ໂຕເລຂ ອຸບັດຕິເຫດ ໃນເທສການ ບຸນປີໃໝ່ລາວ ຫລຸດລົງ

ໄຊຍາ
2022.04.19
ໂຕເລຂ ອຸບັດຕິເຫດ ໃນເທສການ ບຸນປີໃໝ່ລາວ ຫລຸດລົງ ອຸບັດຕິເຫດຕາມທ້ອງຖນົນ ໃນນະຄອນຫຼວງວຽງຈັນ ແລະ ໃນທົ່ວປະເທດ ກາຍເປັນບັນຫາ ທີ່ຕ້ອງໄດ້ແກ້ໄຂຮີບດ່ວນ
ນັກຂ່າວ ພົລເມືອງ

ພັນເອກ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຣວດຈະຣາຈອນ ກົມໃຫຍ່ຕຳຣວດ ກະຊວງປ້ອງກັນຄວາມສງົບ ຖແລງຂ່າວໃນວັນທີ 18 ເມສາ 2022 ນີ້ວ່າໄລຍະ 7 ວັນອັນຕະຣາຍຄືວັນທີ 11-17 ເມສາ 2022 ຊຶ່ງເປັນໄລຍະສເລີມສລອງ ງານບຸນປີໃໝ່ລາວ ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 312 ຄັ້ງ, ໃນນີ້ມີຜູ້ໄດ້ຮັບບາດເຈັບ 552 ຄົນ ແລະ ເສັຽຊີວິດ 25 ຄົນ. ສ່ວນສາເຫດຂອງການເກີດອຸບັດຕິເຫດ ສ່ວນຫລາຍຍ້ອນຂັບຂີ່ຣົຖ ໃນຂະນະທີ່ມືນເມົາ.

ດັ່ງເຈົ້າໜ້າທີ່ຕຳຣວດ ຈະຣາຈອນຂັ້ນສູນກາງ ຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 19 ເມສາ 2022 ນີ້ວ່າ:

ມັນກໍມີຫລາຍເຫດການ ບາງທີກໍມີມືນເມົາ ບາງທີກໍເຫດສຸດວິສັຍ ມີຫລາຍກໍຣະນີ ບໍ່ກິນເຫລົ້າ ບໍ່ມີຫລາຍ ຫລືວ່າອັນອື່ນສາເຫດອື່ນ.

ໃນຂະນະດຽວກັນ ການຂີ່ຣົຖໄວຂະນະມືນເມົາ ແລະບັນຫາສະພາບຣົຖທີ່ບໍ່ໄດ້ມາຕຖານ ແລະຖນົນຫົນທາງທີ່ຂາດການສ້ອມແປງ ຮວມເຖິງສັນຍາລັກທີ່ກ່ຽວກັບ ການຈະຣາຈອນຕ່າງໆ ທີ່ບໍ່ຈະແຈ້ງນັ້ນກໍເປັນອີກສາເຫດນຶ່ງ ທີ່ສຳຄັນທີ່ເຮັດໃຫ້ເກີດອຸບັດຕິເຫດ ຕາມທ້ອງຖນົນສູງຂຶ້ນເລື້ອຍໆ. ເຖິງແມ່ນວ່າທາງການລາວ ຈະມີກົດໝາຍຈະຣາຈອນ ແລະການຂົນສົ່ງ ແຕ່ເຈົ້າໜ້າທີ່ກໍບໍ່ໄດ້ບັງຄັບໃຊ້ ກົດໝາຍດັ່ງກ່າວຢ່າງເຄັ່ງຂັດ.

ຜູ້ທີ່ປະສົບອຸບັດຕິເຫດ ຫລາຍກ່ວາໝູ່ແມ່ນວັຍໜຸ່ມຊາຍ ໂດຍສະເພາະວັຍອອກແຮງງານ ແລະອາຍຸລະຫວ່າງ 15-35 ປີ.

ດັ່ງເຈົ້າໜ້າທີ່ໜ່ວຍກູ້ພັຍ ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ເມົາແລ້ວຂັບ ແມ່ນລະຫວ່າງຊ່ວງ 7 ວັນ ອັນຕະຣາຍນີ້ລະ ຊ່່ວງບຸນເທສການ ມີແຕ່ວ່າເມົາແລ້ວ ຂັບເບິດລະ ກໍເພາະວ່າຝັ່ງນີ້ເຂົາກິນເຫລົ້າ ກິນເບຍເກືອບວ່າສູ່ມື້ເລີຍ ວັຍລຸ້ນນີ້ຫວາ ວັຍລຸ້ນຜູ້ຊາຍ.

ແຂວງທີ່ມີຜູ້ເສຍຊີວິດຫລາຍກວ່າໝູ່ ແມ່ນນະຄອນຫລວງວຽງຈັນ ເສັຽຊີວິດ 8 ຄົນຮອງລົງມາເປັນແຂວງຈຳປາສັກເສຍຊີວິດ 6 ຄົນ, ໄຊຍະບູລີ 5 ຄົນ, ຫລວງພຣະບາງ ແລະວຽງຈັນ, ແຂວງລະ 3 ຄົນ. ສວັນນະເຂດ, ບໍຣິຄຳໄຊ, ສາຣະວັນ ແລະ ຊຽງຂວາງ, ແຂວງລະ 2 ຄົນ, ບໍ່ແກ້ວ ແລະຫົວພັນ, ແຂວງລະ 1 ຄົນ. ສ່ວນອີກ 7 ແຂວງບໍ່ມີຜູ້ເສັຽຊີວິດຄື, ຜົ້ງສາລີ, ອຸດົມໄຊ, ຫລວງນໍ້າທາ, ໄຊສົມບູນ, ຄຳມ່ວນ, ເຊກອງ ແລະ ອັດຕະປື. ທັງນີ້ອຸບັດຕິເຫດທີ່ເກີດຂຶ້ນ ສ່ວນຫລາຍແມ່ນເປັນຣົຖຈັກຕຳຣົຖຈັກ, ຮອງລົງມາແມ່ນຣົຖຈັກຕຳຣົຖໃຫຍ່, ຣົຖຈັກຕຳຄົນຍ່າງ ແລະ ຣົຖຈັກລົ້ມເອງ.

ກ່ຽວກັບສະຖິຕິການເກີດອຸບັດຕິເຫດ ຕາມຖນົນໃນປີ 2022 ນີ້. ຖ້າທຽບໃສ່ກັບໄລະຍະບຸນປີໃໝ່ລາວ ໃນປີທີ່ຜ່ານມາ ຖືວ່າຫລຸດລົງ 26 ຄັ້ງ, ມີຍານພາຫະນະເປ່ເພຫລຸດລົງ 65 ຄັນ, ມີຜູ້ໄດ້ຮັບບາດເຈັບຫລຸດລົງ 19 ຄົນ ແລະ ເສັຽຊີວິດຫລຸດລົງ 9 ຄົນຍ້ອນໃນໄລຍະການ ແຜ່ຣະບາດຂອງໂຄວິດ-19 ປະຊາຊົນບໍ່ທັນໄດ້ອອກມາ ຊຸມແຊວກັນຫລາຍປານໃດ ບໍ່ແມ່ນເປັນການຫລຸດລົງ ຍ້ອນການບັງຄັບໃຊ້ກົດໝາຍຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການພັທນາ ທັກສະຊາວໜຸ່ມທ່ານນຶ່ງກ່າວວ່າ:

ໜ້າຈະຫລຸດລົງຫລາຍຢູ່ປີນີ້ ແຕ່ກໍບໍ່ໜ້າຈະກ່ຽວກັບໂຕການຕັ່ງດ່ານເທື່ອ ມັນໜ້າຈະກ່ຽວກັບສະພາບການຣະບາດ ຂອງໂຄວິດ-19 ຫລາຍກ່ວາ ຄົນກໍລະມັດລະວັງຫລາຍຂຶ້ນ ແລ້ວກໍເຣື່ອງເສຖກິຈແດ່ ເຣື່ອງການໃຊ້ຈ່າຍຕ່າງໆ ຂະເຈົ້າລະມັດລະວັງ ຜ່ານມານີ້ຈະເຫັນແຕ່ລະສະຖານທີ່ ແຕ່ລະບ້ານເພິ່ນກໍມີການສລອງປີໃໝ່.

ໃນປີ 2021 ຜ່ານມາ ເກີດອຸບັດຕິເຫດທັງໝົດ 217 ຄັ້ງເສັຽຊີວິດ 36 ຄົນ ເສັຽຊີວິດຫລາຍກວ່າໝູ່ນະຄອນຫລວງວຽງຈັນ 7 ຄົນ, ຮອງລົງມາ ຫລວງພຣະບາງ, ວຽງຈັນ 4 ຄົນ, ບໍ່ແກ້ວ, ຄຳມ່ວນ 3 ຄົນ, ນອກຈາກນັ້ນ ອຸດົມໄຊ, ບໍຣິຄຳໄຊ, ສວັນນະເຂດ, ຈຳປາສັກ, ສາຣະວັນ, ແຂວງລະ 2 ຄົນ, ຫລວງນໍ້າທາ, ໄຊຍະບູຣີ, ຫົວພັນ, ເຊກອງ, ອັດຕະປື, ແຂວງລະ 1 ຄົນ.

ຜ່ານມາທາງໜ່ວຍງານທີ່ກ່ຽວຂ້ອງ ໄດ້ມີຄວາມພະຍາຍາມໃນການສ້ອມແປງ ຖນົນຫົນທາງບາງສ່ວນ ແລະຕິດຕັ້ງສັນຍານຈະຣາຈອນ ເພື່ອແຈ້ງເຕືອນຜູ້ໃຊ້ຣົຖ ໃຊ້ຖນົນຢູ່ຕາມບ່ອນຕ່າງໆ ແຕ່ຢ່າງໃດກໍຕາມພັດຍັງມີຜູ້ໃຊ້ຣົຖ ໃຊ້ຖນົນຈຳນວນບໍ່ໜ້ອຍ ທີ່ຮູ້ກ່ຽວກັບກົດຣະບຽບ ໃນການໃຊ້ຣົຖໃຊ້ຖນົນ ບໍ່ປະຕິບັດຕາມ.

ດັ່ງໂຊເຟີຣົຖໂດຍສານຮັບ-ສົ່ງ ຢູ່ເມືອງປາກເຊທ່ານນຶ່ງ ກ່າວວ່າ:

ສ່ວນຫລາຍກໍຝ່າຝືນຣະບຽບຈະຣາຈອນ ຈັ່ງຕໍ່ຄວາມມັກງ່າຍຊິນ່າ ຈັ່ງຈອດໄຟແດງບໍ່ຊິນ່າ ເຫັນຣົຖບໍ່ມີຫລາຍແລ້ວກໍໄປແລ້ວ ກໍບ່ອນທີ່ວ່າບໍ່ໃຫ້ ຣີເທີນ ແລ້ວເຂົາກໍ ຣີເທີນ ຫັ້ນນ່າເຂົາບໍ່ເຄົາຣົບຕໍ່ປ້າຍທີ່ວ່າຕິດຢູ່ຕາມແຄມທາງ.

ເຖິງແມ່ນວ່າໃນແຕ່ລະປີ ປະເທດລາວຈະເກີດອຸບັດຕິເຫດ ຕາມທ້ອງຖນົນເຮັດໃຫ້ມີຜູ້ບາດເຈັບ ແລະເສັຽຊີວິດສະເລັ່ຍປະມານ 1,000 ຄົນຕໍ່ປີ. ແຕ່ຢ່າງໃດກໍຕາມທີ່ຜ່ານມາ ໜ່ວຍງານທີ່ກ່ຽວຂ້ອງພັດບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ການໂຄສະນາປະຊາສັມພັນ ກ່ຽວກັບຜົລເສັຽທີ່ເກີດຂຶ້ນ ຈາກການເມົາແລ້ວຂີ່ຣົຖ, ຣະບຽບກົດໝາຍ ກ່ຽວກັບການຈະຣາຈອນທາງບົກ ແລະ ການບັງຄັບໃຊ້ກົດໝາຍ ຕໍ່ຜູ້ທີ່ບໍ່ປະຕິບັດຕາມກົດຈະຣາຈອນພໍເທົ່າໃດ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການພັທນາ ທັກສະຊາວໜຸ່ມຜູ້ດຽວກັນນີ້ ກ່າວຕື່ມວ່າ:

ບໍ່ໄດ້ຈັບໃດ ເພິ່ນບໍ່ໄດ້ຈັບໃດ ເປັນການເຕືອນຫລາຍກ່ວາ ຊິເຮັດໃຫ້ຄົນ ອ່າບໍ່ດື່ມຫລາຍຈະເຕືອນຈົນກວ່າວ່າ. ເອີເຈົ້າມີອາການແນວໃດ ເຈົ້າກໍກັບໄປໄດ້ເມົາໜ້ອຍເມົາຫລາຍ ທີມງານເພິ່ນກໍຈະສົ່ງໄປ ເພາະວ່າຂະເຈົ້າຈະອອກໄປຕັ້ງດ່ານ ແຕ່ລະບ່ອນຕັ້ງດ່ານຢູ່ຈຸດສຳຄັນ.

ອີງຕາມດຳຣັຖສະບັບເລກທີ 568/ລບ ລົງວັນທີ 16 ກັນຍາ 2021 ວ່າດ້ວຍມາຕການປັບໃໝ ແລະມາຕການອື່ນໆ ຕໍ່ຜູ້ຣະເມີດກົດໝາຍ ແລະຣະບຽບການກ່ຽວກັບ ການຈະຣາຈອນທາງບົກ ຣະບຸວ່າຜູ້ຂັບຂີ່ຣົຖທຸກປະເພດໃນເວລາທີ່ມີທາດເຫລົ້າ ໃນຮ່າງກາຍຈະຖືກປັບໃໝ ດັ່ງນີ້: (ຜູ້ຂັບຂີ່) ຣົຖຈັກທີ່ມີທາດເຫລົ້າເກີນ 0.14 ມີລລີກຣາມ ຈະຖືກປັບໃໝ 1.5 ແສນກີບ ຕໍ່ຄົນຕໍ່ຄັ້ງ, ຣົຖສີ່ລໍ້ທຸກຊະນິດ ທີ່ມີທາດເຫລົ້າເກີນ 0.24 ມີລລີກຣາມຈະຖືກປັບໃໝ 3 ແສນກີບ ຕໍ່ຄົນຕໍ່ຄັ້ງ ແລະ ຣົຖຮັບຈ້າງທຸກຊະນິດທີ່ມີທາດເຫລົ້າເກີນ 0 ມີລລີກຣາມຈະຖືກປັບໃໝ 1.5 ລ້ານກີບ ຕໍ່ຄົນຕໍ່ຄັ້ງ. ເຈົ້າໜ້າທີ່ກົມຕຳຣວດຈະຣາຈອນ ອອກບົດຣາຍງານເມື່ອວັນທີ 18 ເມສາ ທີ່ຜ່ານມານີ້ວ່າ ນັບແຕ່ເດືອນມົກກະຣາ ຫາເດືອນມີນາ 2022 ທົ່ວປະເທດມີອຸບັດຕິເຫດ ເກີດຂຶ້ນທັງໝົດ 1,838 ຄັ້ງ ໃນນັ້ນຍາພາຫະນະເປ່່ເພ 3,310 ຄັນ, ໄດ້ຮັບບາດເຈັບ 2,028 ຄົນ ແລະເສັຽຊີວິດ 301 ຄົນ. ສ້າງຄວາມເສຍຫາຍທັງໝົດ 27 ຕື້ປາຍກີບ ແລະ 3 ແຂວງທີ່ເກີດອຸບັດເຫດຫລາຍທີ່ສຸດ ແມ່ນນະຄອນຫລວງວຽງຈັນ 240 ຄັ້ງ ເສັຽຊີວິດ 57 ຄົນ, ຈຳປາສັກ 242 ຄັ້ງເສັຽຊີວິດ 39 ຄົນ ແລະ ສວັນນະເຂດ 216 ຄ້ງເສັຽຊີວິດ 42 ຄົນ.

ຜ່ານມາທາງການລາວ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະດຳເນີນການແກ້ໄຂ ບັນຫາດ້ານຄວາມປອດພັຍທາງຫລວງ ເພື່ອຫລຸດຜ່ອນຈຳນວນຜູ້ເສັຽຊີວິດ ແລະບາດເຈັບທີ່ເກີດຂຶ້ນ ຈາກອຸບັດຕິເຫດຕາມທາງຫລວງ ປະມານ 50% ໃຫ້ສຳເຣັດ ພາຍໃນປີ 2030 ນີ້, ອີງຕາມຍຸທສາດແຫ່ງຊາດ ດ້ານຄວາມປອດພັຍ ທາງຫລວງໃນໄລຍະ 10 ປີ ລະຫວ່າງປີ 2021-2030 ຂອງຣັຖບານລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.