ປະຊາຊົນ ຢູ່ແຂວງສວັນນະເຂດ ໄດ້ຮັບປໂຍດຈາກ ທລຍ

ພອນ ພູມມີທອນ
2022.04.29
ປະຊາຊົນ ຢູ່ແຂວງສວັນນະເຂດ ໄດ້ຮັບປໂຍດຈາກ ທລຍ ແຜນທີ ແຂວງສວັນນະເຂດ ທີ່ປະຊາຊົນຈຳນວນ 53 ບ້ານໄດ້ຮັບປໂຍດ ຈາກໂຄງການ ພັທນາລືບລ້າງ ຄວາມທຸກຍາກ.
RFA

ແຕ່ປີ 2016-2021 ເປັນໄລຍະເວລາ 4 ປີ ທີ່ 53 ບ້ານ ໃນກຸ່ມບ້ານ ປະກອບດ້ວຍພົລເມືອງ 49,267 ຄົນ ຢູ່ເມືອງອາດສະພອນ ແຂວງສວັນນະເຂດ ໄດ້ຮັບຜົລປໂຍດ ຈາກບັນດາໂຄງການ ຜ່ານກອງທຶນຫລຸດຜ່ອນ ຄວາມທຸກຍາກ ຫລື ທລຍ ໃນຂແນງສືກສາທິການ ແລະ ກິລາ, ສາທາຣະນະສຸຂ, ໂຍທາທິການ ແລະ ຂົນສົ່ງ ແລະ ກະສິກັມ ແລະ ປ່າໄມ້.

ສະເພາະຂແນງສຶກສາທິການ ແລະ ກິລາ ແມ່ນ ມີໂຮງຮຽນປະຖົມສຶກສາ ແຕ່ ປ.1 - ປ.5 ທັງໝົດ 10 ປາຍບ້ານ ເປັນຕົ້ນ ບ້ານຜັກກະດາ, ບ້ານກະທິງໃຫຍ່, ບ້ານດົງສານ, ບ້ານດົງໄຫວດິນ ແລະ ບ້ານຄຳແກ້ວ ໄດ້ໂຮງຮຽນຖາວອນ ຫລັງໃໝ່ ປູກະໂລ້ ແລະ ສັງກະສີມຸງຫລັງຄາຢ່າງດີ ພ້ອມນໍ້າສະອາດ ແລະ ຫ້ອງນໍ້າທີ່ໄດ້ມາຕຖານ ເອົາໄວ້ຊົມໃຊ້ພາຍໃນໂຮງຮຽນ ເຮັດໃຫ້ນັກຮຽນ ມີແຮງຈູງໃຈມາໂຮງຮຽນ ແລະພໍ່ແມ່ຜູ້ປົກຄອງ ກໍດີໃຈ ທີ່ລູກຫລານ ບໍ່ຕ້ອງທົນໜາວ ຍ້ອນປະຕູປ່ອງຢ້ຽມເປ່ເພຫລາຍ ແລະ ບໍ່ຕ້ອງທົນກັບນໍ້າຝົນຕົກໃສ່ ຈາກຫລັງຄາທີ່ຮົ່ວໃນຍາມຝົນຕົກ ເຮັດໃຫ້ນັກຮຽນ ມີສມາທິຫລາຍຂຶ້ນໃນການຮໍ່າຮຽນ. ຕາມຄວາມເວົ້າ ຂອງຊາວບ້ານ ຢູ່ບ້ານຄຳແກ້ວ ເມືອງອາດສະພອນ ແຂວງສວັນນະເຂດ ກ່າວໃນວັນທີ 26 ເມສາ ນີ້ວ່າ:

“ຄືເມື່ອກ່ອນ ກະໄດ້ເຂົ້າໂຮງຮຽນຫລັງເກົ່າ ໂຮງຮຽນຂີ້ຮ້າຍເນາະ ບາດຕົກເຖິງປັຈຸບັນນີ້ ກະ ໄດ້ເຂົ້າໂຮງຮຽນຫລັງໃໝ່ ໂຮງຮຽນງາມ. ເດັກນ້ອຍກະມີໃບໜ້າໃໝ່ ຫລືວ່າ ເຂົາກໍເຮັດໃຫ້ ຢາກໄປໂຮງຮຽນ. ຜູ້ປົກຄອງກະມີຄວາມດີມົກດີໃຈເນາະ ເຫັນລູກ-ຫລານ ຂອງເຂົາ ໄດ້ໂຮງຮຽນຫລັງງາມ. ໃນເມື່ອຍາມໜາວ ກະລົມພັດ ກະບໍ່ໄດ້ເຂົ້າເນາະ. ຍາມຝົນຕົກ ກໍບໍ່ໄດ້ຮົ່ວເນາະ.”

ຍານາງກ່າວຕື່ມວ່າ ໃນຕໍ່ໜ້າຖ້າຫາກ ທລຍ ມີງົປມານ ສ້າງຫ້ອງຮຽນເພີ່ມເຕີມ ແຮ່ງຈະເປັນການດີ ເນຶ່ອງຈາກ ໂຮງຮຽນຫລັງໃໝ່ທີ່ສ້າງນັ້ນ ມີແຕ່ 3 ຫ້ອງຮຽນ ເຮັດໃຫ້ ນັກຮຽນຊັ້ນ ປ.1 ແລະ ປ.2 ຕ້ອງໄດ້ຮຽນແບບແອອັດ ຢູ່ຫ້ອງດຽວກັນ ເນຶ່ອງຈາກຫ້ອງຮຽນບໍ່ພຽງພໍເທຶ່ອ ເຮັດໃຫ້ນັກຮຽນ ສັບສົນ ແລະ ຣຽນຍັງບໍ່ໄດ້ດີເທົ່າທີ່ຄວນ ຍ້ອນມີສຽງນາຍຄຣູ 2 ຄົນ ສອນຄົນລະບົດຮຽນ ໃນເວລາດຽວກັນ.

ສ່ວນຂແນງສາທາຣະນະສຸຂ ມີການກໍສ້າງ ສຸຂສາລາຫລັງໃໝ່ ແລະ ຖາວອນ ປູກະໂລ້ ປູສັງກະສີ 3 ແຫ່ງຢູ່ເຂດພຽງໄຊ, ເຂດນາປອດ ແລະ ເຂດນາມະເກືອ ເພື່ອໃຫ້ປະຊາຊົນ 5,000 ປາຍຄົນ ໃນ 10 ປາຍບ້ານ ໄດ້ຊົມໃຊ້ ພ້ອມມີນ້ຳສະອາດ ພາຍໃນສຸຂສາລາ ດ້ວຍການເຈາະນໍ້າບາດານ ເຮັດໃຫ້ຊາວບ້ານ ມີຄວາມເຊື່ອໝັ້ນ ທີ່ຈະໃຊ້ບໍຣິການ ທາງການແພດ ຢູ່ສຸຂສາລາ ໃນເຂດບ້ານໂຕເອງ ແລະ ບໍ່ຈຳເປັນຕ້ອງເດີນທາງໄກ ຫລືໄປຮອດໂຕເມືອງ ຫລືແຂວງ ບໍ່ວ່າຈະເຈັບໜັກ ເຈັບບໍ່ໜັກ ກໍເຂົ້າເຖິງແພດ-ໝໍ ສະດວກວ່ອງໄວ ກວ່າທີ່ຜ່ານມາຫລາຍ.

ດັ່ງຊາວບ້ານ ຢູ່ບ້ານພຽງໄຊ ເມືອງອາດສະພອນ ກ່າວໃນມື້ດຽວກັນນີ້ວ່າ:

“ເຂົາກໍເຊື່ອໝັ້ນຫັ້ນແຫລະ ເພາະເປັນສະຖານທີ່ ເຫັນຄວາມສະອາດ ເຫັນມັນໃຫຍ່ ມັນງອກມັນຫລາຍລະ ສາມາດຊົມໃຊ້ຫັ້ນແຫລະ ເຮັດໃຫ້ມັນເຖິງ ມັນກະຄວາມງາມແຫລະ ເຮັດໃຫ້ພໍ່ແມ່ປະຊາຊົນ ໄດ້ມາໃຊ້ບໍຣິການ ກະສະແດງວ່າຫລາຍຂຶ້ນ.”

ທ່ານກ່າວຕື່ມວ່າ ສຸຂສາລາຫລັງໃໝ່ ທັງໝົດນັ້ນ ແມ່ນໄດ້ມາຈາກ ການສຳຣວດ ຄວາມຕ້ອງການຂອງຊາວບ້ານ ແລະ ໃນຕໍ່ໜ້າ ຖ້າຫາກມີໂຄງການເຂົ້າມາຊ່ວຍເຫລືອຕື່ມ ກໍຍາກໃຫ້ ພິຈາຣະນາເຣຶ່ອງທຶນ ສຳລັບອຸປກອນ ເຄື່ອງມືທາງການແພດ ເນຶ່ອງຈາກ ສຸຂສາລາ ຫລາຍແຫ່ງ ພາຍໃນເມືອງອາດສະພອນ ຍັງມີຄວາມຕ້ອງການຫລາຍ ດ້ານທຶນຮອນ ເພື່ອຈັດຊື້ອຸປກອນທາງການແພດ ທີ່ຈຳເປັນ.

ສ່ວນຂແນງໂຍທາທິການ ແລະ ຂົນສົ່ງ ແມ່ນໄດ້ສ້ອມແປງ ຖນົນຫົນທາງ ແລະ ວາງທໍ່ລອດທາງ ຈຳນວນຫລາຍເສັ້ນທາງ ເພື່ອໃຫ້ຊາວບ້ານ ທຽວໄປທຽວມາ ນຳໃຊ້ຣົດ ເຮັດການຜລິດ ແລະ ຂົນສົ່ງເຄື່ອງປູກຂອງຝັງ ແຕ່ເຂດບ້ານ ໄປຫາເຂດເມືອງໄດ້ສະດວກ ໂດຍການສ້ອມແປງຖນົນຫົນທາງນີ້ ຍັງເປັນທາງດິນແດງຢູ່ ແຕ່ມັນທົນທານ ສາມາດໃຊ້ໄດ້ດົນ ສຳລັບປະຊາຊົນ ບັນທຸກເຄື່ອງປູກຂອງຝັງ ໄປຕລາດໃນໂຕເມືອງໄດ້.

ດັ່ງເຈົ້າໜ້າທີ່ ທລຍ ຂແນງໂຍທາທິການ ແລະ ຂົນສົ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ການໄປການມາ ຂອງພໍ່ແມ່ປະຊາຊົນຫັ້ນ ກະສະດວກສະບາຍ ໃນການໄປຫາຊື້ ຫາຂາຍຫັ້ນແຫລະ ແຕ່ລະບ້ານຫັ້ນແຫລະ. ແກ້ໄຂຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນຫັ້ນ ຖ້າຊິເວົ້າແລ້ວຖືວ່າສາມາດໄປມາໄດ້ໄລຍະນີ້. ພໍ່ແມ່ປະຊາຊົນ ເວລາເຈັບເປັນ ກະສາມາດໄປບໍຣິການສຸຂສາລາ ໂຮງໝໍນ້ອຍກະໄດ້ ໄປໂຮງຮໍ່າໂຮງຮຽນກໍໄດ້.”

ທາງດ້ານ ຂເເນງກະສິກັມ ແລະ ປ່າໄມ້ ແມ່ນມີຊົລປະທານ 3 ບ້ານຄື ບ້ານດົງກະດາ, ບ້ານຫ້ວຍແສນ ແລະ ບ້ານຫ້ວຍປຸງ ທີ່ໄດ້ຮັບການສ້ອມແປງ ໃຫ້ສາມາດມີນໍ້າເກັບ ແລະ ນໍ້າໃຊ້ ເພື່ອການປູກເຂົ້າ, ປູກສາລີ, ປູກມັນຕົ້ນ ແລະ ປູກໝາກໂມ 2 ຣະດູ ທັງຣະດູຝົນ ແລະ ຣະດູແລ້ງ ພາຍຫລັງ ຊົນລະປະທານເປ່ເພ ບໍ່ສາມາດໃຊ້ງານໄດ້ ເປັນເວລາຫລາຍປີ. ໃນປັຈຸບັນນີ້ ໃນເຂດບ້ານດັ່ງກ່າວ ໄດ້ມີການສ້ອມແປງຊົນລະປະທານ ໃຫ້ກັບມາໃຊ້ໄດ້ດີ ກໍເປັນສິ່ງເອື້ອອຳນວຍ ຂັ້ນພື້ນຖານທີ່ສຳຄັນ ເຮັດໃຫ້ຊາວບ້ານຜູ້ທີ່ປະກອບອາຊີບ ດ້ານການປູກຝັງ ພືດພັນທັນຍາຫານດັ່ງກ່າວ ມີນໍ້າໃຊ້ພຽງພໍ ແລະ ສ້າງອາຊີບທີ່ໝັ້ນຄົງ ແລະ ມີລາຍໄດ້ທີ່ດີຂຶ້ນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:

“ດົງກະດານີ້ ມີແຕ່ເຮົາແປງນີ້ ມີແຕ່ເຮົາແປງ ບ່ອນອັນ ວິຊາການເຂົາມີເນາະ ແລ້ວເຂົາຄິດໄລ່ ບ່ອນມັນເຈື່ອນຫັ້ນເນາະ ກັບຈັກດູດນໍ້າຫັ້ນ ກັບທໍ່ມັນຫັ້ນ ຊື້ທໍ່ຍາງມາໄສ່ເນາະ ປ່ຽນເປັນທໍ່ຍາງ ລະເອົາຈັກມາຍົກໄສ່ ລະກະຖືວ່າໃຊ້ໄດ້.”

ເມືອງ ອາດສະພອນ ແຂວງສວັນນະເຂດ ຖືເປັນເມືອງທຸກຍາກ ແລະ ຊົນເຜົ່າອາສັຍ ຢູ່ເຂດຫ່າງໄກ ສອກຫລີກ ຈຳນວນຫລາຍ ເຮັດໃຫ້ເປັນເມືອງ ທີ່ໄດ້ບູຣິມະສິດ ອັນດັບນຶ່ງ ທີ່ ທລຍ ເຂົ້າມາຊ່ວຍເຫລືອ ແຕ່ປີ 2016-2021. ໃນຕໍ່ໜ້າ ທາງຄະນະ ທລຍ ປະຈຳສູນກາງ ອາຈພິຈາຣະນະ ໃຫ້ເມືອງອາດສະພອນ ໄດ້ຮັບງົບປະມານ ທລຍ ເຂົ້າຊ່ວຍເຫລືອ ໃນວຽກງານກະສິກັມ ແລະ ປ່າໄມ້ຕື່ມ ເນື່ອງຈາກ ງົປມານ ທລຍ ປີ 2016-2021 ວຽກງານ ກະສະກັມ ແລະ ປ່າໄມ້ ເມືອງອາດສະພອນ ໄດ້ໜ້ອຍກວ່າໝູ່ ແລະ ຍັງຊາວບ້ານ ຈຳນວນຫລາຍ ທີ່ ລໍຖ້າ ຊົນລະປະທານ 2 ຣະດູ ແລະ ລໍຖ້າ ໂຄງການສົ່ງເສີມການປູກຝັງ ແບບກຸ່ມ ເພື່ອໃຫ້ມີອາຊີບ ແລະ ລາຍໄດ້ ທີ່ໝັ້ນຄົງ ຫລຸດພົ້ນຈາກຄວາມທຸກຢ່າງແທ້ຈິງ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງສວັນນະເຂດ ຜູ້ດຽວກັບຂ້າງຕົ້ນນັ້ນ ກ່າວໃນມື້ດຽວກັນນີ້ວ່າ:

“ສເນິເພິ່ນ ຖ້າວ່າ ມີໂຄງການເຂົ້າເທື່ຶອໜ້າ ທລຍ ຍາກໃຫ້ເອົາກະສິກັມເຮົາຫົັ້ນແຫລະ ເປັນບູຣິມະສິດ ທີ່ນຶ່ງແດ່ເນາະ. ປູກ-ລ້ຽງແຫລະ ເນັ້ນໄສ່ໂຕນີ້ແຫລະ ເຮັດອັນຊົນລະປະທານ ຂນາດນ້ອຍບໍ່ ຫລືວ່າ ຂຸດໜອງສະ ຄັນເວົ້າແລ້ວກະດາຍ ກັກນໍ້າໄວ້ ພໍໄດ້ປູກ-ລ້ຽງຍາມຣະດູແລ້ງ ຫັ້ນນ່າ. ມັນກໍເຣຶ່ອງລຸດພົ້ນ ຄວາມທຸກຍາກຫັ້ນແຫລະ ຄ້າຂາຍຫັ້ນແຫລະ ທຸກຢ່າງຕ້ອງມີນໍ້າຫັ້ນນ່າ. ປັດໃຈສຳຄັນ ລະແມ່ນນໍ້າຫັ້ນແຫລະ ຍາມແລ້ງ ຊິປູກ ຊິລ້ຽງ ມັນກະນໍ້າຫັ້ນແຫລະ. ພວກເຮົາກໍຍັງຂາດໂຕນີ້ແຫລະ.”

ບັນດາໂຄງການ ທີ່ຜ່ານກອງທຶນຫລຸດຜ່ອນຄວາມທຸກຍາກ ຢູ່ເມືອງອາດສະພອນ ແຕ່ປີ 2016-2021 ແມ່ນໃຊ້ງົປມານໄປທັງໝົດ 14,109 ລ້ານປາຍກີບ (ສິບສີ່ຕື້ ຮ້ອຍເກົ້າລ້ານປາຍກີບ). ໃນນັ້ນທຶນຈາກກອງການສາກົນ ແລະ ຣັຖບານລາວ ຜ່ານກອງທຶນ ທລຍ ມີເຖິງ 13,492 ລ້ານກີບ (ສິບສາມຕື້ ສີ່ຮ້ອຍເກົ້າສິບສອງລ້ານກີບ). ສ່ວນປະຊາຊົນ ປະກອບສ່ວນ 616 ລ້ານປາຍກີບ (ຫົກຮ້ອຍສິບຫົກລ້ານປາຍກີບ) ໂດຍນຳໃຊ້ເຂົ້າໃນ 4 ຂແນງການຫລັກ ຄື ຂແນງສືກສາທິການ ແລະ ກິລາ, ຂແນງສາທາຣະນະສຸຂ, ຂແນງກະສິກັມ ແລະ ປ່າໄມ້ ແລະ ຂແນງໂຍທາທິການ ແລະ ຂົນສົ່ງ. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.