ນ້ຳປ່າໄຫຼຊຸ 2 ບ້ານ ຂອງເມືອງຫຼາເສຍ 70 ລ້ານກີບ

ໄຊຍາ
2024.05.20
ນ້ຳປ່າໄຫຼຊຸ 2 ບ້ານ ຂອງເມືອງຫຼາເສຍ 70 ລ້ານກີບ ຮູບປະກອບ ເຊິ່ງແມ່ນຊາວບ້ານກຳລັງຊ່ວຍກັນຍົກກິ່ງໄມ້, ຂອນໄມ້ ທີ່ໄຫຼມານຳນ້ຳຊຸ ອອກເພື່ອປ້ອງກັນນ້ຳໄຫຼເຂົ້າບ້ານເຮືອນ ເມືອງໄຊ ແຂວງອຸດົມໄຊ. ເດືອນພຶດສະພາ 2024.
ນັກຂ່າວພົນລະເມືອງ

ເກີດເຫດການຝົນຕົກໜັກ ແລະ ນ້ຳປ່າໄຫຼຊຸ ເຂົ້າຖ້ວມເຂດຊຸມຊົນ ຢູ່ໃກ້ກັບບ້ານຫ້ວຍສູ່ ເມືອງຫຼາ ແຂວງອຸດົມໄຊ ໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2024 ທີ່ຜ່ານມາ ເຮັດໃຫ້ເຮືອນຊານ ແລະ ເນື້ອທີ່ປູກຝັງ ຂອງຊາວບ້ານ ທີ່ຢູ່ຕິດຫ້ວຍນ້ຳ-ທາງນ້ຳ ໄດ້ຮັບຄວາມເສຍຫາຍ ຈຳນວນໜຶ່ງ. ແຕ່ກໍເປັນທີ່ໂຊກດີວ່າຊາວບ້ານ ຍັງບໍ່ທັນເລີ່ມການປູກຝັງ ພືດໄຮ່ພືດສວນ ໃນໄລຍະເພາະປູກປີນີ້ເທື່ອ. ຂະນະທີ່ ປ້ອມຕຳຫຼວດຈະລາຈອນແຫ່ງໜຶ່ງ ຢູ່ແຄມເສັ້ນທາງ 2E ຫຼັກ 22 ບ້ານສາມັກຄີໄຊ ເມືອງຫຼາ ແຂວງອຸດົມໄຊ ກໍຖືກນ້ຳປ່າເຊາະເຈື່ອນດິນ ແລະ ພັດປ້ອມດັ່ງກ່າວ ຈົນເພພັງ ໄຫຼໄປຕາມສາຍນ້ຳ.

ດັ່ງທີ່ ຊາວບ້ານ  ຢູ່ເມືອງຫຼາ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ພຶດສະພານີ້ວ່າ:

ແບບຝົນຕົກແຮງ ແລະກະເປັນນ້ຳປ່າ, ນ້ຳປ່າໄຫຼຫຼັ່ງລະລົງມາຖ້ວມບາດດຽວເລີຍ. ເຮືອນແຖວບາດຫຼາຍໆ ຫຼັງຍັງຖ້ວມຊີ້ນ່າ. ກະເສຍຫາຍຢູ່ ທຳມະດາ. ໂດຍໆ ແມ່ນແຫຼະ (ພື້ນທີ່ປູກຝັງ) ຢູ່ຮົ້ວບ້ານ ເປັນຂອງຊາວບ້ານ. ບໍ່ໆ, ການກະເສດຍັງບໍ່ທັນເສຍຫາຍ ເພາະວ່າເປັນຊ່ວງທີ່ກຳລັງທີ່ວ່າ ເລີ່ມປູກ ສາລີ, ປູກມັນແຫຼະ ມັນກະຍັງບໍ່ໄດ້ເສຍຫາຍຫຍັງ ກະມີແຕ່ ແຖວເຮືອນເຮົາແຫຼະ ມັນເປັນຕິດກັບຫ້ວຍ ລະກໍນ້ຳປ່າໄຫຼຫຼັ່ງແຮງ ແລະ ມັນເຊາະເຈື່ອນ ເຊາະດິນ.”

ຊາວບ້ານກ່າວຕໍ່ວ່າ ເຫດການນ້ຳປ່າໄຫຼຊຸດັ່ງກ່າວ ມີສາເຫດສຳຄັນມາຈາກ ຊາວບ້ານຈຳນວນໜຶ່ງ ໄດ້ຖາງປ່າເຮັດໄຮ່ ເພື່ອປູກໝາກສາລີ, ເຮັດໃຫ້ບໍ່ມີປ່າໄມ້ດູດຊັບ ແລະ ຂວາງທາງນ້ຳ ລົງສູ່ຊຸມຊົນ ດັ່ງເຊັ່ນໃນອາດີດ. ຊຶ່ງທາງພາກສ່ວນກ່ຽວຂ້ອງ ແລະ ພາກສ່ວນທ້ອງຖິ່ນ ກໍບໍ່ທັນໄດ້ລົງໄປກວດກາຕິດຕາມເທື່ອ. ໂດຍໃນໄລຍະລະດູຝົນ ຂອງປີ 2022 ທີ່ຜ່ານມາ, ກໍເກີດເຫດການນ້ຳປ່າໄຫຼຊຸ ເຂົ້າຖ້ວມຫຼາຍເຂດຊຸມຊົນ ໃນເມືອງຫຼາ ແຂວງອຸດົມໄຊ ມາແລ້ວ. ຊຶ່ງຕ້ອງໃຊ້ເວລາຫຼາຍເດືອນ ໃນການຟື້ນຟູປົວແປງເຮືອນຊານ ແລະ ເນື້ອທີ່ກະສິກຳ ຄືນໃໝ່.

ກ່ຽວກັບເລື່ອງທີ່ວ່ານີ້, ຊາວບ້ານ ອີກຄົນໜຶ່ງ ຢູ່ເມືອງຫຼາ ແຂວງອຸດົມໄຊ ກ່າວວ່າ ປັດຈຸບັນ ສະພາບການດັ່ງກ່າວ ກັບຄືນສູ່ພາວະປົກກະຕິເປັນສ່ວນຫຼາຍ ຍ້ອນຝົນບໍ່ທັນຕົກຊ້ຳອີກ. ໂດຍລົດໃຫຍ່ສາມາດເດີນທາງສັນຈອນເສັ້ນທາງ ແຕ່ເມືອງໄຊ ແຂວງອຸດົມໄຊ ຫາ ເມືອງຫຼາ ເພື່ອໄປຍັງເມືອງຂວາ ແຂວງຜົ້ງສາລີ ໄດ້ຕາມປົກກະຕິ. ຂະນະທີ່ ລົດນ້ອຍ ແລະ ລົດຈັກ ຕ້ອງໃຊ້ຄວາມລະມັດລະວັງ.

ໄປໄດ້, ຖ້ວມໜ້ອຍດຽວໆ. ແຖວຫຼັກ 11 ແດ່ບໍ່? ແຕ່ວ່ານ້ຳຖ້ວມທາງດຽວນີ້. ຂ້ອຍກໍໄປມາສະດວກແລ້ວເດ້ ໄປລົດໃຫຍ່ຫັ້ນ. ກ່ອນຊິຮອດໆ (ເທສະບານເມືອງຫຼາ) ມັນມີປະມານ 2 ບ້ານນ່າ ອັ່ນທີ່ນ້ຳມັນຂຶ້ນຫັ້ນນ່າ.”

ທາງດ້ານ ເຈົ້າໜ້າທີ່ກູ້ໄພ ນາງໜຶ່ງ ຢູ່ແຂວງອຸດົມໄຊ ກ່າວວ່າ ທາງໜ່ວຍງານກູ້ໄພຂອງນາງ ຍັງບໍ່ທັນໄດ້ລົງໄປໃຫ້ການຊ່ວຍເຫຼືອ ແກ່ຊາວບ້ານທີ່ໄດ້ຮັບຜົນກະທົບ ຈາກເຫດການນ້ຳປ່າໄຫຼຊຸ ຢູ່ເມືອງຫຼາ ແຂວງອຸດົມໄຊ ແຕ່ຢ່າງໃດ.

ອັ່ນນີ້ອັ່ນ ເຮົາແມ່ນອາສາໃໝ່ ເຮົາກະບໍ່ຮູ້ (ຂ່າວນ້ຳປ່າໄຫຼຊຸ ຢູ່ເມືອງຫຼາ) ຄືກັນເຈົ້າ. ເຮົາກະບໍ່ຮູ້ເຈົ້າ ອັ່ນນີ້ເຮົາແມ່ນອາສາໃໝ່.”

ຂະນະທີ່ ເຈົ້າໜ້າທີ່ກ່ຽວຂ້ອງ ນາງໜຶ່ງ ຢູ່ເມືອງຫຼາ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທາງການເມືອງຫຼາ ໄດ້ຕີລາຄາສະພາບການ ນ້ຳປ່າໄຫຼຊຸດັ່ງກ່າວວ່າ ຍັງບໍ່ທັນມີຄວາມຮ້າຍແຮງ ແລະ ສາມາດຄວບຄຸມສະພາບການດັ່ງກ່າວ ໄວ້ໄດ້ເປັນປົກກະຕິແລ້ວ. ໂດຍທາງການເມືອງຫຼາ ຈະໄດ້ມີບົດລາຍງານສະພາບການ ແລະ ຜົນເສຍຫາຍທີ່ເກີດຂຶ້ນ ໄປຍັງທາງການແຂວງອຸດົມໄຊ ໃນໄລຍະມໍ່ໆ ນີ້.

ອັ່ນນັັ້ນ, ມັນບໍ່ໄດ້ເກີດໃຫຍ່ດອກ. ມັນອັ່ນ ເຂົາແຕກຕື່ນກັນວ່າ ມັນອັ່ນນັ້ນ ເຮືອນຂອງພະນັກງານປ້ອມຍາມເຮົາໄຫຼຊື່ໆ. ເຈົ້າ, ກັບສູ່ພາວະປົກກະຕິແລ້ວ ແຕ່ວ່າລາຍລະອຽດຫັ້ນ ທາງເຮົາໄດ້ໃຫ້ອັ່ນສຳພາດໄປທາງສູນກາງເພິ່ນແລ້ວເນາະ ອັ່ນນີ້ເນາະ. ເຈົ້າ, ແຕ່ວ່າອັ່ນ ລາຍງານອັ່ນ ຄວາມເສຍຫາຍນີ້ ທາງການນຳເພິ່ນ ຈະມີບົດລາຍງານຫາ ການນຳຂັ້ນແຂວງຕ່າງຫາກເນາະ.”

ຫຼ້າສຸດ, ທາງຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຫຼາ ແຂວງອຸດົມໄຊ ໄດ້ລາຍງານວ່າ ໃນວັນທີ 17 ພຶດສະພາ 2024, ມີຝົນຕົກໜັກຕິດຕໍ່ກັນ ເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ນ້ຳຫ້ວຍແຫຼ ແລະ ນ້ຳຫຼາ ໄຫຼຊຸ ເຂົ້າຖ້ວມຈຸດບໍລິການ ກວດກາເອກະສານຊົ່ວຄາວ (ຫຼັກ 24) ເຮັດໃຫ້ເຮືອນປ້ອມຍາມ 1 ຫຼັງ ພ້ອມທັງ ຫ້ອງນ້ຳ 1 ຫ້ອງ ເພພັງ, ເນື້ອທີ່ດິນປູກຝັງຖືກຖົມຈຳນວນໜຶ່ງ ແລະ ປ້ຳນ້ຳມັນ ຖືກນ້ຳຖ້ວມ ຄິດໄລ່ມູນຄ່າເສຍຫາຍທັງໝົດ 70 ລ້ານກວ່າກີບ.

ໃນໄລຍະທ້າຍເດືອນສິງຫາ ປີ 2022 ທີ່ຜ່ານມາ, ໄດ້ເກີດເຫດຝົນຕົກໜັກ ແລະ ນ້ຳປ່າໄຫຼຊຸ ຈາກນ້ຳພາກ ຢູ່ເມືອງຂວາ ແຂວງຜົ້ງສາລີ ສົ່ງຜົນກະທົບ ໃຫ້ແກ່ ເມືອງຫຼາ, ເມືອງນາໝໍ້ ແລະ ເມືອງໄຊ ແຂວງອຸດົມໄຊ ຢ່າງຮ້າຍແຮງທີ່ສຸດ ໃນຮອບ 37 ປີ. ໂດຍເຮັດໃຫ້ເຮືອນຊານຂອງປະຊາຊົນ ເສຍຫາຍຫຼາຍກວ່າ 600 ຫຼັງ, ເລົ້າເຂົ້າເສຍຫາຍ 87 ຫຼັງ, ເຂົ້າສານເສຍຫາຍຫຼາຍກວ່າ 12 ໂຕນ. ຜູ້ປະສົບໄພຈຳນວນຫຼາຍ ຕ້ອງຍົກຍ້າຍອອກມາອາໄສ ຢູ່ເຮືອນຊານຂອງຍາດຕິພີ່ນ້ອງ ຫຼື ປູກຕູບນ້ອຍ ເປັນການຊົ່ວຄາວ. ໂດຍທີ່ທາງການ ບໍ່ໄດ້ຈັດໃຫ້ມີ ຈຸດພັກລວມຊົ່ວຄາວ ສຳລັບຜູ້ປະສົບໄພ ແຕ່ຢ່າງໃດ. ມີພຽງແຕ່ການຊ່ວຍເຫຼືອ ທາງດ້ານເຄື່ອງບັນເທົາທຸກຕ່າງໆ ໃຫ້ແກ່ຜູ້ປະສົບໄພເທົ່ານັ້ນ.

ນອກຈາກນີ້ແລ້ວ, ເນື້ອທີ່ປູກຝັງ ແລະ ຜົນຜະລິດກະສິກຳ ເສຍຫາຍຢ່າງໜັກ. ຊຶ່ງກໍຍ້ອນການປ່ຽນແປງ ຂອງສະພາບດິນຟ້າອາກາດ ທີ່ມີການຜັນແປຢ່າງຮຸນແຮງ ແລະ ການຖາງປ່າເຮັດໄຮ່ ເພື່ອບຸກເບີກທີ່ດິນ ສຳລັບປູກຝັງກະສິກຳ ໃນໄລຍະປັດຈຸບັນ.

ຊຶ່ງເຫດການດັ່ງກ່າວ, ປະຊາຊົນຢູ່ເມືອງຫຼາ ກໍໄດ້ປະເຊີນກັບບັນຫາຂີ້ຝຸ່ນໄງ້, ຊາກສັດຕາຍເນົ່າເປື່ອຍ, ຂາດເຂີນນ້ຳສະອາດ ແລະ ວິດຖ່າຍເປ່ເພ ສົ່ງຜົນໃຫ້ເກີດການແຜ່ລະບາດ ຂອງພະຍາດໄຂ້ຫວັດໃຫຍ່ ແລະ ພະຍາດຖອກທ້ອງ.   

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.