ເຣື້ອງທີ່ເກັບບັນທຶກໄວ້
2022-05-12
ໃນມື້ວັນທີ່ 10 ພຶສພາ ທີ່ຜ່ານມານີ້ ເຈົ້າໜ້າທີ່ທະຫານພຣານ ກອງກໍາລັງສຸຣະສັກມົນຕຣີ ແຂວງໜອງຄາຍ ປະເທດໄທຍ ໄດ້ຈັບຊາຍໄທຍ 2 ຄົນ ທີ່ລັກຂົນຢາເສບຕິດ ມູນຄ່າຮວມ ທັງໝົດ 400 ລ້ານບາດ ຈາກເມືອງສັງທອງ ນະຄອນຫຼວງວຽງຈັນ.
2022-05-06
ທາງການລາວ ຕ້ອງການໃຫ້ປະຊາຊົນ ໄດ້ຮັບການສັກວັກຊິນ ເຂັມທີ 3-4 ເພື່ອຕຣຽມເປີດປະເທດ ແບບເຕັມຮູບແບບ ອີກຢ່າງນຶ່ງ ເພື່ອເປັນການສ້າງພູມຄຸ້ມກັນໝູ່ ຊຶ່ງຈະສະດວກຕໍ່ການດຳເນີນ ກິຈກັມອື່ນໆທາງສັງຄົມ ທີ່ຈຳເປັນ ໃຫ້ມີປະສິດທິພາບເພີ່ມຂຶ້ນ.
2022-05-06
ທາງການລາວ ໄດ້ປະກາດນຳໃຊ້ກົດໝາຍ ວ່າດ້ວຍຄົນພິການ ເພື່ອຄຸ້ມຄອງສິດແລະຜົລປໂຍດ ຂອງຄົນພິການໃນລາວ ໃຫ້ສາມາດໄດ້ຮັບການສຶກສາ ແລະມີວຽກເຮັດງານທຳ ເທົ່າທຽມກັບຄົນອື່ນ ໃນສັງຄົມ ແຕ່ທີ່ຜ່ານມາ ການບັງຄັບໃຊ້ກົດໝາຍ ບໍ່ສັກສິດເພາະໜ່ວຍງານ ທີ່ກ່ຽວຂ້ອງຍັງບໍ່ປະຕິບັດ ກົດໝາຍເທົ່າທີ່ຄວນ.
2022-04-29
ກອງທຶນ ຫລຸດຜ່ອນ ຄວາມທຸກຍາກ ຫຼື ທລຍ ສາມາດ ເຮັດໃຫ້ 53 ບ້ານ ຢູ່ເມືອງອາດສະພອນ ແຂວງສວັນນະເຂດ ໄດ້ຮັບຜົລປໂຍດ ຈາກໂຄງການ ພັທນາລືບລ້າງ ຄວາມທຸກຍາກ ແຕ່ປີ 2016-2021 ເຊັ່ນ ມີການສ້າງໂຮງຮຽນ, ສຸຂສາລາ, ຖນົນຫົນທາງ ແລະໂຄງຮ່າງພື້ນຖານ ທີ່ຈຳເປັນໃຫ້ກັບປະຊາຊົນ ໂດຍສະເພາະ ຈາກທີ່ຫ່າງໄກສອກຫລີກ ເພື່ອສາມາດເຂົ້າໄປ ໃນໂຕເມືອງໄດ້ ສະດວກຂຶ້ນ, ເດັກນ້ອຍໄດ້ເຂົ້າໂຮງຮຽນ, ປະຊາຊົນມີສຸຂສາລາ ໄວ້ປິ່ນປົວເມືອເຈັບເປັນ.
2022-04-28
ການປັບຂຶ້ນຄ່າແຮງງານ ຂັ້ນຕ່ຳໃນລາວ ຍັງບໍ່ເກີດຜົລເປັນຈິງເທື່ອ ເຖິງແມ່ນວ່າ ແນວຄິດການປັບຂຶ້ນເງິນ ຄ່າແຮງງານຂັ້ນຕ່ຳ ດັ່ງກ່າວ ຈະມີການສເນີມາແລ້ວກໍຕາມ, ໃນຂະນະທີ່ຄ່າຄອງຊີບ ຢູ່ປະເທດລາວສູງຂຶ້ນ ຢ່າງຕໍ່ເນື່ອງ ເຮັດໃຫ້ຜູ້ທີ່ອາສັຍເງິນເດືອນ ໃນການລ້ຽງຊີວິດ ຕ້ອງຢູ່ຢ່າງລຳບາກ ຈຶ່ງຫວັງວ່າ ທາງພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະຣັຖບານ ຈະປັບຂຶ້ນເງິນເດືອນຂັ້ນຕ່ຳ ໃຫ້ສາມາດປະຄອງ ການດຳເນີນຊີວິດໄດ້ ຕາມສະພາບໂຕຈິງ ທາງດ້ານເສຖກິຈ.
2022-04-27
ຕຳຣວດ ນະຄອນຫຼວງວຽງຈັນ ສາມາດຈັບຜູ້ຄ້າ ຢາເສບຕິດໄດ້ ແລະຍຶດຂອງກາງ ເປັນຢາເສບຕິດ ຫຼາຍປະເພດ, ຊຶ່ງໃນຂະນະທີ່ ຊາວບ້ານຕ່າງກໍເຫັນວ່າ ການແຜ່ຣະບາດ ຂອງຢາເສບຕິດໃນລາວ ເປັນພັຍຕໍ່ການດຳເນີນຊີວິດ ແລະຍິ່ງໄປກວ່ານັ້ນ ຢາເສບຕິດຍັງເປັນອັນຕຣາຍ ຕໍ່ຊາວໜຸ່ມເຍົາວະຊົນ ທີ່ຈະເຕີບໂຕ ມາເປັນກຳລັງສະຕິປັນຍາ ຂອງບ້ານເມືອງ ແລະການຈັບຜູ້ຄ້າຢາເສບຕິດ ໃນແຕ່ລະເທື່ອແມ່ນບໍ່ສາມາດທາວຫາ ຜູ້ຄ້າຣາຍໃຫຍ່ ທີ່ເປັນຕົ້ນຕໍ ຂອງບັນຫາຢາເສບຕິດໄດ້ ເພາະສະນັ້ນ ຈຶ່ງເຫັນການຈັບຜູ້ຄ້າ ແລະຍຶດຢາເສບຕິດໄດ້ ເປັນປະຈຳ.
2022-04-21
ສູນເລືອດແຫ່ງຊາດ ປະສົບບັນຫາ ປະຣິມານເລືອດສຳຮອງ ບໍ່ພຽງພໍ ເພື່ອສນອງກັບການປິ່ນປົວ ຄົນເຈັບ ຕາມໂຮງໝໍຕ່າງໆ ໃນທົ່ວປະເທດ ສ່ວນສາຍເຫດຫຼັກໆ ເປັນຍ້ອນ ການຣະບາດຂອງເຊື້ອ ໂຄວິດ-19, ເຮັດໃຫ້ ທາງອົງການກາແດງແຫ່ງຊາຕ ບໍ່ສາມາດລົງຮັບບໍຣິຈາກເລືອດໄດ້, ອີກດ້ານນຶ່ງຄວາມຕ້ອງການເລືອດ ຕາມໂຮງໝໍ ແມ່ນຍັງມີຫຼາຍຢູ່ ຊຶ່ງເຮັດໃຫ້ທາງໂຮງໝໍ ຕ້ອງແກ້ໄຂບັນຫາດ້ວຍການ ຂໍຮັບບໍຣິຈາກເລື່ອດ ຜ່ານສື່ສັງຄົມອອນລາຍນ໌ ຫຼື ຍາຕິພີ່ນ້ອງຄົນເຈັບເອງ ເປັນຜູ້ບໍຣິຈາກ.
2022-04-20
ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ລົງພົບພໍ້ ໂອ້ລົມກັບພໍ່ແມ່ປະຊາຊົນ ຢູ່ບ້ານແລະເມືອງຕ່າງໆ ພາຍໃນແຂວງໄຊສົມບູນ ເນື່ອງຈາກເປັນພື້ນທີ່ ທີ່ມີອັດຕຣາການສັກວັກຊິນປ້ອງກັນເຊື້ອ ໂຄວິດ-19 ແບບປົກຄຸມ ໃຫ້ປະຊາຊົນ ໄດ້ປະມານ 50 ປາຍເປີເຊັນ ເຊິ່ງຖືວ່າໜ້ອຍກວ່າໝູ່ ເມື່ອທຽບໃສ່ແຂວງອື່ນໆ ພາຍໃນປະເທດລາວ ຍ້ອນປະຊາຊົນບັນດາເຜົ່າຈໍານວນຫຼາຍ ໂດຍສະເພາະຊົນເຜົ່າດໍາຣົງຊີວິດ ຢູ່ໃນພື້ນທີ່ຫ່າງໄກສອກຫຼີກ ແລະອາສັຍຢູ່ໄຮ່, ຢູ່ສວນ ຮວມທັງ ປະຊາຊົນສ່ວນຫຼາຍໃນແຂວງນີ້ ຈໍານວນຫຼາຍ ພັດຍັງບໍ່ມີຄວາມເຂົ້າໃຈ ແລະໃຫ້ຄວາມສໍາຄັນ ກັບການສັກວັກຊິນ ປ້ອງກັນເຊື້ອໂຄວິດ-19.
2022-04-19
ມີອຸບັດຕິເຫດ ຈາກການສລອງ ບຸນປີໃໝ່ລາວ ຫຼຸດລົງເມື່ອທຽບໃສ່ ຫຼາຍປີທີ່ຜ່ານມາ ແຕ່ວ່າ ໂຕເລກທີ່ຫຼຸດລົງນີ້ ເປັນເພາະວ່າ ສະພາບການຣະບາດ ຂອງໂຄວິດ-19 ແລະສະພາບເສຖກິຈ ໃນປັດຈຸບັນ ເຮັດໃຫ້ປະຊາຊົນ ບໍ່ໄດ້ອອກໄປ ສລອງກັນ ຄືກັບຫຼາຍປີກ່ອນ.
2022-04-14
ເຈົ້າໜ້າທີ່ ປກສ ເມືອງຫົງສາ ແຂວງໄຊຍະບູຣີ ຈັບພະນັກງານ ບໍຣິສັດລາວໂທຣະຄົມ ຂົນຢາເສບຕິດ ເກືອບ 1 ຕັ່ນ, ຂະນະທີ່ຊາວບ້ານ ໃນເຂດເມືອງ ແລະ ແຂວງດັ່ງກ່າວ ກໍຍິນດີ ທີ່ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ ປາບປາມບັນຫານີ້ ຢ່າງຈິງຈັງ
2022-04-04
ອົງການໄຈ່ກ້າ (JICA) ຂອງປະເທດຍີ່ປຸ່ນ ຊ່ອຍທຶນ ຂຍາຍລະບົບ ນໍ້າປະປາ ຢູ່ແຂວງຫລວງພຣະບາງ ພາຍຫລັງ ປະຊາຊົນພາຍໃນແຂວງ ແລະ ນັກທ່ອງທ່ຽວ ບໍ່ມີນໍ້າສະອາດ ພຽງພໍເພື່ອອຸປໂພກ-ບໍຣິໂພກ ມາເຫິງນານ.
2022-03-30
ທາງການລາວແຈ້ງການ ໃຫ້ປະຊາຊົນ ໄປສັກວັກຊີນ ປ້ອງກັນໂຄວິດ-19 ເຂັມທີ 4 ຊຶ່ງປະຊາຊົນ ສ່ວນນຶ່ງຍັງມີຄວາມກັງວົນ ເຣື່ອງສຸຂພາບ ຫຼັງຈາກການສັກວັກຊີນ ແຕ່ບາງຄົນກໍຢາກສັກ ເຂັມທີ 4 ເພາະຄິດວ່າ ຈະຊ່ອຍປ້ອງກັນ ເຊື້ອໂຄວິດ-19 ສາຍພັນໃໝ່ໄດ້ດີ.
2022-03-28
ເຈົ້າໜ້າທີ່ ນະຄອນຫລວງວຽງຈັນ ສັ່ງປິດຮ້ານອາຫານ 10 ແຫ່ງ ຊົ່ວຄາວ ໃນມື້ວັນທີ 24 ມິນານີ້ ຍ້ອນລະເມີດ ມາຕການປ້ອງກັນ ໂຄວິດ-19, ບໍ່ມີໃບອະນຸຍາດ, ເຄື່ອນໄຫວຜິດຈາກ ປະເພດໃບ ອະນາຍາດ ແລະເປີດຮ້ານ ກາຍເວລາ ທີ່ທາງການກໍານົດ.
2022-03-25
ຊາວບ້ານ ທີ່ຢູ່ແຄມທາງ ຣົຖໄຟລາວ-ຈີນ ໃຊ້ວິທີຂ້າມ ຮົ້ວກັັ້ນທາງຣົຖໄຟ ເພື່ອໄປໄຮ່, ໄປນາ ເຖິງແມ່ນວ່າ ທາງການລາວຈະຫ້າມ ບໍ່ໃຫ້ຂ້າມ ແລະ ໃຫ້ຂ້າມຂົວ ຫຼື ລອດອຸໂມງແທນ ແຕ່ກໍຍັງມີຊາວບ້ານ ຈໍານວນນຶ່ງ ບໍ່ເອົາໃຈໃສ່ ຍ້ອນວ່າ ເປັນເສັ້ນທາງລັດ ທີ່ເຂົາເຈົ້າ ເຄີຍໃຊ້ຜ່ານມາ ດົນນານແລ້ວ.
2022-03-24
ທາງການລາວ ອອກແຈ້ງການໃນມື້ວັນທີ 23 ມິນານີ້ໃຫ້ໂຈະ ການຮຽນ-ການສອນ ໃນໂຮງຮຽນ ແຕ່ການສຶກສາ ກ່ອນໄວຮຽນໄປເຖິງ ຊັ້ນປະຖົມປີທີ 4 ຈົນກວ່າການຣະບາດ ຂອງໂຄວິດ-19 ຈະເບົາບາງລົງ.