ຫຼາຍເມືອງ ເຂດພາກເໜືອ ຖືກນ້ຳຖ້ວມ ເສັຍຫາຍ ຢ່າງໜັກ
2022.08.29

ຝົນຕົກໜັກ ນໍ້າຖ້ວມຮຸນແຮງ ແລະດິນເຈື່ອນ ເມື່ອວັນທີ 26 ສິງຫານີ້ ຢູ່ເມືອງຂວາ ແຂວງຜົ້ງສາລີ, ເຮັດໃຫ້ເກີດຄວາມເສັຍຫາຍ ຢ່າງໜັກໜ່ວງ ແກ່ຊາວບ້ານ ທີ່ອາສັຍຢູ່ລຽບແຄມນໍ້າພາກ ຈໍານວນ 4 ບ້ານຄື ບ້ານມອນສະຫວັນ, ບ້ານລາດຊາງ, ບ້ານສິນໄຊ ແລະບ້ານຫາດນາງ. ນໍ້າຖ້ວມຄັ້ງນີ້ ເຮັດໃຫ້ເຮືອນຫລາຍຫລັງ ຖືກນໍ້າປ່າໄຫລຊຸໄປຈົນບໍ່ຍັງເຫລືອຫຍັງຈັກຢ່າງ, ອີງຕາມຄໍາເວົ້າຂອງຊາວບ້ານຜູ້ນຶ່ງ ຢູ່ບ້ານສິນໄຊ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 29 ສິງຫານີ້.
“ມີແຕ່ເຮືອນໂຕຢູ່ເໜືອຫັ້ນແຫລະ. ເຈື່ອນໄປໝົດ ນໍ້າເອົາໄປໝົດ ບໍ່ເຫລືອຫຍັງເລີຍ. ພວກພະນັກງານ ຢູ່ເມືອງເນາະ ຢູ່ເມືອງຂວາຫັ້ນນ່າ ຂະເຈົ້າມາຊ່ວຍຕັ້ງ ແຕ່ມື້ນໍ້າຖ້ວມພຸ້ນນ່າ ມື້ນີ້ກາປະມານວ່າ ມາລ້າງເຮືອນ ລ້າງຫຍັງຊ່ວຍແມ່ນຫຍັງຫັ້ນນ່າ ຂີ້ຕົມ. ໂອ໋ ຂີ້ຕົມຫລາຍແທ້ ຫລາຍວ່າ ນໍ້າມາໄວ ມາແຮງໂພດບໍ່ໄດ້ຫຍັງ.”
ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ໃນວັນທີ 24-25 ສິງຫານີ້ ໄດ້ເກີດຝົນຕົກໜັກ ແຕ່ຊາວບ້ານກໍບໍ່ໄດ້ກັງວົນ ຍ້ອນປີຜ່ານໆມາ ກໍເກີດຝົນຕົກໜັກເຊັ່ນດຽວກັນນີ້, ແຕ່ບໍ່ເກີດນໍ້າຖ້ວມ ແລະໄຫລຊຸແຮງ ຄືກັນກັບໃນຄັ້ງນີ້. ດັ່ງນັ້ນຈຶ່ງເຮັດໃຫ້ຫລາຍຄອບຄົວ ເກັບມ້ຽນເຄື່ອງຂອງ ແລະຊັພສິນມີຄ່າບໍ່ທັນ.
ແລະຊາວບ້ານອີກຜູ້ນຶ່ງ ຢູ່ບ້ານ ລາດຊາງ ກໍເວົ້າໃນມື້ດຽວກັນນີ້ວ່າ ນໍ້າຖ້ວມໃນປີນີ້ ຖືວ່າຮຸນແຮງຫລາຍສົມຄວນ, ຊາວບ້ານທີ່ອາສັຍຢູ່ ລຽບແຄມນໍ້າພາກ ບໍ່ໄດ້ຮັບການແຈ້ງເຕືອນພັຍ ຈາກທາງການ ກ່ຽວກັບນໍ້າປ່າໄຫລຊຸ. ດັ່ງນັ້ນຈຶ່ງເຮັດໃຫ້ ມີຄວາມເສັຍຫາຍຫລາຍ ຍ້ອນເກັບມ້ຽນເຄື່ອງຂອງບໍ່ທັນ. ນອກຈາກເຮືອນຊານ ແລະຊັພສິນມີຄ່າ ເສັຍຫາຍແລ້ວ, ໂຄງຮ່າງພື້ນຖານພາຍໃນບ້ານ ກໍໄດ້ຮັບຄວາມເສັຍຫາຍຫລາຍ.
“ນໍ້າຊຸໄຫລແຮງ ແຕ່ວ່າດຽວນີ້ມັນກໍແຫ້ງແລ້ວ ມີແຕ່ດຽວນີ້ຂະເຈົາ ພາກັນລ້າງຮ້ານອິຫຍັງ ຕ່າງໆແລ້ວ. ໂອ໋ ພັງຫລາຍໆ ເພາະວ່າມັນບໍ່ມີແຕ່ບ້ານເຮົາເດ້. ຕາມລຽບນໍ້າພາກນີ້ ຖືວ່າຢາກ 80% ນີ້ຖືກໝົດ ນັບແຕ່ເມືອງຫລາມາພຸ້ນແຫລະ ນີ້ກະທາງຂາດ. ໄປ-ມາຍັງບໍ່ທັນໄດ້.”
ເວົ້າສະເພາະຜົລກະທົບ ຈາກນໍ້າຖ້ວມ 4 ບ້ານ ຢູ່ເມືອງຂວາ ກໍເຮັດໃຫ້ມີຄວາມເສັຍຫາຍ ທັງເຮືອນຊານ, ໄຮ່ນາ, ຮົ້ວສວນ, ສັດລ້ຽງ ແລະເຄື່ງອຂອງອື່ນໆ ທັງໝົດ 97 ຄອບຄົວ-583 ຄົນ, ຮວມມູນຄ່າເສັຍຫາຍໃນເບື້ອງຕົ້ນ 5.6 ຕື້ປາຍກີບ.
ນອກຈາກນັ້ນ ຢູ່ທົ່ວເມືອງນີ້ ຍັງຢູ່ໃນລະຫວ່າງ ການເກັບກໍາຂໍ້ມູນ ຄວາມເສັຍຫາຍ ຈາກນໍ້າຖ້ວມນາ, ຊົລປະທານ, ໜອງປາ, ຄອງເໝືອງ, ເສັ້ນທາງລະຫວ່າງບ້ານຕໍ່ບ້ານ ອີກປະມານ 30 ປາຍບ້ານ.
ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດິການສັງຄົມ ແຂວງອຸດົມໄຊ ເວົ້າວ່າ:
“ທາງເບື້ອງນີ້ ຄະນະຮັບຜິດຊອບ ອະນຸກັມມະການໄດ້ແຕ່ງຕັ້ງຂຶ້ນມາແລ້ວ ອັນນີ້ສັງລວມຂໍ້ມູນຄ້າວໆ ແຕ່ວ່າຄາດຄະເນ ແຕ່ວ່າການເກັບກໍາຂໍ້ມູນ ຕົວຈິງມັນຈະຕົກຢູ່ປະມານ 8-9 ຕື້ປາຍນີ້ແຫລະ.”
ທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງເມືອງຂວາ ໄດ້ໄປມອບເຄື່ອງຊ່ອຍເຫລືອ ບັນເທົາທຸກໃນມື້ວັນທີ 28 ສິງຫານີ້ ໃຫ້ຊາວບ້ານທີ່ຖືກຜົລກະທົບຢູ່ບ້ານລາດຊ້າງ ແລະບ້ານ ຫາດນາງ ຄື ສາດ, ຜ້າຫົ່ມ, ໝໍ້ແກງ, ໝໍ້ນຶ້ງເຂົ້າ ແນວລະ 78 ອັນ ແລະເຄື່ອງໃຊ້ອີກຈໍານວນນຶ່ງ ຮວມມູນຄ່າ 27 ລ້ານກີບ ແລະບ້ານອື່ນໆກໍຈະມີການຊ່ອຍເຫລືອຕໍ່ໄປ.
ນອກຈາກຢູ່ເມືອງຂວາ ແຂວງຜົ້ງສາລີ ແລ້ວ ໃນມື້ດຽວກັນນີ້ ປະຊາຊົນອີກຫລາຍບ້ານ ຢູ່ເມືອງຫລາ, ເມືອງໄຊ ແຂວງອຸດົມໄຊ ກໍປະເຊີນກັບພັຍນໍ້າຖ້ວມຮຸນແຮງ ເຮັດໃຫ້ມີຜູ້ເສັຍຊີວິຕຍ້ອນ ແລະຊັພສິນເສັຍຫາຍຫລາຍ, ສ່ວນຫລາຍເປັນຍ້ອນມ້ຽນມັດເຄື່ອງຂອງບໍ່ທັນ.
ດັ່ງຊາວບ້ານຜູ້ນຶ່ງ ຢູ່ເມືອງໄຊ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 29 ສິງຫານີ້ວ່າ:
“ຖ້ວມລະບໍ່ ແຕ່ວ່າມ້ຽນເຄື່ອງຫັ້ນນ່າທັນ ດຽວນີ້ມ້ຽນໝົດແລ້ວ ກະບໍ່ມີຫຍັງເສັຽຫາຍ ມີແຕ່ຂີ້ດິນຂີ້ຕົມມາຖົມ. ໂອ໊... ຊາວບ້ານຢູ່ແຖວນອກເສັຽຫາຍຫລາຍ ທົ່ງໄຮ່ ທົ່ງນາ ເສັ້ນທາງ ເປັນຂົວ ເປັນເຮືອນໄຫລນໍ້າໂອ໋. ຫລາຍ!”
ສ່ວນຊາວບ້ານຜູ້ນຶ່ງ ຢູ່ເມືອງຫລາ ເວົ້າວ່າ ພັຍນໍ້າຖ້ວມ ແລະນໍ້າປ່າໄຫລຊຸໃນຄັ້ງນີ້ ເຮັດໃຫ້ມີຊາວບ້ານ 2 ຄົນ ຢູ່ເມືອງຫລາ ຈົມນໍ້າຫາຍໄປ. ໃນນັ້ນເບື້ອງຕົ້ນ ພົບເຫັນສົບແລ້ວຜູ້ນຶ່ງ. ສ່ວນອີກຜູ້ນຶ່ງ ທາງເຈົ້າໜ້າທີ່ ແລະຊາວບ້ານຍັງຊອກຄົ້ນຫາຢູ່.
ເຈົ້າໜ້າທີ່ຜແນກແຮງງານ ແລະສວັດດິການສັງຄົມ ແຂວງອຸດົມໄຊ ເວົ້າວ່າ ນໍ້າຖ້ວມ ແລະນໍ້າປ່າໄຫລຊຸ ຢູ່ແຂວງອຸດົມໄຊປີນີ້ ຖືວ່າຮຸນແຮງທີ່ສຸດໃນຮອບຫລາຍ 10 ປີ, ສົ່ງຜົລກະທົບຕໍ່ຊາວບ້ານ ເປັນຈໍານວນຫລາຍ ໃນ 4 ເມືອງ ຄືເມືອງຫລາ, ເມືອງນາໝໍ້, ເມືອງງາ ແລະເມືອງໄຊ ເຮັດໃຫ້ໂຄງຮ່າງ ພື້ນຖານຕ່າງໆ ຮວມທັງໄຟຟ້າ ນໍ້າປະປາ, ຊົລປະທານ, ຄອງເໝືອງ ແລະເສັ້ນທາງ ໄດ້ຮັບຄວາມເສັຍຫາຍໝັກ.
ໃນ 4 ເມືອງທີ່ວ່ານັ້ນ ມີ 25 ບ້ານ, 469 ຫລັງຄາເຮືອນ, 2,324 ຄົນ ໄດ້ຮັບຜົລກະທົບ, ເຮືອນຖືກນໍ້າຊຸໄປ 58 ຫລັງ ແລະຂະນະນີ້ ຍັງຢູ່ລະຫວ່າງການຮິບໂຮມຂໍ້ມູນ ເພີ່ມຕື່ມເພື່ອປະເມີນຄວາມເສັຽຫາຍ.
ທາງການແຂວງອຸດົມໄຊ ຍັງຕ້ອງການເຄື່ອງຊ່ອຍເຫລືອຢ່າງຮີບດ່ວນ ເປັນຕົ້ນ ນໍ້າດື່ມ, ເຂົ້າສານ-ອາຫານ, ຢາປົວພະຍາດ, ເຄື່ອງນຸ່ງຫົ່ມ ເພື່ອນໍາໄປແຈກໃຫ້ຊາວ ບ້ານນທີ່ໄດ້ຮັບຜົລກະທົບ.
ດັ່ງເຈົ້າໜ້າທີ່ຜແນກແຮງງານ ແລະສວັດດິການສັງຄົມ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 29 ສິງຫານີ້ວ່າ:
“ມີແຕ່ອັນປະເມີນເບື້ອງຕົ້ນ ຊື່ໆເນາະ ເກັບກໍາແບບເຮັດບົດຣາຍງານ ສົ່ງໃຫ້ທາງກະຊວງ ກັບທ່ານເຈົ້າແຂວງເພິ່ນຊື່ໆ ແຕ່ວ່າຣາຍລະອຽດ ອີ່ຫຍັງເກັບກໍາຍັງບໍ່ທັນໄດ້ເທື່ອເນາະ. ຄວາມຕ້ອງການເປັນນໍ້າດື່ມບໍ່ ເປັນເຂົ້າສານອາຫານແຫ້ງ ເຄື່ອງນຸ່ງຫົ່ມຈັ່ງຊີ້ແຫລະ ເຄື່ອງອຸປໂພກບໍຣິໂພກ.”
ນອກຈາກ ສອງແຂວງທີ່ວ່ານີ້ແລ້ວ ພັຍນໍ້າຖ້ວມຮຸນແຮງໃນປີນີ້ ຍັງຖ້ວມແຂວງອື່ນໆໃນເຂດພາກເໜືອ ຂອງລາວຕື່ມອີກ ເປັນຕົ້ນແຂວງບໍ່ແກ້ວ ແລະຫົວພັນ ເພາະຝົນຕົກໜັກຕິດຕໍ່ກັນຫລາຍມື້ ຍ້ອນພະຍຸມາອອນ (Ma-On). ເຂື່ອນໄຟຟ້າຕ່າງໆ ໄດ້ແຈ້ງເຕືອນກ່ຽວກັບ ການລະບາຍນໍ້າອອກຈາກເຂື່ອນ ເພື່ອຄວາມປອດພັຍ ຂອງເຂື່ອນ.
ເຂື່ອນໄຟຟ້ານໍ້າທາ 1 ຂນາດ 265 ເມກາວັດ ຊຶ່ງຕັ້ງຢູ່ລະຫວ່າງ ແຂວງບໍ່ແກ້ວ ແລະແຂວງຫລວງນໍ້າທາ ໄດ້ອອກແຈ້ງການກ່ຽວກັບ ປ່ອຍນໍ້າອອກຈາກເຂື່ອນ ຕັ້ງແຕ່ວັນທີ 27-30 ສິງຫານີ້ ເຮັດໃຫ້ລະດັບນໍ້າ ໃຕ້ເຂື່ອນ ເພີ່ມສູງຂຶ້ນ 8 ແມັດ.
ນອກຈາກນີ້ ຍັງມີເຂື່ອນໄຟຟ້ານໍ້າລີກ 1 ແລະ 2 ຢູ່ແຂວງວຽງຈັນ, ເຂື່ອນນໍ້າຄານ 2 ແລະ 3 ຢູ່ແຂວງຫລວງພຣະບາງ ກໍຍັງສືບຕໍ່ປ່ອຍນໍ້າ ອອກຈາກເຂື່ອນຢູ່ເປັນໄລຍະ. ແລະເຂື່ອນໄຟຟ້າ ຢູ່ທາງໃຕ້ລົງມາ ກໍມີເຂື່ອນນໍ້າເທີນ 1 ແຂວງບໍລິຄໍາໄຊ ແລະເຂື່ອນນໍ້າກົງ 1 ແຂວງອັດຕະປື ກໍປ່ອຍນໍ້າ ອອກຈາກເຂື່ອນ ເປັນໄລຍະເຊັ່ນກັນ.