ເດີນໜ້າຄັດຄ້ານ ການສ້າງເຂື່ອນ ໃນແມ່ນ້ຳຂອງ ແຫ່ງອື່ນໆຕໍ່ໄປ
2022.08.18

ພາຍຫຼັງທີ່ສານປົກຄອງສູງສຸດຂອງໄທຍ ມີຄໍາສັ່ງຍົກຟ້ອງ ກໍຣະນີ ເຄືອຂ່າຍຊາວໄທຍ 8 ແຂວງລຸ່ມນໍ້າຂອງ ທີ່ຮ້ອງຟ້ອງ 5 ໜ່ວຍງານ ທີ່ກ່ຽວຂ້ອງຂອງພາກສ່ວນຣັຖ ໃນປະເທດໄທຍ ກໍຣະນີ ສັນຍາການຊື້-ຂາຍໄຟຟ້າ ຈາກເຂື່ອນໄຊຍະບູຣີ ໃນລາວ.
ທາງດ້ານເຄືອຂ່າຍ ພາກປະຄົມຂອງໄທຍ ກໍຍອມຮັບ ໃນການພິຈາຣະນາ (ຄຳພິພາກສາ) ຂອງສານ ແຕ່ຍັງຈະເດີນໜ້າ ສືບຕໍ່ປົກປ້ອງ ແລະຄັດຄ້ານ ການສ້າງເຂື່ອນຫຼວງພຣະບາງ, ເຂື່ອນປາກແບງ, ເຂື່ອນຊະນະຄາມຕໍ່ໄປ ຍ້ອນໃນໄລຍະ 2-3 ປີມານີ້ ແມ່ນໍ້າຂອງມີການປ່ຽນແປງ ຜັນຜວນຢ່າງໜັກ ຕໍ່ລະບົບນິເວດຕ່າງໆ ເຊັ່ນ ກຸ້ງ, ຫອຍ, ປູ, ປາ ຫຼຸດໜ້ອຍຖອຍລົງ ຈາກທີ່ເຄີຍມີຫຼາຍ ກໍຫາຍາກຂຶ້ນ ຮວມໄປເຖິງວິຖີຊີວິຕ ຂອງຊາວບ້ານແຄມແມ່ນໍ້າຂອງ ກໍໄດ້ຮັບຜົລກະທົບ ໃນການທໍາມາຫາກິນ ຍ້ອນເກີດຈາກການສ້າງເຂື່ອນ ໃນລາວ.
ດັ່ງຍານາງ ອ້ອມບຸນ ທິບສຸນາ ເຄືອຂ່າຍຊາວໄທຍລຸ່ມແມ່ນໍ້າຂອງ 7 ແຂວງພາກອີສານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 17 ສິງຫາ ວ່າ:
“ເຮົາບໍ່ຢຸດ ເຂື່ອນໂຕໃໝ່ມາ ພວກຂ້ອຍກໍຈະຟ້ອງອີກເດ້. ພວກຂ້ອຍບໍ່ໄດ້ຖອຍເດ້. ໃນຊ່ວງ 2-3 ປີ ທີ່ຜ່ານມາ ລະບົບນິເວດນີ້ ມັນປ່ຽນໄປ. ປາທີ່ມັນເຄີຍມາຕາມຣະດູການ ຫາໄດ້ໜ້ອຍລົງ ໂດຍສະເພາະຫອຍ ຫາຍເລີຍໄປ, ກຸ້ງຫາຍໄປເລີຍເກືອບ 100 ຊນິດ. ມັນບໍ່ເຫັນອີກແລ້ວ ຕົ້ນໄຄນໍ້າ ທີ່ມັນເຄີຍເປັນທີ່ຢູ່ອາສັຍ ຂອງກຸ້ງຫອຍປູປານີ້ ອັນນີ້ກໍຕາຍຍົກປ່າໄປເລີຍ.”
ຍານາງກ່າວຕື່ມວ່າ ປັດຈຸບັນ ເຖິງແມ່ນວ່າ ໜ່ວຍງານທີ່ກ່ຽວຂ້ອງ ຈະມີການແຈ້ງເຕືອນລະບົບຂໍ້ມູນ ກ່ຽວກັບການປ່ອຍນໍ້າຂອງ ໃນການຂຶ້ນ-ລົງ ແຕ່ສະພາບໂຕຈິງ ຊາວບ້ານແຄມນໍ້າຂອງ ກັບບໍ່ສາມາດກະເວລາ ນໍ້າຂຶ້ນ-ລົງ ໄດ້ ຍ້ອນມີການຜັນຜວນຢູ່ຕລອດ ເຊັ່ນ ນໍ້າຂອງ ທີ່ບໍ່ເຄີຍແຫ່ງຂອດ ຣະດູແລ້ງກໍແຫ້ງຈົນເກືອບບໍ່ມີນໍ້າໃຊ້ ແລະໄລຍະລະດູຝົນ ນໍ້າກໍໄຫຼຫຼາກຫຼາຍເກີນໄປ ຈົນເກີດພັຍພິບັດນໍ້າຖ້ວມ ທຸກປີໃນລາວ ແລະທາງແຂວງຝັ່ງໄທຍ ກໍໄດ້ຮັບຜົລກະທົບໄປນໍາດ້ວຍ ແລະຢາກໃຫ້ໜ່ວຍງານທີ່ກ່ຽວຂ້ອງ ກວດຄືນ ການປະເມີນຜົລກະທົບ ໃນການສ້າງເຂື່ອນຊະນະຄາມນໍາດ້ວຍ ເນື່ອງຈາກເຂື່ອນນີ້ ຈະສ້າງຢູ່ກາງແມ່ນໍ້າຂອງ ລະຫວ່າງ ຊາຍແດນລາວ-ໄທຍ.
ທີ່ຜ່ານມາ ໜ່ວຍງານພາກຣັຖ ຮັບຮູ້ເຖິງຜົລກະທົບ ໃນການສ້າງເຂື່ອນມາໂດຍຕລອດ ແຕ່ກັບບໍ່ໄດ້ຮັບການແກ້ໄຂ ຫຼືປົກປ້ອງໃຫ້ດີຂຶ້ນ ແລະມີແຜນຈະສ້າງເຂື່ອນເພີ່ມອີກ ແຕ່ຄວາມເຫັນຂອງຊາວບ້ານ ກໍບໍ່ໄດ້ຖືກເອົາໄປພິຈາຣະນາ.
ໃນເວລາຈະມີການສ້າງເຂື່ອນແຫ່ງໃໝ່ຂຶ້ນ ໜ່ວຍງານທີ່ກ່ຽວຂ້ອງ ກໍຕ້ອງໄດ້ຂໍຄວາມເຫັນ ຈາກຊາວບ້ານ ເຖິງເຣື່ອງຜົລກະທົບ ຫຼືການເຫັນດີບໍ່ເຫັນດີ ໃຫ້ສ້າງເຂື່ອນ ແຕ່ໜ່ວຍງານທີ່ກ່ຽວຂ້ອງ ກັບຂໍຄວາມເຫັນຂອງຊາວບ້ານໄປເທົ່ານັ້ນ ແຕ່ສຸດທ້າຍ ໜ່ວຍງານທີ່ກ່ຽວຂ້ອງ ກໍໃຊ້ອໍານາດຢູ່ເໜືອສຽງປະຊາຊົນ ໜ່ວຍງານພາກຣັຖ ແລະນາຍທຶນເທົ່ານັ້ນ ທີ່ຈະໄດ້ຜົລປໂຍດ.
ດັ່ງທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ຂອງໄທຍ ກ່າວວ່າ:
“ເຣື່ອງເຂື່ອນນີ້ ມັນກໍຊັດເຈນແລ້ວ ວ່າມັນມີຜົລກະທົບ ເຣື່ອງຂບວນການການມີສ່ວນຮ່ວມ ກໍຄື ຊາວບ້ານມັນຂາດ ມັນມີກັບຣັຖກັບທຶນເທົ່ານັ້ນ ນີ້ຄືປະເດັນບັນຫາໃຫຍ່ ຊາວບ້ານເບິ່ງວ່າ ອັນການຮັບຟັງຄວາມຄິດເຫັນນີ້ 8 ແຂວງນິ່ ມັນເຮັດໄດ້ຢູ່ 3-4 ຄັ້ງ ເຊິ່ງຊາວບ້ານກໍບອກວ່າ ມັນບໍ່ຄອບຄຸມ ແຕ່ຣັຖ ການຕີຄວາມກັບບອກວ່າ ຄອບຄຸມ.”
ນອກຈາກນີ້ ເຄືອຂ່າຍພາກປະຊາສັງຄົມຂອງໄທຍ ຍັງກັງວົນອີກວ່າ ໃນອະນາຄົດ ທີ່ໜ່ວຍງານທີ່ກ່ຽວຂ້ອງ ຈະມີແຜນການສ້າງເຂື່ອນຫຼວງພຣະບາງ, ເຂື່ອນປາກແບງ, ເຂື່ອນຊະນະຄາມ ການຂໍຄວາມຄິດເຫັນຂອງປະຊາຊົນ ຄົງບໍ່ມີປໂຍດ ເພາະໜ່ວຍງານຣັຖ ຍັງຍົກຟ້ອງ ຄໍາສັ່ງຍົກຟ້ອງ ຄະດີການຊື້-ຂາຍໄຟຟ້າ ຈາກເຂື່ອນໄຊຍະບູຣີ ຂອງລາວ.
ດັ່ງຍານາງ ພຽງພອນ ດີເທດ ຜູ້ອໍານວຍການ ຝ່າຍຣົນນະລົງອົງການແມ່ນໍ້າຂອງສາກົລ ກ່າວວ່າ:
“ເຮົາຫວັ່ນໃຈ ວ່າໃນອະນາຄົດນີ້ ການມີສ່ວນຮ່ວມຂອງປະຊາຊົນ ທີ່ຈະນໍາຄວາມຄິດເຫັນ ໄປສູ່ຂບວນການຕັດສິນໃຈແທ້ໆນີ້ ມັນຈະເປັນຈັ່ງໃດ ທຸກຄົນກໍາລັງເດືອດຮ້ອນ ແລ້ວເຮົາຈະເພິ່ງໃຜໄດ້.”
ປັດຈຸບັນ ຊາວບ້ານຢູ່ປະເທດລາວ ກໍຫາປາຢູ່ນໍ້າຂອງໄດ້ໜ້ອຍລົງ ແຕ່ຖ້າຫາກໄປຫາຢູ່ນໍ້າຫ້ວຍ ທີ່ຫ່າງໄກຈາກເຂດກໍ່ສ້າງເຂື່ອນ ນໍ້າກໍແຫ້ງຂອດ.
ດັ່ງຊາວລາວ ໃນແຂວງໄຊຍະບູຣີ ທ່ານນຶ່ງ ໄດ້ກ່າວວ່າ:
“ໂອ້ ການຫາປານອກເຂື່ອນ ນີ້ຫາຍາກ ເພາະວ່ານໍ້າຫ້ວຍ ນໍ້າຮ່ອງ ນີ້ມັນແຫ້ງເນາະ ຕົກແລ້ງມານ່າ ເພາະວ່າປາລະບໍ່ຢາກອາສັຍເນາະ ບໍ່ຢາກຢູ່ວ່າຊັ້ນສາ.”
ການສ້າງເຂື່ອນໃນລາວ ທາງລາວກໍຍັງຄົງມີແຜນຈະສ້າງຕໍ່ໄປ ເຊິ່ງກໍມີທັງຜົລດີ ແລະຜົລເສັຍຕາມມາ ໂດຍຜົລດີ ກໍຈະເປັນການພັທນາປະເທດ ສ້າງຜົລປໂຍດໃຫ້ປະຊາຊົນ ສ່ວນຜົລເສັຍກໍມີຜົລກະທົບ ຕາມເຣື່ອງລະບົບນິເວດ ສິ່ງແວດລ້ອມ ແຕ່ກ່ອນຈະສ້າງເຂື່ອນ ກໍຕ້ອງໄດ້ຜ່ານຄະນະກັມມະການ ກ່ອນທຸກເທື່ອ.
ດັ່ງນັກວິຊາການທີ່ກ່ຽວຂ້ອງ ໃນລາວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ:
“ຕາມນັ້ນແຫຼະ ກໍບໍ່ເຫັນວ່າຫຍັງ ກໍຢູ່ໃນຂັ້ນຕອນການສຶກສາຢູ່ ກ່ອນທີ່ຈະເຮັດໄດ້ ມັນກະຕ້ອງມີການເຫັນດີ ຫຼາຍໆພາກສ່ວນຫຼາຍໆຝ່າຍຫັ້ນແຫຼະ ໄດ້ຍິນຍອມຈາກຜູ້ ຂອບເຂດພື້ນທີ່ຫັ້ນແຫຼະ ທີ່ໂຍກຍ້າຍຫັ້ນແຫຼະ ເຮົາກະມີການຊົດເຊີຽເນາະ ກະສົມເຫັດສົມຜົລຫັ້ນແຫຼະປະຊາຊົນ ເຂດການດັ່ງກ່າວ ກໍໄດ້ຮັບຜົລປໂຍດ ທາງລົບ ກໍກະທົບກັບສິ່ງແວດລ້ອມ ເພິ່ນກະມີນະໂຍບາຍ ສ້າງເຂື່ອນຕ້ອງມີທາງຜ່ານຂອງປາເນາະ.”
ປັດຈຸບັນ ເຂື່ອນໃນແມ່ນໍ້າຂອງຢູ່ລາວ ທີ່ກໍ່ສ້າງສໍາເຣັດ ແລະຜລິຕໄຟຟ້າແລ້ວ ມີ 2 ແຫ່ງ ໄດ້ແກ່ ເຂື່ອນໄຊຍະບູຣີ ກັບເຂື່ອນດອນສະໂຮງ ແລະຍັງມີໂຄງການເຂື່ອນ ທີ່ຢູ່ແມ່ນໍ້າຂອງໃນປະເທດລາວ ອີກ 6 ແຫ່ງ ຄື ເຂື່ອນປາກແບງ, ເຂື່ອນຫຼວງພຣະບາງ, ເຂື່ອນປາກລາຍ, ເຂື່ອນຊະນະຄາມ, ເຂື່ອນສາຣະວັນ ຫຼືເຂື່ອນບ້ານກຸ່ມ ແລະເຂື່ອນພູງອຍ ເຊິ່ງໃນນັ້ນ ຈໍານວນ 4 ແຫ່ງ ທີ່ມີການຜັກດັນໃຫ້ໄທຍ ຮັບຊື້ໄຟຟ້າເພີ່ມ ຄືເຂື່ອນປາກແບງ, ເຂື່ອນປາກຫຼວງພຣະບາງ, ເຂື່ອນປາກລາຍ ແລະເຂື່ອນຊະນະຄາມ ອີງຕາມຂໍ້ມູນຈາກ ເວັບໄຊທ໌ ມາຍແມ່ຂອງ (Mymekong.org).