ອຸບັດຕິເຫດ ນັກທ່ອງທ່ຽວໄທຍເສັຍຊີວິດ 5 ຄົນ ບາດເຈັບ 3 ຢູ່ເມືອງວຽງພູຄາ
2023.08.01
ໃນມື້ວັນທີ 27 ກໍຣະກະດາ ຄະນະທ່ອງທ່ຽວຈາກປະເທດໄທຍ ປະສົບອຸບັດຕິເຫດຢູ່ບ້ານນໍ້າແພ ເມືອງວຽງພູຄາ ແຂວງຫລວງນໍ້າທາ ຖືກຣົຖບັນທຸກຄອນເທນເນີ້ ພຸ່ງຕຳ ຣົຖຕູ້ທີ່ນັ່ງມາ ເຮັດໃຫ້ນັກທ່ອງທ່ຽວໄທຍເສັຽຊີວິດ 5 ຄົນ ຄົນຂັບຣົຖຄົນລາວ ເສັຽຊີວິດນຶ່ງຄົນ ແລະ ນັກທ່ອງທ່ຽວໄທຍ ໄດ້ຮັບບາດເຈັບອີກ 3 ຄົນ. ອຸບັດຕິເຫດ ຄັ້ງນີ້ເກີດຂຶ້ນ ລະຫວ່າງ ການເດີນທາງກັບປະເທດໄທຍ ຈາກການທ່ອງທ່ຽວຢູ່ນະຄອນ ຄຸນມິ່ງ ປະເທດຈີນ ໂດຍຄະນະທ່ອງທ່ຽວ ໄດ້ເຊົ່າຣົຖຕູ້ 2 ຄັນ ຄັນລະ 10 ຄົນ ຈາກບໍ່ເຕັນໄປຫ້ວຍຊາຍ ອຸບັດຕິເຫດເກີດຂຶ້ນ ໃນເສັ້ນທາງ R3A ລະຫວ່າງ ແຂວງຫລວງນໍ້າທາ ກັບ ແຂວງບໍ່ແກ້ວ ຫ່າງຈາກຊາຍແດນ ລາວ-ໄທຍ ປະມານ 100 ກິໂລແມັດ. ສ່ວນສາເຫດຂອງອຸບັດຕິເຫດ ແມ່ນ ຣົຖບັນທຸກຂັບກວມເລນ ແລະ ມີຝົນຕົກ ເຮັດໃຫ້ຖນົນມື່ນກວ່າປົກກະຕິ.
ດັ່ງເຈົ້າໜ້າທີ່ຕຳຣວດ ເມືອງວຽງພູຄາ ແຂວງຫລວງນໍ້າທາ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 31 ກໍຣະກະດາ ນີ້ວ່າ:
“ສາເຫດ ທີ່ເກີດອຸບັດຕິເຫດ ແມ່ນຍ້ອນ ຣົຖບັນທຸກລາວບໍ່ເເລ່ນຕາມຂວາຕົວເອງ ແມ່ນແລ້ວ ຣົຖບັນທຸກມັນກວມເລນ ເນື່ອງຈາກມັນຝົນຕົກມື້ນັ້ນ ເສັ້ນທາງມັນມື່ນ ລາວເລີຍແລ່ນກວມເລນ ເລີຍພາໃຫ້ເກີດ ອຸບັດຕິເຫດ ຮົຖພ່ວງມັນຂຶ້ນດອຍເນາະ ແຕ່ຣົຖຕູ້ທີ່ຄົນໄທຍມາຊິເປີນລົງດອຍ ເລີຍມາຈົບກັນທີ່ບ່ອນໂຄ້ງ ມັນເປັນໂຄ້ງມັນມີພູເນາະ ມັນຈະບັງ.”
ຫລັງເກິີດອຸບັດຕິເຫດ ໃນຕອນກາງເວັນ ກໍໄດ້ສົ່ງຮ່າງຜູ້ເສັຽຊີວິດ ແລະ ຜູ້ບາດເຈັບ ໃນຕອນແລງຂອງມື້ນັ້ນເລີຍ ຍ້ອນໃນແຂວງບໍ່ແກ້ວບໍ່ມີຫ້ອງເຢັນ ຂັ້ນຕອນນີ້ ແມ່ນໄດ້ປະສານງານກັບກູ້ພັຍ ເມືອງຊຽງຂອງ ແຂວງຊຽງຮາຍ ໃຫ້ມາຮັບສົບຜູ້ເສັຽຊີວິດຕໍ່ໄປ.
ດັ່ງເຈົ້າໜ້າທີ່ກູ້ພັຍ ຢູ່ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວວ່າ:
“ແມ່ນແລ້ວ ສົ່ງກັບມື້ຄືນເລີຍ ເພາະວ່າຕາມຫລັກການມັນສົ່ງບໍ່ໄດ້ ເພາະວ່າມັນຕ້ອງແລ່ນຫຍັງຜ່ານ ແຕ່ວ່າ ແຂວງບໍ່ແກ້ວບໍ່ມີໂຮງເຢັນຮອງຮັບເນາະ ຮອງຮັບສົບ.”
ຂະນະທີ່ຊາວບ້ານຢູ່ເມືອງວຽງພູຄາ ແຂວງຫລວງນໍ້າທາ ນາງນຶ່ງ ກ່າວວ່າ ບໍຣິເວນທີ່ເກີດເຫດ ແມ່ນເປັນເຂດ ຫ່າງໄກສອກຫລີກ ເປັນພູດອຍ ຂ້າງທາງເປັນປ່າ ມີຄ້າຍທະຫານຢູ່ບໍ່ໄກ ແລະ ມັກເປັນບ່ອນເກີດອຸບັດຕິເຫດ ສເມີ.
ດັ່ງ ຍານາງກ່າວວ່າ:
“ບ່ອນນັ້ນຕລອດ ມັນມີຄົນຕາຍຕລອດ ບ່ອນນັ້ນ ເທິງຫັ້ນແມ່ນທະຫານ ມີປ້ອມທະຫານ ເຂົາຕຳກັນຢູ່ລຸ່ມ ສ່ວນຫລາຍກໍຣົຖໃຫຍ່ ຍາມນັ້ນຣົຖ 20 ລໍ້ ແມ່ນຄົນໄທຍມາຂັບຕລອດ ກໍຄົນໄທຍຕາຍຕລອດ ດຽວນີ້ຄົນລາວຂັບ ກໍຄົນລາວຕາຍ.”
ໃນມື້ວັນດຽວກັນ ຢູ່ແຂວງຣະຍອງ ປະເທດໄທຍ ກໍເກີດອຸບັດຕິເຫດ ຣົຖຕໍາຕົ້ນໄມ້ ຍ້ອນຄົນຂັບລັບໃນ ໂດຍຜູ້ທີ່ໄດ້ຮັບບາດເຈັບ ແມ່ນເປັນແຮງງານລາວ 12 ຄົນ ທີ່ເຂົ້າມາເຮັດວຽກຢູ່ ຊົນບູຣີ ກຳລັງເດີນທາງໄປຈັ່ງຫວັດ ຈັນທະບູຣີ ສ່ວນຄົນຂັບ ແມ່ນເປັນຄົນໄທຍ ໂດຍທັງໝົດ ຖືກສົ່ງຕົວ ໄປທີ່ໂຮງໝໍແຂວງຣະຍອງ ແລະໂຮງໝໍເມືອງແກລງ.
ດ້ານເຈົ້າໜ້າທີ່ຕຳຣວດ ຢູ່ເມືອງວັງຈັນ ແຂວງຣະຍອງ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະສຽງ ກ່າວວ່າ ກຸ່ມຄົນລາວເຫລົ່ານີ້ ມີໜັງສື ພາສປອດທັງໝົດ ແຕ່ເມື່ອກວດເບິ່ງ ກໍພົບວ່າ ຈໍ້າກາພາສປອດນັ້ນອີກ 2 ວັນກໍຈຶ່ງຈະໝົດອາຍຸ ຈຶ່ງເດີນທາງໄປຍັງແຂວງຈັນທະບູຣີ ເພື່ອຈໍ້າກາພາສປອດຕື່ມ.
ເຈົ້າໜ້າທີ່ ບໍຣິສັດຮັບແຮງງານຕ່າງຊາດ ທ່ານນຶ່ງ ກ່າວວ່າ ບໍ່ຮູ້ວ່າຄົນລາວກຸ່ມນີ້ເປັນແຮງງານບໍ່ ແຕ່ເມື່ອຢູ່ປະເທດໄທຍເກີນ 30 ມື້ ກໍຕ້ອງໄດ້ເດີນທາງອອກນອກປະເທດໄທຍ ເພື່ອຈໍ້າກາພາສປອດ ເຂົ້າປະເທດອີກ.
ດັ່ງ ທ່ານກ່າວວ່າ:
“ເຂົາບໍ່ໃຊ້ຄຳວ່າ ຕໍ່ພາສປອດ ເປັນການໄປຕໍ່ວີຊ່າຫລາຍກວ່າ ເຂົາໜ້າຈະເຂົ້າມາ ດ້ວຍວີຊ່າທ່ອງທ່ຽວ ຫລື ວີຊ່າ on arrival ແລ້ວວີຊ່າພວກນີ້ຈະມີອາຍຸຢູ່ 30 ມື້ ພໍ 30 ມື້ໝົດ ເຂົາກໍອາດທຳງານຜິດກົດໝາຍ ຫລື ມາທຳອິຫຍັງກໍບໍ່ຮູ້ ແຕ່ມາຢູ່ປະເທດໄທຍແບບ 30 ມື້ ພໍໝົດເຂົາເລີຍເດີນທາງ ຕົງໄປຊາຍແດນ ເພື່ອສະແຕມວີຊ່າເພີ່ມ ເຂົາຕ້ອງເດີນທາງອອກນອກປະເທດ ຖ້າໄປຈັນທະບູຣີ ກໍຄົງຈະໄປກັມປູຊາ.”
ທ່ານກ່າວຕື່ມວ່າ ຫາກເປັນແຮງງານທີ່ມາຢ່າງຖືກຕ້ອງຕາມກົດໝາຍ ນາຍຈ້າງ ຕ້ອງເປັນຄົນເຮັດ MOU ໃຫ້ ເພື່ອໃຫ້ແຮງງານທຳງານ ໄດ້ຖືກກົດໝາຍໃນໄທຍໄດ້ 2 ປີ ແລະ ສາມາດຕໍ່ເວລາໄດ້ອີກ 2 ປີ ຂະນະທີ່ແຮງງານລາວ ທີ່ບໍ່ໄດ້ເຂົ້າມາແບບ MOU ກໍຕ້ອງເດີນທາງໄປຈັນທະບູຣີ ຫລື ສະແກ້ວ ທຸກເດືອນ ເພື່ອຕໍ່ວີຊ່າ ໂດຍຈະໄປນຳກັບແຮງງານລາວຄົນອື່ນໆ ແລະມັກໄປຕອນກາງຄືນ.
ດັ່ງແຮງງານລາວ ທີ່ເຮັດວຽກຢູ່ກຸງເທບ ນາງນຶ່ງກ່າວວ່າ:
“ແມ່ນເຈົ້າ ໄປຕໍ່ທຸກເດືອນເຈົ້າ ແຖວບ້ານແຫລມ ບ້ານອິຫຍັງພຸ້ນແລ້ວ ໄປນຳກັນໝົດ 15 ຄົນ ຣົຖຕູ້ມັນເຕັມ ຄັນລະ 15 ຄົນ ຄົນລະພັນໆ ໄປແຕ່ລະ 1 ໂມງເຊົ້າ ຮອດພຸ້ນ 5 ໂມງເຊົ້າ ກັບມາຮອດບ້ານ ບ່າຍສາມ ບ່າຍສີ່ ເຮົາຕ້ອງໄປກາງຄືນ ມັນແບບວ່າ ມັນບໍ່ຫລາຍຊົ່ວໂມງ ອີກຢ່າງຣົຖມັນຊິບໍ່ຫລາຍ ຣົຖຊິໄດ້ແລ່ນສະດວກ.”
ໃນຂະນະທີ່ແຮງງານລາວ ອີກຄົນ ກໍກ່າວ ຄືກັນວ່າ ທຸກເດືອນຕ້ອງເດີນທາງໄປ ຕ.ມ. ຈະເປັນບ່ອນຕິດຊາຍແດນ ກັມພູຊາ ຫລື ລາວກໍໄດ້ ເພື່ອຕໍ່ວີຊ່າ ຫາກຢູ່ເກີນກຳໜົດ ກໍຕ້ອງເສັຽຄ່າປັບນຳ.
ດັ່ງ ທ່ານກ່າວວ່າ:
“ທຸກເດືອນຕ້ອງເດີນທາງໄປທີ່ດ່ານ ໄປ ຕມ ໃດກໍໄດ້ ໄປນຳຣົຖເຂົາ ຣົຖເໝົາເຂົາໆ ພາໄປ ຕໍ່ພາສປອດຫັ້ນນ່າ ຕໍ່ບັດນີ້ກໍຖ້າເກີນໄປສອງວັນ ເຂົາສິປັບວັນລະ 500 (ບາດ) ຖ້າໄປຕົງເວລາ ທຳບັດ 500.”
ນີ້ບໍ່ແມ່ນຄັ້ງທຳອິດ ທີ່ເກີດອຸບັດຕິເຫດ ກັບ ແຮງງານລາວໃນປະເທດໄທຍ ໃນປີ 2022 ເກີດເຫດ ຣົຖຕູ້ຕຳທ້າຍຣົຖບັນທຸກ 10 ລໍ້ ຢູ່ເມືອງແກລງ ແຂວງ ຣະຍອງ ຄືກັນ ໂດຍມີຄົນລາວເສັຍຊີວິດ 3 ຄົນ ບາດເຈັບ 12 ຄົນ ໃນປີ 2019 ຣົຖບັນທຸກແຮງງານລາວ ກໍພຸ່ງຕຳກັບຣົຖສິບລໍ້ ເຮັດໃຫ້ແຮງງານລາວເສັຽຊີວິດ 11 ຄົນ ບາດເຈັບ 4 ຄົນ ທັງສອງກໍຣະນີ ມີສາເຫດດຽວກັນ ຄື ຄົນຂັບຫລັບໃນຄືກັນ.