ຄ່າຊົດເຊີຍສ່ວນທີ່ເຫຼືອ 50% ຈະຖືກຕັດ 20%

ສຸພັດຕາ
2020.07.21
F-Sanamxay ສະພາບຂອງເມືອງສນາມໄຊ ປະຈຸບັນ ພາຍຫຼັງເຂື່ອນແຕກ ສາມເດືອນຕໍ່ມາ
RFA/TP

ປະຊາຊົນ 6 ບ້ານ 1 ຄຸ້ມ ໃນເມືອງສນາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົລກະທົບໜັກ ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ປະກອບມີ ບ້ານໃໝ່, ບ້ານທ່າຫິນ, ບ້ານຫິນລາດ, ທ່າແສງຈັນ, ສມອງໃຕ້, ໂຄກກ່ອງ ແລະບ້ານຕາມໍຍອດ ທີ່ອາສັຍຢູ່ສູນພັກຊົ່ວຄາວ ຕ່າງກໍບໍ່ເຂົ້າໃຈ ວ່າເປັນຫຍັງ ເງິນຄ່າຊົດເຊີຍສ່ວນທີ່ເຫຼືອ ອີກ 50% ນັ້ນ ຕ້ອງຖືກຕັດອອກ 20% ທັ້ງໆທີ່ ພວກເຂົາເຈົ້າ ຖືກປະສົບພັຍ ເກືອບຈະເອົາຊີວິດບໍ່ລອດ ບາງຄົນ ກໍສູນເສັຍສະມາຊິກໃນຄອບຄົວໄປ, ເຮືອນຊານບ້ານຊ່ອງ ແລະສັບສິນມີຄ່າຕ່າງໆ ກໍຖືກນໍ້າຖ້ວມພັດໜີໝົດ ສຸດທ້າຍມາ ຮອດຍາມທີ່ຈະໄດ້ຮັບເງິນ ຄ່າຊົດເຊີຍສ່ວນທີ່ເຫຼືອ ກໍຍັງຈະມາຕັດໄປອີກ ແລ້ວພວກເຂົາ ຈະເອົາໃສມາໃຊ້ມາຈ່າຍ, ດັ່ງຜູ້ປະສົບພັຍ ບ້ານໃໝ່ ຄົນນຶ່ງ ກ່່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ໜ້ອຍບໍ່ຫຼາຍ ແທນທີ່ເພິ່ນເວົ້າວ່າ ເຂັມຫັກເຫຼັ້ມນຶ່ງ ກະຊິເອົາໃຫ້, ໃຫ້ເຕັມເບິດ ບາດສຸດທ້າຍລະ ຄືບໍ່ໄດ້ຄືຄວາມເວົ້າ ມີແຕ່ຕັດ ແທນທີ່ຊິເອົາໃຫ້ ຈັກ 5 ລ້ອຍ, ພັນນຶ່ງ ຍັງບໍ່ມີ ໃຫ້ມີກໍາລັງໃຈ ສິ່ງທີ່ທໍຣະມານມາດົນນານ ປະຊາຊົນວ່າແນວນັ້ນ ບາດນີ້ ຈັກເພິ່ນຊິແກ້ໄຂແນວໃດແຫຼະ ຜູ້ໜ້ອຍກະເບິດຫັ້ນ ບໍ່ມີ ແມ່ຫັ້ນ ໄດ້ 90 ຖືກຕັດ 20% ຕັດ ສິບປາຍລ້ານເບາະ 18 ລ້ານພຸ້ນໃດ໋.”

ທ່ານກ່າວຕື່ມວ່າ ດຽວນີ້ ພໍ່ແມ່ປະຊາຊົນ ຕ່່າງກໍລໍຖ້າ ຢາກໃຫ້ມາຊ່ອງໜ້າກັນກ່ອນ ວ່າຜູ້ໃດເປັນຄົນຕັດ ຈາກນັ້ນ ຈຶ່ງຈະເຊັນຮັບ:

“ເພິ່ນບໍ່ໄດ້ບອກ ວ່າຄ່າອັນນັ້ນ ອັນນີ້ ມີແຕ່ເພິ່ນອ່ານໃຫ້ຟັງ ມັນເປັນເຄື່ອງໃຊ້ໃນເຮືອນ ນັບແຕ່ບ່ວງວ່າຊັ້ນຊະ, ເປັນຣົດຈັກ ຣົດໃຫຍ່ ອິຫຍັງເພິ່ນຕັດເບິດ ເພິ່ນບໍ່ຕັດ ຕັ້ງແຕ່ໄກ່, ເປັດ, ງົວ-ຄວາຍ ເພິ່ນບໍ່ຕັດ ກັບສະເພາະກິຈ ເພິ່ນບໍ່ຕັດ ກາຍນັ້ນ ເພິ່ນຕັດເບິດ ຫາກເພິ່ນບໍ່ໄດ້ບອກ ວ່າຕັດໄປເຮັດຫຍັງ ມີແຕ່ເພິ່ນອ່ານໃຫ້ຟັງວ່າ ມາຈາກຣັຖບານ ຕົກລົງມາແຕ່ຂັ້ນເທິງເພິ່ນວ່າ ໝູ່ເຈົ້າຊິເອົາກະເອົາ ເຈົ້າບໍ່ເອົາ ກະບໍ່ຊ່າງຊິວ່າ ເພາະວ່າມາແຕ່ຣັຖບານໃບນິ່ ກະອ່ານໃຫ້ຟັງ ວ່າຣັຖບານຕັດສິນເຫັນດີ 20%, ແຕ່ວ່າຣັຖບານ ບໍ່ໄດ້ບອກວ່າ ໂອ່ຍ...ຊິເອົາໄປຕັດໄປແປງບ້ານບໍ່ ຫຼືວ່າຕັດເຄື່ອງເຈົ້າ ມັນເກົ່າມັນແກ່ ກະບໍ່ໄດ້ບອກ ໃຫ້ພໍ່ແມ່ປະຊາຊົນຟັງ, ແຕ່ວ່າພໍ່ແມ່ປະຊາຊົນບໍ່ເຂົ້າໃຈ ດຽວນີ້ ຈັ່ງວ່າລໍຖ້າເພິ່ນວ່າ ຜູ່ໃດເປັນຜູ້ຕັດ ຢາກມາຊ່ອງໜ້າກັນ ຈັ່ງຊິຮັບເຊັນ, ແຕ່ວ່າມັນກະຊິເປັນບາງບ້ານແຫຼະ ເພິ່ນກະເວົ້າວ່າ ຄັນຂັດກະໃຫ້ຂັດເບິດ ຄັນບ້ານນຶ່ງເອົາ ກະຂັດບໍ່ໄດ້."

ຊາວບ້ານຄົນນຶ່ງ ທີ່ບໍ່ປະສົງບອກຊື່ແລະສຽງ ໄດ້ເວົ້າສູ່ວິທຍຸເອເຊັຍເສຣີຟັງວ່າ ຄວາມບໍພໍໃຈນີ້ ມີທັງ 6 ບ້ານ ບໍ່ແມ່ນປະຊາຊົນ ຜູ່ນຶ່ງຜູ້ດຽວ:

“ໂອ້ຍ ເວົ້າເຣື່ອງບໍ່ພໍໃຈຫັ່ນ ເບິ່ດບ້ານ ບໍ່ແມ່ນຜູ່ນຶ່ງຜູ້ດຽວດອກ ບໍ່ພໍໃຈເບີດບ້ານໂລດ ບໍ່ວ່າບ້ານໃດ ບ້ານໃດ ກະບໍ່ພໍໃຈ ໃນ 6 ໝູ່ບ້ານນິ່ ທີ່ຈະຖືກຕັດເງິນ ຄ່າຊົດເຊີຍ 20% ຫັ່ນ ກະບໍ່ພໍໃຈ, ແຕ່ວ່າເຮັດຫຍັງບໍ່ໄດ້ ກະຫຼາຍຄົນຫັ່ນແຫຼະ ຈົ່ມວ່າ ເຮົາບໍ່ແພ້ເພິ່ນດອກ ແນວເຮົາເປັນປະຊາຊົນ ເຮົາຊິໄປຕໍ່ ໄປວ່າຢູ່ໃສ ເຮົາກະບໍ່ມີປັນຍາໄປ ຢູ່ໄປຈັ່ງຊິແຫຼະ ຮອດມື້ ຄັນຈໍາໃຫ້ເອົາ ກະຈໍາເປັນຊິເອົາຫັ່ນແຫຼະ ເບິດບ້ານເບິດເມືອງຫັ່ນແຫຼະ ເຮັດແນວໃດໄດ້.”

ໃນຂນະດຽວກັນ ຜູ້ປະສົບພັຍ ອີກຄົນນຶ່ງ ກໍເວົ້າວ່າ:

“ຢາກໄດ້ເຕັມຫັ້ນແຫຼະ ຕາມທີ່ໄດ້ເຊັນກັນເບື້ອງຕົ້ນຫັ້ນແຫຼະ ເຕັມ 100 ຫັ້ນແຫຼະ ບາດນີ້ ເຮົາມາຮັບກ່ອນ ພາກສ່ວນນຶ່ງຫັ່ນເດ້ ເຮົາມາຮັບເຄິ່ງຄ່າ ຄື 50%. ບາດນີ້ ຍັງ 50% ມາວ່າງນີ້ ມາໄດ້ຍິນຂ່າວວ່າຊິຕັດ 20%  ທີ່ວ່າເອີ້ນປະຊາຊົນໄປລວມ ໄປປຶກສາຫາລືກັນ ບາດນີ້ໄປປຶກສາຫາລື ກະວ່າ ວ່າຊິຕັດ ບາດນີ້ເຮົາບໍ່ໃຫ້ເພິ່ນຕັດ  ສົມມຸດວ່າ ຄືຂ້ອຍນີ້ 50 ລ້ານ ຕັດ 20% ກະຊິເຫຼືອແຕ່ 30 ປາຍລ້ານທໍ່ນັ້ນແຫຼະ."

ຜູ້ປະສົບພັຍ ບ້ານຫິນລາດ ຄົນນຶ່ງ ເວົ້າວ່າ ພວກຕົນສ່ຽງ ເອົາຊີວິດ ຈາກນໍ້າຖ້ວມ ຍ້ອນເຂື່ອນແຕກ ມາເກືອບບໍ່ລອດ ບາງຄົນກໍບໍ່ເຫຼືອ ຮອດເຄື່ອງຄາຄີງ

“ເພາະວ່າ ປະຊາຊົນເຫຼືຶອແຕ່ ເຄື່ອງຄາຄີງເມືອ ຖືວ່າ ບໍ່ໄດ້ໄດ້ເມືອຈາກເຮືອນຈາກຊານ ນໍ້າເອົາໄປໝົດ ຜູ້ລາງຄົນກະ ເອົາຮອດຊີວິດໄປຈົນບໍ່ລອດ ຜູ້ລາງຄົນກະໄດ້ແຕ່ໂສ້ງສະລິບໂຕດຽວ ເມືອເນາະ ບາດມາເຮັດຈັ່ງຊີ້ ພັດມາຕັດຄືນ ຄືວ່າປະກາດວ່າເປັນໄພພິບັດ 100 ຄັນວ່າ 100 ບາດມາຈັ່ງຊີ້ພັດມາຕັດອອກ ມັນກະຖືວ່າບໍ່ແມ່ນ 100 ປະຊາຊົນບໍ່ໄດ້ຫຍັງເມືອຈັກຢ່າງ ແຕ່ນີ້ກະລໍາບາກມັນກະພໍແຮງແລ້ວ ຍັງມາລໍາບາກນໍາເງິນອີກ, ລໍາບາກນໍາເຮືອນອີກ ມັນກະຫຼາຍແນວລໍາບາກ ປະຊາຊົນ ກະທຸກໃຈຫັ່ນແຫຼະ ເວົ້າຢູ່ໃສກະເວົ້າບໍ່ໄດ້ແຫຼະ ເວົ້າມັນກະບໍ່ໄດ້ ເວົ້າໄປຊື່ໆ ຖຽງກັນກະຖຽງໄປຊື່ໆ ມັນບໍ່ໄດ້ໄປຮອດໃສ ຄັນວ່າເປັນໄປໄດ້ ກະບໍ່ຢາກໃຫ້ຕັດຫັ້ນແຫຼະເງິນຫັ້ນ.”

ແລະກໍຍັງມີປະຊາຊົນ ອີກຄົນນຶ່ງ ທີ່ບໍ່ປະສົງບອກຊື່ແລະອອກສຽງ ແຕ່ກໍຍັງຢາກຣະບາຍ ຄວາມຄັບແຄ້ນແໜ້ນໃຈ ມາແຕ່ມື້ເຂື່ອນແຕກ ນັ້ນວ່າ:

“ກະຂັດອົກຂັດໃຈຫັ້ນແຫຼະ ແນວບໍ່ຈັກຊິເວົ້າ ກະມາໂສກັນເບິດບ້ານເບິດເມືອງ ວ່າເຮົານີ້ນາ ເປັນປະຊາຊົນ ເພິ່ນລະເປັນຣັຖ ເພິ່ນກະຣັຖເຮົາໄວ້ເບິດ ບໍ່ໃຫ້ເຮົາມີ ບໍ່ໃຫ້ເຮົາຮັ່ງ ໃຫ້ເຮົາທຸກ ໃຫ້ເຮົາຍາກ ກະພາກັນໂສກັນ ເກີດເປັນມື້ມາ ບໍ່ມີຄວາມສຸກນະ ເບົາສມອງຈັກນ່ອຍ ລະກະເອົາບັນຫາໂຕນັ້ນມາ ວ່າງຢ່ານີ້ ກະເອົາເຮືອນມາໃຫ້ ເອົາເຮືອນມາໃຫ້ ກະເສັຍໃຈແລ້ວ ຜູ່ເຮືອນນ້ອຍ ເຮືອນໃຫຍ່, ຜູ້ເຮືອນໃຫຍ່ ພັດໄດ້ນ້ອຍ ຜູ້ເຮືອນນ້ອຍກະດີໃຈ ຫວິດໂຕນີ້ແລ້ວ ກະມາເງິນອີກ ເງິນອີກກະຕັດ 20% ກະແຮ່ງເສັຽໃຈເຂົ້າໄປອີກ.”

ບາດນີ້ມາຟັງຂັ້ນ ນາຍບ້ານ ບ້ານສມອງໃຕ້ ທີ່ເວົ້າກັບເອເຊັຽເສຣີວ່າ ເຣື່ອງເງິນຄ່າຊົດເຊີຍ 50% ງວດສຸດທ້າຍ ແລະຈະຕັດອອກ 20% ນີ້ ທາງອໍານາດການປົກຄອງບ້ານ ແລະລູກບ້ານ ກໍບໍ່ຮູ້ເຫດຜົນເລີຍ ວ່າເພິ່ນຈະຕັດເອົາໄປເຮັດຫຍັງ ເພິ່ນບໍ່ໄດ້ແຈ້ງໃຫ້ຮູ້:

“ເພິ່ນບໍ່ໄດ້ແຈ້ງ ຖືວ່າຈະເອົາໄປໃຊ້ບ່ອນໃດ ແມ່ນບໍ່ຈັກເນາະ ສູນເຮົາຍັງບໍ່ໄດ້ ເຊັນເອົາຫາກແຕ່ວ່າກະໄດ້ລົມກັບພໍ່ແມ່ປະຊາຊົນແລ້ວ ແຕ່ວ່າ ການຂັດຂ້ອງ ຂອງພໍ່ແມ່ປະຊາຊົນເຂົາກະມີຫຼາຍຫັ່ນແຫຼະ ວ່າຊັ້ນຊະ ກະສເນີເໝິດຫັ່ນແຫຼະ ທົ່ວ ທັງພໍ່ແມ່ປະຊາຊົນ ວ່າບໍ່ຢາກໃຫ້ຕັດຫັ່ນແຫຼະນໍ້ ເພາະວ່າ ເຮົາກະຜູ້ປະສົບໄພ 100 ຫັ່ນນາ ເຮືອນຊານບ້ານບ່ອນ ກະຖືກ  ນໍ້າພັດໄຫຼໜີເໝິດຫັ່ນນາ  ເທິງສເນີ ເທິງເຮັດໃບສເນີໄປອີກໃດ໋ ແຕ່ລະບ້ານ ຖືວ່າແຕ່ລະບ້ານ ຢູ່ໃນ 5 ສູນຂອງພວກເຮົາ ໄດ້ເຮັດໃບສເນີໄປເໝິດໃດ໋ ຢູ່ຄອບຄົວນີ້ ກະມັນມີຣົດໃຫຍ່ແດ່ຫ່ັນນາ ກະບໍ່ຫຼາຍປານໃດດອກ ຈໍານວນລວມ ມັນກະຖືກຢູ່ ທໍ່ໃດ 700 ປາຍ ໜ້ອຍດຽວນີ້ນາ ຢູ່ໃນຄອບຄົວນາຍບ້ານນີ້ເນາະ ຖືວ່າ ຮັບໄປແລ້ວ 363 ລ້ານ, ບາດນີ້ ຊິມາຕັດຄ່າຣົດໃຫຍ່ ຣົດຈັກ, ຣົດອິຫຍັງນີ້ນະ ມັນກະຫຼຸດໄປອີກແຫຼ້ວບາດນີ້ນະ ເພິ່ນອອກໄປ ກະ 80-90 ລ້ານພຸ້ນແຫຼະ.”

ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຽເສຣີ ໄດ້ໂທໄປສອບຖາມ ນໍານາຍບ້ານ ອີກທ່ານນຶ່ງ ຢູ່ບ້ານໃໝ່ ທ່ານກໍເວົ້າສູ່ຟັງວ່າ:

“ທາງນີ້ ກະບໍ່ຈັກຄືກັນແຫຼະ ເພິ່ນກະແຈ້ງວ່າປະກັນໄພ ເປັນຜູ່ຕັດເອົາຫັ້ນນາ ຕັດຫຼຸ້ຍຫ້ຽນ ອັນນັ້ນ ອັນນີ້ ຊິຮ່ວມກັບຝ່າຍໃດ ກະບໍ່ເຂົ້າໃຈຄືກັນ ອໍານາດການປົກຄອງ ຮູ້ໃດສໍ່ານີ້ຫັ້ນນາ ຕາມຫຼັກສາກົລ ຕາມເພິ່ນວ່າ ບາດແລ້ວແຈ້ງໃຫ້ບ້ານ ບາດລະເພິ່ນກະສິລົງປະຊາສັມພັນ ໃຫ້ພໍ່ແມ່ປະຊາຊົນ ຕື່ມອີກ ທາງພັກຣັຖຂັ້ນເທິງ ພ້ອມບໍຣິສັດ PNPC ລົງແຈ້ງໂຕເລຂ ຈະຕັດແບບນັ້ນແບບນີ້ ສະກ່ອນ ພໍແຕ່ວ່າ ເຊີນບ້ານເຂົ້າໄປຮ່ວມກອງປະຊຸມ ຢູ່ເມືອງ ລະກະບ້ານໄດ້ມາແຈ້ງ ໃຫ້ພໍ່ແມ່ປະຊາຊົນຮັບຊາບ ເພາະວ່າມີຂໍ້ຕົກລົງ ຂອງທ່ານເຈົ້າແຂວງເລັດ ລະກະທ່ານອຸ່ນຫຼ້າເດ້ ຮອງເຈົ້າແຂວງ ເຊັນມາ ກະຮ່ວມກັບ ບໍຣິສັດ PNPC ແລ້ວກະຫ້ອງການກ່ຽວຂ້ອງຂອງເມືອງ ກະເຂົ້າຮ່ວມເໝິດຫັ້ນແຫຼະ. ເມື່ອກ່ອນ ເຂົາກະແຈ້ງແຕ່ 13 ໝູ່ບ້ານເດ້ ຜູ້ຖືກຜົລກະທົບເບົາ 13 ໝູ່ບ້ານ ໃນຂໍ້ຕົກລົງຂອງແຂວງ ຄືກັນແຕ່ກ່ອນ ກ່ອນຊິຈ່າຍເງິນ ຄ່າຊົດເຊີຍຫັ້ນ ກະຄຶດວ່າຖືກຕັດແຕ່ 13 ບ້ານ ຄຶດວ່າພວກຖືກຜົລກະທົບເບົາຫັນນາ ບາດມາລໍຟັງເບິ່ງ ໃກ້ເງິນຊິອອກມາລະ ເອີ້ນອໍານາດການປົກຄອງບ້ານແຕ່ລະບ້ານຫັ່ນແຫຼະ ພວກທີ່ຖືກຜົລກະທົບໜັກ ໄປແຈ້ງໂຕເລຂ ວ່າຈະໄດ້ຕັດ 20% ສອງຣາຍການ ເຄື່ອງຄົວເຮືອນ ກັບຍານພະນະຫະ ເພິ່ນກະວ່າຣະບົບສາກົລມັນ ຕ້ອງໄດ້ຕັດ ເພາະວ່າຫຼຸ້ຍຫ້ຽນສີ້ນເປືອງ ເຮົາໃຊ້ເຫີງ ເພິ່ນກະວ່າແນວນັ້ນແຫຼະ.”

ກ່ອນໜ້ານີ້ບໍ່ດົນ ເອເຊັຽເສຣີ ໄດ້ໂທສອບຖາມໄປຍັງ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງ ແຂວງອັດຕະປື ກ່ຽວກັບການຕັດເງິນ ຄ່າຊົດເຊີຍ 20% ຂອງປະຊາຊົນຜູ້ປະສົບພັຍເຂື່ອນແຕກ ວ່າຈະເອົາໄປນໍາໃຊ້ ໃນພາກສ່ວນໃດ ທ່ານບອກໃຫ້ຮູ້ວ່າ:

“20% ນີ້ ບໍ່ໄດ້ຊ່ອຍໃຜ ແມ່ນເອີ້ນວ່າ ເປັນເງິນທີ່ຍັງຢູ່ໃນກອງທຶນ ປະກັນສັງຄົມເນາະ ຂອງບໍຣິສັດ PNPC ທີ່ເພິ່ນຈ້າງ ຊື້ປະກັນໄພຫັ້ນ ແມ່ນເງິນນອນໃນເງິນປະກັນໄພສ່ວນນຶ່ງ ແລະສ່ວນນຶ່ງ ກະແມ່ນເງິນຂອງຜູ້ພັທນາໂຄງການ ທີ່ຈະຕ້ອງໄດ້ເອົາມາ ຊົດເຊີນໃຫ້ປະຊາຊົນ ບໍ່ແມ່ນວ່າໄດ້ ເງິນມາລະ ຊິເອົາເງິນນີ້ໄປໄວ້ ບ່ອນໃດ ບ່ອນນຶ່ງນີ້ບໍ່ແມ່ນ ແມ່ນຜູ່ທີ່ເຂົາຈະຈ່າຍຫັ້ນ ໂດຍສະເພາະລະ ໂດຍສະເພາະແມ່ນ ຜູ້ພັທນາໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍນີ້ ເຂົາຊິເປັນຜູ້ຈ່າຍເອງ, ເຂົາຈະຈ່າຍແຕ່ຕາມມູນຄ່າໂຕຈິງ ໂຕຢ່າງວ່າ ໃນ 5 ຣາຍການ ໃນ 100% ມາຕີເປັນຮ້ອຍ ລະມາຫັກອອກໂຕ 20% ຫັ້ນ, ສອງຣາຍການຫັ່ນ ບໍ່ແມ່ນຫັກເບິດດອກ ກະຖືວ່າໂຕຈິງ ທີ່ເວົ້າກັນສໍ່ານັ້ນ ເຂົາຈະກະຈ່າຍ ແຕ່ 80 ວ່າຊັ້ນສະ. ກະໄດ້ເອກກະພາບກັນ ກັບຄະນະກັມມະການຂັ້ນແຂວງ ລະກະທາງພາກວິຊາການ ຮ່ວມກັນຄະນະປະເມີນ ຂອງບໍຣິສັດ PNPC ຫັ້ນ ຜູ້ພັທນາເຂື່ອນ ເຊປຽນ-ເຊນໍ້ານ້ອຍ ມາຮ່ວມກັນ ມາປະເມີນ ມາວິຈັຍເບິ່ງ ບັນຫານໍາກັນ ກະເຫັນວ່າສົມເຫດສົມຜົນເນາະ ກະເປັນໄປໄດ້ ເພາະວ່າເຄື່ອງໃຊ້  ເພາະວ່າ ເຄື່ອງໃຊ້ຜ່ານມາ ມັນກະມີອັນຫຼຸ້ຍຫ້ຽນສີ້ນເປືອງ ສະນັ້ນ, ກະຈັ່ງໄດ້ຮັບຮອງເອົາ ແຂວງ ເຫັນດີຮັບຮອງເອົາ ສົມເຫດສົມຜົນ ກະໄດ້ຈ່າຍໃຫ້ປະຊາຊົນສໍ່ານັ້ນ.”

ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຣື່ອງການຕັດເງິນ ຄ່າຊົດເຊີຍ 20% ຕາມທີ່ນາຍບ້ານ ແລະທ່ານຮອງເຈົ້າແຂວງ ເວົ້າມານັ້ນ ວ່າແມ່ນ ບໍຣິສັດປະກັນໄພ ຂອງບໍຣິສັດເຂື່ອນເຊປຽນ-ເຊນໍ້ານ້ອຍ ເປັນຜູ້ຕັດ. ວິທະຍຸເອເຊັຽເສຣີ ໄດ້ພຍາຍາມໂທຫາ ເຈົ້າໜ້າທີ່ ຂອງບໍຣິສັດປະກັນໄພນັ້ນຫຼາຍຄັ້ງ ແຕ່ບໍ່ສາມາດຕິດຕໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.