ນ້ຳຂອງຂຶ້ນ ຖ້ວມສວນຜັກ ຊາວບ້ານ ເຂດເມືອງຫາດຊາຍຟອງ

ສິດນີ້
2022.08.18
ນ້ຳຂອງຂຶ້ນ ຖ້ວມສວນຜັກ ຊາວບ້ານ ເຂດເມືອງຫາດຊາຍຟອງ ສວນໝາກແຕງ ທີ່ກຳລັງເກີດດອກ ອອກຜົລ ຂອງຊາວບ້ານ ທີ່ຖືກນ້ຳຂອງຂຶ້ນຖ້ວມ.
ຮູບພາບ: ເພຈເຟສບຸກຄ໌ ບ້ານຫາດກັນຊາ

ຊາວບ້ານຜູ້ປູກຜັກ ຕາມແຄມຂອງ ເຂດເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເລັ່ງເກັບກ່ຽວຜົລຜລິຕ ກ່ອນກຳນົດ ເຖິງແມ່ນວ່າ ຈະຂາດທຶນກໍຕາມ ຍ້ອນນ້ຳຂອງຂຶ້ນສູງ 9.44 ແມັດ, ຂະນະທີ່ບັນດາບ້ານໃກ້ຄຽງ ທີ່ມີພື້ນທີ່ຕ່ຳກໍພາກັນເຝົ້າລະວັງ ນ້ຳຖ້ວມເໝືອນກັນ.

ສະເພາະ ຊາວບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ກໍໄດ້ເກັບກ່ຽວຜລົຜລິຕເຖິງແມ່ນວ່າ ຈະບໍ່ທັນຮອດກຳນົດກໍຕາມ ເພື່ອບໍ່ໃຫ້ຂາດທຶນໄປຫລາຍກວ່ານີ້ ພາຍຫລັງນ້ຳຂອງຂຶ້ນສູງ ຕັ້ງແຕ່ວັນທີ 17 ສິງຫາຜ່ານມາ.

ດັ່ງເຈົ້າໜ້າທີ່ ປົກຄອງບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ກ່າວຕໍ່ວິທຍຸເອເຍຊັຽເສຣີເສີ້ໃນວັນທີ 18 ສິງຫານີ້ວ່າ:

ເຂົາເຈົ້າກໍໄດ້ເລັ່ງອອກເລີຍແຫລະ ກໍໜ່ວຍນ້ອຍ ຫນ່ວຍຫຍັງຫັ້ນແລ້ວ. ກໍຂາດທຶນເພາະວ່າ ມັນໄດ້ເກັບເມືອໄວ້ດົນ ຫາກມັນບໍ່ຖ້ວມເນາະ.”

ທ່ານກ່າວຕື່ມວ່າ ຊາວສວນໄດ້ປູກຜັກຫລາຍຊນິດ ແລະກໍເກັບບໍ່ທັນ ຈື່ງໄດ້ປ່ອຍຖິ້ມໄປຕາມນ້ຳ ບ້ານຫາດດອກແກ້ວ ບໍ່ພຽງແຕ່ຊາວບ້ານປູກໝາກແຕງ, ແລະຜັກກາດຂາວ ຢູ່ແຄມຂອງເທົ່ານັ້ນ ຍັງປູກຜັກບົ່ວ, ຫອມປ້ອມ, ຜັກບົ້ງ ແລະໝາກເລັ່ນ ນຳອີກ ຖ້າ 2-3 ມື້ ເກັບບໍ່ທັນທຸກຢ່າງກໍເສັຽຫາຍໝົດ.

ດັ່ງຊາວບ້ານຫາດດອກແກ້ວ ຄົນນື່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ປະມານ 2-3 ມື້ບາງເທື່ອນ້ຳເຂົ້າທາງລຸ່ມ ມັນກໍຊີ່ໄຫລເຂົ້າມາອີກ. ເຮົາຕ້ອງລະວັງເບິ່ງກອ່ນ ເຮົາກໍບໍ່ລົງສຳຣວດຄັກ ເບິ່ງນຳ ຄັນວ່າໂຕໃດ ເອົາໄດ້ ກໍຂ້ຽວໂຕໃດ ເອົາບໍ່ໄດ້ ກໍປ່ອຍເລີຍ ຄັນເຮົາເກັບໄປ ກໍບໍ່ໄດ້ຫລາຍເດ ມັນນ້ອຍຫລາຍ ບໍ່ໄດ້ຕາມກົດນົດຂອງເຂົາເຈົ້າ.

ສ່ວນບ້ານດອນ ເມືອງຫາດຊາຍຟອງ ຊຶ່ງເປັນບ້ານທີ່ປູກຜັກສວນຄົວ ເກືອບໝົດບ້ານ ແລະເປັນບ້ານທີ່ຕິດກັບແຄມຂອງ ມີພື້ນທີ່ຕ່ຳກວ່າ ບ້ານຫາດດອກແກ້ວ ປັດຈຸບັນ ສວນຜັກບົ່ວ ແລະຜັກຫອມປ້ອມ ຍັງບໍ່ຖືກນ້ຳຖ້ວມເທື່ອ.

ຊາວບ້ານຢູ່ບ້ານດອນ ເມືອງຫາດຊາຍຟອງ ກ່າວວ່າ:

ມັນກໍບໍ່ທັນໄດ້ຖ້ວມເທື່ອດອກ ແຕ່ມັນກໍໃກ້ລະ. ອັນໃດເປັນຕາຫລົກ ເຂົາເຈົ້າກະຫລົກຫັ້ນແຫລະ. ໂຕໃດນ້ອຍກໍເບິ່ງໄປຕາມສພາບຫັ້ນແຫລະ. ຖ້ວມຈຳເປັນກະຕ້ອງຖ້ວມແຫລະ ຂາດທຶນຄັນຖ້ວມນ່າ ແຕ່ພັກ-ຣັຖເພິ່ນກະບໍ່ຊ່ອຍດອກ. ນ້ຳຖ້ວມກໍຖ້ວມໄປຊື່ໆ ນີ້ແຫລະ ຄືຜ່ານມາກໍເຄີຍຖ້ວມ ກໍບໍ່ໄດ້. ຄັນມັນນ້ຳບົກ ກໍຊີ່ໃຄແດ່. ຄັນມັນຂຶ້ນມາ ໃໝ່ຊີ່ຖ້ວມເຂົາເຈົ້າ ຢູ່ຊໍ່ໆ ຢູ່ໜ້າບ້ານແຫລະ.

ຂນະທີ່ສວນຜັກຢູ່ບ້ານຫາດກັນຊາ ເມືອງຫາດຊາຍຟອງ ປັດຈຸບັນຍັງບໍ່ຖືກນ້ຳຖ້ວມເທື່ອ ແຕ່ຖ້າຫາກນ້ຳໃນແມ່ນ້ຳຂອງ ມີລະດັບສູງຂຶ້ນ ກໍຈະຖ້ວມເໝືອນກັນ ຊາວບ້ານກໍມີການເຝົ້າລະວັງຄືກັບບ້ານອື່ນ.

ດັງຊາວບ້ານ ທ່ານນື່ງເວົ້າວ່າ:

ບ້ານຂ້ອຍຍັງບໍ່ທັນຖ້ວມສວນຜັກ ສວນຫຍັງ ມີແຕ່ມັນມາແບບທັມມະຊາຕ ມັນເປັນຫ້ວຍ ເປັນຄອງ ເຮົາຊີ່ໄປເຮັດຫຍັງກໍບໍ່ໄດ້ເນາະ ຄັນມັນຂຶ້ນກະໃຫ້ມັນຂຶ້ນມາ ຫັ້ນແຫລະ ຄັນມັນໃຫຍ່ແລ້ວ ກໍຫລົກອອກມາກອ່ນຫັ້ນແຫລະ ຄັນເອົາບໍ່ໄດ້ກໍປະຖິ້ມ ພືດຜັກກໍຈົມໃນພື້ນນ້ຳຫັ້ນແຫລະ ຂາດທຶນແທ້ລະເນາະ.

ປັດຈຸບັນ ຫ້ອງການກະສິກັມ ແລະປ່າໄມ້ ເມືອງຫາດຊາຍຟອງ ຍັງບໍ່ໄດ້ຮັບລາຍງານຜົລເສັຽຫາຍ ຈາກນ້ຳຖ້ວມເທືອ ແລະຖ້າຫາກນຖ້ວມແທ້ ກໍຈະມີຣາຍງານເຂົ້າມາ ທາງການກໍຈະຊ່ອຍເຫລືອແນວພັນພືດ  ແລະເຂົ້າສານອາຫານແຫ້ງ ໃຫ້ແກ້ຜູ້ໄດ້ຮັບຜົລກະທົບ.

ດັ່ງເຈົ້າໜ້າທີ່ ຫ້ອງການກະສິກັມ ແລະປ່າໄມ້ ເມືອງຫາດຊາຍຟອງ ກ່າວໃນມື້ດຽວກັນນີ້ວ່າ:

ແຕ່ວ່າມັນກໍເປັນພັຍທັມມະຊາຕ ແຕ່ວ່າຄິດບໍ່ພໍ້ເດ ບາດນີ້ ກໍມີຢູ່ການຊ່ອຍເຫລືອ ຂອງຣັຖບານເຮົາ ແຕ່ວ່າມັນກໍສ່ວນໜ້ອຍຫັ້ນນ່າ ບໍ່ໄດ້ແບບວ່າໄປຊົດເຊີຍໃຫ້ຊາວສວນ ຊາວຫຍັງ ມີແຕ່ວ່າ ເຮົາຊ່ອຍໄດ້ຊ່ຳໃດ ວ່າຊັ້ນສະ.

ລ່າສຸດ ກົມອຸຕຸນິຍົມວິທຍາ ແລະອຸທຸກກະສາຕ ພຍາກອນລະດັບນ້ຳ ປະຈຳວັນທີ 18 ສິງຫານີ້ວ່າ ລະດັບນ້ຳຂອງໃນວັນທີ 18 ສີງຫາ ປີ 2022 ຢູ່ນະຄອນວຽງຈັນເພີ່ມຂຶ້ນ 0.03 ແມັດ ຢູ່ທີ່ລະດັບ 9.44 ແມັດ ຈາກມື້ວານນີ້ວັນທີ 17 ສິງຫາ ແລະຄາດວ່າ ນ້ຳຂອງໃນວັນທີ 19 ສິງຫາ ຈະລຸດລົງຢູ່ທີ່ 9.34 ແມັດ ຂະນະທີ່ ລະດັບເຕືອນພັຍຢູ່ທີ່ 11.50 ແມັດ ແລະລະດັບຂີດອັນຕຣາຍ ຢູ່ທີ່ 12.50 ແມັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.