ຄົນພິການຍັງດ້ອຍຍັງຂາດ ຄວາມສົນໃຈ
2020.06.22
ມາເຖິງປັດຈຸບັນ ຄົນພິການລາວ ກໍຍັງຖືກກີດກັ້ນ ໃນເຣຶ່ອງການເຂົ້າເຮັດວຽກ, ການສຶກສາ ແລະ ບໍ່ໄດ້ຮັບເງິນອຸດໜູນຢູ່ ເຊັ່ນນັກຮຽນ ທີ່ຮຽນຈົບຢູ່ສູນຝຶກສີມື ຄົນພິການສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຜູູ້ນຶ່ງທີ່ມືກຸດເບື້ອງຊ້າຍ ໄປສມັກເຮັດວຽກບັນຊີຢູ່ ຫ້ອງວ່າການແຂວງສາລະວັນ ແຕ່ ຖືກເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ຮັບເຂົ້າເຮັດວຽກ ໂດຍໃຫ້ເຫດຜົລວ່າ ມີມືເບື້ອງດຽວ ນັບ ເງິນບໍ່ໄດ້.
ແລະຢູ່ຫລາຍບ່ອນ ເວລາປະກາດຮັບສມັກພະນັກງານ ມັກຣະບຸເງື່ອນໄຂຜູ້ສມັກ ຄືຮັບເອົາແຕ່ຜູ້ມີຮ່າງກາຍສົມບູນແຂງແຮງ ຄືປິດໂອກາດ ບໍ່ໃຫ້ຄົນພິການ ສະແດງຄວາມສາມາດຂອງຕົນ, ເຮັດໃຫ້ຄົນພິການຫຼາຍຄົນ ບໍ່ໄດ້ເຮັດວຽກ, ອີງຕາມຄໍາເວົ້າຂອງນັກຮຽນ ຢູ່ສູນຝຶກສີມື ຄົນພິການສີເກີດ ເມືອງນາຊາຍທອງ ຜູ້ນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ມິຖຸນານີ້:
“ໄປສມັກນີ໋ ເຂົາຍັງກີດກັນ ບໍ່ຈັດເຂົ້າເປັນບຸຣິມະສິດ ຫັ້ນນ່າ ໂຕຢ່າງວ່າ ໄປສມັກວຽກການເງິນນີ໋ ໂອ໋ ນັບເງິນບໍ່ໄດ້ດອກ ເວົ້າຈັ່ງຊີ້ໄປເລີຍ ແລ້ວເຂົາກໍບໍ່ເປີດໂອກາດໃຫ້ນ່າ. ທາງສາລະວັນ ເວລາ ປະກາດຮັບສມັກ ບໍ່ໃຫ້ເອີ້ນວ່າເງື່ອນໄຂຫັ້ນນ່າ ບໍ່ຢາກໃຫ້ມັນກີດກັນ ຄົນພິການນີ໋ ເພາະສະນັ້ນ ບໍ່ຄວນເວົ້າວ່າ ຮ່າງກາຍອຸດົມສົມບູນ ຈຸນັ້ນຈຸນີ້ນ່າ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງແຂວງສາລະວັນ ເວົ້າວ່າຍັງບໍ່ທັນໄດ້ຍິນ, ຍັງບໍ່ທັນເຫັນຄົນພິການຜູ້ໃດ ມາສມັກເຂົ້າເຮັດວຽກ ໃນຫ້ອງການແຂວງນີ້ເທື່ອ, ຢາກໃຫ້ມາສມັກຢູ່:
“ພວກເຮົາກໍຢາກໃຫ້ມາສມັກ ສເນີຢູ່ທາງຜແນກເຮົາ ເພື່ອສິເຂົ້າມາຝຶກອົບຮົມນີ້ລະ ປ່ວຍການຂອງເຂົາ ລັກສນະໃດນີ້ນ່າ ຄັນມີຂໍ້ມູນ ຫາງສຽງ ຢາກໃຫ້ທາງນັ້ນສເນີມາ ເພື່ອປຶກສາຫາຣືກັນ.”
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ສະມາຄົມຄົນພິການລາວ ກໍເວົ້າວ່າ ໃນຕໍ່ໜ້າຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂເຣຶ່ອງສິດໄດ້ຮັບການສຶກສາ ຮໍ່າຮຽນ ຂອງຄົນພິການ ເນື່ອງຈາກວ່າ ປັດຈຸບັນ ຄົນພິການທົ່ວ ປະເທດ 60-70 ພັນຄົນ. ຂນະນີ້ ໃນທົ່ວປະເທດ ມີຄົນພິການລາວພຽງ 30 ຄົນ ເທົ່ານັ້ນ ທີ່ໄດ້ຮຽນຊັ້ນປະຣິນຍາຕຣີ ດັ່ງທີ່ທ່ານກ່າວວ່າ:
“ເຣື່ອງຮຽນ ເຮົາກໍຮຽນມະຫາວິທຍາລັຍໄດ້ ແຕ່ວ່າຫຍູ້ງຍາກ ບໍ່ພຽງພໍບໍ່ຄົບຖ້ວນ ບໍ່ມີໂອກາດ ສັງຄົມບໍ່ຄ່ອຍໃຫ້ໂອກາດ ການສຶກສາຣະດັບ ມະຫາວິທະຍາລັຍ ກໍມີແຕ່ 30 ຄົນເນາະ ທົ່ວປະເທດ ສະຖິຕິລວມກໍ 60-70 ພັນນັ້ນແຫລະ.”
ກ່ຽວກັບເຣຶ່ອງນີ້ ອາຈານຄະນະວິສວະກັມສາດ ມະຫາວິທຍາລັຍແຫ່ງຊາດລາວ ທ່ານນຶ່ງເວົ້າວ່າ ຄະນະວິສວະກັມສາດ ບໍ່ສາມາດຮັບນັກ ສຶກສາພິການເຂົ້າຮຽນໃນຫລັກສູດນີ້ໄດ້ ຍ້ອນວ່າບໍ່ມີເຄື່ອງ ອ່ານໂຕອັກສອນອອກສຽງ ຫລືໜັງສືອັກສອນເບຣລລ໌ ໃຫ້ເຂົາເຈົ້າຮຽນ ແລະ ວ່າເຄີຍໄດ້ຮັບເອົາຄົນພິການຕາ ຜູ້ນຶ່ງ ມາຮຽນແລ້ວ, ແຕ່ເຂົາຕ້ອງໄດ້ໂຈະ ການຮຽນໄປ ຍ້ອນຮຽນບໍ່ໄດ້:
“ໂອ໋ ພິການຕາ ພວກເຮົາມັນຮັບບໍ່ໄດ້ ເພາະວ່າຢູ່ໃນນີ້ ມັນມີຜູ້ນຶ່ງທີ່ວ່າ ລາວພິການຕາເນາະ ສົມມຸດ ລາວຮຽນວິຊາພື້ນຖານ ຂຽນໃສ່ເຈັ້ຽ ຂຽນໃສ່ກະດາດ ສອບເສັງ ເສັງເລກ ແທກວັດຖຸບໍ່ ລາວບໍ່ເຫັນ ລາວກໍສິອ່ານບໍ່ໄດ້ ທັມດາຄົນພິການ ມັນຕ້ອງມີເຄື່ອງອ່ານ ໂຕອັກສອນ ສະເພາະພິເສດ ຫັ້ນນະ ແຕ່ພວກເຮົາ ມັນບໍ່ມີກ່ຽວກັບເຣື່ອງນີ້.”
ແຕ່ເຖິງຢ່າງໃດກໍຕາມ ເມື່ອເວົ້າເຖິງເງິນອຸດໜູນ ໝໍນວດພິການຕາ ທ່ານນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າວ່າ ຢາກໃຫ້ພາກສ່ວນທີ່ ກ່ຽວຂ້ອງ ສົ່ງເສີມເງິນອຸດໜູນຄົນພິການທຸກປະເພດ ໃນແຕ່ລະ ເດືອນ ເປັນຕົ້ນຄົນພິການຕາ ເພື່ອໃຫ້ພວກເຂົາເຈົ້າ ພໍມີເງິນໃຊ້ຈ່າຍ ຍ້ອນວ່າ ຈະໄປໃສມາໃສ ກໍບໍ່ສະດວກ, ຕ້ອງໄດ້ເໝົາຣົດຕຸກໆ ທີ່ຕ້ອງໄດ້ໃຊ້ຈ່າຍຫລາຍ ຂນະທີ່ຣາຍໄດ້ ຈາກການຮັບຈ້າງນວດ ກໍໄດ້ ມື້ນຶ່ງພຽງ 30-40 ພັນກີບ ເທົ່ານັ້ນ:
“ບໍ່ຄ່ອຍມີເດ໊ ພິການຕາທີ່ວ່າ ສິມີຄົນສິໄດ້ເງິນອຸດໜູນ ມີແຕ່ອາສັຍເຮື່ອແຮງ ທີ່ວ່າເຮົາເຮັດໄດ້. ຄັນວ່າໄດ້ຕາມເງິນອຸດໜູນ ກໍອາສັຍເງິນ ໂຕນີ໋ເພື່ອເດີນທາງ ໄປມາເນາະ ໃຊ້ຈ່າຍນີ໊ມັນໃຊ້ຫລາຍ ເຂົາໄປນີ໋ 4-5 ພັນ ເຮົາໂທໃຫ້ເຂົາເຈົ້າມາຮັບ ເຂົາກໍເອົາຮອດ 30-40 ພັນ ພຸ້ນເດ໋ ແນວເຮົາບໍ່ເຫັນຮຸ່ງເດ໊ ບໍ່ຮູ້ວ່າມື້ນີ້ ຣົດເຂົາຈະໄປຈອດ ຢູ່ບ່ອນໃດເຮົາບໍ່ຮູ້ເນາະ.”
ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ກະຊວງແຮງງານ ແລະ ສວັດດິການສັງຄົມ ທ່ານນຶ່ງເວົ້າວ່າ ມີແຕ່ເງິນອຸດໜູນໃຫ້ຄົນພິການ ທີ່ມີລັກສນະ ອະນາຖາ, ປ່ຽວພອຍ, ບໍ່ມີຄົນດູແລ ແລະທຸກຍາກ ຊຶ່ງມີການ ຢັ້ງຢືນຂອງອໍານາດ ການປົກຄອງບ້ານເທົ່ານັ້ນ, ສ່ວນຄົນພິການທົ່ວໄປ ຕາມກົດໝາຍຈະບໍ່ໄດ້ຮັບເງິນອຸດໜູນ.
“ເງິນອຸດໜູນຄົນພິການບໍ໊ ໃນປັດຈຸບັນນີ້ ຖ້າອີງຕາມກົດໝາຍນີ໊ນະ ເພິ່ນໄດ້ຣະບຸເນາະ ແຕ່ວ່າໃນປັດຈຸບັນນີ້ ດຽວນີ້ເຮົາຍັງບໍ່ທັນມີການ ຈັດຕັ້ງປະຕິບັດ ເທື່ອ, ບໍ່ມີເທື່ອ ແຕ່ວ່າຈະມີເງິນອຸດໜູນ ຄົນພິການທີ່ດ້ອຍໂອກາດ ໃນກົມສັງຄົມສົງເຄາະນະ. ມັນຈະມີຄົນພິການທີ່ ຕິດພວງຢູ່ຫັ້ນ ແຕ່ວ່າຕ້ອງແມ່ນ ພິການ ທີ່ອະນາຖາ ແລະ ບໍ່ມີຜູ້ດູແລ ປ່ຽວພອຍຈັ່ງຊີ້ນະ.”
ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ສະມາຄົມຄົນພິການລາວ ທ່ານດຽວກັນນີ້ແລ້ວແມ່ນວ່າ:
“ຄົນ ພິການລາວ ສ່ວນຫລາຍພິການມາແຕ່ກໍາເນີດ, ເກີດອຸບັດຕິເຫດ ແລະເປັນໂປລິໂອ, ຕີນກຸດ, ຂາຂາດ, ແຂນຂາລີບ ຊຶ່ງໂດຍທົ່ວໄປ ແລ້ວຍັງບໍ່ຖືກຮັບເຂົ້າຮຽນໜັງສື, ເຂົ້າເຮັດວຽກ ຍ້ອນບໍ່ມີເຄື່ອງອໍານວຍ ຄວາມສະດວກໃຫ້ພວກເຂົາເຈົ້າ ຮວມທັງທາງຍ່າງນໍາດ້ວຍ.”
ເຖິງແມ່ນກົດໝາຍວ່າດ້ວຍຄົນພິການ ປີ 2019 ມາດຕຣາ 19 ກໍານົດເອົາໄວ້ຮວມທັງວ່າ ຄົນພິການລ້ວນແຕ່ມີຄວາມສເມີພາບກັບຄົນອື່ນໆ ທາງດ້ານເສຖກິດ, ວັທນະທັມ, ສັງຄົມ ແລະມາດຕຣາ 25 ກໍກໍານົດຮວມທັງວ່າ ຄົນພິການ ມີສິດພື້ນຖານ ໄດ້ຮັບການດູແລ, ໄດ້ຮັບການ ສຶກສາຝຶກວິຊາຊີບ, ມີວຽກເຮັດງານທໍາ ແລະ ສິດອື່ນໆນໍາດ້ວຍກໍຕາມ.