ແມ່ນ້ຳຂອງ ໄດ້ຮັບຜົລກະທົບ ຈາກເຂື່ອນ 2 ແຫ່ງ

ສຸພັດຕາ
2022.08.23
ແມ່ນ້ຳຂອງ ໄດ້ຮັບຜົລກະທົບ ຈາກເຂື່ອນ 2 ແຫ່ງ ສະພາບນ້ຳຂອງ ກຳລັງຂຶ້ນ ຊຸເອົາເຄື່ອງຂອງ ຂອງຊາວບ້ານ ທີ່ຢູ່ແຄມນ້ຳຂອງ ທັງໃນແຂວງເລີຍ (ປະເທດໄທຍ) ແລະ ເມືອງຊະນະຄາມ ແຂວງວຽງຈັນ ສປປ ລາວ, ວັນທີ 13 ສິງຫາ 2022.
RFA

ທີມງານນາໆຊາຕ ທີ່ເຮັດວຽກແຜນງານ ຕິດຕາມສິ່ງແວດລ້ອມຮ່ວມ ຫຼື Joint Environmental Monitoring (JEM) ຂອງຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫຼື MRC ໄດ້ທົດສອບການຕິດຕາມ ສະພາບທາງດ້ານສິ່ງແວດລ້ອມ ຂອງແມ່ນໍ້າຂອງ ທີ່ເກີດຈາກໂຄງການ ເຂື່ອນໄຊຍະບູຣີ ແລະເຂື່ອນດອນສະໂຮງ ໂດຍການວັດແທກ 5 ໂຕຊີ້ວັດຕົ້ນຕໍ ຄື ອຸທົກກະສາຕ, ຝຸ່ມຕົມ, ຄຸນນະພາບນໍ້າ, ນິເວດວິທະຍາ ທາງນໍ້າ ແລະການປະມົງ ໃນໄລຍະ 1 ປີ ທີ່ຜ່ານມາ ເຫັນວ່າ ຜົລກະທົບ ຢູ່ໃນລະດັບປານກາງ ທີ່ບໍ່ສົ່ງຜົລຕໍ່ ລະບົບນິເວດ ແລະຊາວບ້ານ.

ໃນບົດຣາຍງານຂອງ MRC ທີ່ເຜີຍແຜ່ໃນມື້ວັນທີ່ 22 ສິງຫາ 2022 ນີ້ ໄດ້ອ້າງອີງຄວາມເວົ້າ ຂອງທ່ານ ດຣ. ອານຸລັກ ກິດຕິຄຸນ ຫົວໜ້າກອງເລຂາ ຄະນະກັມມາທິການ ແມ່ນ້ໍາຂອງສາກົລ ວ່າ:

“ເຖິງແມ່ນວ່າ ບົດຣາຍງານສບັບນີ້ ໄດ້ກ່າວເຖິງຜົລກະທົບຈໍານວນນຶ່ງ ຈາກການຜລິດພະລັງງານທາງນໍ້າກໍຕາມ ແຕ່ວ່າ ມັນໄວໂພດ ທີ່ຈະກ່າວອ້າງວ່າ ຜົລກະທົບທັງໝົດ ເກີດຈາກເຂື່ອນໄຟຟ້າ, ການປ່ຽນແປງ ຂອງສະພາບດິນຟ້າອາກາດ ແລະການພັທນາອື່ນໆ ກໍເປັນປັດຈັຍນຶ່ງເຊັ່ນກັນ.

ຂະນະດຽວກັນ ຕໍ່ບົດຣາຍງານຂອງ MRC ຄັ້ງນີ້ ຕາງໜ້າກຸ່ມຮັກຊຽງຄານ ແຂວງເລີຍ ປະເທດໄທຍ ກ່າວວ່າ ແຜນການຕິດຕາມສິ່ງແວດລ້ອມຮ່ວມ ຫຼື JEM ເຊິ່ງຢູ່ພາຍໃຕ້ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫຼື MRC ຄວນຈະເປີດເຜີຍຣາຍລະອຽດ ທີ່ຈະແຈ້ງ ກວ່ານີ້ ເຊັ່ນ: ໄລຍະເວລາການທົດສອບ, ຂບວນການຕິດຕາມມີຂັ້ນຕອນແນວໃດ, ຈຸດພື້ນທີ່ໃດ ທີ່ໃຊ້ໃນການທົດສອບ ແຕ່ເມື່ອທົດສອບສໍາເຣັດແລ້ວ ກໍຄວນຈະສລຸບຜົລຢ່າງຈະແຈ້ງ ທັງ 5 ໂຕຊີ້ວັດຕົ້ນຕໍ ເພື່ອໃຫ້ເຫັນເຖິງຄວາມສ່ຽງ ທີ່ອາຈເກີດຂຶ້ນ ແລະເປັນຂໍ້ມູນໃຫ້ກັບພາກປະຊາສັງຄົມ ໄດ້ນໍາໄປສຶກສາເພີ່ມຕື່ມ ໃນການພັທນາແມ່ນໍ້າຂອງຢ່າງຍືນຍົງຕໍ່ໄປ.

ແຕ່ຣາຍງານສບັບດັ່ງກ່າວນີ້ ໄດ້ຣາຍງານຜົລກະທົບຕໍ່ ກັບການໄຫຼຂອງນໍ້າ, ການໄຫຼຂອງຝຸ່ນຕົມ ແລະການປະມົງ ເຊິ່ງສາມາດວັດແທກໄດ້ຢູ່ໃນລະດັບ ປານກາງນັ້ນ ຖືວ່າ ມີຄວາມຂັດແຍ້ງກັນຫຼາຍ ຫາກທຽບໃສ່ຜົລກທະທົບທີ່ເກີດຂຶ້ນໂຕຈິງໃນປັດຈຸບັນ.

ດັ່ງຕາງໜ້າກຸ່ມຮັກຊຽງຄານ ແຂວງເລີຍ ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 23 ສິງຫານີ້ວ່າ:

ຂໍ້ນຶ່ງ ທີ່ເຮົາສເນີໄປຄື ມີການສຶກສາຮ່ວມກັນ ມາກໍານົດຂອບ ມາກໍານົດປະເດັນຮ່ວມກັນ ກັບພາກປະຊາສັງຄົມ ກັບພາກວິຊາການ ທີ່ອີກນຶ່ງ ທີ່ມີການຄັດຄ້ານຢູ່ໃນປັດຈຸບັນ ຄວນຈະມີການກໍານົດຕາມນີ້ ຄືຢ່າງໜ້ອຍ ພາກປະຊາສັງຄົມ ຄວນຈະມີສັດສ່ວນເຂົ້າໄປຮ່ວມປຶກສາຫາລື ຢ່າງໜ້ອຍເຄິ່ງຕໍ່ເຄິ່ງ.

ກ່ຽວກັບຜົລກະທົບທີ່ເກີດຂຶ້ນ ພາຍຫຼັງທີ່ມີການສ້າງເຂື່ອນໃນແມ່ນໍ້າຂອງ 2 ແຫ່ງນີ້, ຊາວລາວຄົນນຶ່ງ ທີ່ມີອາຊີບຫາປາໃນແມ່ນໍ້າຂອງ ເຂດນະຄອນຫຼວງວຽງຈັນ ພັດເຫັນວ່າ ເຂື່ອນໄຊຍະບູຣີ ຄືຕົ້ນຕໍທີ່ເຮັດໃຫ້ການຂຶ້ນ-ລົງ ຂອງລະດັບແມ່ນໍ້າຂອງ ບໍ່ເປັນໄປຕາມທັມມະຊາດ ເຊິ່ງສົ່ງຜົລກະທົບຕໍ່ການຫາປາ ຂອງຊາວ້ານທີ່ຫາປາເປັນຈໍານວນຫຼາຍ ໃນປັດຈຸບັນ.

ດັ່ງຊາວລາວຄົນນຶ່ງ ທີ່ມີອາຊີບຫາປາໃນແມ່ນໍ້າຂອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ປາໜ້ອຍລົງຫັ້ນນ່າ ແຕ່ວ່າເຂື່ອນນີ້ ມັນກະມີສ່ວນຫັ້ນແຫຼະ ເພາະວ່ານໍ້າມັນບໍ່ທັມມະຊາຕຫັ້ນນ່າ ມັນບໍ່ປົກກະຕິນ່າ ຕອນທີ່ເພິ່ນຍັງບໍ່ທັນເຮັດເນາະ ນໍ້າກະຮອດລະດູມັນມາເນາະ ໜ້າຝົນເນາະ ປາມັນກະ ບໍ່ທັມມະຊາຕໂລດແຫຼະໄປ ຍ້ອນໄປເມື່ອ 4-5 ປີຫຼັງ ກະມີຢູ່ ມີຢູ່ປາຫັ້ນນ່າ.”

ຊາວລາວຜູ້ນີ້ ກ່າວຕື່ມອີກວ່າ ກ່ອນໜ້າທີ່ຈະມີເຂື່ອນໄຊຍະບູຣີ ຊາວລາວຈະອອກໄປຫາປານໍ້າຂອງເປັນຈໍານວນຫຼາຍ ເມື່ອເຖິງລະດູການ ແລ້ວແຕ່ລະຄົນ ກໍຈະຫາປາໄດ້ຫຼາຍ 10 ກິໂລ ໃນແຕ່ລະມື້ ແລະເມື່ອນໍາໄປຂາຍໃນຕລາດ ກໍຈະມີເງິນພຽງພໍໃນການຊື້ເຄື່ອງ ຊື້ຂອງໃຊ້ຈໍາເປັນ, ແຕ່ປັດຈຸບັນ ການຫາປາໃນແມ່ນໍ້າຂອງ ຖືວ່າຫາຍາກຂຶ້ນຫຼາຍ ຍ້ອນຈໍານວນປາຫຼຸດລົງ ຈາກສະພາບນໍ້າຂອງທີ່ບໍ່ປົກກະຕິ.

ສ່ວນຊາວບ້ານອີກຄົນນຶ່ງ ໃນເມືອງປາກລາຍ ແຂວງໄຊຍະບູຣີ ກ່າວວ່າ ອາຊີບການຫາປາໃນແມ່ນໍ້າຂອງ ຖືວ່າ ຫຼຸດໜ້ອຍລົງຢ່າງຕໍ່ເນື່ອງ ເພາະລະດັບນໍ້າໃນແມ່ນ້ໍາຂອງ ຂຶ້ນ-ລົງ ບໍ່ປົກກະຕິ ໂດຍບໍ່ສາມາດຄາດຄະເນໄດ້ວ່າ ເມື່ອອອກໄປຫາປາແລ້ວ ລະດັບນໍ້າໃນແມ່ນໍ້າຂອງ ຈະຂຶ້ນຫຼືລົງ.

ສະນັ້ນ ຜົລກະທົບດັ່ງກ່າວ ກໍຂ້ອນຂ້າງຈະຮຸນແຮງ ເນື່ອງຈາກພື້ນທີ່ເມືອງປາກລາຍ ຢູ່ກ້ອງເຂື່ອນໄຊຍະບູຣີ ເຊິ່ງຫ່າງປະມານ 100 ກິໂລແມັດເທົ່ານັ້ນ ຈຶ່ງເຮັດໃຫ້ຊາວບ້ານ ທີ່ມີອາຊີບຫາປາ ຂາດໂອກາດ ແລະລາຍໄດ້ ຈົນບາງຄົນກໍຢຸດເຊົາໄປແບບຖາວອນ ແລ້ວຫັນໄປເຮັດອາຊີບອື່ນ ເຊັ່ນ ເປັນກັມມະກອນ ຢູ່ຕາມໂຮງງານ ແລະບໍຣິສັດຮັບເໝົາກໍ່ສ້າງຕ່າງໆ.

ດັ່ງຊາວບ້ານຄົນນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ຢູ່ພີ້ ເຂົາກະຍັງຫາຢູ່ ຫາກບໍ່ສູ່ຄ່ອຍມີໃຜຢາກລົງໄປຫານ່າ ນໍ້າຂຶ້ນລົງມັນປົກກະຕິຫັ້ນແຫຼະ ເຮົາມັນກະນໍ້າວ່າຊິຂຶ້ນຊິລົງຍາມໃດຫັ້ນນ່າ ເຮົາບໍ່ຮູ້ ມັນມາມັນກະມາໂລດ ແລະດິນເຈື່ອນ ດິນເພຫັ້ນແຫະ.”

ທາງດ້ານເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງຈໍາປາສັກ ກ່າວວ່າ ໄລຍະ 2-3 ປີຫຼັງມານີ້ ການຂຶ້ນ-ລົງທີ່ບໍ່ປົກກະຕິຂອງແມ່ນໍ້າຂອງ ໄດ້ສົ່ງຜົລກະທົບ ຕໍ່ວິຖີຊີວິຕຂອງຊາວບ້ານ ທີ່ອາສັຍຢູ່ຕາມແຄມແມ່ນໍ້າຂອງແທ້ ໂດຍສະເພາະກຸ່ມຊາວບ້ານທີ່ທໍາມາຫາກິນ ໃນແມ່ນໍ້າຂອງ ມີແມ່ນໍ້າຂອງເປັນແຫຼ່ງສະບຽງອາຫານ ເປັນຕົ້ນ ຄົນຫາປາ, ຄົນປູກພືດ-ລ້ຽງສັດ ກໍບໍ່ສາມາດ ທີ່ຈະຄາດຄະເນລະດັບນໍ້າຂອງ ໄດ້ຄືແຕ່ກ່ອນ.

ດັ່ງທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ສ່ວນຫຼາຍ ມັນກະທົບກັບພວກຫາຢູ່ຫາກິນ ພວກປະມົງໄປຊັ້ນໃດ໋ ຊາວບ້ານຫັ້ນນ່າ ປະຊາຊົນປູກຫັ້ນປູກນີ້ແຄມຕາຝັ່ງ ມັນລະຖ້ວມ ສົງໃສຊິແມ່ນປ່ອຍເຂື່ອນເບາະໄປຫຍັງ ຈັ່ງຊັ້ນລະວ່າ ການຫາປູຫາປາ ມັນກະມັນໜ້ອຍລົງ.”

ໃນມື້ດຽວກັນນີ້ ທ່ານ ດຣ. ສຸຣະສີ ກິດຕິມົນທົນ ເລຂາທິການສໍານັກງານ ຊັພຍາກອນນໍ້າແຫ່ງຊາຕ ປະເທດໄທຍ ໄດ້ໃຫ້ທັສະນະຕໍ່ວິທຍຸເອເຊັຽເສຣີ ວ່າ ປະເທດໄທຍ ໃນຖານະຜູ້ຮັບຊື້ໄຟຟ້າ ຈາກເຂື່ອນແມ່ນໍ້າຂອງ ແລະຍັງເປັນ 1 ໃນປະເທດ ທີ່ມີສ່ວນໄດ້ສ່ວນເສັຍ ໃນການນໍາໃຊ້ຊັພຍາກອນນໍ້າ ຈາກແມ່ນໍ້າຂອງ ກໍເຫັນວ່າ ຣັຖບານໄທຍ ໃຫ້ຄວາມສໍາຄັນທີ່ສຸດ ໃນການຫຼຸດຜ່ອນຜົລກະທົບ ຂ້າມພົມແດນ ທີ່ເກີດຈາກເຂື່ອນໄຟຟ້າໃນແມ່ນໍ້າຂອງ ເຊິ່ງຝ່າຍໄທຍ ກໍຢັ້ງຢືນຈະແຈ້ງວ່າ ທຸກເຂື່ອນທີ່ຈະສ້າງໃນແມ່ນໍ້າຂອງຕໍ່ຈາກນີ້ ຈະຕ້ອງໄດ້ສຶກສາຜົລກະທົບສິ່ງແວດລ້ອມ ແລະສັງຄົມ ແລະການປະເມີນຜົລກະທົບຂ້າມພົມແດນ ຢ່າງລະອຽດຮອບດ້ານ ແລະຫາແນວທາງປ້ອງກັນ ທີ່ເປັນຮູບປະທັມ ຫາກມີຜົລກະທົບຂ້າມພົມແດນເກີດຂຶ້ນ.

ເຮົາກະເບິ່ງວ່າ ມີຜົລກະທົບຂ້າມພົມແດນແບບໃດ ທັງລະບົບນິເວດ ທັງໃນເຣື່ອງຂອງອຸທົກກະສາຕ ບໍ່ວ່າຈະເປັນ ເຣື່ອງຂອງຝຸ່ນຕົມຂນາດນ້ອຍ ເຣື່ອງຂອງການເຊາະເຈື່ອນ ເຮົາພິຈາຣະນາເບິ່ງໝົດໃນທຸກປະເດັນ ຈະຕ້ອງໄປດໍາເນີນການແບບໃດ ເພື່ອປ້ອງກັນຜົລກະທົບ ຫຼືແກ້ໄຂບັນຫາຜົລກະທົບແນວໃດ.”

ໃນຈໍານວນຜົລທີ່ໄດ້ຮັບ ທີ່ພົ້ນເດັ່ນທີ່ສຸດນັ້ນ ທີມງານຜູ້ຕິດຕາມໄດ້ສັງເຫັນວ່າ ລັກສະນະຂອງປະຣິມານນໍ້າໄຫຼ ໂດຍຮວມແລ້ວບໍ່ມີການປ່ຽນແປງ, ສຸຂພາບດ້ານນິເວດວິທະຍາ ຂອງແມ່ນໍ້າຂອງແຫ່ງນີ້ ແມ່ນຢູ່ໃນລະດັບ “ດີ” ຢູ່ເຂດເທິງເຂື່ອນ, ຢູ່ໃນລະດັບ “ປານກາງ” ໃນເຂດອ່າງນໍ້າຂອງເຂື່ອນ ແລະຢູ່ໃນລະດັບ “ປານກາງ” ຢູ່ເຂດລຸ່ມເຂື່ອນ ຂອງເຂື່ອນທັງ 2 ແຫ່ງນັ້ນ.

ຄຸນນະພາບນໍ້າ ຍັງຄົງຢູ່ໃນເກນ “ທີ່ເປັນມິດຕໍ່ສຸຂພາບຂອງມະນຸສ” ໃນເຂດອ່າງນໍ້າຂອງເຂື່ອນນັ້ນ ບໍ່ປະກົດມີຫຼັກຖານສະແດງເຖິງຊັ້ນນໍ້າ (Stratification) ເຊິ່ງສາມາດກະທົບ ຕໍ່ກັບຄຸນນະພາບນໍ້າ ແລະການປະມົງ, ຫຼັງຈາກທີ່ນໍ້າໄຫຼຜ່ານເຂື່ອນເຫຼົ່ານັ້ນແລ້ວ ມັນມີຫຼັກຖານໜ້ອຍດຽວ ທີ່ສະແດງໃຫ້ເຫັນເຖິງການປ່ຽນແປງໃນທາງດ້ານ ຄຸນນະພາບນໍ້າຢູ່ເຂດລຸ່ມເຂື່ອນ.

ຜູ້ຕິດຕາມ ຍັງໄດ້ກວດພົບລະດັບນໍ້າທີ່ຂຶ້ນ-ລົງ ແຕ່ລະມື້ ຢູ່ເຂດລຸ່ມເຂື່ອນໄຊຍະບູຣີ ເຊິ່ງອາຈກະທົບກັບລະບົບນິເວດວິທະຍາ ເຖິງຢ່າງໃດກໍຕາມ ສິ່ງທີ່ກ່າວມານີ້ ບໍ່ໄດ້ເກີດຂຶ້ນຢູ່ລຸ່ມເຂື່ອນດອນສະໂຮງ.

ໂດຍຮວມແລ້ວ ບົດຣາຍງານ ການຕິດຕາມສິ່ງແວດລ້ອມຮ່ວມ ສບັບນີ້ ແມ່ນເປັນສ່ວນນຶ່ງຂອງການຄວາມພຍາຍາມ ຂອງຄະນະກັມມາທິການ ແມ່ນໍ້າຂອງສາກົລ ເຊິ່ງຕາງໜ້າໃຫ້ບັນດາປະເທດ ສະມາຊິກ ກໍຄື ປະເທດກັມພູຊາ, ລາວ, ໄທຍ ແລະວຽດນາມ ເພື່ອຊອກຫາຈຸດສົມດຸນ ລະຫວ່າງຜົລປໂຍດທາງເສຖກິຈ ແລະຜົລປໂຍດທາງສັງຄົມ ຈາກພະລັງງານທາງນໍ້າ ແລະຜົລກະທົບຂອງອຸດສາຫະກັມນີ້ ຕໍ່ກັບ ບໍ່ສະເພາະ ແຕ່ດ້ານສິ່ງລ້ອມເທົ່ານັ້ນ ແຕ່ຍັງຕໍ່ກັບ ຄອບຄົວຊາວປະມົງ ແລະຊາວກະເສຕກອນ ຫຼາຍລ້ານຄອບຄົວ ທີ່ເພິ່ງພາແມ່ນ້ໍາຂອງ ເພື່ອຫາລ້ຽງຊີບຂອງພວກເຂົາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.