ເຂື່ອນນ້ຳລີກ ຕຣຽມລະບາຍນ້ຳອອກ, ຊາວບ້ານ ເລັ່ງມ້ຽນຊັພສິນ

ແຜນທີ່ ເຂື່ອນນ້ຳລີກ 1 ແລະ 2 ທີ່ຈະລະບາຍນ້ຳ ອອກຈາກເຂື່ອນ ໃນວັນທີ 18 ສິງຫານີ້.
ແຜນທີ່ ເຂື່ອນນ້ຳລີກ 1 ແລະ 2 ທີ່ຈະລະບາຍນ້ຳ ອອກຈາກເຂື່ອນ ໃນວັນທີ 18 ສິງຫານີ້. (ຮູບພາບ: OpenStreetMap contributors/Datawrapper)

0:00 / 0:00

ຊາວບ້ານຢູ່ລຸ່ມເຂື່ອນນ້ຳລີກ 1 ແລະ 2 ໃນເມືອງເຟືອງ ແຂວງວຽງຈັນ ພາກັນເກັບມ້ຽນສິ່ງຂອງ ແລະປິດແຫລ່ງທ່ອງທ່ຽວ ເພື່ອເຝົ້າລະວັງນ້ຳຖ້ວມ ຈາກການປ່ອຍນ້ຳ ຂອງເຂື່ອນ ພາຍຫຼັງກະຊວງພລັງງານແລະບໍ່ແຮ່ ໄດ້ອອກແຈ້ງການດ່ວນ ກ່່ຽວກັບການຮັບມືພັຍພິບັດ ເນື່ອງຈາກເຂື່ຶອນໄຟຟ້ານ້ຳລີກ 1 ແລະ 2 ຈະເປີດປະຕູລະບາຍນ້ຳ ໃນວັນທີ 18 ສິງຫານີ້ເປັນຕົ້ນໄປ ຈົນກວ່າລະດັບນ້ຳ ໃນອ່າງໂຕ່ງນ້ຳທັງ 2 ເຂືື່ອນ ຈະຢູ່ໃນເກນປົກກະຕິ. ຫລັງຈາກໄດ້ຮັບແຈ້ງການ ຈາກທາງການເມືອງເຟືອງ ຊາວບ້ານກໍພາກັນເລັ່ງມ້ຽນສິ່ງຂອງ ແລະຊັພສິນທີ່ມີຄ່າຕ່າງໆ ຜູ້ທີ່ມີຮ້ານອາຫານເຮືອນແພ ກໍໄດ້ປິດກິຈການຊົ່ວຄາວນັບແຕ່ວັນທີ 18 ສີງຫາເປັນຕົ້ນໄປ ເພື່ອຄວາາມປອດພັຍ ແລະບໍ່ໃຫ້ຮັບນັກທ່ອງທ່ຽວ ຈົນກວ່າຈະມີແຈ້ງການອີກໃໝ່ ຈາກທາງການລາວ.

ຊາວບ້ານຄົນນື່ງ ໃນເມືອງເຟືອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ສິງຫານີ້ວ່າ:

“ເຮົາຄິດວ່ານ້ຳມັນຈະມາແຮງ ແລ້ວເຂົາກໍຫ້າມຮັບແຂກເພາະວ່າ ເພື່ອຄວາມປອດພັຍ ແຕ່ວ່າປັດຈຸບັນນີ້ ເພິ່ນກະໄດ້ປ່ອຍນ້ຳແລ້ວ ແຕ່ມາເບີ່ງລະດັບນ້ຳແລ້ວ ມັນກໍບໍ່ມີບັນຫາຫຍັງ”.

ເຈົ້າຂອງກິຈການ ຈະໄດ້ຮັບຜລົກະທົບຫລາຍພໍສົມຄວນ ຍ້ອນໄດ້ປິດກິຈການ ຮ້ານອາຫານ ແລະບ້ານພັກ ຊົ່ວຄາວຈົນກວ່າຈະໄດ້ຮັບແຈ້ງການ ຈາກທາງການໃຫ້ເປີດກິຈການໃຫມ່ ຊຶ່ງຊາວບ້ານ ແລະຜູ້ປະກອບການ ກໍຕ້ອງເສັຽລາຍໄດ້ໄປລ້າໆ ປາສຈາກຄ່າທົດແທນໃດໆ ຈາກຜົລກະທົບທີ່ເກີດຂຶ້ນ. ປັດຈຸບັນ ຢູ່ລຸ່ມເຂື່ອນນ້ຳລີກ 1 ຍັງຖືວ່າ ຢູ່ເກນປົກກະຕິ ບໍ່ເປັນອັນຕຣາຍຕໍ່ຊີວິຕ ແລະຊັພສິນຂອງຊາວບ້ານ ແຕ່ກໍຍັງເຝົ້າລະວັງຢ່າງໃກ້ຊິດ ຕຣອດເວລາ. ຊາວບ້ານອີກຄົນນື່ງ ຢູ່ເມືອງເຟືອງເວົ້າວ່າ:

“ປິດຫາດ. ທາງເຂື່ອນນ້ຳລີກ 1-2 ເພິ່ນຊິປ່ອຍນ້ຳຂຶ້ນ 4 ແມັດ. ບໍ່ທັນຖ້ວມ ແຕ່ເຂົາປ້ອງກັນໄວ້ນ່າ. ມັນກໍບໍ່ໄດ້ຖ້ວມດອກ, ແຕ່ເຂົາປ້ອງກັນບໍ່ໃຫ້ຮັບແຂກຫັ້ນນ່າ, ປະມານອາທິດນຶ່ງນີ້ບໍ່.”

ກະຊວງພລງງານ ແລະບໍ່ແຮ່ ແລະອຳນາດການປົກຄອງ ເມືອງເຟືອງ ຄວນປະກາດແຈ້ງເຕືອນ ໃຫ້ຊາວບ້ານທີ່ອາສັຍ ຢູ່ລຸ່ມເຂື່ອນ ໄດ້ຮັບຮູ້ຂ່າວສານ ຢ່າງຈະແຈ້ງ ແລະທົ່ວເຖິງທຸກຄອບຄົວ ເນື່ອງຈາກວ່າໃນໄລຍະນີ້ ເປັນຣະດູທຳການກະເສຕ ຊາວບ້ານອອກໄປຢູ່ໄຮ່ຢູ່ນາກັນໝົດ ຈຶ່ງບໍ່ສາມາດຮັບຮູ້ຂ່າວສານໄດ້ທັນເວລາ ຊຶ່ງການປ່ອຍນ້ຳ ອອກຈາກເຂື່ອນ ກໍຄວນແຈ້ງເຕືອນປະຊາຊົນ ທີ່ອາສັຍຢູ່ລຸ່ມເຂື່ອນ ໄດ້ຮູ້ຢ່າງນ້ອຍ 2-3 ມື້ ລ່ວງໜ້າເພື່ອໃຫ້ຊາວບ້ານ ແລະຜູ້ປະກອບການໄດ້ມີເວລາ ພຽງພໍໃນການກະຕຣຽມແລະເກັບມ້ຽນສິ່ງຂອງ ໃຫ້ທັນ.

ຊາວບ້ານ ຢູ່ເມືອງເຟືອງ ອີກຄົນນື່ງກ່າວວ່າ:

“ຕອນເຂົາປ່ອຍຫັ້ນ ມັນກໍແອ່ງຕະລຸ່ມເນາະ. ປະຊາຊົນ ບາງເທື່ອນກະໄປນັ້ນໄປນີ້ເນາະ. ຜູ້ໃດກະໃສ່ເບັດ ໃສ່ມອງ ມີເຄື່ງມືຢູ່ແຄມນ້ຳເນາະວ່າຊັ້ນຊະ. ບາງເທືອກະຖ້ວມເລີຍກະມີນະ. ປ່ອຍແລ້ວບາດນີ້ມີເຮືອ ມີແພ ບາງເທື່ອກະຄ້າງ ບາງເທື່ອກະຈົມໄປເລີຍ. ຂະເຈົ້າກະແຈ້ງປະມານ 1 ມື້ 2 ມື້ ນີ້ແຫລະ.”

ການແຈ້ງເຕືອນເທືື່ອນີ້ ກະຊວງພລັງງານ ແລະບໍ່ແຮ່ ໄດ້ໃຫ້ແຂວງວຽງຈັນ ແຈ້ງເຖິງຫ້ອງການເມືອງເຟືອງ ຮວມທັງບ້ານທີ່ຢູ່ໃນຂອບເຂດ ລຸ່ມເຂື່ອນກະຕຣຽມໂຍກຍ້າຍ ສິ່ງຂອງທີ່ຈຳເປັນ ໂດຍສເພາະກິຈການເຮືອນແພ ເພື່ອຮັບປະກັນ ບໍ່ໃຫ້ໄດ້ຮັບຜົລກະທົບ ຕໍ່ການເປີດປະຕູລະບາຍນ້ຳ ຈະຢູ່ໃນລະດັບປາຣິມານນ້ຳໄຫລ 400 ແມັດກ້ອນຕໍວິນາທີ ທາງການຮຽກຮ້ອງໃຫ້ ກິຈການເຮືອນແພ ຢຸດຮັບນັກທ່ອງທ່ຽວຊົ່ວຄາວ ໃນໄລຍະລະບາຍນ້ຳ ຈົນກວ່າຈະມີການ ແຈ້ງການຈາກກະຊວງພລັງງານ ແລະບໍ່ແຮ່ຕື່ມ

ເຈົ້າໜ້າທີ່ ຈາກກະຊວງພລັງງານ ແລະບໍ່ແຮ່ ແຂວງວຽງຈັນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເພິ່ນຊິປອ່ຍນ້ຳ ເພາະວ່າສພາບອາກາດ ແມ່ນຫຍັງກະຝົນຕົກໜັກ. ຂະເຈົ້າກະເລີຍລະບາຍນ້ຳອອກຈາກເຂື່ອນໄປເລີຍ. ມັນຂຶ້ນຫັ້ນນ່າ ຖ້າວ່າສພາບອາກາດ ຝົນບໍ່ຕົກແລ້ວ ຂະເຈົ້າກະຊີ່ປິດເຂື່ອນ.”

ນອກຈາກນີ້ ບໍຣິສັດໄຟຟ້າລາວ-ມະຫາຊົນ ຍັງໄດ້ອອກແຈ້ງການ ປ່ອຍນ້ຳຈາກເຂື່ອນນ້ຳຄານ 2 ແລະ 3 ແຕ່ເວລາ 12 ໂມງຂອງວັນທີ 18 ສິງຫານີ້ ພ້ອມກັບໃຫ້ຊາວບ້ານ ຢູ່ລຸ່ມເຂື່ອນດັ່ງກ່າວ ຢູ່ ແຂວງຫລວງພຣະບາງ ເຝົ້າລະວັງນ້ຳຖ້ວມສູງ.

ພາຍຫລັງເຊປ່ຽນ-ເຊນ້ຳນ້ອຍແຕກ ໃນປີ 2018 ຢູ່ແຂວງອັດຕະປື ທີ່ສ້າງຄວາມເສັຽຫາຍ ໃຫ້ແກ່ຊີວິຕແລະ­ຊັພສິນຂອງປະຊາຊົນ ຢ່າງໃຫຍ່ຫລວງ ທີ່ເມືອງສນາມໄຊ, ທາງການລາວກໍເຣີ່ມມີການຕິດຕາມ ກວດກາ ບັນດາເຂື່ອນຕ່າໆ ປະຈຳປີທົ່ວປະເທດ ໃນຊ່ວງຣະດູຝົນ ແລະບາງເຂື່ອນ ກໍມີການຊ້ອມການໂຍກຍ້າຍ ປະຊາຊົນ ເພື່ອຮັບປະກັນຄວາມປອດພັຍ ແລະເຕືອນພັຍ ແກ່ປະຊາຊົນບັນດາເຜົ່າ.

ຕໍ່ພັຍພິບັດທີ່ເກີດຂຶ້ນ ຈາກໂຄງການສ້າງເຂືອນໄຟຟ້າ ຢູ່ແຂວງອື່ນ ເປັນຕົ້ນເຫດການນ້ຳນອງ ຢູ່ເຂດເທສບານເມືອງຊຳເໜືອ ແຂວງຫົວພັນ ໃນວັນທີ 11 ສິງຫາ ຜ່ານມາ ທາງການແຂວງຫົວພັນກໍ ໄດ້ມີລະບຽບແຈ້ງເຕືອນພັຍຢ່າງຕໍ່ເນື່ອງ ກະຈ່າຍຢູ່ທົ່ວເມືອງ ເພື່ອໃຫ້ຊາວບ້ານຍົກຍ້າຍ ຈາກພື້ນທີ່ແບບຮີບດ່ວນ ຊຶ່ງຊາວບ້ານ ກໍຮູ້ສືກປອດພັຍ ສາມາດພາໂຕເອງ ແລະຄອບຄົວໄປຢູ່ບ່ອນປອດພັຍ ໄດ້ທັນທີ. ເຈົ້າໜ້າທີ່ພແນກພລັງງານ ແລະບໍ່ແຮ່ ແຂວງຫົວພັນ ທ່ານນື່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເພາະວ່າບັນຫາເປັນຊຸດທຳອິດເດ ຂອງແຂວງຫົວພັນເຮົານ່າ ເພິ່ນກະຊິມີສຕິລະວັງຕົວດີຢູ່ ພວກປະຊາຊົນ ທີ່ຢູ່ແຄມນ້ຳໃຫຍ່ຫັ້ນນ່າ. ເພິ່ນກະຊິຕື່ນຕົວ ເພິ່ນກະກຽມເຄື່ອງ, ກຽມຂອງອັນໃດ ປ້ອງກັນໄວ້ກ່ອນ ຖ້າວ່າບໍ່ຕົກຕື່ມ ບັນດາເມືອງທີ່ມີນ້ຳໃຫຍ່ ຄືຊີ່ດີຢູ່.”

ທ່ານກ່າວຕື່ມວ່າ ລະບົບການເຕືອນພັຍສຸກເສິນ ຄວນຕິດຕັ້ງໃຫ້້ຄົບທຸກເມືອງ ໂດຍສເພາະໃນພື້ນທີ່ສ່ຽງສູງ ທັງຈາກເຂື່ອນໄຟຟ້າ, ນ້ຳຖ້ວມ, ໄຟໄໝ້ ແລະແຜ່ນດິນໄຫວ ເພື່ອແຈ້ງເຕືອນຊາວບ້ານໃນພື້ນທີ່ນັ້ນໆ ໃຫ້ຕຣຽມພ້ອມຮັບມື ແລະໂຍກຍ້າຍໄດ້ທັນເວລາ ແລະຍັງຊ່ອຍລຸດຜ່ອນ ຄວາມສ່ຽງ ຕໍ່ຊີວິຕ ແລະຊັບສິນຂອງຊາວບ້ານໄດ້ ເປັນຢ່າງດີ.

ທາງດ້ານກົມອຸຕຸ ນິຍົມວິທຍາ ແລະອຸທກະສາຕ ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ໄດ້ຣາຍງານ ພະຍາກອນອາກາດ ໃນວັນທີ 18 ສີງຫາ ປີ 2022 ວ່າ ລະຫວ່າງວັນທີ 19-28 ສິງຫາ ທົ່ວປະເທດ ຈະມີຝົນປົກຫຸ້ມ 50% ຂອງພື້ນທີ່ ຍ້ອນຄວາມກົດອາກາດຕ່ຳ ໄດ້ພັດຜ່ານມາທາງພາກເໜືອຂອງປະເທດ ສົມທົບກັບລົມມໍຣະສຸມຕະເວັນຕົກສຽງໃຕ້ ປົກຫຸ້ມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ຝົນຕົກໜັກ , ຟ້າຮ້ອງ, ຟ້າເຫລືອມໃນລະດັບຄ່ອຍ ໃນແຕ່ລະພາກ ແລະຝົນຕົກປານກາງ ພ້ອມລົມແຮງ ຢູ່ບາງທ້ອງຖິ່ນ ພາກກາງ ຫາພາກໃຕ້.