ຊາວບ້ານເຂື່ອນແຕກ ໄດ້ຊົດເຊີຍໜ້ອຍ ແຕ່ພາກທຸຣະກິຈ ໄດ້ຫຼາຍ
2020.08.04
ການຊົດເຊີຍ ຄວາມເສັຽຫາຍ ແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກເຫດການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ຖືກຕັດ ຄ່າຫຼຸ້ຍຫ້ຽນອອກ 20 ເປີເຊັນ, ໂດຍສະເພາະ ຄ່າຊົດເຊີຍ ສຳລັບເຄື່ອງໃຊ້ ຄົວເຮືອນ ແລະ ຍານພາຫະນະ. ໃນຂະນະທີ່ ການຈ່າຍ ຄ່າຊົດເຊີຍ ຄວາມເສັຽຫາຍ ມູລຄ່າ 94 ຕື້ກີບ ໃຫ້ແກ່ 32 ບໍຣິສັດ ຫ້າງຮ້ານ ທີ່ໄດ້ຮັບ ຄວາມເສັຽຫາຍ ຈາກເຫດການ ເຂື່ອນແຕກ ຈ່າຍພຽງແຕ່ ຄັ້ງດຽວເທົ່ານັ້ນ ແລະ ບໍ່ມີການ ຫັກເປີເຊັນ ຄ່າຫຼຸ້ຍຫ້ຽນອອກ.
ຊາວແຂວງອັດຕະປື ຜູ້ທີ່ຮູ້ເຫດການ ທ່ານນຶ່ງ ທີ່ບໍ່ປະສົງ ອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 3 ສິງຫາ ວ່າ ການຈ່າຍຄ່າຊົດເຊີຍ ໃຫ້ແກ່ບໍຣິສັດຫ້າງຮ້ານ ມີຊ່ອງຫ່ວາງຫຼາຍ. ເຈົ້າຂອງບໍຣິສັດ ຫ້າງຮ້ານ ກັບເຈົ້າໜ້າທີ່ ຄນະກັມມະການ ຂັ້ນແຂວງ ຈຳນວນນຶ່ງ ເພີ່ມຕົວເລຂ ມູລຄ່າຄວາມເສັຽຫາຍ ໃຫ້ຫຼາຍຂຶ້ນ ເພື່ອຈະໄດ້ເງິນ ມາປັນກັນ.
ຊາວແຂວງອັດຕະປື ທ່ານນີ້ ກ່າວວ່າ: "ບໍຣິສັດທ່ອງທ່ຽວ ຢູ່ເຂດເຊພະ ເມືອງສນາມໄຊ ແຂວງອັດຕະປື ໄດ້ຮັບຄວາມເສັຽຫາຍ ພຽງແຕ່ຫ້ອງນ້ຳ ສຳລັບນັກທ່ອງທ່ຽວ ແລະ ລົດຖອກດິນ 2 ຄັນ ເທົ່ານັ້ນ, ແຕ່ໄດ້ຮັບ ຄ່າເສັຽຫາຍ ຫຼາຍກ່ວາ 30 ຕື້ກີບ."
ຊາວແຂວງອັດຕະປື ທ່ານນີ້ ກ່າວຕື່ມອີກວ່າ: "ຄນະກັມມະການ ຂັ້ນແຂວງ ບາງທ່ານ ໄດ້ເງິນຜູ້ລະ 100 ລ້ານ, 200 ລ້ານ ກີບ. ເຮັດໃຫ້ ເຈົ້າຂອງບໍຣິສັດ ທຸຣະກິຈຫ້າງຮ້ານ ມີເງິນຂຶ້ນກັບບາດ. ຕໍ່ມາ ເຈົ້າໜ້າທີ່ 2 ຄົນ ຢູ່ຜແນກຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ, ຜແນກແຜນການ ແລະ ການລົງທຶນ ແຂວງ ຖືກສັ່ງຍ້າຍ ໄປຢູ່ຜແນກອື່ນ ຍ້ອນຊ່ອຍໃຫ້ ຫົວໜ່ວຍທຸຣະກິຈ ໄດ້ຄ່າຊົດເຊີຍຫຼາຍ."
ເຖິງຢ່າງໃດກໍຕາມ, ທາງການແຂວງອັດຕະປື ກໍປະຕິເສດວ່າ ບໍ່ຮູ້ເຫັນເຣື່ອງນີ້ ແລະ ບໍ່ພົບຫຼັກຖານ ກ່ຽວກັບ ການກະທຳຜິດດັ່ງກ່າວ.
ທ່ານ ອຸ່ນຫຼ້າ ໄຊຍະສິດ, ຮອງເຈົ້າແຂວງ ແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີ ໃນທ້າຍເດືອນກໍຣະກະດາ ທີ່ຜ່ານມາວ່າ: "ໃນທັສນະຕາມຫຼັກການແລ້ວ ເຮົາກະວ່າ ມັນບໍ່ມີເນາະ, ແຕ່ວ່າ ເຣື່ອງຫາງສຽງສັງຄົມ ຊິວ່າມັນມີ ມັນເປັນເຣື່ອງນີ້ ເຮົາບໍ່ສາມາດ ໄປຄາດຄະເນໄດ້ ເຮົາບໍ່ສາມາດ ຊິອ່ານໄດ້ ເປັນຫຍັງວ່າ ມັນບໍ່ມີ ຍ້ອນວ່າ ມັນບໍ່ມີການຮ້ອງຟ້ອງ ມັນບໍ່ມີໃຜ ຊິກ້າຢືນຢັນມາວ່າ ໃນກໍລະນີໃດ ບຸກຄົນໃດ ຢູ່ບ້ານໃດ ແລະ ຜູ້ໃດ ເປັນຜູ້ສວຍໂອກາດ ທີ່ເຂົາເຈົ້າຣາຍງານ ເປັນລາຍລັກອັກສອນ ເຮົາລະວ່າ ມັນບໍ່ມີ ລະມີແຕ່ເວົ້າກັນ ໄປຊື່ໆ ເປັນການຣະແວງ ສົງໄສກັນຊື່ໆ."
ກ່ຽວກັບ ການຈ່າຍເງິນຊົດເຊີຍ ໃຫ້ 32 ບໍຣິສັດ ຫ້າງຮ້ານ 94 ຕື້ກີບນັ້ນ, ໃນເບື້ອງຕົ້ນ ບັນດາບໍຣິສັດ ຫ້າງຮ້ານ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນແຕກ ຮຽກຮ້ອງຄ່າເສັຽຫາຍ 230 ຕື້ກີບ, ແຕ່ຄນະກັມມະການ ກໍໄດ້ມີການ ຄິດໄລ່ຄືນ ແລ້ວຕົກລົງ ຈ່າຍໃຫ້ 94 ຕື້, ອີງຕາມ ທ່ານ ອຸ່ນຫຼ້າ ໄຊຍະສິດ, ຮອງເຈົ້າແຂວງ ແຂວງອັດຕະປື.
ທ່ານກ່າວຕື່ມອີກວ່າ ພະນັກນງານ ຜູ້ທີ່ຖືກຍ້າຍໄປນັ້ນ, ບໍ່ແມ່ນເປັນຍ້ອນ ມີຄວາມຜິດ, ແຕ່ເຂົາເຈົ້າ ເຮັດວຽກງານ ເກັບກຳຂໍ້ມູນ ຜູ້ປະສົບພັຍ ສຳເຣັດແລ້ວ:
"ໂຕນີ້ນິ ສະພາບ ມັນບໍ່ແມ່ນວ່າສັ່ງຍ້າຍ ຍ້ອນເຮັດຜິດ, ແຕ່ວ່າເຮົາຖອນນີ້ ແມ່ນຖອນພະນັກງານ ຂອງແຂວງນີ້ມາ ໝາຍວ່າ ຂໍ້ມູນທີ່ໄດ້ເກັບກຳ ຢູ່ຮາກຖານ ຢູ່ຂັ້ນບ້ານ ເຮົາໄດ້ເຮັດສຳເຣັດ ໂດຍພື້ນຖານແລ້ວ ລະແລ້ວໝົດແລ້ວ. ຍັງຂັ້ນຕອນ ການຊິຈ່າຍຫັ້ນຊື່ໆ ຊິສເນີໃຫ້ບໍຣິສັດ ຈ່າຍຫັ້ນ, ຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນນີ້ ມັນຂັ້ນຕອນໂຕນີ້. ດັ່ງນັ້ນ, ວຽກຢູ່ຮາກຖານ ມັນແລ້ວໝົດແລ້ວ."
ສ່ວນວ່າ ຄ່າຊົດເຊີຍ ໃຫ້ຊາວບ້ານ ຖືກຫັກຄ່າຫຼຸ້ຍຫ້ຽນ 20 ເປີເຊັນ, ຊາວບ້ານທ່າແສງຈັນ, ບ້ານຫີນລາດ, ແລະ ບ້ານໃໝ່ [ທ່າຫີນ] ເມືອງສນາມໄຊ ແຂວງອັດຕະປື ທັງໝົດປະມານ 500 ຄອບຄົວ ທີ່ຮັບຜົລກະທົບ ຈາກເຂື່ອນເຊປ່ຽນ-ເຊນ້ຳນ້ອຍ ແຕກ ບໍ່ຍອມເຊັນຮັບເອົາ ຄ່າຊົດເຊີຍ ສ່ວນທີ່ເຫຼືອ 50 ເປີເຊັນ ຍ້ອນວ່າ ຖືກຫັກ ຄ່າຫຼຸ້ຍຫ້ຽນ 20 ເປີເຊັນ.
ອີງຕາມຂໍ້ມູນ ຈາກທາງການ ແຂວງອັດຕະປື, ຄ່າຫຼຸ້ຍຫ້ຽນ ທີ່ຖືກຕັດ 20 ເປີເຊັນນັ້ນ, ຢູ່ໃນ 2 ຣາຍການ ເຊັ່ນ: 1. ພາຫະນະ ຂອງປະຊາຊົນ, 2. ເຄື່ອງໃຊ້ຄົວເຮືອນ, ແຕ່ວ່າ ອີກ 3 ຣາຍການ ເຊັ່ນ: 1. ທຸຣະກິຈ ຄົວເຮືອນ, 2. ສັດລ້ຽງ, 3. ອາຫານ ແລະ ເຄື່ອງມືນັ້ນ, ເຈົ້າຂອງໂຄງການ ຈ່າຍໃຫ້ຊາວບ້ານ ເຕັມ 100 ເປີເຊັນ. ແຕ່ຊາວບ້ານ ທັງ 3 ບ້ານ, ຍັງບໍ່ເຊັນຮັບເອົາ ຍ້ອນເຂົາເຈົ້າເຫັນວ່າ ບ້ານເຂົາເຈົ້າ ໄດ້ຮັບຜົລກະທົບ ໜັກທີ່ສຸດ ຈາກເຫດການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຄັ້ງວັນທີ 23 ກໍຣະກະດາ 2018.
ຊາວບ້ານທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນທ້າຍເດືອນກໍຣະກະດາ ວ່າ: "ດຽວນີ້ ມາເວົ້າກັນ ຢູ່ຫ້ອງການເຈົ້າເມືອງ ພໍ່ແມ່ປະຊາຊົນ ບໍ່ຍອມຮັບ ຊິເຮັດຈັ່ງໃດ ເຮົາກະບໍ່ຈັກຊິເຊັນ. ພໍ່ແມ່ປະຊາຊົນ ບໍ່ເຊັນ ລະເຮົາບໍ່ຈັກຊິເຊັນ. ພໍ່ແມ່ປະຊາຊົນ ບໍ່ພໍໃຈ ຊິເຮັດຈັ່ງໃດ ເຮົາກະບໍ່ກ້າເຊັນແຫຼະ ຕາງໜ້າເຂົາ ເພາະວ່າ ມັນເປັນຊັພສິນ ຂອງໃຜຂອງມັນ."
ເຄື່ອງໃຊ້ ແລະ ຊັພສິນຕ່າງໆ ຂອງປະຊາຊົນ ໄດ້ພັງເສັຽຫາຍ ເກືອບໝົດ ແລະ ບາງບ້ານ ເຫຼືອແຕ່ເຮືອນຫລັງດຽວ. ຊາວບ້ານທ່ານນີ້ ກ່າວວ່າ: "ເຂົາຕັດ 20 ເປີເຊັນ ກະບາງຄົນ ກະບໍ່ເຫຼືອຫຍັງນ່າ ຈັກຊິກິນຫຍັງແຫຼະ ບາງຄົນ ເພາະວ່າ ຍັງເຫຼືອແຕ່ລ້ານນຶ່ງ ສອງລ້ານ ມັນຊິເປັນໄປບໍ? ເງິນ 60 ລ້ານ, 70 ລ້ານ, ເຂົາຕັດ 20 ເປີເຊັນ ບໍ່ແມ່ນງ່າຍໆ. ຄືວ່າ ເພິ່ນມາເຊີນ ເຊີນແຕ່ບ້ານເຮົາ ບ້ານເຮົາບໍ່ມີອີ່ຫຍັງແຫຼະ ມີແຕ່ເຮືອນຫຼັງດຽວ."
ຊາວບ້ານທ່ານນີ້ ກ່າວຕື່ມອີກວ່າ: "ບ້ານໃໝ່ ຍັງເຫຼືອຢູ່ 20 ເປີເຊັນ ເສັຽຫາຍ 80 ເປີເຊັນ, ບ້ານຫ່າຫີນ ແລະ ທ່າແສງຈັນ ເສັຽຫາຍ 100 ເປີເຊັນເລີຍ. ສະນັ້ນ, ພໍ່ແມ່ປະຊາຊົນ ບໍ່ຍອມຮັບ. ທັງຍາຕິພີ່ນ້ອງພໍ່ແມ່ ຜູ້ຕາຍປະຊັພສິນ ສິ່ງຂອງ ກໍຕາຍໄປແລ້ວ. ຜູ້ຕາຍປະລູກປະເມັຽ ກໍຕາຍໄປແລ້ວ, ຜູ້ຕາຍປະລູກປະຜົວ ກໍຕາຍໄປແລ້ວ. ຈັ່ງຊັ້ນປະຊາຊົນ ປັດຈຸບັນນີ້, ນອນກັບນ້ຳຕາ ກິນກັບນ້ຳຕາ."
ໃນທ້າຍເດືອນກໍຣະກະດາ ທີ່ຜ່ານມາ, ຊາວບ້ານທັງ 3 ບ້ານ ໄດ້ຂຽນຄຳຮ້ອງທຸກ ສົ່ງໄປຫາ ອຳນາດການປົກຄອງເມືອງ ແລະ ສະພາປະຊາຊົນແຂວງ ເພື່ອໃຫ້ພິຈາຣະນາ ເຣື່ອງບໍ່ໃຫ້ຕັດເງິນ 20 ເປີເຊັນ, ແຕ່ມາເຖິງປັດຈຸບັນ ຊາວບ້ານຍັງບໍ່ໄດ້ຮັບ ຄຳຕອບຫຍັງ.
ຊາວບ້ານອີກທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີວ່າ: "ແມ່ນລະ ສົ່ງໃຫ້ເມືອງລະ ສົ່ງໃຫ້ສະພາເພິ່ນລະ ໂຕບົດບັນທຶກ ຈາກພໍ່ແມ່ປະຊາຊົນ, ຫັ້ນນ່າ. ສົ່ງໃຫ້ສະພາເພິ່ນ ລະສະພາເພິ່ນ ຊິສົ່ງໃຫ້ແຂວງ ຫຼືວ່າແນວໃດ, ສະພາປະຊາຊົນ ເພິ່ນຫັ້ນນ່າ."
ອີງຕາມເອກະສານ ທີ່ທາງການ ແຂວງອັດຕະປື ໄດ້ບັນທຶກເອົາໄວ້ ໃນເດືອນເມສາ 2020 ທີ່ຜ່ານມາ ໄດ້ຣະບຸວ່າ:
- ບ້ານທ່າແສງຈັນ ມູລຄ່າຊົດເຊີຍ ຄວາມເສັຽຫາຍ ທັງໝົດ 10 ຕື້ກີບ, ຈ່າຍຜ່ານມາ 5 ຕື້ ກີບ ແລະ ສເນີຈ່າຍ ອີກ 5 ຕື້ ກີບ.
- ບ້ານຫີນລາດ ມູລຄ່າຊົດເຊີຍ 22 ຕື້ກີບ, ຈ່າຍແລ້ວຜ່ານມາ ເກືອບ 11 ຕື້ກີບ, ຍັງຄ້າງຈ່າຍ 11 ຕື້ປາຍກີບ.
- ບ້ານໃໝ່ [ທ່າຫີນ] ມູລຄ່າຊົດເຊີຍ 16 ຕື້ກີບ, ຈ່າຍແລ້ວ 8 ຕື້ກີບ ຫຍັງເຫຼືອຄ້າງຈ່າຍ 8 ຕື້ ກີບ.
ການຫັກຄ່າຫຼຸ້ຍຫ້ຽນ 20 ເປີເຊັນ, ບໍ່ໄດ້ຕັດເປັນເງິນ, ແຕ່ຈະຕັດເປັນມູລຄ່າ ວັດຖຸເຄື່ອງໃຊ້ ຄົວເຮືອນ ແລະ ພາຫະນະ ແລ້ວບໍຣິສັດ ຈະຈ່າຍໃຫ້ ເຫຼືອ 80 ເປີເຊັນ ໃຫ້ຊາວບ້ານ.
ທ່ານ ອຸ່ນຫຼ້າ ໄຊຍະສິດ, ຮອງເຈົ້າແຂວງ ແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: "ໂຕ 20 ເປີເຊັນນີ້ ບໍ່ແມ່ນເຮົາໄປຕັດ ເງິນຂອງປະຊາຊົນ ເປັນມຸມມອງ ທີ່ເຂົ້າໃຈຜິດພາດ, ຫັ້ນນ່າ. ມັນແມ່ນເປີເຊັນ ຫັກຄ່າສິ້ນເປືອງ ການນຳໃຊ້ຊັພສິນ ຫຼືວ່າວັດຖຸ ຂອງປະຊາຊົນ ຜ່ານມາຫັ້ນນ່າ."
ທ່ານ ອຸ່ນຫຼ້າ ໄຊຍະສິດ, ຮອງເຈົ້າແຂວງ ແຂວງອັດຕະປື ກ່າວຕື່ມອີກວ່າ: "ດຽວນີ້ຫັ້ນ ປະຊາຊົນຫັ້ນ ຍັງບໍ່ເຂົ້າໃຈ ລະເຂົ້າໃຈວ່າ ແມ່ນຄນະກັມມະການ, ແມ່ນຣັຖເບາະ ຫຼື ບໍຣິສັດ ໄປຕັດຂອງເພິ່ນ 20 ເປີເຊັນ ຫັ້ນນ່າ. ຄວາມຈິງ ມັນບໍ່ແມ່ນຕັດ 20 ເປີເຊັນ ມັນແມ່ນຕັດ ຄ່າຫຼຸ້ຍຫ້ຽນ ຄ່າຊົດໃຊ້ ວ່າຊັ້ນສາ, ເປັນແນວນັ້ນ."
ທາງການແຂວງ ແລະ ບໍຣິສັດ ມີການຄິດໄລ່ ຄ່າຫຼຸ້ຍຫ້ຽນ ເຊັ່ນ ຣົດທີ່ຊາວບ້ານ ຊື້ມາໃຊ້ ແລ້ວລາຄາຂອງຣົດ ຈະບໍ່ຄືເກົ່າ - ໝາຍຄວາມວ່າ ລາຄາມັນຕ້ອງຫຼຸດລົງ ເພາະວ່າ ເຂົາເຈົ້າໄດ້ໃຊ້ແລ້ວ.
ທ່ານ ອຸ່ນຫຼ້າ ໄຊຍະສິດ, ຮອງເຈົ້າແຂວງ ແຂວງອັດຕະປື ກ່າວຕື່ມອີກວ່າ: "ຕົວຢ່າງວ່າ ຄັນນຳໃຊ້ຣົດເນາະ ຊື້ຣົດມາ ເຂົາໃຊ້ງານມາ 10 ປີກະມີ, 5 ປີກະມີ, 3 ປີ 4 ປີ. ຄັນວ່າ ຣົດໃຫຍ່ ກະປະເພດລົດມືສອງ ມືສາມ ໂຕໃໝ່ໆແທ້ນີ້ ກະຍາກເນາະ. ບາດນີ້, ຊິເປັນປະເພດຣົດໄຖນາບໍ່ ອັນນີ້ ໄດ້ຜ່ານການໃຊ້ງານ ມາຫຼາຍແລ້ວ. ດັ່ງນັ້ນ, ໃນເວລາປະເມີນນີ້ ເອົາປະເມີນ ເອົາມູລຄ່າຊົມໃຊ້ ຫັກອອກ."
ນອກຈາກນີ້, ການກໍ່ສ້າງ ເຮືອນຢູ່ຖາວອນ ຈຳນວນ 700 ຫຼັງ ໃຫ້ແກ່ປະຊາຊົນ ກໍບໍ່ໄດ້ມີການປະມູລ ຍ້ອນວ່າ ມີບໍຣິສັດ ທີ່ສເນີ ໄດ້ສເນີລາຄາ ຕໍ່າກ່ວາລາຄາ ທີ່ທາງການຄິດໄລ່ອອກມາ ກ່ອນໜ້ານີ້.
ອີງຕາມບົດຣາຍງານ ຂອງເຈົ້າແຂວງ ແຂວງອັດຕະປື, ລົງວັນທີ 7 ເມສາ 2020, ເຖິງທ່ານ ສອນໄຊ ສີພັນດອນ, ຮອງນາຍົກຣັຖມົນຕຣີ, ບໍຣິສັດ ວັນແສງອັດຕະປື ກໍ່ສ້າງ ແລະ ສ້ອມແປງ ເຄຫາສະຖານ ເປັນຜູ້ຮັບເໝົາ ກໍ່ສ້າງເຮືອນຢູ່ຖາວອນ 700 ຫຼັງ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ຈາກເຂື່ອນແຕກ ໃນລາຄາ 24.5 ລ້ານໂດລ້າຣ ຕ່ຳກ່ວາລາຄາ ທີ່ຂແນງການໂຍທາທິການ ແລະ ຂົນສົ່ງ ຫຼື ຍທຂ ໄດ້ປະເມີນໄວ້ ແມ່ນ 30 ລ້ານໂດລ້າຣ. ການກໍ່ສ້າງເຮືອນຢູ່ຖາວອນ 700 ຫຼັງ ຫາກໍ່ເຣີ່ມລົງມື ແລະ ຍັງບໍ່ມີກຳນົດວ່າ ຈະສຳເຣັດເມື່ອໃດ.