ອາຊີບ ທີ່ຫຼົ້ມແຫຼວ ຈາກເຂື່ອນ ໄຊຍະບູຣີ

ອຸ່ນແກ້ວ
2022.08.26
ອາຊີບ ທີ່ຫຼົ້ມແຫຼວ ຈາກເຂື່ອນ ໄຊຍະບູຣີ ອ່າງລ້ຽງກົບ, ລ້ຽງປາ ຂອງປະຊາຊົນ ທີ່ໂຄງການເຂື່ອນໄຊຍະບູຣີ ມາສ້າງໃຫ້ ຖືກປະຮ້າງໄວ້ ເປັນບ່ອນຕາກເຄື່ອງຂອງຊາວບ້ານ, ເດືອນພຶສພາ ປີ 2022.
ນັກຂ່າວ ພົລເມືອງ

ປະ​ຊົຢູ່ແຂວງໄຊຍະບູຣີ ທີ່ໂຍກຍ້າຍອອກຈາກໂຄງການ ເຂື່ອນໄຊຍະບູຣີ ຈຳນວນນຶ່ງກໍມີລາຍຮັບ ບໍ່ເທົ່າກັບຕອນທີ່ເຂົາເຈົ້າ ຢູ່ບ້ານເດີມ ແລະ ຫຼາຍຄົນກໍຍັງມີອາຊີບບໍ່ຄົງທີ່. ໃນເບື້ອງຕົ້ນໂຄງການ ໄດ້ຝຶກອົບຮົມການລ້ຽງປາ ແລະ ລ້ຽງກົບ ໃຫ້ເຂົາເຈົ້າ ແຕ່ ຕໍ່ມາກິກັມດັ່ງກ່າວກໍລົ້ມແຫຼວໄປ. ຊາວບ້ານຈຳເປັນຕ້ອງໄດ້ເຊົາລ້ຽງ ແລະ ປະໄວ້ແຕ່ອ່າງຊິມັງ ທີ່ເປົ່າວາງໄວ້ຂ້າງບ້ານ.

ຊາວ​ບ້ານຕາລານຄົນນຶ່ງ ທີ່ຖືກໂຍກຍ້າຍຈາກໂຄງການ ເຂື່ອນໄຊຍະບູຣີໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ: ເຄີຍມາສົ່ງຊີບເຄິ່ງປີ ລະກະຄອບຄົວນີ້ ກະຈົກຖືລ້ຽງກົບແດ່ ຫາປາແດ່ຫັ້ນລະ ແຕ່ມັນກະໄປຕໍ່ບໍ່ໄດ້ລະເຂດນອກນີ້ ລະຫວ່າງ ໂຄງການມັນຈົບແລ້ວ ລ້ຽງກົບລະກະບໍ່ມີບ່ອນຂັບຖ່າຍອອກ. ເຣື່ອງນ້ຳ, ເຣື່ອງຫຍັງ ມັນກະຍາກເນາະພໍ ນ້ຳປະປາໂຄງການເພິ່ນເຮັດໃຫ້ກະໃຊ້ບໍ່ໄດ້. ນ້ຳທີ່ວ່າ ມາຈາກລ້ຳຫ້ວຍຫັ້ນລະທີ່ວ່າ.”

ຢູ່​ບ້ານຕາລານ, ການລ້ຽງກົບບໍ່ສາມາດໄປດຳເນີນໄປໄດ້ ແລະ ຊາວບ້ານ ຫຼາຍ​ 10 ຄອບຄົວ ກໍພາກັນເຊົາໝົດ.

ຊາວ​ບ້ານ ນາງນີ້ ກ່າວຕື່ມອີກວ່າ:

ມັນໄປໄດ້ກະໄປບໍ່ລອດເພາະວ່າ ລ້ຽງກົບນີ້ກະຂາຍອອກ ບໍ່ໄດ້ແດ່ລະກະເສັຽຫາຍແດ່ລະກະມີຄົນລັກເລັກໂມຍນ້ອຍແດ່ ເຮົາບໍ່ມີວັດຖຸແບບວ່າ ຮັກສາໄວ້ດີດີ. ລະບົບນ້ຳມັນກະບໍ່ດີ ແບບວ່າ ບໍ່ໄດ້ຊື້ໄດ ບໍ່ໄດ້ຊື້ຫຍັງມາເຮັດແດ່ ມັນໄປຕໍ່ບໍ່ໄດ້ນະ ຢູ່ບ້ານນີ້ ກະບໍ່ມີຄົນລ້ຽງແລ້ວ ລະກະຂາຍສົ່ງອອກບໍ່ໄດ້ລະ ມັນໄປຕໍ່ບໍ່ໄດ້.”

ຊາວ​ບ້ານຫຼາຍຄອບຄົວທີ່ເຄີຍເຮັດອາຊີບຫາປາ, ແຕ່ປັດຈຸບັນ ກໍບໍ່ສາມາດເຮັດໄດ້ ເພາະວ່າ ປາບໍ່ຫຼາຍຄືແຕ່ກ່ອນ ແລະ ເຮືອຂອງຊາວບ້ານຫຼາຍລຳ ກໍຈອໄວ້ແຄມຕາຝັ່ງເທົ່ານັ້ນ ໂດຍທີ່ຊາວບ້ານ ບໍ່ໄດ້ໃຊ້ຫຍັງ.

ຊາວ​ແຂວງໄຊຍະບູຣີ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ເຂົາຫາປາບໍ່ໄດ້ ເຂົາເລີຍຈອດໄວ້ ມັນເປັນນ້ຳຍື່ງຫັ້ນນ່າ ແຕ່ກີ້ມັນຈະເປັນແບບວ່າ ນ້ຳມັນໜ້ອຍເນາະ ເຂົາຫາປູຫາປາມັນງ່າຍເນາະ ມັນໄດ້ ດຽວນີ້ນິຫາບໍ່ໄດ້.”

ໃນ​ເບື້ອງຕົ້ນ ຕອນທີ່ຍັງມີການກໍ່ສ້າງເຂື່ອນ ຊາວບ້ານຈະໄດ້ເຮັດວຽກເປັນກັມມະກອນນຳໂຄງການແລະ ເຂົາເຈົ້າກໍມີລາຍໄດ້ ແຕ່ຫຼັງຈາກໂຄງການເຂື່ອນສ້າງແລ້ວ ຊາວບ້ານກໍບໍ່ໄດ້ເຮັດວຽກຕໍ່.

ຖ້າ​ປ່ຽບທຽບລາຍໄດ້ ແຕ່ກ່ອນ ທີ່ບໍ່ທັນຍ້າຍບ້ານ ກັບ ປັດຈຸບັນ ຈະເຫັນວ່າ ບາງຄອບກໍມີລາຍໄດ້ໜ້ອຍກວ່າແຕ່ກ່ອນທີ່ໂຄງການເຂື່ອນຈະເຂົ້າມາ.

ຊາວ​ບ້ານຕາລານ ຄົນດຽວກັນນີ້ ໄດ້ກ່າວວ່າ ຕໍ່ວິທຍຸເອເຊັຽເສຣີ ວ່າ:

ຢູ່ບ້ານເກົ່ານີ້ກະຄິດໄລ່ຢູ່ ປີນຶ່ງກະຢູ່ປີນຶ່ງ ກະຄິດເປັນຫົວຄົນນີ້ກະ ທໍ່ໃດ 5 ລ້ານ ກີບ, 7 ຄົນ ໝົດປີ ສະເລັ່ຽໃສ່ຫົວຄົນ ຖືກຜູ້ນຶ່ງ 5 ລ້ານ.”

ຊາວ​ບ້ານຕາລານ ຄົນດຽວກັນນີ້ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ “ປັ​ຈຸບັນ ຄອບຄົວຂອງລາວ ຫາໄດ້ພຽງແຕ່ 1 ລ້ານກີບ ຕໍ່​​ປີ ຕໍ່ຄົນເທົ່ານັ້ນ ຖ້າຄິດສະເລັ່ຽໃສ່ຈຳນວນຄົນ ໃນຄອບຄົວ​.”

ນອກ​ຈາກນີ້ ໂຄງການໄດ້ຈັດສັນທີ່ດິນໃຫ້ຊາວບ້ານຄອບຄົວນຶ່ງບໍ່ເກີນ 1 ເຮັກຕ້າຣ໌ ຫຼື ບາງຄອບຄົວ ກໍໄດ້ທີ່ດິນພຽງແຕ່ 0.7 ເຮັກຕ້າຣ໌ ແລະ ບາງຄອບຄົວກໍໄດ້ດິນພຽງແຕ່ 0.5 ເຮັກຕ້າຣ໌ ເພື່ອປູກພືດ.

ໃນ​ເບື້ອງຕົ້ນ ບາງຄອບຄົວກໍປູກກ້ວຍ ບໍ່ປະສົບຜົນສຳເຣັດ ແລະ ຕໍ່ມາເຂົາເຈົ້າກໍຫັນມາປູກມັນຕົ້ນ, ແຕ່ ລາຍຮັບກໍບໍ່ໄດ້ດີ ເພາະວ່າຊາວບ້ານມີທີ່ດິນໜ້ອຍ.  

ຊາວບ້ານເນີນ​ສະຫວ່າງ ຄົນນຶ່ງທີ່ຖືກໂຍກຍ້າຍ ຈາກໂຄງການເຂື່ອນໄຊຍະບູຣີ  ໄດ້ກ່າວຕໍ່ວິຍຸເອເຊັຽເສຣີ ວ່າ:

ມັນຍາກຫຼາຍກະຄືເພິ່ນເອົາດິນໃຫ້ເຮົາເນາະ 0.5 ເຕັກຕ້າຣ໌ ບາດນີ້ເນາະ 0.5 ເຮົາເຮັດຫຍັງກະບໍ່ພໍກິນ ເພິ່ນໃຫ້ປູກກ້ວຍ ບາດນີ້ ກ້ວຍບໍ່ມີຜູ້ຊື້ລະກະໄດ້ຫັນປ່ຽນ ເປັນແນວອື່ນ ປູກມັນຕົ້ນດຽວນີ້ນ່າ ກະບໍ່ພໍກິນດອກ ຄອບຄົວໃດ ກະບໍ່ກິນດອກ.”

ການ​ມາຢູ່ບ້ານໃໝ່ ຄ່າຄອງຊີບແພງກວ່າເກົ່າ ເພາະວ່າ ທຸກຢ່າງກໍໄດ້ຊື້ ສ່ວນວ່າ ຢູ່ບ້ານເກົ່າ ຊາວບ້ານມີທີ່ດິນເຮັດໄຮ່,ເຮັດນາແລະ ກໍສາມາດລົງຫາປາ ຢູ່ນ້ຳຂອງໄດ້.

ຊາວ​ບ້ານເນີນສະຫວ່າງ ທ່ານນີ້ ກ່າວຕື່ມອີກວ່າ:

ການຄອງຊີບ ເຮົາມັນບໍ່ມີດິນດອນຕ່ອນຫຍ້າ ທຳການລິຕເດ້ ຕອນຢູ່ບ້ານເກົ່າເຮົາກະແບບນຶ່ງ ນ້ຳເຮົາກະບໍ່ໄດ້ຊື້ກິນ ເຂົາເຮົາກະບໍ່ໄດ້ຊື້ກິນຈັ່ງຊີ້ເດ້ ເຮົາທໍການ ລິຕ ດິນດອນຕ່ອນຫຍ້າເຮົາມີຫຼາຍ.”

ຢູ່​ບ້ານເນີນສະຫວ່າງ ມີປະມານ​ 200 ປາຍຄອບຄົວ ເພາະວ່າ ມັນມີ ບ້ານທ້ອນໂຮມເຂົ້າກັນຫຼາຍບ້ານເຊັ່ນ ບ້ານຫ້ວຍຫີບ, ບ້ານປາກເນີນ, ບ້ານໂຄກໃຫຍ່, ແລະ ບ້ານຫ້ວຍເດື່ອ ອີງຕາມຂໍ້ມູນຈາກຊາວບ້ານເນີນສະຫວ່າງ​.

ຕອນ​ທີ່ໂຄງການກຳລັງກໍ່ສ້າງເຂື່ອນ ຊາວບ້ານ ໄດ້ເຮັດວຽກເປັນກັມມະກອນນຳ ສະນັ້ນ ເຂົາເຈົ້າກໍພໍມີເງິນໃຊ້ ເພາະວ່າ ບາງຄົນກໍໄດ້ເງິນເດືອນຢ່າງໜ້ອຍ 1 ລ້ານປາຍ ກີບ ຂຶ້ນໄປ.

02.jpg
ເຮືອຊາວບ້ານຈອດໄວ້ແຄມທ່າ ໂດຍ ຊາວບ້ານ ບໍ່ໄດ້ໃຊ້ອອກຫາປາ ຍ້ອນວ່າ ຫາປາບໍ່ໄດ້ຄືແຕ່ກ່ອນ , ເດືອນພຶສພາ ປີ 2022.

ຫຼັງ​ຈາກເຂື່ອນສ້າງແລ້ວ ແລະ ໝົດໂຄງການ ຊາວບ້ານກໍບໍ່ມີອາບໍ່ຄົງທີ່ ຍ້ອນວ່າ ຖ້າເຂົາເຈົ້າຈະກັບໄປເຮັດຮົ້ວ​-ເຮັດສວນ ເຂົາເຈົ້າກໍບໍ່ມີດິນພຽງພໍ.

ຊາວ​ບ້ານ ເນີນສະຫວ່າງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ໂຕເພິ່ນແບ່ງໃຫ້ 0.5 ນີ້ ມັນບໍ່ໄດ້ ບໍ່ກຸ້ມກິນລະອຶດຫິວນີ້ ແຕ່ກີ້ ເຮົາບໍ່ໄດ້ເຮັດຮົ້ວເຮັດສວນ ເພາະວ່າ ເຮົາເຮັດວຽກເຂື່ອນເດ້ ໃຜກະມີເງິນມີຄຳ.”

ຊາວບ້ານ​ເນີນສະຫວ່າງ ທ່ານນີ້ ຍັງກ່າວຕື່ມວ່າ​: “ຊາວ​ບ້ານປະມານ 10 ປາຍຄອບຄົວ ໄດ້ພາກກັນໄປບຸກເບີກເນື້ອທີ່ເຮັດໄຮ່, ເຮັດນາ ຄືນ ຢູ່ເຂດບ້ານເກົ່າເຂົາເຈົ້າ ແຕ່ ກໍຖືກທາງການຫ້າມບໍ່ໃຫ້ເຮັດ ແລະ ຖ້າເຮັດຈະຖືກປັບໃໝເປັນເງິນ 40-50 ລ້ານກີບ.”

ນອກ​ຈາກນີ້ ໂຄງການເຂື່ອນ ກໍເອົາປັດ, ໄກ່, ແບ້ແລະ ໝູ່ ມາໃຫ້ຊາວບ້ານລ້ຽງ ແຕ່ ກໍຕາຍໝົດ ແລະ ຍິ່ງໄປກວ່ານັ້ນ ປະຊາຊົນທີ່ຖືກ​​ໂຍກຍ້າຍ ມາບ້າເນີນສະຫວ່າງບໍ່ມີນາເຮັດ.

ຊາວບ້ານເນີນສະຫວ່າງ ທ່ານນີ້ ກ່າວຕື່ມວ່າ:

ເພິ່ນເອົາແບ້ມາໃຫ້ລ້ຽງຕາຍກະມີ ລ້ຽງເປັດລ້ຽງໄກ່ຕາຍກະມີ ລ້ຽງໝູ ໝູຕາຍກະມີ ບໍ່ມີນາບ້ານເຮົານີ້ ບໍ່ມີນາຈັກບ່ອນ.”  

ນອກ​ຈາກນີ້ ໂຄງການຍັງໄດ້ ສົ່ງເສີມໃຫ້ຊາວບ້ານປູກຢາງຣາ ເພື່ອຂາຍໃຫ້ບໍຣິສັດເອກຊົນ, ແຕ່ ການປູກຢາງພາຣາ ຕ້ອງໃຊ້ເວລາຫຼາຍປີ ຈຶ່ງສາມາດປາດຢາງໄປຂາຍໄດ້ ແລະ ເຂົາເຈົ້າບໍ່ມີດິນພຽງພໍໃນການປູກພືດຊະນິດອື່ນທົດແທນ.

ຊາວ​ບ້ານ ຕານລານ ອີກຄົນນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ບໍ່ຮອດເຮັກຕ້າ ແຕ່ວ່າ ຂະເຈົ້າປູກຢາງໃສ່ເນາະ ປູກຢາງໃສ່ ກໍ່ຫາຊິໄດ້ກີດຢາງປີນີ້ ແຕ່ວ່າ ມັນກະບໍ່ຫຼາຍ ເພາະວ່າ ເນື້ອທີ່ມັນໜ້ອຍ ແຕ່ວ່າຊິປູກແນວອື່ນ ມັນບໍ່ພຽງພໍນ່າ ຢາກຜູກຜົປູກແບບພືດຜັກຕ່າງໆນ່າ ມັນບໍ່ພຽງພໍ ແຕ່ວ່າ ປູກຢາງໃສ່ແລ້ວ ລະມັນກະໝົດ ບາດນີ້ ຢາງນີ້ມັນກະຫຼາຍປີ ຈັ່ງໄດ້ຮັບຜົ.”

ການ​ຍົກຍ້າຍຈັດສັນປະຊາຊົນຈາກບ້ານເກົ່າມາ ບ້ານຈັດສັນ ມັນຈະສົ່ງຜົກະທົບຕໍ່ຊີວິການເປັນຢູ່ຂອງເຂົາເຈົ້າໂດຍກົງ ເພາະວ່າ ຊາວບ້ານຢູ່ເຂດຊົນບົດຊິນເຄີຍກັບການຢູ່ພື້ນທີ່ກວ້າງ ແລະ ເຂົາເຈົ້າບໍ່ສາມາດປັບໂຕໄດ້ກັບສະາບການຢູ່ບ້ານຈັດສັນແບບຄັບແຄບໄດ້.

ນັກ​ວິຊາການທ່ານນຶ່ງ ຜູ້ທີ່ເຮັດເຣື່ອງການພັນາຊຸມຊົນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ເວົ້າຈາກບ່ອນເກົ່າໄປສູ່ບ່ອນໃໝ່ເຂົາປັບໂຕຢາກຍາກຫັ້ນແຫຼະ​​ເນາະ ເຂົາເຄີຍຢູ່ບ່ອນໂລ່ງບ່ອນແຈ້ງ ບ່ອນອາກາດສົດຊື່ນມີທົ່ງນາ ປ່າໄມ້ກວ້າງຂວາງ ເຂົາມາຢູ່ຄັບແຄບທໍ່ໃດ 40x40 ແມັດ ທໍ່ໃດ 1 ໄຣ່ ເຄິ່ງໄລ່ເບາະ ຂະເຈົ້າເຮັດໃຫ້ມີເຮືອນ.”

ບັນ​ຫາດັ່ງກ່າວ ມັນ​​ສົ່ງຜົຕໍ່ຊີວິຕການເປັນຢູ່ ເຂົາເຈົ້າໄລຍະຍາວ ຫຼັງຈາກສິ້ນສຸດໂຄງການ ເຂົາເຈົ້າກໍກັບມາທຸກຄືເກົ່າ.

ນັກ​ວິຊາການທ່ານນີ້ ກ່າວຕື່ມວ່າ:

ທຳອິດກະຄືວ່າ ດີຫັ້ນແຫຼະການຊົເຊີຍ ແຕ່ວ່າ ມາເບິ່ງໄລຍະຍາວກະຄືວ່າຫັ້ນແຫຼະ ຄັນໝົດຊ້ວງໄປ ເຂົາອອກໄປກະທຸກຄືເກົ່າ.”

ເຖິງ​ຢ່າງໃດກໍຕາມ, ຊາວບ້ານຫຼາຍຄົນ ກໍເວົ້າວ່າ “ຫຼັງ​ຈາກທີ່ຍ້າຍມາຢູ່ບ້ານຈັດສັນ ກໍມີຂໍ້ສະດວກ ຄື ຖນົນຫົນທາງສະດວກສະບາຍ ເຮັດໃຫ້ການໄປ ການມາສະດວກກວ່າຢູ່ບ້ານເກົ່າ, ແລະ ລະບົບໄຟຟ້າກໍສະດວກສະບາຍ.”

ວິທຍຸເອ​ເຊັຽເສຣີ ພະຍາຍາມ ຕິດຕໍ່ຫາ ເຈົ້າໜ້າທີ່ຜູ້ຮັບຜິດຊອບ ຂອງບໍຣິສັດ ຊໍການຊ່າງ ທີ່ເປັນຜູ້ຮັບຜິດຊອບໂຄງການເຂື່ອນໄຊຍະບູຣີ ເພື່ອຖາມຄຳເຫັນກ່ຽວກັບເຣື່ອງນີ້, ແຕ່ເຈົ້າໜ້າທີ່ຄົນດັ່ງກ່າວ ບໍ່ສະດວກໃຫ້ຄຳເຫັນ​.

ນອກ​ຈາກນີ້ ເຈົ້າໜ້າທີ່ບໍຣິສັດ ຊໍການຊ່າງຄົນດັ່ງກ່າວ ຍັງບອກໃຫ້ນັກຂ່າວ ຂຽນຄຳຖາມສົ່ງໃຫ້, ແຕ່ ຫຼັງຈາກສົ່ງຄຳຖາມໃຫ້ແລ້ວ ເຈົ້າໜ້າທີ່ບໍຣິສັດ ຊໍການຊ່າງທ່ານນີ້ ກໍມິດງຽບໄປ.

ເຖິງ​ຢ່າງໃດກໍຕາມ, ທີ່ຜ່ານມາ ເຈົ້າໜ້າທີ່ຂັ້ນສູງ ຂອງແຂວງໄຊຍະບູຣີ ທ່ານນຶ່ງ ເຄີຍເວົ້າວ່າ “ໂຄງ​ການເຂື່ອນໄຊຍະບູຣີ ຈະພະຍາຍາມຟື້ນຟູຊີວິຕການເປັນຢູ່ ຂອງປະຊາຊົນທີ່ຖືກໂຍກຍ້າຍ ຈາກໂຄງການໃຫ້ດີທີ່ສຸດ ໂດຍໄດ້ເອົາໂຕແບບການຟື້ນຟູຊີວິຕ ການເປັນຢູ່ຂອງປະຊາຊົນ ຢູ່ໂຄງການເຂື່ອນນ້ຳເທີນ 2.”

ໂຄງ​ການເຂື່ອໄຊຍະບູຣີ ສົ່ງຜົນກະທົບ ຕໍ່ປະຊາຊົນປະມານ 4,000 ຄົວເຮືອນ ຫຼື ປະມານ 16,000 ຄົນ ເຊິ່ງໃນນັ້ນ 450 ຄົວເຮືອນ ຖືກ​​ໂຍກຍ້າຍ ອີງຕາມຂໍ້ມູນ ຈາກຄະກຳມາທິການ ແມ່ນ້ຳຂອງສາກົນ ຫຼື MRC.

ເຂື່ອນໄຊຍະບູຣີ, ເຊິ່ງມີກຳລັງການລິຕ ເກືອບ 1,300 ເມກາວັດ ມີມູຄ່າການກໍ່ສ້າງ ປະມານ 4 ຕື້ ໂດລ້າຣ໌, ໄດ້ທົດລອງ ຜລິດໄຟຟ້າ ໃນກາງເດືອນສິງຫາ 2019 ກ່ອນທີ່ ຈະຜລິຕໄຟຟ້າ ຂາຍໃຫ້ໄທຍ ໃນເດືອນຕຸລາ 2019.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.