ໂຄງການ ຄຸ້ມຄອງຄວາມສ່ຽງ ພັຍພິບັດນ້ຳຖ້ວມ ຢູ່ເມືອງໄຊ

ໂຄງການຄຸ້ມຄອງຄວາມສ່ຽງ ພັຍພິບັດນໍ້າຖ້ວມ ໄລຍະສັນຍາທີ 2 ຢູ່ເຂດຂົວນໍ້າມາວ-ຂົວນໍ້າກໍ 2, ເມືອງໄຊ ແຂວງອຸດົມໄຊ ຄວາມຍາວປະມານ 8.5 ກິໂລແມັດ, ມູນຄ່າປະມານ 9 ລ້ານໂດລ້າຣ໌ ສະຫະຣັຖ, ຮັບເໝົາກໍ່ສ້າງໂດຍບໍຣິສັດຈີນ ຂະນະທີ່ຊາວບ້ານ ບໍ່ແນ່ໃຈວ່າ ຈະສາມາດຄຸ້ມຄອງ ນ້ຳຖ້ວມໄດ້ແທ້ ຫຼືບໍ່.
ໄຊຍາ
2023.07.03
ໂຄງການ ຄຸ້ມຄອງຄວາມສ່ຽງ ພັຍພິບັດນ້ຳຖ້ວມ ຢູ່ເມືອງໄຊ ຄວາມເສັຍຫາຍ ທີ່ເກີດຂຶ້ນ ພາຍຫຼັງນ້ຳແຫ້ງແລ້ວ, ເຫຼືອໄວ້ແຕ່ຮ່ອງຮອຍ ຂອງຄວາມເສັຍຫາຍ, ແຂວງອຸດົມໄຊ ວັນທີ 28 ສິງຫາ 2022.
ນັກຂ່າວ ພົລເມືອງ

ປັດຈຸບັດ ບໍຣິສັດ ກວາງຕຸ້ງ ເລຂ 3 ເຊິ່ງ ບໍຣິສັດ ຮັບເໝົາກໍ່ສ້າງ ຈາກປະເທດຈີນ ກໍລັງເຮັດໂຄງການຄຸ້ມຄອງ ຄວາມສ່ຽງ ພັຍພິບັດນໍ້າຖ້ວມ ໄລຍະສັນຍາທີ 2 ຢູ່ເຂດຂົວນໍ້າມາວ ຫາຂົວນໍ້າກໍ 2 ຢູ່ເມືອງໄຊ ແຂວງອຸດົມໄຊ ຄວາມຍາວປະມານ 8.5 ກິໂລແມັດ, ມູນຄ່າປະມານ 9 ລ້ານໂດລ້າຣ໌ ສະຫະຣັຖ. ເປົ້າໝາຍເພື່ອປ້ອງກັນ ແລະ ຫຼຸດຜ່ອນຜົລກະທົບຈາກພັຍນໍ້າຖ້ວມ ຢູ່ເມືອງໄຊ.

ດັ່ງເຈົ້າໜ້າທີ່ເມືອງໄຊ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 30 ມິຖຸນາ ນີ້ວ່າ:

ຫຼຸດຜ່ອນໃຫ້ພັຍນໍ້າຖ້ວມຫັ້ນແຫຼະ ເພາະວ່າຢູ່ເມືອງໄຊເຮົາ ຖືກນໍ້າຖ້ວມຕລອດເດ້ ເພິ່ນກາດຳເນີນຢູ່ ບໍ່ຮູ້ໄດ໋. ຈັ່ງວ່າ ໂຕນີ້ໆ ຮູ້ແຕ່ວ່າມີຄວາມສ່ຽງ ແຕ່ວ່າພວກເຮົາ ບໍ່ໄດ້ນອນເຂົ້າໃນຄະນະກັມມະການ ຫັ້ນນ່າ.

ຕາມການຣາຍງານຫຼ້າສຸດ ລະບຸວ່າໂຄງການດັ່ງກ່າວ ມີຄວາມຄືບໜ້າ ປະມານ 30% ແລະ ຈະໃຊ້ເວລາດຳເນີນການກໍ່ສ້າງທັງໝົດ 24 ເດືອນ, ສຳລັບການກໍ່ສ້າງຫຼັກ ແມ່ນການກໍ່ສ້າງ ກັນຕາຝັ່ງເຈື່ອນຕາມແຄມນໍ້າກໍ, ກໍ່ສ້າງປະຕູລະບາຍນໍ້າ ຈຳນວນ 21 ຈຸດ, ກໍ່ສ້າງສວນສາທາຣະນະ 1 ຈຸດ ແລະ ອື່ນໆ ເຊິ່ງກໍໄດ້ຫ້າມຊາວບ້ານ ບໍ່ໃຫ້ຫາປາ ແລະ ລົງສາຍນໍ້າດັ່ງກ່າວ ໃນໄລຍະທີ່ມີການກໍ່ສ້າງ ໂຄງການດັ່ງກ່າວ. ອີງຕາມການຣາຍງານ ຂອງ ທ່ານ ລີຢິງ ໄຊເຢຍຊ່າງ ຫົວໜ້າໂຄງການ ຄຸ້ມຄອງຄວາມສ່ຽງພັຍພິບັດ ນໍ້າຖ້ວມເທສບານເມືອງໄຊ.

ສ່ວນຊາວບ້ານ ທີ່ຢູ່ໃກ້ກັບນໍ້າມາວ ແລະ ນໍ້າກໍ ເຂດເມືອງໄຊກ່າວວ່າ ປັດຈຸບັນບໍຣິສັດ ຮັບເໝົາກໍ່ສ້ງດັ່ງກ່າວ ໄດ້ດຳເນີນການກໍ່ສ້າງ ໂຄງການດັ່ງກ່າວໄປເລື້ອຍໆ ພ້ອມທັງຫ້າມບໍ່ໃຫ້ຊາວບ້ານລົງໃນເຂດນໍ້າທີ່ມີການກໍ່ສ້າງ ຍ້ອນມີຄວາມສ່ຽງ ທີ່ອາດໃຫ້ເກີດອັນຕະຣາຍໄດ້.

ດັ່ງຊາວບ້ານ ຍານາງໜຶ່ງກ່າວວ່າ:

ກຳລັງເຮັດຢູ່ ຫຼັງບ້ານເລີຍເຂົາເຈົ້າ ເຮັດກັນເຈື່ອນ ເຮັດຫຍັງຢູ່. ກຳລັງເຮັດຄຶກຄັກ ຢູ່. ເພິ່ນຂຍາຍຮ່ອງນໍ້າອອກ ແລ້ວກໍເຮັດກັນເຈື່ອນ ຂຶ້ນເດ້.

ຊາວບ້ານ ຢູ່ເມືອງໄຊອີກທ່ານນຶ່ງ ຮູ້ສຶກຍິນດີທີ່ມີໂຄງການດັ່ງກ່າວເກີດຂຶ້ນ ເພາະເຊື່ອວ່າຈະສາມາດປ້ອງກັນ ແລະຫລຸດຜອ່ນຜົລກະທົບ ຈາກພັຍນໍ້າຖ້ວມ ຢູ່ເທສບານເມືອງໄຊ ແຕ່ກໍບໍ່ໄດ້ສົນໃຈ ຣາຍລະອຽດກ່ຽວກັບການກໍ່ສ້າງ.

ດັ່ງທ່ານກ່າວວ່າ:

ໂຕນີ້ເຂົາກາແມ່ນແຫຼະ ກຳລັງບຸກເບີກ ກຳລັງສ້ອມຊົນລະປະທານ ອິຫຍັງປະມານນີ້ ເຫັນເຂົາກຳລັງບຸກເບີກ ບໍ່ສາມາດຕີເປັນເປີເຊັນໄດ້ ວ່າເຂົາແລ້ວວຽກງານເທົ່າໃດແລ້ວ ບໍ່ຮູ້ ບໍ່ເຂົ້າໃຈ ຂໍ້ມູນຣາຍລະອຽດເດີ້.

ຊາວບ້ານ ອີກນາງນຶ່ງ ຢູ່ເມືອງໄຊກ່າວວ່າ ສຳລັບປີທີຜ່ານມາ ເຫດການນໍ້າຖ້ວມເທສບານເມືອງໄຊ ກໍໄດ້ເຮັດໃຫ້ເຮືອນຊາວບ້ານ ແລະ ອື່ນໆ ໄດ້ຮັບຄວາມເສັຍຫາຍ ແຕ່ກໍຍັງບໍ່ໝັ້ນໃຈເທື່ອວ່າ ໂຄງການຄຸ້ມຄອງຄວາມສ່ຽງພັຍພິບັດ ນໍ້າຖ້ວມ ຈະສາມາດປ້ອງກັນ ແລະ ຫຼຸດຜ່ອນຜົລກະທົບ ຈາກນໍ້າຖ້ວມໄດ້ ຫຼືບໍ່ ຍ້ອນຍັງບໍ່ທັນເຫັນໂຕຈິງ.

ດັ່ງຍານາງກ່າວວ່າ:

ໃນເມືອງນີ້ກໍມີ 2-3 ບ້ານ ນໍ້າຖ້ວມ 3 ມື້ເບາະ. ສ້າງຍັງບໍ່ທັນເສັດເທື່ອ ຍັງບໍ່ທັນຮູ້ເທື່ອວ່າ ຊິເຮັດສໍ່າໃດຫັ້ນນ່່າ ກາບໍ່ຮູ້.

ເຖິງແມ່ນວ່າ ໃນໄລຍະທີ່ມີການດຳເນີນການກໍ່ສ້າງ ໂຄງການດັ່ງກ່າວຢູ່ນີ້ ໄດ້ມີການຫ້າມບໍ່ໃຫ້ຊາວບ້ານລົງນໍ້າ ໄປຫາປາຢູ່ນໍ້າມາວ ແລະ ນໍ້າກໍ ກໍຕາມ ແຕ່ບໍ່ໄດ້ສົ່ງຜົລກະທົບ ຕໍ່ຊາວບ້ານທີ່ມີອາຊີບຫາປາ ຢູ່ສາຍນໍ້າດ່ັງກ່າວ ຍ້ອນວ່າໃນໄລຍະນີ້ ຢູ່ນໍ້າມາວ ແລະ ນໍ້າກໍ ມີລະດັບນໍ້າຂ້ອນຂ້າງໜ້ອຍ ແລະ ພໍ່ຄ້າ-ແມ່ຄ້າ ທີ່ມີອາຊີບຂາຍປາ ກໍໄດ້ຮັບຊື້ປາ ຈາກບ່ອນອື່ນ ມາຂາຍຢູ່ເທສບານເມືອງໄຊ.

ດັ່ງແມ່ຄ້າ ຂາຍປານາງນຶ່ງ ກ່າວວ່າ:

ປາບໍ່ມີ ນໍ້າມາວມັນແຫ້ງ ເຂົາເຈົ້າວ່າຊິເຮັດໂຄງການ ແມ່ນຫຍັງຫັ້ນແຫຼະ ຢູ່ແຄມນໍ້າຫັ້ນ. ໂຕນີ້ຫັ້ນແມ່່ນປາເຮົາໄປຊື້ມາ ຢູ່ແຖວເຂດຊຽງຄານ ຈັງຫວັດເລີຍ. ເອົາປາຂຶ້ນມາຂາຍເມືອງໄຊ.

ສ່ວນການກໍ່ສ້າງ ໂຄງການຄຸ້ມຄອງ ຄວາມສ່ຽງພັຍພິບັດນໍ້າຖ້ວມ ໄລຍະສັນຍາທີ 1 ຈາກຂົວນໍ້າກໍ 2 ຫາຂົວນໍ້າກໍ 4 ຂ້າງສນາມກິລາ ແຂວງອຸດົມໄຊ ເຊິ່ງມີຄວາມຍາວ ປະມານ 1.3 ກິໂລແມັດ, ມີມູນຄ່າປະມານ 3.7 ລ້ານໂດລ້າຣ໌ສະຫະຣັຖ (ສາມລ້ານ ເຈັດແສນ) ໄດ້ກໍ່ສ້າງສຳເຣັດ ແຕ່ເດືອນສິງຫາ ປີ 2022 ເຊິ່ງຜູ້ຮັບເໝົາກໍ່ສ້າງ ໂຄງການໃນໄລຍະສັນຍາທີ 1 ແມ່ນບໍຣິສັດ ກວາງຕຸ້ງ ເລຂ 3 ຈາກປະເທດຈີນ ເປັນຜູ້ຮັບເໝົາກໍ່ສ້າງ.

ກ່ອນໜ້ານີ້ ໂຄງການກໍ່ສ້າງ ສວນສາທາຣະນະ ແລະ ໂຄງການຕ້ານຕາຝັ່ງເຈື່ອນ ທີ່ເປັນສ່ວນນຶ່ງ ຂອງໂຄງການດັ່ງກ່າວ ໄດ້ກວມເອົາເນື້ອທີ່ດິນ ຂອງຊາວບ້ານ ບ້ານເຈງ ແລະ ບ້ານລ້ອງກໍເດື່ອ ເກືອບ 30 ຄອບຄົວ ເຮັດໃຫ້ຊາວບ້ານດັ່ງກ່າວ ຮຽກຮ້ອງຂໍຄ່າຊົດເຊີຍ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະມາຮອດປັດຈຸບັນ ກໍໄດ້ຮັບຄ່າຊົດເຊີຍແລ້ວ ເຊິ່ງໂຄງການມີມູນຄ່າ 20 ລ້ານໂດລ້າຣ໌ສະຫະຣັຖ ຖືເປັນໂຄງການຄຸ້ມຄອງຄວາມສ່ຽງ ພັຍພິບັດ ໃນພາກພື້ນເອເຊັຽ ຕາເວັນອອກສຽງໃຕ້ ສຳລັບປະເທດລາວ ໂດຍເປັນເງິນກູ້ຢືມຈາກທະນາຄານໂລກ.

ເມືອງໄຊ ເປັນອີກເມືອງນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມຢູ່ເລື້ອຍໆເປັນຕົ້ນ ເມື່ອເດືອນສິງຫາ 2022 ໄດ້ເກີດເຫດການນໍ້າຖ້ວມ ຢູ່ເມືອງໄຊ ພາຍຫຼັງທີ່ມີຝົນຕົກໜັກ ເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ນໍ້າກໍ ແລະນໍ້າມາວ ມີລະດັບເພີ່ມສູງຂຶ້ນ ພ້ອມທັງມີນໍ້າປ່າໄຫຼສຸແຮງ ສົ່ງຜົລໃຫ້ມີບ້ານເຮືອນ ໄດ້ຮັບຜົລກະທົບ ທັງໝົດ 12 ບ້ານ ແລະ ພົລເມືອງຈຳ ນວນ 225 ຄອບຄົວ ໄດ້ຮັບຄວາມເດືອດຮ້ອນ ອີກທັງຢູ່ບາງເຂດ ເກີດດິນເຈື່ອນທັບໃສ່ເຮືອນຊານ ຂອງຊາວບ້ານ ຈຳນວນໜຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.