ອົງການໄຈ່ກ້າ ຊ່ອຍຂຍາຍ ລະບົບນ້ຳປະປາ ຢູ່ ຂ. ຫຼວງພຣະບາງ
2022.04.04

ອົງການໄຈ່ກ້າ (JICA) ປະເທດຍີ່ປຸ່ນ ປະຈຳລາວ ໄດ້ໃຫ້ທືນຊ່ວຍເຫລືອລ້າໆ ຈັດຕັ້ງໂຄງການຂຫຍາຍລະບົບນໍ້າປະປາ ຢູ່ບ້ານຜານົມ ນະຄອນຫລວງພຣະບາງ ເພື່ອຮັບປະກັນສນອງນໍ້າປະປາ ທີ່ສະອາດ ແລະ ປອດພັຍ ມີຄຸນນະພາບ ໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ ທີ່ເຂົ້າມາທ່ອງທຽ່ວ ພາຍໃນນະຄອນຫລວງພຣະບາງ.
ຂະນະທີ່ຜ່ານມາ ປະຊາຊົນພາຍໃນ ນະຄອນຫລວງພຣະບາງ ທີ່ຢູ່ເຂດຫ່າງໄກ ບໍ່ມີນໍ້າປະປາສະອາດ ໄວ້ໃຊ້ອຸປໂພກ-ບໍຣິໂພກ ແລະ ພວກເຂົາເຈົ້າໃຊ້ແຕ່ນໍ້າຫ້ວຍ ທີ່ບໍ່ນ້ຳສະອາດ ຈົນເຮັດໃຫ້ ສຸຂະອະນາມັຍ ຂອງພວກເຂົາເຈົ້າ ບໍ່ດີປານໃດ ແລະ ມັກພາກັນ ເປັນຖອກທ້ອງ ແລະ ພຍາດແມ່ກາຝາກ.
ຕາມຄວາມເວົ້າຂອງຊາວບ້ານ ຢູ່ບ້ານກົກງິ້ວ ແຂວງຫຼວງພຣະບາງ ກ່າວຕໍ່ວິທະຍຸເອເຊັຽເສຣີ ໃນວັນທີ 25 ມີນາ ທີ່ຜ່ານມານີ້ວ່າ:
“ກໍເວົ້າເຣຶ່ອງການນໍ້າກິນ ບໍ່ສະອາດນີ້ແຫລະ ເພາະວ່າ ເຮົາໄສ່ນໍ້າແມ່ນີ້ແຫລະເນີ ທຸກວັນ ທັງຫລາຍ ກະນໍ້າແມ່ ມັນແມ່ມາຈາກຮ່ອງຫ້ວຍ. ເຣຶ່ອງຄວາມສ່ຽງ ມັນກະຫລາຍຫັ້ນນ່າ ລວມເຖິງປະຊາຊົນ ຢູ່ຊົນນະບົດເຮົາ ກະບໍ່ມີຫ້ອງຖ່າຍແດ່ ອາດຖ່າຍຕາມປ່າ ຕາມແມ່ນໍ້າລຳເຊ ໄປແບບນີ້ ຊີ້ນ່າ. ມັນກໍໄຫລນຳນໍ້າ ແລ້ວ ປະຊາຊົນຢູ່ກ້ອງນໍ້າ ເອົານໍ້າມາໃຊ້ ເອົາມາອາບ ມາກິນ ມາອິຫຍັງນີ້ແຫລະ ມັນກໍເສັຍສຸຂພາບ.”
ບໍ່ພຽງແຕ່ໃນຄົວເຮືອນ ທີ່ ປະຊາຊົນ ຢູ່ເຂດຫ່າງໄກ ພາຍໃນ ແຂວງຫຼວງພຣະບາງ ບໍ່ມີນໍ້າປະປາສະອາດໄວ້ໃຊ້ ອຸປໂພກ-ບໍຣິໂພກ ຍັງລວມເຖິງ ໂຮງໝໍນ້ອຍ ທີ່ນໍ້າປະປາ ໄຫລບໍ່ແຮງ ບໍ່ພຽງພໍຕໍ່ຄວາມຕ້ອງການໃຊ້ ຂອງເຈົ້າໜ້າທີ່ ນຳດ້ວຍ. ດັ່ງນັ້ນເຈົ້າໜ້າທີ່ທີ່ໂຮງໝໍນ້ອຍ ຈຶ່ງໄດ້ໃຊ້ນໍ້າຣິນທັມມະຊາດ ທົດແທນນໍ້າປະປາໄດ້.
ດັ່ງຊາວບ້ານ ຢູ່ບ້ານຊຽງລ້ອມ ແຂວງຫຼວງພຣະບາງ ກ່າວໃນມື້ ດຽວກັນນີ້ວ່າ:
“ດຽວນີ້ ເພິ່ນຂຍາຍອອກມາເດ່ ແລ້ວກໍໄປທາງໂຮງໝໍ ຜ່ານມາກໍຍັງສນອງ ບໍ່ທັນໄດ້ດີປານໃດ ດຽວນີ້ ມັນບ້ານຂຍາຍໂຕຫລາຍເດ່ ແລ້ວນໍ້າກໍບໍ່ຢາກພຽງພໍ. ເວລາເຮົາເປີດ ຫລືວ່າ ເວລາເຮົາຕ້ອງການໃຊ້ອັນນ່າ ນໍ້າ ຫມໍ້ໄຟ ມັນບໍ່ຍາກຄັກຫັ້ນນ່າ ຄັນມັນຢູ່ໄກ ມັນຈະບໍ່ພຽງພໍ.”
ຂະນະທີ່ຢູ່ບ້ານຜານົມ ເຊິ່ງເປັນບ້ານ ທີ່ຈະມີການຈັດຕັ້ງໂຮງງານ ຜລິດນໍ້າປະປາ ກໍມີນໍ້າປະປາ ອຸປໂພກ-ບໍຣິໂພກ ໃນໄລຍະຣະດູແລ້ງ ຈຳນວນນ້ອຍ, ແຕ່ເມື່ອຍາມຣະດູຝົນ ນໍ້າປະປາ ໄວ້ໃຊ້ເພື່ອ ອຸປໂພກ-ບໍຣິໂພກ ພັດມັກເປັນແບບສີຂຸ່ນໆ ຫລື ຕົກຕະກອນ ບໍ່ສະອາດໃນບາງມື້. ດັ່ງນັ້ນ ເມື່ອຊາວບ້ານຮູ້ຂ່າວວ່າ ຈະມີການສ້າງໂຮງງານນໍ້າປະປາ ຈຶ່ງພາກັນດີໃຈຫລາຍ ທີ່ອົງການສາກົລ ເຂົ້າມາພັທນາ ລະບົບນໍ້າປະປາ ຢູ່ພາຍໃນເຂດບ້ານ.
ດັ່ງຊາວບ້ານ ຢູ່ບ້ານຜານົມ ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ກໍເປັນບາງໄລຍະເນິ ຄື ໄລຍະໜ້າແລ້ງ ປະມານເດືອນ 5 ເດືອນ 6 ນີ້ ນໍ້າໜ້ອຍ ມັນກໍຈະອອກໜ້ອຍ ໜ້ອຍນຶ່ງ ແຕ່ກໍເປັນບາງມື້ ກະບໍ່ເຖິງຂັ້ນກ ວ່າ ຂາດຫັ້ນນ່າ. ກະສອາດຢູ່ ມີແຕ່ຍາມໜ້າຝົນ ມັນກໍເປັນແບບ ຢາກອອກຂຸ່ນໆ ໜ້ອຍນຶ່ງ ຫັ້ນນ່າ. ສີເຫລືອງອ່ອນໆ ບໍ່ເຖິງກັບວ່ານໍ້າຕານ ປະມານນັ້ນ ແຕ່ວ່າເຮົາໂຕ່ງປະໄວ້ຫັ້ນ ຕະກອນມັນກະຕົກຫັ້ນນ່າ.”
ໂຄງການຂຍາຍລະບົບນໍ້າປະປາ ທີ່ອົງການໄຈ່ກ້າຊ່ວຍເຫລືອລ້າໆ ນີ້ ຈະຈັດຕັ້ງໂຮງງານນໍ້າປະປາ ເພີ່ມຕື່ມ 6,000 ແມັດກ້ອນຕໍ່ມື້ ຢູ່ບ້ານຜານົມ ນະຄອນຫລວງພຣະບາງ, ປັບປຸງ, ຕິດຕັ້ງລະບົບໄຟຟ້າ ແລະ ກົລຈັກ, ກໍ່ສ້າງອ່າງເກັບນໍ້າ ໃຫ້ມີ ບໍຣິມາດສູງຂຶ້ນຕື່ມ 1,500 ແມັດກ້ອນ, ວາງທໍ່ສົ່ງ ແລະ ທໍ່ແຈກຈ່າຍຕື້່ມອີກ 58 ກິໂລແມັດ, ຕິດຕັ້ງ ລະບົບຄວບຄຸມ ແລະ ອື່ນໆ.
ໂຄງການດັ່ງກ່າວ ຫາກໍວາງສີລາລຶກສຳເຣັດ ເມື່ອວັນທີ 23 ມີນາ ທີ່ຜ່ານມາ ແລະ ຄາດວ່າ ປະມານທ້າຍປີ 2022 ນີ້ ຈະສາມາດ ເອົານໍ້າປະປາ ທີ່ ສະອາດ ແລະ ພຽງພໍ ເຂົ້າສູ່ຄົວເຮືອນ ສະຖານທີ່ທ່ອງທ່ຽວ ໂຮງແຮມ ເຮືອນພັກ ແລະ ອື່ນໆ ໃນບ້ານເປົ້າໝາຍໄດ້ ເປັນຕົ້ນ ບ້ານກົກງິ້ວ, ບ້ານຜານົມ, ບ້ານນູນ ແລະ ບ້ານຊຽງລ້ອມ ເນຶ່ອງຈາກ ບ້ານເປົ້າໝາຍດັ່ງກ່າວ ຍັງບໍ່ມີນໍ້າປະປາ ທີ່ສະອາດ ແລະ ເຖິງຈະມີ ກໍມີບໍ່ພຽງພໍເທື່ອ.
ດັ່ງເຈົ້າໜ້າທີ່ ຜແນກ ໂຍທາທິການ ແລະຂົນສົ່ງ ແຂວງນະຄອນຫລວງພຣະບາງ ກ່າວໃນມືດຽວກັນນີ້ວ່າ:
“ອາດແມ່ນທ້າຍປີພຸ້ນຕິບໍ່ ເພິ່ນກຳລັງກໍສ້າງຢູ່ດຽວນີ້ ກຳລັງເວົ້າເຣຶ່ອງວາງທໍ່ ວາງທະລຸແນວທາງ ແມ່ນຫຍັງ ຢູ່ນີ້. ເພິ່ນແຈກໄປທາງອັນນ່າ ສົ້ນບ້ານຜານົມນຶ່ງ, ສອງມາກະ ໄປຫາກົກງິ້ວ ຫາບ້ານນູນ ຫາຊຽງລ້ອມ ປະເພດນີ້ນ່າ ບ້ານພິກ ຈຳນວນນີ້ແຫລະ ທີ່ຍັງບໍ່ທັນມີນໍ້າປະປາໃຊ້.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ອົງການໄຈ່ກ້າ ກໍໄດ້ຊ່ວຍເຫລືອລ້າໆ ຈັດຕັ້ງໂຄງການ ຂຫຍາຍລະບົບນໍ້າປະປາ ຢູ່ເຂດສະຖານທີ່ທ່ອງທ່ຽວ ຕາດກວາງຊີ ແລະ ປັດຈຸບັນ ໃນເຂດສະຖານທີ່ທ່ອງທ່ຽວ ຕາດກວາງຊີ ກໍມີ ນໍ້າປະປາ ທີ່ສະອາດ ແລະ ພຽງພໍ ເພື່ອໃຊ້ຕອບສນອງ ຄວາມຮຽກຮ້ອງຕ້ອງການ ຂອງຊາວບ້ານ ແລະ ນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວຊົມ ນະຄອນຫລວງພຣະບາງແລ້ວ.
ນອກຈາກນີ້ ແຜນໃນອານາຄົດ ຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການໄຈ່ກ້າ ຈະຈັດຕັ້ງໂຄງການ ຂຫຍາຍລະບົບນໍ້າ ປະປາ ໄປກຸ່ມກົກຫວານ ແລະ ກຸ່ມປາກເຊືງ ນະຄອນຫລວງພຣະບາງ ແລະ ເມືອງ ຈອມເພັດ ນຳອີກ ເນື່ອງຈາກ ກຸ່ມ ແລະ ເມືອງດັ່ງກ່າວ ຍັງບໍ່ມີນໍ້າສະອາດໄວ້ຊົມໃຊ້ ພາຍໃນຄົວເຮືອນ ຢ່າງພຽງພໍເທື່ອ, ອີງຕາມຂໍ້ມູນ ຈາກຫ້ອງການ ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫລວງພຣະບາງ. ສະບາຍດີ.