ກອງປະຊຸມຣັຖບານ ສໄມສາມັນ ປະຈໍາເດືອນເມສາ ນີ້ ຣັຖບານ ໄດ້ເຫັນດີດ້ານຫຼັກການ ໃຫ້ປັບຂຶ້ນເງິນເດືອນຂັ້ນຕໍ່າສຸດ ແຕ່ວ່າ ບໍ່ໄດ້ກໍານົດ ຫຼືຕົກລົງ ໃຫ້ຂຶ້ນຈໍານວນເທົ່າໃດ ແລະມອບໃຫ້ ກະຊວງແຮງງານ ແລະ ສວັດດີການສັງຄົມ ປຶກສາກັບ ສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາວລາວ, ຜູ້ປະກອບການ ແລະຫົວໜ່ວຍທຸຣະກິຈຕ່າງໆ ໃຫ້ມີການຄົ້ນຄວ້າກັນ ວ່າໃຫ້ຂຶ້ນເທົ່າໃດ. ຈາກນັ້ນຈະນໍາຂໍ້ມູນ ໄປຣາຍງານໃນກອງປະຊຸມສູນກາງ ໃນເດືອນພຶສພານີ້ ເພື່ອຂໍການຊີ້ນໍາ ແລ້ວຈະໄດ້ຈັດຕັ້ງປະຕິບັດ.
ກ່ອນໜ້ານີ້ ໃນວັນທີ່ 4 ມິນາ 2022 ຜ່ານມາ ກະຊວງແຮງງານ ແລະສວັດດີການສັງຄົມ , ສູນກາງກັມມະບານລາວ ແລະ ສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາວລາວ ໄດ້ສເນີໃຫ້ຣັຖບານ ປັບຂຶ້ນເງິນເດືອນຂັ້ນຕໍ່າ ຈາກ 1,100,000 ກີບຕໍ່ເດືອນ ເປັນ 1,500,000 ກີບຕໍ່ເດືອນ.
ກ່ຽວກັບການປັບຂຶ້ນເງິນເດືອນຂັ້ນຕໍ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາກະຊວງແຮງງານ ແລະ ສວັດດີການສັງຄົມ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສມາດໃຫ້ຂໍ້ມູນຕື່ມໄດ້ ກ່ຽວກັບແຜນປັບຂຶ້ນເງິນເດືອນຂັ້ນຕໍ່າດັ່ງກ່າວ.
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ກ່ຽວຂ້ອງດ້ານຄຸ້ມຄອງແຮງງານ ທ່ານນຶ່ງກ່າວວ່າ ສໍາລັບແນວທາງການປັບຂຶ້ນຄ່າແຮງງານຂັ້ນຕໍ່ານັ້ນ ຍັງບໍ່ທັນຄາດຄະເນໄດ້ເທື່ອ ວ່າຈະປັບຂຶ້ນເທົ່າໃດ ຕ້ອງລໍຖ້າໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າກັນຕື່ມ ເຊິ່ງປັດຈຸບັນນີ້ ຄ່າແຮງງານຂັ້ນຕໍ່າສຸດໃນລາວ ກໍຍັງຢູ່ທີ່ 1,100,000 ກີບຕໍ່ເດືອນຄືເກົ່າຢູ່.
ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 28 ເມສາ ນີ້ວ່າ:
“ຈັ່ງວ່າ ຖືວ່າບໍ່ທັນປະຕິບັດ ເພິ່ນກະ ມີແຕ່ເວົ້າກັນຢູ່ໃນກອງປະຊຸມ ແຮງງານຂັ້ນຕໍ່າ ກະຕໍ່ເດືອນ ກະ ປັດຈຸບັນນີ້ ຍັງນໍາໃຊ້ໂຕ 1,100,000.”
ທ່ານກ່າວຕື່ມວ່າ ຄັນອີງໃສ່ສະຖານະການໃນປັດຈຸບັນແລ້ວ ຖືວ່າພາກສ່ວນທີ່ກ່ຽວຂ້ອງ ມີຄວາມເປັນໄປໄດ້ ທີ່ຈະຕ້ອງປັບຂຶ້ນເງິນເດືອນຂັ້ນຕໍ່າ ເພື່ອໃຫ້ສອດຄ່ອງກັບການເປັນຢູ່ຂອງຄົນງານລາວ ເຊິ່ງຫຼາຍຄົນໄດ້ຮັບຜົລກະທົບຫຼາຍ ໃນສະພາບເສຖກິຈ ຂອງໄລຍະການແຜ່ຣະບາດຂອງ ເຊື້ອໂຄວິິດ-19 ໃນປັດຈຸບັນນີ້.
ກ່ຽວກັບເຣື່ອງນີ້ ຄົນງານລາວຫຼາຍຄົນ ຕ່າງກໍມີຄວາມເຫັນວ່າ ທາງການລາວ ຄວນປັບຂຶ້ນຄ່າແຮງງານຂັ້ນຕໍ່າ ຕັ້ງແຕ່ດົນແລ້ວ, ດີແທ້ ຄວນປັບໃຫ້ຄ່າແຮງງານຂັ້ນຕໍ່ ຢູ່ທີ່ 1,500,000 ກີບຕໍ່ເດືອນ ເພື່ອໃຫ້ຄົນງານ ມີຊີວິດຄວາມເປັນຢູ່ທີ່ດີຂຶ້ນ ແລະສາມາດຢູ່ໄດ້ ໃນສະພາບເສຖກິຈໃນປັດຈຸບັນ.
ດັ່ງຄົນງານລາວ ນາງນຶ່ງ ກ່າວວ່າ:
“ເງິນເດືອນຂັ້ນຕໍ່າ ຕໍ່າຫຼາຍ ເຮັດກິນເດືອນນີ້ກາ ຄັນເຮົາມີພາຣະໜ້າທີ່ຫຼາຍ ໜີ້ສິນຫຼາຍມັນກະບໍ່ຄຸ້ມດອກ ເງິນເດືອນລ້ານ 2 ລ້ານ, 3 ລ້ານ ຫັ້ນນ່າ ບໍ່ພໍກິນ ເຮົາກະວ່າມັນຍັງຕໍ່າຢູ່ ຄັນຄືໄປເຮັດວຽກສວນກ້ວຍ ແຖວບ້ານຂ້ອຍໄປເຮັດນີ້ກະ ມື້ນຶ່ງ 80-90 ພັນ.”
ໃນຂະນະທີ່ ຄົນງານລາວອີກຜູ້ນຶ່ງ ທີ່ເຮັດວຽກຢູ່ໂຮງງານຂອງຈີນ ກ່າວວ່າ ສໍາລັບເງິນເດືອນ ທີ່ລາວໄດ້ຮັບຢູ່ໃນປັດຈຸບັນ ກໍຢູ່ໃນຣະດັບຄ່າແຮງງານຂັ້ນຕໍ່າ ຄື: 1,100,000 ກີບຕໍ່ເດືອນ ແລະຫວ່າງຕົ້ນປີ 2022 ນີ້ ກໍປັບຂຶ້ນໃຫ້ພຽງແຕ່ 10,000 ກີບ ແຕ່ກໍຍັງບໍ່ພຽງພໍ ຕໍ່ການໃຊ້ຢູ່ໃຊ້ກິນແລະລ້ຽງຄອບຄົວ ຈຶ່ງເຫັນດີ ໃຫ້ທາງການລາວ ປັບຂຶ້ນຄ່າແຮງງານຂັ້ນຕໍ່າເພີ່ມຕື່ມ ແຕ່ຢ່າງໃດກໍຕາມ ກໍສຸດແລ້ວແຕ່ຂັ້ນເທິງ ເຫັນວ່າແນວໃດເໝາະສົມ.
ດັ່ງຄົນງານຜູ້ນີ້ ກ່າວວ່າ:
“ກະບໍ່ຢາກພໍໃຈໂອ ປັດຈຸບັນນີ້ ເພາະວ່າສ່ວນນຶ່ງ ກະຄືວ່າຫັ້ນແຫຼະ ກະທຸກຍາກ ຊ່ວງໄລຍະຜ່ານມາຫັ້ນ ເຂົາກະຍັງຄືເກົ່າຢູ່ ແຕ່ວ່າ ມາຊ່ວງ 2022 ເຂົາເຈົ້າກະ ເພີ່ມຂຶ້ນໜ້ອຍນຶ່ງ ປະມານໝ້ອງ 10,000 ນີ້ແຫຼະ ກະຄືສຸດແລ້ວ ເພິ່ນຊິອັນນັ້ນໃດ.”
ສ່ວນຄົນງານລາວ ທີ່ເຮັດວຽກຮັບຈ້າງກໍ່ສ້າງທົ່ວໄປ ເຊິ່ງໄດ້ຮັບຄ່າແຮງງານ ເປັນຣາຍມື້ນັ້ນ ກ່າວວ່າ ຄ່າແຮງງານຂັ້ນຕໍ່າຕໍ່ມື້ ໃນປັດຈຸບັນ ກໍຍັງຢູ່ໃນຣະດັບ ໜ້ອຍກວ່າ 1 ແສນກີບຕໍ່ມື້ ຈຶ່ງເຫັນວ່າ ທາງການ ຕ້ອງໄດ້ປັບຄ່າແຮງງານຂັ້ນຕໍ່າຕໍ່ມື້ ໃຫ້ຢູ່ໃນຣະດັບ ຕັ້ງແຕ່ 1 ແສນກີບ ຫາ 1 ແສນ 50 ພັນກີບ.
ດັ່ງທ່ານ ກ່າວວ່າ:
“ມື້ລະ ແສນ 5, ແສນ 2, ແສນກີບນີ້ແຫຼະ ຕາມສະພາບບ້ານເມືອງເຮົາ ສິນຄ້າອິຫຍັງກະຂຶ້ນລາຄາ ຄ່າແຮງງານຖືກຫຼາຍ.”
ແລະຄົນງານລາວ ອີກຜູ້ນຶ່ງ ທີ່ຮັບຈ້າງເຮັດວຽກ ແບບໄດ້ເງິນຄ່າແຮງງານເປັນຣາຍມື້ ກ່າວວ່າ ລາວເອງ ກໍຢາກໄດ້ຄ່າແຮງງານຂັ້ນຕໍ່າແບບຣາຍມື້ ປະມານ 1 ແສນ 50 ພັນກີບ ແລະຢາກໃຫ້ປັບປຸງ ການກໍານົດຄ່າແຮງງານ ຂອງແຕ່ຫົວໜ່ວຍທຸຣະກິຈ ໃນຫຼາຍແຂວງ ເພື່ອໃຫ້ປະຕິບັດຄືກັນ ເນື່ອງຈາກບາງແຂວງ ໃຫ້ຄ່າແຮງງານຫຼາຍ ແລະບາງແຂວງ ກໍໃຫ້ຄ່າແຮງງານໜ້ອຍ.
ດັ່ງຄົນງານຜູ້ນີ້ ກ່າວວ່າ:
“ເປັນແສນ 5 ນີ້ ມັນກະດີຫຼາຍ ມັນອັນກະບໍ່ປົກກະຕິນ່າ ເພາະມັນເປັນບາງສ່ວນ ບາງບ່ອນນີ້ ເຂົາເຈົ້າກະຈ້າງແພງຢູ່.”
ກ່ອນໜ້ານີ້ ໃນເດືອນມີນາ ທີ່ຜ່ານມາ ກົມປົກປ້ອງແຮງງານ ສູນກາງສະຫະພັນກັມມະບານລາວ ໄດ້ຮຽກຮ້ອງໃຫ້ ບັນດາວິສາຫະກິຈຕ່າງໆ ຮວມທັງບັນດາໂຮງງານຕັດຫຍິບ ຈ່າຍຄ່າແຮງງານຂັ້ນຕໍ່າໃຫ້ແກ່ຄົນງານ ຈາກ 1,100,000 ກີບຕໍ່ເດືອນ ເປັນ 1,500,000 ກີບຕໍ່ເດືອນ ໃນປີນີ້ ຍ້ອນຈະເຮັດໃຫ້ ເກີດບັນຫາຂາດແຄນຄົນງານໃນປະເທດ ຖ້າວ່າວິສາຫະກິຈ ແລະໂຮງງານຕ່າງ ບໍ່ຈ່າຍຄ່າແຮງງານຕາມຈໍານວນດັ່ງກ່າວ, ໃນຂະນະທີ່ ຄົນງານລາວ ຫຼາຍກວ່າ 2 ແສນຄົນ ທີ່ເດີນທາງກັບມາຈາກປະເທດໄທຍ ໃນກ່ອນໜ້ານີ້ ກໍລໍຖ້າ ທີ່ຈະເດີນທາງກັບໄປເຮັດວຽກຢູ່ປະເທດໄທຍ ອີກເທື່ອນຶ່ງ ຖ້າຫາກດ່ານສາກົລຕ່າງໆ ເປີດຕາມປົກກະຕິ.
ໃນອະດີດທີ່ຜ່ານມາ ທາງການລາວ ໄດ້ມີການປັບຂຶ້ນເງິນເດືອນຂັ້ນຕໍ່າ ເປັນຈໍານວນ 8 ຄັ້ງ ຄື: ຄັ້ງທໍາອິດ ໃນປີ 1991 ມີການກໍານົດຄ່າແຮງງານຂັ້ນຕໍ່າ 26,000 ກີບຕໍ່ເດືອນ, ປີ 1997 ປັບຂຶ້ນເປັນ 36,400 ກີບຕໍ່ເດືອນ, ປີ 2000 ປັບຂຶ້ນເປັນ 93,000 ກີບຕໍ່ເດືອນ, ປີ 2005 ປັບຂຶ້ນເປັນ 290,000 ກີບຕໍ່ເດືອນ, ປີ 2009 ປັບຂຶ້ນເປັນ 348,000 ກີບຕໍ່ເດືອນ, ປີ 2011 ປັບຂຶ້ນເປັນ 626,000 ກີບຕໍ່ເດືອນ, ປີ 2015 ປັບຂຶ້ນເປັນ 900,000 ກີບຕໍ່ເດືອນ ແລະຫຼ້າສຸດ ໃນປີ 2018 ປັບຂຶ້ນເປັນ 1,100,000 ກີບຕໍ່ເດືອນ, ອີງຕາມການຣາຍງານ ຂອງກະຊວງແຮງງານ ແລະ ສວັດດີການສັງຄົມ.