລິດນີ້ແຫຼະ ມັນຕົ້ນນີ້ ມາແຮງຫຼາຍ ເຂົາກະຢາກເຮັດການຜລິດ ແຕ່ວ່າປະຊາຊົນຫັ້ນ ເວລາທີ່ເຮົາແບ່ງໃນເບື້ອງຕົ້ນຫັ້ນ ປະຊາຊົນຜູ້ປະສົບພັຍຈໍານວນນຶ່ງ ເຂົາກະບໍ່ມີເວລາໄປເຮັດດິນໂຕເອງຫັ້ນແຫຼະ ເພິ່ນກະບໍ່ທັນໄດ້ເຮັດ ໂຕດິນຣັຖຈັດສັນໃຫ້ ກະເລີຍມີປະຊາຊົນຈໍານວນນຶ່ງ ເຂົາເຈົ້າຢືມນໍາໃຊ້ ຢູ່ຄືບ້ານແພ ບ້ານອິສັງຫັ້ນນ່າ ແຕ່ເຖິງແນວກໍຕາມ ທາງພັກ-ຣັຖເຮົາ ເມື່ອເວົ້າເຣື່ອງດິນ ທີ່ວ່າຈັດສັນໃຫ້ປະຊາຊົນຜູ້ປະສົບພັຍ ຊິໃຫ້ຜູ້ອື່ນ ນອກຈາກເປົ້າໝາຍ ມັນກະຄືຊິຍາກ ສະນັ້ນ ເຮົາກະຕ້ອງໄດ້ລົມໃຫ້ເຂົາເຂົ້າໃຈຕື່ມ.”

ໃນຂະນະດຽວກັນ ເອເຊັຽເສຣີ ກໍໄດ້ຕິດໄປຍັງເຈົ້າໜ້າທີ່ ຜແນກກະສິກັມແລະປ່າໄມ້ ແຂວງອັດຕະປື ເພື່ອສອບຖາມ ກ່ຽວກັບການແກ້ໄຂບັນຫາຜົລກະທົບເຣື່ອງທີ່ດິນ ລະຫວ່າງຊາວບ້ານ ຜູ້ສົບພັຍເຂື່ອນແຕກໃນສູນດົງບາກ ກັບຊາວບ້ານຫາດຍາດ ທີ່ເປັນເຈົ້າຂອງດິນແຕ່ດັ້ງເດີມ ວ່່າທາງແຂວງ ຈະມີວິທີແກ້ການໄຂແບບໃດ ແຕ່ເຈົ້າໜ້າທີ່ທ່ານນີ້  ຕອບພຽງສັ້ນໆວ່າ:

ດຽວນີ້ ອ້າຍຍັງຄາປະຊຸມເດີ້ ອ້າຍຍັງຄາປະຊຸມ.”

ພາຍຫຼັງທີ່ໄດ້ຮັບຄໍາຕອບຈາກ ເຈົ້າໜ້າທີ່ແຂວງອັດຕະປື ທ່ານນີ້ແລ້ວ ໃນມື້ຕໍ່ມາ ເອເຊັຽເສຣີ ກໍໄດ້ໂທຫາທ່ານອີກຫຼາຍຄັ້ງ ແຕ່ປະກົດວ່າ ບໍ່ມີໃຜຮັບສາຍ.

ເຖິງແນວກໍດີ ອີງຕາມທີ່ລົມກັບຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ໃນສູນດົງບາກນີ້ແລ້ວແມ່ນວ່າ ທຸກມື້ນີ້ພວກເຂົາເຈົ້າ ກໍຫວັງໃຫ້ທາງຊ່ອຍແກ້ໄຂບັນຫາດັ່ງກ່າວ ທີ່ເກີດຂຶ້ນນີ້ໂດຍໄວ ເພື່ອທີ່ພວກເຂົາເຈົ້າ ຈະໄດ້ມີບ່ອນປູກຝັງ ແລະທໍາມາຫາກິນ ລ້ຽງຄອບຄົວໄດ້. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.