ຊາວບ້ານ ຂ້າມຮົ້ວທາງຣົຖໄຟ ໃຊ້ເປັນທາງລັດ ໄປໄຮ່, ໄປນາ

ຈຳປາທອງ
2022.03.25
ຊາວບ້ານ ຂ້າມຮົ້ວທາງຣົຖໄຟ ໃຊ້ເປັນທາງລັດ ໄປໄຮ່, ໄປນາ ເຈົ້າໜ້າທີ່ ກຳລັງສ້ອມແປງ ຮົ້ວກັ້ນທາງຣົຖ ໄຟລາວ-ຈີນ.
Photo: RFA

ມາເຖິງປັດຈຸບັນ ເຖິງທາງການຫ້າມບໍ່ໃຫ້ຂ້າມ ທາງຣົຖໄຟລາວ-ຈີນ ແຕ່ກໍຍັງມີຊາວບ້ານ ຈໍານວນນຶ່ງ ຂ້າມຮົ້ວກັ້ນທາງຣົຖໄຟ ໄປໄຮ່, ໄປສວນຢູ່ ຍ້ອນວ່າຮົ້ວກັ້ນທາງນັ້ນ ກີດຂວາງທາງເດີນ ທີ່ຂອງພວກເຂົາເຈົ້າໃຊ້ ໄປ-ມາ ຕັ້ງແຕ່ດົນນານ ເຖິງແມ່ນຈະມີຄວາມສ່ຽງ ທີ່ຈະເປັນອັນຕະລາຍຕໍ່ຊີວິດກໍຕາມ ຍ້ອນວ່າ ເຖິງຈະມີຂົວຂ້າມ ແລະອຸໂມງລອດທາງ ແຕ່ກໍຢູ່ໄກ ຮວມທັງໃນເຂດເມືອງນາຊາຍທອງນະຄອນຫລວງວຽງຈັນ ນໍາດ້ວຍ.

ກ່ຽວກັບບັນຫາທີ່ວ່ານີ້ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງນາຊາຍທອງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ມິນານີ້ວ່າ ເພິ່ນກໍຫ້າມບໍ່ໃຫ້ຂ້າມ, ມັນມີອຸໂມງ ແລະຂົວໃຫ້ຂ້າມຢູ່.

ເພິ່ນກະບໍ່ໃຫ້ຂ້າມລະເວີ້ຍ ຮົ້ວທາງຣົຖໄຟ ໂອ ມັນກະມີຂົວເດ້ ມັນກະມີສະພານຢູ່ເທິງ ກະມີອຸໂມງເດ່ ກະໄປໄດ້ ສັດລ້ຽງມັນກະໄຟອຸໂມງ ມັນກະໄປຂົວຫັ້ນແຫລະ.

ຊາວບ້ານຢູ່ເມືອງນາຊາຍທອງ ຜູ້ນຶ່ງທີ່ຢູ່ໃກ້ກັບທາງຣົຖໄຟ ລາວ-ຈີນ ເວົ້າວ່າ ຕາມປົກກະຕິ ພາກສ່ວນທີ່ກ່ຽວຂ້ອງ ແມ່ນໄດ້ແຈ້ງເຕືອນບໍ່ໃຫ້ຊາວບ້ານ ຂ້າມຮົ້ວກັ້ນທາງນັ້ນ ຍ້ອນເປັນເຂດທີ່ມີໄຟຟ້າແຮງສູງ ຊຶ່ງອາດເຮັດໃຫ້ເກີດໄຟຟ້າຊັອດ ເຖິງຂັ້ນເສັຽຊີວິດໄດ້. ແຕ່ກໍບໍ່ຮູ້ຄັກແນ່ວ່າ ເປັນຍ້ອນຫຍັງ ຊາວບ້ານຈໍານວນນຶ່ງ ຈຶ່ງຍັງຝ່າຝືນການແຈ້ງເຕືອນນັ້ນຢູ່ ແລະບໍ່ໄປຂ້າມຂົວທີ່ມີຢູ່ນັ້ນ.

ເອີ ກະບໍ່ຫລາຍປານໃດ ໜ້ອຍດຽວ ເພິ່ນບໍ່ໃຫ້ຂ້າມແລ້ວ ອັນນີ້ເຮົາກໍບໍ່ຂ້າມ ບໍ່ມີໃຜຂ້າມ ບໍ່ມີໃຜແຫລະສິລ່ວງເກີນ ມີແຕ່ສ່ວນຫລາຍແມ່ນຂົວ ບໍ່ມີອຸໂມງດອກ.

ແລະຢູ່ເຂດອື່ນ ໃນນະຄອນຫລວງວຽງຈັນ ທີ່ມີທາງຣົຖໄຟຕັດຜ່ານ ກໍມີຮົ້ວກັ້ນຕາມເສັ້ນ ທາງ ເພື່ອບໍ່ໃຫ້ຊາວບ້ານ ແລະສັດລ້ຽງເຂົ້າໄປ ເພື່ອຄວາມປອດພັຍຫລາຍດ້ານ ຊຶ່ງຊາວບ້ານຫລາຍຄົນກໍເວົ້າວ່າ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍລົງມາໂຄສະນາບໍ່ໃຫ້ຊາວບ້ານ ຂ້າມຮົ້ວກັ້ນນັ້ນຢູ່ເລື້ອຍໆ.

ດັ່ງຊາວບ້ານຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:

ໂອ໋ ທາງຣົຖໄຟຫວາ ແມ່ນໆ ເພິນບໍ່ໃຫ້ຄົນຂ້າມໄປ ບໍ່ໃຫ້ເຂົ້າ ເຂົ້າ-ອອກໃນຂອບເຂດທີ່ມີຮົ້ວຫັ້ນແຫລະ ຕາມທີ່ເພິ່ນແຈ້ງຫັ້ນແຫລະ.

ກ່ຽວກັບເຣື່ອງທີ່ວ່ານີ້ ນັກວິຊາການດ້ານການກະເສດ ຢູ່ເມືອງນາຊາຍທອງຜູ້ນຶ່ງ ເວົ້າຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 25 ມິນານີ້ວ່າ ການທີ່ຊາວບ້ານ ມັກຂ້າມຮົ້ວກັ້ນທາງຣົຖໄຟ ລັດໄປໄຮ່ ໄປສວນຂອງພວກເຂົາເຈົ້ານັ້ນ ກໍເປັນຍ້ອນຄວາມຮູ້ເທົ່າບໍ່ເຖິງການ ກ່ຽວກັບພັຍອັນ ຕະລາຍ ທີ່ອາຈເກີດຂຶ້ນຕໍ່ຊີວິດຂອງພວກເຂົາເຈົ້າ ແລະກໍບໍ່ຮູ້ວ່າ ການຜ່ານເຂົ້າໄປໃນເຂດດັ່ງກ່າວ ໂດຍບໍ່ໄດ້ຮັບອະນຸຍາດນັ້ນ ແມ່ນຜິດກົດໝາຍ.

ຄົນຂ້າມໄດ້ ໂດຍທີ່ວ່າມັນບໍ່ເປັນສະພາບຫັ້ນນ່າ ບາງຄົນກະສິຮູ້ເທົ່າບໍ່ເຖິງການຫັ້ນແຫລະ ເພິ່ນຈຶ່ງຂ້າມໄປ ຄິດວ່າມັນບໍ່ເປັນອັນຕະລາຍຫັ້ນນ່າ ດຽວນີ້ກະງົວ ຄວາຍ ລອດໄປທັມດາ ຄົນກະທຽວໄປມາໄດ້ ເພາະວ່າເພິ່ນມີຮົ້ວກັ້ນຫັ້ນນ່າ.

ແລະເຈົ້າໜ້າທີ່ບໍຣິສັດທາງຣົຖໄຟ ລາວ-ຈີນ ຈໍາກັດ ທີ່ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ເວົ້າວ່າ ສາເຫດທີ່ຊາວບ້ານຝ່າຝືນ ຂ້າມຮົ້ວກັ້ນທາງຣົຖໄຟນັ້ນ ສ່ວນນຶ່ງແມ່ນເປັນຍ້ອນ ຕ້ອງການໃຊ້ເສັ້ນທາງລັດ ໄປຫາໄຮ່, ຫາສວນ ຂອງພວກເຂົາເຈົ້າ ຊຶ່ງທາງບໍຣິສັດກໍໄດ້ໂຄສະນາເຕືອນ ເຖິງພັຍອັນຕະລາຍຫລາຍເທື່ອແລ້ວ ແຕ່ຊາວບ້ານກໍບໍ່ເອົາໃຈໃສ່ປະຕິບັດ. ແຕ່ເຖິງແນວໃດກໍຕາມ ທາງບໍຣິສັດກໍຈະພະຍາຍາມ ສືບຕໍ່ຫ້າມ ເພື່ອປ້ອງກັນອັນຕະລາຍ ທີ່ອາຈເກີດຂຶ້ນ.

ເພິ່ນເບິ່ງໄປທຽວທາງທີ່ວ່າມັນປ່າໄຮ່ ... ແລ້ວມັນຢາກໄກ ເພິ່ນກະເລີຍລັດມາພີ້ ແຕ່ວ່າກະໄດ້ແນະນໍາເພິ່ນແລ້ວ ອັນຕະລາຍແຫລະເນາະ ເພາະວ່າແມ່ນຣົຖໄຟຄວາມໄວສູງ ອາຈຖືກຕໍາແລ້ວກະເຮັດໃຫ້ບາດເຈັບ  ຫລືເສັຽຊີວິດ. ອັນ 2 ມາຢູ່ໃນຂອບເຂດທາງຣົຖໄຟເຮົາ ມັນມີສາຍໄຟສາຍຫຍັງ ບາງທີ່ເພິ່ນບໍ່ຮູ້ ເພິ່ນໄປຈັບກະຖືກອັນຕະລາຍ.

ທ່ານເວົ້າຕື່ມວ່າ ໃນເບື້ອງຕົ້ນ ທາງບໍຣິສັດຣົຖໄຟ ກໍໄດ້ຕັກເຕືອນຊາວບ້ານ ທີ່ຝ່າຝືນ, ບໍ່ທັນໄດ້ແຈ້ງຄວາມດໍາເນີນຄະດີ. ແລະພ້ອມດຽວກັນນັ້ນ ກໍສືບຕໍ່ຮັກສາຄວາມປອດພັຍຫລາຍດ້ານ ຕາມມາຕການຮັກສາຄວາມປອດພັຍ ຕາມແລວທາງຣົຖໄຟ ເພື່ອປ້ອງກັນບໍ່ໃຫ້ຄົນບໍ່ດີ ລັກເຫລັກລາງຣົຖໄຟ, ລັກສາຍໄຟແລະອື່ນໆ ທີ່ອາດເຮັດໃຫ້ເກີດອັນຕະລາຍ

ຕໍ່ການແລ່ນຂອງຣົຖໄຟ ແລະຜູ້ໂດຍສານໄດ້.

ກົດໝາຍວ່າດ້ວຍການຣົຖໄຟ ມາຕຣາ 137 ຂໍ້ທີ 10 ຣະບຸເຖິງການຫ້າມບໍ່ໃຫ້ຄົນປີນຝາກັ້ນ, ຂວາງທາງ, ຂ້າມທາງຣົຖໄຟ ເມື່ອມີສັນຍານໄຟແດງ ແລະປີນຮົ້ວ, ຮາວກັ້ນລະ ຫວ່າງທາງຣົຖໄຟ ກັບເຂດອ້ອມຂ້າງ, ແຕ່ບໍ່ໄດ້ຣະບຸເຖິງການລົງໂທດ ຫລືການປັບໄໝຜູ້ທີ່ຝ່າຝືນ ຢ່າງຄັກແນ່.

ແລະທີ່ຜ່ານມາ ກໍມີຊາວບ້ານ ລັກຂ້າມຮົ້ວກັ້ນທາງຣົຖໄຟ ແລະກໍມີຄົນຈໍານວນນຶ່ງ ເຂົ້າໄປລັກເອົາເຫລັກລາງຣົຖໄຟ ແລະສາຍໄຟຟ້າ ຊຶ່ງໄດ້ເຮັດໃຫ້ຜູ້ກະທໍານັ້ນເສັຍຊີວິດໄປແລ້ວ 1 ຄົນ ຍ້ອນຖືກໄຟຟ້າຊັອດຢູ່ເຂດບ້ານຫ້ວຍນໍ້າເຍັ້ນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໃນມື້ວັນທີ 17 ຕຸລາ 2021 ໃນເວລາທີ່ຜູ້ກ່ຽວ ພະຍາຍາມລັກຕັດສາຍໄຟຟ້າ ຕາມແລວທາງຣົຖໄຟ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.