ປກສ ເມືອງຫົງສາ ຈັບພະນັກງານ ຂົນຢາເສບຕິດ ເກືອບ 1 ຕັ່ນ
2022.04.14
ເຈົ້າໜ້າທີ່ ປກສ ເມືອງຫົງສາ ແຂວງໄຊຍະບູຣີ ກວດພົບຣົຖກະບະ ວີ່ໂກ້ແຊັມ ໝາຍເລຂທະບຽນ ກຳແພງນະຄອນ ກວ 5869 ຂົນສົ່ງຢາເສບຕິດ ຜ່ານເມືອງຫົງສາ, ໂດຍຜູ້ຂັບຣົຖ ຮັບສາຣະພາບວ່າ ດຳເນີນການຂົນສົ່ງຢາເສບຕິດ ຮ່ວມກັບກຸ່ມແກ້ງ.
ດັ່ງເຈົ້າໜ້າທີ່ຕຳຣວຈ ຢູ່ເມືອງຫົງສາ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 14 ເມສາ 2022 ນີ້ວ່າ:
“ກຸ່ມແກ້ງຂະເຈົ້າຫຼົບໜີໄດ້ ກໍໄດ້ຕິດຕາມ ນຳຕາມເບາະແສຂ່າວຫັ້ນແຫຼະ, ທາງແຂວງ ທາງຫຍັງ ກໍໄດ້ລົງມາຊ່ອຍຫັ້ນແຫຼະ, ເຮົາສົ່ງໄປໃຫ້ທາງແຂວງ ທາງກະຊວງ. (ລາວໂທຣະຄົມ) ເປັນຣັຖສາຫະກິຈ ຂະເຈົ້າກໍຮັບໂທສ ອັນດຽວກັນ ກັບປະຊາຊົນທົ່ວໄປ, ຫັ້ນແຫຼະ.”
ກ່ອນໜ້ານີ້ ເມື່ອວັນທີ 11 ເມສາ ທີ່ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງຫົງສາ ສາມາດຈັບໂຕຜູ້ຕ້ອງຫາ ໄດ້ 1 ຄົນ ຄືທ້າວ ສີແພງ ລີ່ຢົ່ງວ່າງ, ອາຊີບພະນັກງານ ລາວໂທຣະຄົມ ຢູ່ບ້ານແດນກາງ, ເມືອງລອງ ແຂວງຫຼວງນ້ຳທາ ພ້ອມຍຶດຂອງກາງ ປະເພດຢາໄອຊ໌ ຈຳນວນ 513 ຫໍ່ ຫຼືເທົ່າກັບ 534 ກິໂລກຣາມ, ຢາບ້າ 1,690 ມັດ ຫຼືເທົ່າກັບ 380 ກິໂລກຣາມ ແລະ ໂທຣະສັບ 2 ໜ່ວຍ.
ຈົນມາຮອດວັນທີ 12 ເມສາ 2022, ເຈົ້າໜ້າທີ່ຕຳຣວຈ ໄດ້ກວດພົບຣົຖຣີ່ໂວ້ ບໍ່ມີໝາຍເລຂທະບຽນ ຈອດຖິ້ມໄວ້ ຢູ່ແຄມທາງ ເຂດບ້ານຫ້ວຍແລ້ງ ກາງເມືອງຫົງສາ, ພົບຮ່ອງຮອຍ ກຸ່ມຄົນບໍ່ດີ ເອົາໂຕຫຼົບໜີເຂົ້າປ່າ, ບໍຣິເວນດັ່ງກ່າວ ແລະ ພົບເຫັນຢາບ້າ ອີກ 21 ເປົ໋າ, ນ້ຳໜັກ 572 ກິໂລກຣາມ, ຣົຖຄັນດັ່ງກ່າວ ມີຮ່ອງຮອຍ ແກະປ້າຍທະບຽນ. ຕໍ່ມາ, ເຈົ້າໜ້າທີ່ ກວດພົບເຫັນ ປ້າຍຣົຖຕົກເຮັ່ຽ ຢູ່ບໍຣິເວນດັ່ງກ່າວ ໝາຍເລຂທະບຽນ ກຳແພງນະຄອນ ກລ 6328 ແລະ ໄດ້ຍຶດຂອງກາງ ດັ່ງກ່າວໄວ້ ເພື່ອໃຊ້ເປັນຫຼັກຖານ ໃນການດຳເນີນຄະດີ.
ດັ່ງທ່ານພັນໂທ ທອງໄຫຼ ເພັດດາວົງ, ຫົວໜ້າກອງບັນຊາການ ປກສ ເມືອງຫົງສາ ແຂວງໄຊຍະບູຣີ ກ່າວຖແລງຂ່າວ ຕໍ່ສື່ມວນຊົນ ເມື່ອວັນທີ 13 ເມສາ 2022 ນີ້ວ່າ:
“ມັນແມ່ນທ້າວ ສີແພງ ລີ່ຢົ່ງວ່າງ, ອາຊີບພະນັກງານ ລາວໂທຣະຄົມ. ຜົລຂອງການສືບສວນ-ສອບສວນ ຜູ້ກ່ຽວກະໃຫ້ການ ຮັບສາຣະພາບວ່າ ມານຳກັນ ມີກຸ່ມແກ້ງ. ມາຮອດປັດຈຸບັນ, ພວກເຮົາກໍໄດ້ຈັດວາງກຳລັງ ເພື່ອໄລ່ຊອກ ໄລ່ຈັບກຸ່ມແກ້ງ ຂອງຜູ້ກ່ຽວຫັ້ນ.”
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງບໍຣິສັດ ລາວໂທຣະຄົມ ເພື່ອສອບຖາມ ກ່ຽວກັບການກະທຳຄວາມຜິດ ແລະ ມາຕການ ໃນການລົງໂທສ ຕໍ່ພະນັກງານ ໃນບໍຣິສັດ ທີ່ຜູ້ດັ່ງກ່າວ ເຮັດວຽກນຳ, ແຕ່ບໍ່ສາມາດຕິດຕໍ່ໄດ້.
ທາງດ້ານປະຊາຊົນ ກໍເຫັນດີນຳ ກັບການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ຕຳຣວຈ ໃນການສະກັດກັ້ນ ແລະ ປາບປາມ ຂະບວນການຄ້າ-ຂາຍ ຢາເສບຕິດ, ແຕ່ຢ່າງໃດກໍຕາມ ພວກຂະເຈົ້າ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງດຳເນີນການ ຊອກຫາຕົ້ນຕໍ ຜູ້ຄ້າຢາເສບຕິດຣາຍໃຫຍ່ ມາດຳເນີນຄະດີ ແບບຈິງຈັງ.
ດັ່ງຊາວບ້ານ ຢູ່ເມືອງຫົງສາ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 14 ເມສາ 2022 ນີ້ວ່າ:
“ກໍວ່າດີໃຈຫັ້ນແຫຼະ ທີ່ວ່າໄດ້ຈັບພວກນີ້ໄດ້, ຫັ້ນນ່າ. ຢາກໃຫ້ຈັບຕົ້ນຕໍໃຫຍ່ ກໍແມ່ນຕົ້ນຕໍຫັ້ນແຫຼະ ບັນຫາສັງຄົມ ພວກຢາເສບຕິດນີ້ແຫຼະ ກໍຢາກໃຫ້ພວກນີ້ແຫຼະ ມາລົງໂທສໃຫ້ມັນໝົດນີ້ແຫຼະ ເພື່ອວ່າ ຫຼຸດຜ່ອນຄວາມຫຍຸ້ງຍາກ ໃນສັງຄົມນີ້ແຫຼະ.”
ທ່ານກ່າວຕື່ມວ່າ ຢາກໃຫ້ເຈົ້າໜ້າທີ່ຕຳຣວຈ ປະຕິບັດວຽກງານ ໃນການປາບປາມ ຂະບວນການຄ້າຢາເສບຕິດ ຢ່າງເຂັ້ມງວດ ເນື່ອງຈາກບັນຫາຢາເສບຕິດ ເປັນພັຍຄຸກຄາມ ແລະ ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ສັງຄົມລາວ ມາຢ່າງຍາວນານ ເຖິງແມ່ນວ່າ ທາງການລາວ ໄດ້ອອກນະໂຍບາຍວ່າ ຈະປາບປາມ ຢ່າງເດັດຂາດ, ແຕ່ມາຮອດປັດຈຸບັນ ພັດບໍ່ສາມາດຈັດຕັ້ງປະຕິບັດ ໄດ້ຢ່າງໜ້າພໍໃຈເທື່ອ.
ທີ່ຜ່ານມາ, ເມືອງຫົງສາ ແຂວງໄຊຍະບູຣີ ມັກເປັນທາງຜ່ານ ຂອງຂະບວນການລັກລອບ ຂົນສົ່ງຢາເສບຕິດ ຈາກພື້ນທີ່ພາກກາງ ແລະ ພາກໃຕ້ ໄປຍັງພາກເໜືອ ຂອງປະເທດ, ໂດຍມີປາຍທາງ ຢູ່ທີ່ແຂວງບໍ່ແກ້ວ ເປັນສ່ວນຫຼາຍ. ສະນັ້ນ, ການປາບປາມ ຂະບວນການຊື້-ຂາຍ ຢາເສບຕິດ ຈຶ່ງຈຳເປັນຕ້ອງໄດ້ຮັບ ການປະສານ ຄວາມຮ່ວມມື ຈາກຫຼາຍພາກສ່ວນ ບໍ່ວ່າຈະເປັນໜ່ວຍງານຣັຖ, ເອກຊົນ ແລະ ປະຊາຊົນທົ່ວໄປ ເນື່ອງຈາກຂະບວນການ ດັ່ງກ່າວນີ້ ມີເຄືອຂ່າຍ ເຊື່ອມໂຍງກັນ ທັງພາຍໃນ ແລະ ລະຫວ່າງປະເທດ.
ດັ່ງເຈົ້າໜ້າທີ່ທະຫານ ຢູ່ເມືອງຫົງສາ ທ່ານນຶ່ງ ກ່າວວ່າ:
“ເບິ່ງຂ່າວກໍເຫັນຢູ່ ແຖວນີ້ກະບໍ່ຄ່ອຍມີ. ສ່ວນຫຼາຍມາແຕ່ເຂດອື່ນ ມາຜ່ານຊື່ໆ. ຫຼຸດຜ່ອນເຣື່ອງນີ້ ຈັບໃຫ້ໝົດ ຈັບຕົ້ນຕໍມັນມາລົງໂທສ ເທົ່ານີ້ກໍໝົດແລ້ວ. ໄລຍະນີ້ ເຂົາຈັບຣາຍໃຫຍ່ຫຼາຍແລ້ວ, ສ່ວນຫຼາຍຢູ່ບໍ່ແກ້ວ.”
ອີງຕາມຄວາມເວົ້າ ຂອງທ່ານ ພົລໂທ ວິໄລ ຫຼ້າຄຳຟອງ, ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ແລະ ຍົດທາງຕຳຣວຈ ໃນເວລານັ້ນ, ທີ່ໄດ້ກ່າວໃນກອງປະຊຸມ ສມັຍວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາຕ ຊຸດທີ 9 ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ເມື່ອວັນທີ 6 ສິງຫາ 2021 ທີ່ຜ່ານມາ ລະບຸວ່າ ປະເທດລາວ ມີທີ່ຕັ້ງ ໃນເຂດອະນຸພາກພື້ນ ລຸ່ມແມ່ນ້ຳຂອງ ຕິດຈອດກັບຫຼາຍປະເທດ, ເຊິ່ງເປັນເງື່ອນໄຂສຳຄັນ ໃຫ້ກາຍເປັນທາງຜ່ານ ໃນການລັກລອບຄ້າຂາຍ, ຂົນສົ່ງຢາເສບຕິດ ແລະ ສານເຄມີ ທີ່ເປັນສ່ວນຜະສົມ ໃນການຜລິຕຢາເສບຕິດ ເຮັດໃຫ້ບັນຫາຢາເສບຕິດ ໄດ້ແຜ່ຣະບາດ ຮ້າຍແຮງ ແຕ່ຫົວເມືອງໃຫຍ່ ຈົນຮອດເຂດຊົນນະບົດ ຫ່າງໄກສອກຫຼີກ, ເຂົ້າເຖິງທຸກເພດທຸກວັຍ, ທຸກຊັ້ນຄົນ ໃນທົ່ວສັງຄົມ ນັບແຕ່ນັກຮຽນ-ນັກສຶກສາ, ພໍ່ຄ້າຊາວຂາຍ, ກັມມະກອນ, ຜູ້ວ່າງງານ, ຕລອດຮອດພະນັກງານ, ຣັຖກອນຈຳນວນນຶ່ງ ແລະ ຕາມຂໍ້ມູນເບື້ອງຕົ້ນ ໃນປັດຈຸບັນ ຍັງມີຜູ້ຕິດຢາເສບຕິດ ປະມານ 70,000 ຄົນ ຫຼືຄິດເປັນ 0.94% ຂອງພົລເມືອງທັງປະເທດ.