ນ້ຳຖ້ວມ ນະຄອນຫຼວງ ຍັງເຫຼືອ ຄວາມເສັຍໄວ້

ສຸພັດຕາ
2022.08.22
ນ້ຳຖ້ວມ ນະຄອນຫຼວງ ຍັງເຫຼືອ ຄວາມເສັຍໄວ້ ນ້ຳຖ້ວມ ນະຄອນຫຼວງວຽງຈັນ, ວັນທີ 7 ສິງຫາ 2022.
ນັກຂ່າວ ພົລເມືອງ

ໃນໄລຍະສັປດາທີ່ຜ່ານມາ ຝົນຕົກຕິດຕໍ່ກັນຫຼາຍມື້ ເຮັດໃຫ້ເກີດນໍ້າຖ້ວມຫຼາຍຈຸດ ໃນນະຄອນຫຼວງວຽງຈັນ ເຊັ່ນ ຖນົນເລຂທີ່ 10 ເຂດບ້ານໂນນສະອາດ, ບ້ານໂນນແສງຈັນ, ບ້ານສ້າງຄູ້, ບ້ານທ່າງ່ອນ ເມືອງໄຊທານີ, ເຂດບ້ານໜອງໜ້ຽວ, ບ້ານໜອງແຕ່ງ, ບ້ານໜອງບຶກເໜືອ ໃນເມືອງສີໂຄດຕະບອງ ແລະຍັງມີບາງພື້ນທີ່ ໃນເມືອງຈັນທະບູຣີ, ເມືອງໄຊເສດຖາ ທີ່ນໍ້າໄຫຼເຂົ້າຖ້ວມເຮືອນ ຂອງຊາວບ້ານອີກນໍາດ້ວຍ ເຊິ່ງກໍໄດ້ເຮັດໃຫ້ຫຼາຍຄອບຄົວໄດ້ຮັບຜົລກະທົບ ແລະເຄື່ອງໃຊ້ສອຍເສັຍຫາຍ ໂດຍສະເພາະເຄື່ອງໃຊ້ໄຟຟ້າ, ຕູ້ເຢັນ, ຈັກຊັກເຄື່ອງ, ຣົຖໃຫຍ່, ຣົຖຈັກ ຮວມທັງເຊື່ອນອນໝອນມຸ້ງ ນໍາດ້ວຍ.

ດັ່ງຊາວບ້ານ ໃນເມືອງຈັນທະບູຣີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 22 ສິງຫານີ້ວ່າ:

“ຜົລກະທົບມັນກະມີຫຼາຍຢ່າງ ກະຄືນຶ່ງ ນໍ້າກໍເຂົ້າເຮືອນເນາະ ແລະກະຖືກເຄື່ອງໃຊ້ໃນເຮືອນເຮົາ ມັນກະເສັຍຫາຍ ທີ່ວ່າເປັນເຄື່ອງໃຊ້ໄຟຟ້າເນາະ ແລ້ວກະຣົຖທີ່ວ່າ ມັນຖ້ວມສູງຂຶ້ນ ມັນກະຈະຖ້ວມໝໍ້ໄຟ. ໄດ້ຮັບຜິດຊອບເອງ ເພາະວ່າມັນເປັນພັຍທັມມະຊາຕເນາະ ແລະກະເຣື່ອງໄປວຽກ ບາງຄົນກະໄດ້ຢຸດວຽກ ໃນມື້ທີ່ວ່ານໍ້າມັນຍັງບໍ່ຫຼຸດຫັ້ນນ່າ.”

ທ່ານກ່າວຕື່ມອີກວ່າ ປັດຈຸບັນນີ້ ນໍ້າທີ່ຖ້ວມຂັງ ຕາມທ້ອງຖນົນສາຍຫຼັງຕ່າງໆ ແລະເຮືອນຂອງຊາວບ້ານກໍໄດ້ຫຼຸດລົງແລ້ວ ເຊິ່ງສາເຫດທີ່ເຮັດໃຫ້ນໍ້າຖ້ວມ ແມ່ນຍ້ອນຮ່ອງລະບາຍນໍ້າຫຼາຍແຫ່ງຕັນ.

ຂະນະທີ່ ຊາວບ້ານໃນເມືອງສີໂຄດຕະບອງ ທ່ານນຶ່ງ ກໍໄດ້ກ່າວວ່າ ຖືວ່າປີນີ້ ນໍ້າຖ້ວມໜັກແຮງ ຫາກທຽບໃສ່ປີ 2020-2021 ເຊິ່ງຕົນເອງຄິດວ່າ ຖ້າມີຝົນຕົກຕິດຕໍ່ກັນຫຼາຍມື້ ນໍ້າກໍຈະຖ້ວມຂັງຢູ່ຖນົນຫົນທາງ ແລະເຂົ້າເຮືອນຂອງຊາວບ້ານອີກຄືເກົ່າ ແລະຍັງມີຫ້ອງແຖວຈໍານວນນຶ່ງ ທີ່ຖືກນໍ້າໄຫຼເຂົ້າຖ້ວມເຊັ່ນກັນ ຫຼາຍຄົນບໍ່ສາມາດເກັບເຄື່ອງໃຊ້ໄຟຟ້າ ບ່ອນຢູ່ບ່ອນນອນໄດ້ທັນ ເຮັດໃຫ້ເຄື່ອງຂອງມີສະພາບເປິະເປື້ອນ ແລະເສັຍຫາຍເປ່ເພ ບາງຄົນທີ່ເຊົ່າຫ້ອງແຖວຢູ່ ກໍຕ້ອງຍ້າຍອອກ ຍ້ອນບໍ່ກ້າຢູ່ຕໍ່ ເພາະຢ້ານນໍ້າຖ້ວມອີກ ບາງຄົນທີ່ຢູ່ຕໍ່ ເຈົ້າຂອງຫ້ອງແຖວ ກໍບໍ່ໄດ້ເກັບຄ່າເຊົ່າໃນເດືອນສິງຫານີ້.

“ມັນກ່ຽວພັນກັບເຄື່ອງໄຟຟ້າ ແລ້ວກະເຄື່ອງບ່ອນຢູ່ບ່ອນນອນແຫຼະ ເອົາບໍ່ທັນ ຕູ້ເຢັນບໍ ແລະກະຕູ້ແຊ່ ບາງອັນກະເອົາໄປສ້ອມແປງໄດ້ຄືນ ບາງອັນກະສ້ອມແປງບໍ່ໄດ້ ແລ້ວບາດນີ້ ພວກຢູ່ຫ້ອງແຖວ ຂະເຈົ້າກະບໍ່ຢາກໝັ້ນໃຈປານໃດເດ້ ບາງຄົນກະບໍ່ສາມາດຈະເຊົ່າຕໍ່ ເພາະວ່າເຂົາເຈົ້າກະຢ້ານຫັ້ນນ່າ ບາງຄົນເຈົ້າຂອງຫ້ອງແຖວຫັ້ນ ເຂົາເຈົ້າບໍ່ເກັບຄ່າເຊົ່າແຫຼະ.”

ຂະນະດຽວກັນ ຊາວບ້ານໃນເມືອງໄຊທານີ ອີກທ່ານນຶ່ງ ກໍໄດ້ກ່າວວ່າ ນໍ້າຖ້ວມສັປາທີ່ຜ່ານມາ ຖນົນຫົນທາງຖ້ວມໜັກແຮງ ເຮືອນຊານປະຊາຊົນບາງບ່ອນ ກໍຖືກນໍ້າໄຫຼເຂົ້າຖ້ວມຂັງ ເຮັດໃຫ້ເຄື່ອງໃຊ້ຂອງສອຍເສັຍຫາຍໝົດ ຍ້ອນເກັບມ້ຽນບໍ່ທັນ ແລະຖ້າມີຝົນຕົກລົງມາຕິດຕໍ່ກັນອີກຫຼາຍມື້ ເຊື່ອວ່າ ນໍ້າກໍຖ້ວມອີກແນ່ນອນ.

“ຖ້ວມແຕ່ເຮືອນປະຊາຊົນບາງບ່ອນ ບາງຄອບຄົວ ມັນກະເສັຍຫາຍ ບາງຄອບຄົວກະບໍ່ເສັຍຫາຍ ມັນເດືອດຮ້ອນມັນກະເດືອດຮ້ອນ ບ່ອນຢູ່ບ່ອນນອນ ການໄປ-ການມາຫັ້ນແຫຼະເນາະ ນໍ້າຖ້ວມເນາະ ຄັນມັນແດດຫຼາຍ ມັນກະຄ່ອຍລົງ ຄັນມັນຕົກມາອີກ.”

ຊາວບ້ານໃນເມືອງໄຊເສດຖາ ອີກທ່ານນຶ່ງ ກ່າວວ່າ ບໍ່ແມ່ນແຕ່ນໍ້າໄຫຼເຂົ້າຖ້ວມເຮືອນ ຊາວບ້ານເທົ່ານັ້ນ ແຕ່ນໍ້າຍັງໄຫຼເຂົ້າຖ້ວມ ເຂດທົ່ງນາຂອງຊາວບ້ານ ທີ່ປັດຈຸບັນກໍາລັງປູກເຂົ້າ ກໍເຮັດໃຫ້ເຂົ້າເສັຍຫາຍຢູ່ຈໍານວນນຶ່ງ ເຊິ່ງເຈົ້າໜ້າທີ່ ມີພຽງແຕ່ລົງສໍາຣວດເອົາແຕ່ຂໍ້ມູນເທົ່ານັ້ນ ບໍ່ໄດ້ຊ່ວຍເຫຼືອຫຍັງເທື່ອ.

“ນໍ້າຖ້ວມເຂົ້າແຫຼະ ເທົ່ານັ້ນແຫຼະ ໄດ້ບໍ່ເຕັມຮ້ອຍຫັ້ນນ່າ ມັນຖ້ວມດ້າມມື້ ແປັບດຽວມັນກະໄຫຼອອກແລ້ວ ມັນລະບາຍບໍ່ທັນຊື່ໆ ໂອ່ຍຂະເຈົ້າບໍ່ໄດ້ຊ່ວຍດອກ ມີແຕ່ລົງໄປເບິ່ງຄວາມເສັຍຫາຍຊື່ໆແຫຼະ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງກໍໄດ້ກ່າວວ່າ: ປັດຈຸບັນ ນໍ້າຖ້ວມໃນຫຼາຍພື້ນທີ່ ກໍໄດ້ຫຼຸດລົງແລ້ວ ຫຼາຍຄົນກໍໄດ້ເຮັດອະນາມັຍເຮືອນຊານຂອງຕົນເອງໃຫ້ສະອາດ ແລະທີ່ຜ່ານມາ ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ລວງຮ່ອງລະບາຍນໍ້າໄປແລ້ວ.

“ມັນຕົກເບິດມື້ເບິດຄືນເດ້ ຖືວ່າປັດຈຸບັນນໍ້າແຫ້ງໝົດແລ້ວ ເຮົາໄດ້ລວງຄອງ ຕາມຈຸດແລວນໍ້າທີ່ວ່າໄປຫັ້ນນ່າ ມັນຈະລະບາຍທັນຫັ້ນນ່າ ປັດຈຸບັນນີ້ ເຂົາກໍໄດ້ເຂົ້າອານະມັຍເຮືອນຊານແລ້ວ ເຂົ້າສູ່ຄອບຄົວເຂົາຄືເກົ່າ.”

ດ້ານເຈົ້າໜ້າທີ່ເມືອງຈັນທະບູຣີ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ໄດ້ກ່າວວ່າ ປັດຈຸບັນ ນໍ້າບົກແຫ້ງແລ້ວ ແຕ່ຍັງບໍ່ທັນຮູ້ເຖິງຄວາມເສັຍຫາຍ  ຍັງຢູ່ລະຫວ່າງການຮິບໂຮມຂໍ້ມູນ.

ໂອ່ໂຕນີ້ຍັງ ຍັງສໍາຣວດກັນຢູ່ ຈະມີຄະນະກັມມະການພິຈາຣະນາເນາະ ຍັງປະຊຸມກັນຢູ່ ປຶກສາກັນຢູ່.”

ຢ່າງໃດກໍຕາມ ໃນວັນທີ່ 22 ສິງຫາ 2022 ນີ້ ກົມອຸຕຸນິຍົມ ແລະອຸທົກກະສາຕ ກໍໄດ້ແຈ້ງວ່າ ຄວາມກົດດັນອາກາດຕໍ່າ ຍັງພັດຜ່ານຢູ່ເຂດພາກເໜືອ ຂອງປະເທດລາວ,​ ສົມທົບກັບ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ໃນລະດັບປານກາງ ພ້ອມທັງມີລົມພະຍຸ ໃນບາງທ້ອງຖິ່ນ ໃນແຕ່ລະພາກຂອງປະເທດລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.