ຄົນພິການໃນລາວ ຈໍານວນຫລາຍ ຍັງບໍ່ໄດ້ຮັບ ການຄຸ້ມຄອງ ສິດຜົລປໂຍດ ເທື່ອ

ຈຳປາທອງ
2022.05.06
ຄົນພິການໃນລາວ ຈໍານວນຫລາຍ ຍັງບໍ່ໄດ້ຮັບ ການຄຸ້ມຄອງ ສິດຜົລປໂຍດ ເທື່ອ ເປີດຫ້ອງຝຶກອົບຮົມຍົກ ລະດັບວິຊາການ ດ້ານການແພດຟື້ນຟູໜ້າທີ່ການ ທີ່ສູນການແພດຟື້ນຟູໜ້າທີ່ການ ເພື່ອຊ່ວຍໃຫ້ຄົນທີ່ມີຄວາມຫຍຸ້ງຍາກ ໃນການຢ່າງຈຳນວນຫຼາຍ ພາຍຫຼັງທີ່ເກີດອຸປະຕິເຫດ ເພື່ອປັບປຸງການຊົງໂຕ
ຮູບພາບ: U.S. Embassy in Vientiane

ທາງການລາວ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍຄົນພິການ ເພື່ອຄຸ້ມຄອງສິດ ແລະຜົລປໂຍດໃຫ້ຄົນພິການທາງດ້ານຕ່າງໆ ໃຫ້ໄດ້ຮັບການສຶກສາ ແລະມີວຽກເຮັດງານທໍາ ມາຕັ້ງແຕ່ປີ 2019. ແຕ່ກົດໝາຍທີ່ວ່ານັ້ນ ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ເກີດຜົລບເປັນຈິງພໍເທົ່າໃດ ຍ້ອນໜ່ວຍງານທີ່ກ່ຽວຂ້ອງຍັງບໍ່ທັນໄດ້ບັງຄັບໃຊ້ກົດໝາຍນັ້ນ ຢ່າງເຄັ່ງຄັດ.

ດັ່ງເຈົ້າໜ້າທີ່ທີ່ເຮັດວຽກຄຸ້້ມຄອງຄົນພິການ ກະຊວງແຮງງານ ແລະສວັດດິການສັງຄົມ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 6 ພຶສພານີ້ວ່າ:

ກົດໝາຍເຮົາຍັງບໍ່ທັນໄດ້ມາຄຸ້ມຄອງ ມາປົກປ້ອງສິດທິຄົນພິການເທື່ອ ມີແຕ່ເວົ້າໆໄດ້ ທາງຣັຖບານຍັງບໍ່ໄດ້ມີກົດໝາຍບັງຄັບ ໃຫ້ບໍຣິສັດຫ້າງຮ້ານຕ່າງໆ ຫລືວ່າອົງການຈັດຕັ້ງທາງຣັຖບໍ່ ຈັດຕັ້ງທາງສັງຄົມຕ່າງໆ ຮັບເອົາຄົນພິການເຂົ້າເຮັດວຽກ ມັນບໍ່ທັນມີກົດໝາຍບັງຄັບ ມີແຕ່ເວົ້າ ແຕ່ພາກປະຕິບັດໂຕຈິງ ຍັງບໍ່ທັນສາມາດປະຕິບັດໄດ້.

ອີງຕາມຣັຖບັນຍັດຂອງປະທານປະເທດ ວັນທີ 22 ມົກກະຣາ 2019, ຄົນພິການກໍສາມາດເຂົ້າຮັບການຝຶກວິຊາຊີບ ແລະພັທນາສີມືແຮງງານ ໄດ້ຕາມຄວາມເໝາະສົມ ແລະຈະຕ້ອງໄດ້ຮັບການຍົກເວັ້ນ ຫລືທລຸດຜ່ອນຄ່າຮຽນ, ຄ່າຫໍພັກ ແລະການນໍາໃຊ້ອຸປະກອນໃນການຝຶກວິຊາຊີບ ແລະສາມາດເຂົ້າເຮັດວຽກໃນຫົວໜ່ວຍແຮງງານ, ອົງການຈັດຕັ້ງຂອງຣັຖ ແລະເອກກະຊົນ ຮວມທັງອົງການຈັດຕັ້ງສາກົນຕາມຄວາມສາມາດຂອງພວກເຂົາເຈົ້າ ໂດຍໄດ້ຮັບຄ່າຕອບແທນ, ເງິນເດືອນ, ການເລື່ອນຊັ້ນ ແລະສວັດດິການສັງຄົມ ທີ່ສເມີພາບກັບຄົນທົ່ວໄປ. ຄົນພິການສາມາດຮຽນຮ່ວມກັບຄົນອື່ນ ໃນໂຮງຮຽນຂອງຣັຖ ແລະເອກກະຊົນໄດ້ຕາມຄວາມເໝາະສົມ ໂດຍຍົກເວັ້ນ ຫລືຫລຸດຜ່ອນຄ່າທໍານຽມການສຶກສາໃຫ້ຄົນພິການ ທີ່ມີຫລາຍປະເພດພິການ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຄຸ້ມຄອງ ຄົນພິການທ່ານນຶ່ງເວົ້າວ່າ:

ເນາະ ກໍສິເວົ້າເຣື່ອງຂອງບຸຄລາກອນ ແລະເຣື່ອງຂອງອຸປກອນການຮຽນ ເພາະສະນັ້ນມັນກໍຍັງມີອຸປສັກເນາະ ແຕ່ວ່າດີແນ່ກໍພວກພິການແຂນຂາ ແລ້ວກໍລໍາໂຕ ພວກນີ້ຖ້າພິການເບົາ ຢູ່ໃນເງື່ອນໄຂທີ່ສະດວກກໍສາມາດຮຽນຕໍ່ໄດ້ ແຕ່ພວກ 3 ປະເພດ ຢ່າງຫູ ຢ່າງຕາ ແລ້ວກໍພວກສະຕິປັນຍາ ເອີ ຂ້ອນຂ້າງລໍາບາກຢູ່.

ທ່ານກ່າວຕື່ມວ່າ ຄົນພິການຢູ່ລາວ ສ່ວນຫລາຍພິການທາງສາຍຕາ, ຫູ, ການປາກ ແລະແຂນຂາ ຊຶ່ງສ່ວນໃຫຍ່ເປັນມາຕັ້ງແຕ່ກໍາເນີດ ແລະອຸບັດຕິເຫດ ຊຶ່ງທາງການກໍພະຍາຍາມຊຸກຍູ້ ໃຫ້ພວກເຂົາເຈົ້າໄດ້ຮັບການສຶກສາສູງ ເຖິງຂັ້ນປະຣິນຍາຕຣີ. ແຕ່ມາເຖິງປັດຈຸບັນ ຢູ່ປະເທດລາວ ຍັງບໍ່ສາມາດຮູ້ຈໍານວນຄົນພິການໄດ້ ຢ່າງຄັກແນ່ວ່າມີເທົ່າໃດກັນແທ້. ແຕ່ຕາມທີ່ໜ່ວຍງານທີ່ກ່ຽວຂ້ອງເກັບກໍາ ໄດ້ໃນປີ 2015 ວ່າມີ 160,000 ຄົນ ຫລືປະມານ 2.8% ຂອງຈໍານວນປະຊາກອນລາວທັງໝົດ ໃນຂະນະທີ່ອົງການອະມັຍໂລກ ເວົ້າວ່າ ຢູ່ໃນປະເທດດ້ອຍພັທນາ ມີຄົນພິການຫລາຍກວ່າ 10%.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຄຸ້ມຄອງ ຄົນພິການຜູ້ດຽວກັນນີ້ເວົ້າວ່າ:

ອົງການອະນາມັຍໂລກ ຫລືວ່າ World Bank ເນາະ ເຂົາກໍຄາດວ່າ 10 ຫລື 15% ຕໍ່ພົລເມືອງທີ່ຢູ່ໃນປະເທດດ້ອຍພັທນາແລະກໍາລັງພັທນາ ຣັຖບານລາວເພິ່ນບອກວ່າ 2.8% ຄິວ່າທັກສະຂະເຈົ້າກໍດີຢູ່ນ່າ ເພາະວ່າກ່ອນເວລາຂະເຈົ້າສິໄປເກັບ ຂະເຈົ້າກໍມີການປັບປຸງ collection forms ເນາະ ແລ້ວຂະເຈົ້າກໍມີການຝຶກ ບັນຫາກໍຄືສິຄືຄົນລົງໄປເກັບ ມັນສິເກັບສໍ່າໃດຫັ້ນນ່າ ເຮົາກໍບໍ່ຮູ້ວ່າບຸກຄະລາກອນນີ້ ຕ້ອງເອົາໃຈໃສ່ໃນຈຸດໃດຕື່ມເນາະຫັ້ນນ່າ.

ເມື່ອວັນທີ 20 ເມສາທີ່ຜ່ານມາ ອົງການເພື່ອການພັທນາ ລະຫວ່າງປະເທດຂອງ ສະຫະຣັຖອາເມຣິກາ ຫລື USAID ໄດ້ຊ່ອຍຝຶກອົບຮົມຍົກລະດັບວິຊາການ ດ້ານການແພດຟື້ນຟູໜ້າທີ່ການ ໃຫ້ແກ່ທ່ານໝໍ, ພະຍາບານ ແລະແພດກາຍະພາບ ຈາກທົ່ວປະເທດຈໍານວນ 150 ຄົນ ເພື່ອໄປປິ່ນປົວ ຟື້ນຟູຄົນພິການຂັ້ນຕົ້ນຢູ່ໂຮງໝໍເມືອງ.

ດັ່ງເຈົ້າໜ້າທີ່ ທີ່ເຂົ້າຮ່ວມຝຶກອົບຮົມ ນໍາສູນການແພດຟື້ນຟູໜ້າທີ່ການ ທ່ານນຶ່ງເວົ້າວ່າ:

ຈະເປັນພວກ CP ບໍ່ ພວກອໍຕິສຕິກ ຖືກຣະເບີດຖືກອຸບັດຕິເຫດ ເຮົາກໍໄດ້ສນັບສນູນອົງຂາທຽມ ໃຫ້ພວກຂະເຈົ້າຟຣີຫັ້ນນ່າ ບໍ່ວ່າຈະເປັນການກິນຢູ່ພັກເຊົາບໍ່ ຄ່າເດີນທາງຫລືວ່າອຸປກອນໂຕນີ້ ເຮົາກໍປິ່ນປົວຟື້ນຟູກາຍະພາບບໍາບັດເດ໋ ໂຕນີ້ເຮົາຈະໄດ້ເກັບຄ່າບໍຣິການ ເພື່ອເອົາມາທົດແທນ 30,000 ກີບ ຄືຈະປະມານບໍ່ຮອດ 100 ບາດຕໍ່ຄົນຕໍ່ຄັ້ງທີ່ມາໃຊ້ບໍຣິການ.

ທ່ານກ່າວຕື່ມວ່າ ປັດຈຸບັນ ສູນການແພດຟື້ນຟູໜ້າທີ່ການ ມີສໍານັກງານໃຫຍ່ຢູ່ນະຄອນຫລວງວຽງຈັນ ແລະມີສາຂາຢູ່ 4 ແຂວງ ຄືຢູ່ພາກເໜືອ 2 ແຂວງ: ແຂວງຊຽງຂວາງ ແລະຫລວງພຣະບາງ ແລະຢູ່ທາງພາກໃຕ້ 2 ແຂວງ ຄືແຂວງສວັນນະເຂດ ແລະຈໍາປາສັກ. ແລະຈະໃຫ້ແຂວງໃກ້ຄຽງໃຊ້ຮ່ວມນໍາ ຍ້ອນວ່າບໍ່ສາມາດຈັດຕັ້ງຂຶ້ນໄດ້ຢູ່ທຸກແຂວງ ເພາະຂາດເຂີນງົບປະມານ, ບຸກຂະລາກອນ ແລະອຸປະກອນຮັບໃຊ້.

ກ່ຽວກັບເຣື່ອງທີ່ວ່ານີ້ ອົງການ USAID ຂອງສະຫະຣັຖອາເມຣິກາ ໄດ້ຊ່ອຍເຫລືອທາງດ້ານການເງິນປະມານ 255,000,000 ກີບ ໃນການສ້າງຕັ້ງສູນ ແລະຕິດຕັ້ງອຸປະກອນຝຶກອົບຮົມ ຢູ່ຫ້ອງຝຶກອົບຮົມຍົກລະດັບ ວິຊາການດ້ານການແພດຟື້ນຟູໜ້າທີ່ການ. ພ້ອມກັນນັ້ນກໍໃຫ້ການຊ່ວຍເຫລືອ 342,000,000

ກີບ ເພື່ອຕິດຕັ້ງເຄື່ອງເກາະຫ້ອຍ ແລະລະບົບລາງເລື່ອນຝຶກແອບບຍ່າງ ເພື່ອໃຫ້ຄົນພິການໄດ້ຮັບການຟື້ນຟູ, ມີໂອກາດໄດ້ຮັບການສຶກສາ ແລະໄດ້ເຮັດວຽກ.

ເພື່ອຂໍຮູ້ລາຍລະອຽດກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາອົງການ USAID ທີ່ນະຄອນຫລວງວຽງຈັນ ແລະໂຄງການເວິລເອດດອນເນເຊິນ ທີ່ຮັບຜິດຊອບໂຄງການດັ່ງກ່າວ ແຕ່ຍັງບໍ່ສາມາດຕິດຕໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.