ການກວດພົບຜູ້ຕິດເຊື້ອ ພຍາດໂຄວິດ-19 ໃນລາວ ພາຍຫລັງ ທີ່ທາງ ການລາວ ໄດ້ປະກາດມາຕການຜ່ອນຜັນ ເປັນເວລາ 03 ເດືອນປາຍ. ແຕ່ເຖິງແນວໃດ ທ່ານພູທອນ ເມືອງປາກ ຮອງຣັຖມົນຕຼີກະຊວງສາທາຣະນະສຸຂ ໄດ້ຖແລງວ່າ ບໍ່ແມ່ນເປັນການຣະບາດ ຄື້ນຮອບສອງ ບໍ່ໃຫ້ປະຊາຊົນ ໃນຂອບເຂດທົ່ວປະເທດ ແຕກຕື່ນຫລາຍ ຈົນເກີນໄປ. ດັ່ງ ທ່ານ ໄດ້ກ່າວໃນຖແລງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 23 ກໍຣະກະດາ 2020 ວ່າ.
"ຕໍ່ສະພາບການຄືແນວນີ້ ຂໍຖືໂອກາດນີ້ຮຽກຮ້ອງໃຫ້ ພໍ່ແມ່ປະຊາຊົນບັນດາເຜົ່າ ບໍ່ໃຫ້ແຕກຕື່ນ ເກີນໄປ ເປັນຫຍັງຈັ່ງວ່າບໍ່ໃຫ້ ແຕກຕື່ນ ຍ້ອນວ່າ ເຫດການນີ້ບໍ່ແມ່ນຄື້ນທີສອງ ບໍ່ໃຫ້ຕີ ຣາຄາ ບໍ່ໃຫ້ປະເມີນວ່າຄື້ນທີສອງເກີດຂຶ້ນ ເປັນຫຍັງຈື່ງວ່າບໍ່ແມ່ນຄື້ນທີສອງ ຍ້ອນວ່າມັນ ບໍ່ມີການ ແຜ່ເຊື້ອເປັນຈຸ້ມອອກໄປຫາຜູ້ອື່ນ ແລະ ບໍ່ໄດ້ຕິດຕໍ່ໃສ່ຜູ້ສັມພັດໃກ້ຊິດ ຂອງລາວຫັ້ນ.
ມາຮອດປັຈຈຸບັນນີ້ ຖືວ່າ ພວກເຮົາໄດ້ຕິດຕາມ ຢ່າງໃກ້ຊິດ ບໍ່ມີການແຜ່ຂຍາຍເປັນວົງກວ້າງ ອັນນີ້ອັນສຳຄັນ ບໍ່ແມ່ນຄື້ນທີສອງແມ່ນຜູ້ຕິດ ເຊື້ອ ຜູ້ດຽວທີ່ເຂົ້າມາ ແລະເຮົາຈຳກັດຢູ່ໃນ ຂອບເຂດສູນຈຳກັດ ບໍຣິເວັນນັ້ນກວດພົບແລ້ວ ພວກເຮົາຍັງເອົາໄປແຍກປ່ຽວ ປີ່ນປົວຢູ່ໂຮງຫມໍ ຄັນຊັ້ນບໍ່ແມ່ນຄື້ນທີສອງ ບໍ່ໃຫ້ເຂົ້າແນວນັ້ນ ຖ້າວ່າມີຊື່ອອນລາຍ ເວົ້າເຖິງບັນຫານີ້ ກໍຂໍໃຫ້ຊ່ອຍກັນແກ້ ຂ່າວວ່າບໍ່ແມ່ນຄື້ນທີສອງ."
ທ່ານໄດ້ກ່າວຕື່ມວ່າ ແມ່ນຕິດເຊື້ອແຕ່ຜູ້ດຽວ ແລະຈຳກັດບໍຣິເວັນແຍກໂຕປີ່ນປົວແລ້ວ ອັນນີ້ບໍ່ໃຫ້ພໍ່ແມ່ ປະຊາຊົນ ເຮົາແຕກຕື່ນທັງຢູ່ ນະຄອນຫລວງວຽງຈັນ ໃນຂອບເຂດທົ່ວປະເທດ.
ເຫດຜົລອັນທີສອງບໍ່ໃຫ້ແຕກຕື່ນ ນີ້ຜູ້ຕິດເຊື້ອມີຜູ້ດຽວ ແລະຍັງຈຳກັດຢູ່ສູນ ຢູ່ຫ້ອງຜູ້ດຽວ ສູນກໍຄືໂຮງແຮມ ທີ່ຄະນະເຮົາໄດ້ກຳນົດລາວ ຢູ່ຫ້ອງຄົນດຽວບໍ່ໄດ້ ໄປປົນກັບຜູ້ອື່ນ, ສົມມຸດວ່າ ບາງສູນທີ່ພວກເຮົາສນອງໃຫ້ຫັ້ນ ມັນແອອັດຢູ່ຮ່ວມກັນຫຼາຍຄົນ ແຕ່ລາວບໍ່ໄດ້ອອກ ໄປຈາກຫ້ອງ ແລະກໍບໍ່ມີຜູ້ໃດ ເຂົ້າຫ້ອງລາວຈື່ງ ບໍ່ມີຄວາມສ່ຽງ ຈະແຜ່ເຊື້ອອອກໄປຫາຄົນອື່ນ ອັນນີ້ເປັນຂໍ້ມູນອັນນຶ່ງ ທີ່ບໍ່ໃຫ້ແຕກຕື່ນ.
ອັນທີສາມລະແມ່ນຜູ້ກ່ຽວ ເປັນຄົນຫນຸ່ມອາຍຸ 33 ປີ ສຸຂພາບແຂງແຮງ ບໍ່ມີອາການສະແດງອອກຊິແມ່ນເປັນໄຂ້ເປັນໄອ ຂີ້ມູກຍ້ອຍ ຈາມ ຫວັດ ຈັ່ງຊີ້ບໍ່ມີອາການ ຈັ່ງຊັ້ນອາການ ທາງ ຣະບົບຫັນໃຈ ບໍ່ມີສະແດງອອກ ຄືແນວນີ້ ການແຜ່ເຊື້ອຄວາມສ່ຽງ ທີ່ຈະກະຈາຍເຊື້ອແຜ່ ເຊື້ອມີຕໍ່າ ຈະບໍ່ສາມາດໄປຕິດໃສ່ຜູ້ອື່ນຫັ້ນໄດ້ໄວ ເຮົາຄວບຄຸມໄດ້ໄວ ແລະ ຈຳກັດບໍຣິເວັນ ໄດ້ໄວອັນນີ້ ເປັນເຫດຜົລ ທີ່ວ່າບໍ່ໃຫ້ພໍ່ແມ່ ປະຊາຊົນແຕກຕື່ນ.
ໄລຍະນີ້ຍັງແມ່ນໄລຍະ ປະຕິບັດຕາມແຈ້ງການ ຂອງຫ້ອງວ່າການ ສຳນັກງານນາຍົກ ຣັຖມົນຕຼີ ເລກທີ 697 ໂຍະຍານຫຼາຍອັນ ແຕ່ກໍມີຂໍ້ ຫ້າມຂໍ້ຈຳກັດ ເຮົາເປີດກວ້າງຫລາຍເທົ່າໃດ ເຮົາກໍຮັບຄວາມສ່ຽງ ເຂົ້າມາຫລາຍເທົ່ານັ້ນ ບໍ່ເປີດກວ້າງກະບໍ່ໄດ້ ເພາະວ່າຢາກເຮັດໃຫ້ການ ດຳລົງຊີວິດ ຂອງພໍ່ແມ່ປະຊາຊົນກັບຄືນ ເຂົ້າສະພາບປົກກະຕິ ຢາກເຮັດໃຫ້ການ ຂັບເຄື່ອນເສຖກິຈ ຂອງພວກເຮົາຟື້ນຟູຄືນໄວ ບໍ່ໃຫ້ມີ ຜົລກະທົບ ຫລືວ່າກະທົບຫນ້ອຍທີ່ສຸດ ໂອກາດນັ້ນດ້ານນຶ່ງ ກໍ່ເປັນ ການຮັບເອົາຄວາມສ່ຽງ ເພື່ອຈຳກັດກັບຄວາມສ່ຽງນີ້ ພວກເຮົາ ກໍມີ ມາຕການເຄັ່ງຂັດຕາມຊາຍແດນ ຈຸດຜ່ານແດນຈຸດເຂົ້າຂອງຄົນ ຕ່າງປະເທດ.
ໃນຂນະທີ່ ທ່ານ ດຣ ພອນປະດິດ ສັງໄຊຍະລາດ ຫົວຫນ້າສູນວິເຄາະ ແລະຣະບາດວິທຍາໄດ້ຣາຍງານ ໃນພີທີຖແລງຂ່າວເຖິງຄວາມເປັນ ມາແລະປວັດຂອງຜູ້ຕິດເຊື້ອ.
"ສະນັ້ນມາ ຮອດປັຈຈຸບັນພວກເຮົາໄດ້ກວດໂຕເລກ 24,479 ໂຕຢ່າງ ສະເພາະວັນທີ 23 ກໍຣະກະດາ ພວກເຮົາໄດ້ເກັບໂຕຢ່າງ ມາກວດ ທັງໝົດ 425 ໃນນັ້ນມີແຮງງານລາວ ມາແຕ່ ໄທຍ 143, ແຮງງານຈີນ 225 ໂຕຢ່າງ ແລະ ກຸ່ມຄົນອື່ນໆ ທີ່ເດີນທາງເຂົ້າມາ 57 ໂຕຢ່າງ ໃນນັ້ນ ພວກເຮົາພົບຜູ້ຕິດເຊື້ອ 01 ກໍຣະນີ."
ທ່ານໄດ້ກ່າວຕື່ມວ່າ ຜູ້ຕິດເຊື້ອເປັນເພດຊາຍ ສັນຊາດເກົາຫລີໃຕ້ ອາຊີບວິຊາການ ໄຟຟ້າບ່ອນເຮັດວຽກ ແມ່ນຢູ່ເຂື່ອນນໍ້າງຽບ ເຊີ່ງເປັນຜູ້ ຊ່ຽວຊານປະຈຳເຂື່ອນ.
ວັນທີ 18 ກໍຣະກະດາ ເດີນທາງອອກມາຈາກໂອຊາກາ ໄປໂຕກຽວ ໄປຕໍ່ເກົາຫລີໃຕ້ ສນາມບິນອິນຊອນ ແລະ ເດີນທາງມາເຖີງສນາມບິນ ສາກົລວັດໄຕ ດ້ວຍຖ້ຽວບິນ QV922A ບ່ອນຫນັ່ງ 105E ໃນຖ້ຽວບິນນີ້ມີຜູ້ຮ່ວມເດີນທາງ 109 ຄົນ.
ຈາກນັ້ນອອກສນາມບິນ ມາໂຮງແຮມດ້ວຍຣົດຕູ້ ໃນນັ້ນມີ 04 ຄົນ ແລະມາຈຳກັດບໍຣິເວນ ຈາກນັ້ນຄະນະຕອບໂຕ້ໄວ ກໍມາກວດພົບວ່າຜູ້ ກ່ຽວຕິດເຊື້ອ ພຍາດໂຄວິດ-19 ແລະ ແຍກປ່ຽວຜູ້ກ່ຽວ ພ້ອມນຳສົ່ງ ໄປປີ່ນປົວຢູ່ໂຮງຫມໍມິຕພາບ.
ຕໍ່ກໍຣະນີດັ່ງກ່າວ ຊາວນະຄອນຫຼວງວຽງຈັນ ຜູ້ນຶ່ງໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 24 ກໍຣະກະດາ ວ່າບໍ່ເປັນກັງວົນແຕ່ຢ່າງໃດ ເນື່ອງຈາກ ຫມັ້ນໃຈໃນຣະບົບປ້ອງກັນຄວບຄຸມ ຂອງ ທາງການ.
"ໂອ້ ເຂົາດູແລເກັ່ງພວກນີ້ຫະ ຜູ້ເຂົາກັກບໍ່ມີບັນຫາດອກ ເຂົາບໍ່ໄດ້ຫັ້ນມາ ນີ້ເຮົາບໍ່ໄດ້ໄປທາງໃດມັນ ກະບໍ່ເປັນຫຍັງໄດ້ລະ ເຮົາກະຢູ່ແຕ່ ເຮືອນຫັ້ນນ່າ ເຂົາກະໃສ່ຫນ້າ ກາກຕລອດ ເຂົາບໍ່ໄດ້ປະໃດ."
ອີງຕາມ ທ່ານ ຣັຕຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວບຄຸມພຍາດຕິດຕໍ່ ໄດ້ຣາຍງານວ່າ ມາຮອດວັນທີ 23 ກໍຣະກະດາ 2020 ວ່າມີຄົນ ເດີນທາງເຂົ້າມາ 1994 ຄົນ. ໃນນັ້ນຜ່ານຈຸດ ຜ່ານແດນ ລາວ-ໄທຍ 1,327 ຄົນ, ໂດຍແຮງງານລາວ ກັບມາແຕ່ໄທຍ 154 ຄົນ, ຜ່ານດ່ານບໍ່ເຕັນ ມີແຮງງານຈີນ 40 ຄົນ ແຮງງານລາວ 02 ຄົນ ເຫລືອນັ້ນ ແມ່ນຄົນຂັບຣົດ ຂົນສົ່ງ ສິນຄ້າ.
ສ່ວນຜ່ານຈຸດຜ່ານແດນ ລາວ-ວຽດນາມ 601 ຄົນ ໃນນີ້ ນັກສຶກສາລາວ ກັບບ້ານ 28 ຄົນ ເຊິ່ງຜ່ານດ່ານນໍ້າພາວ ແຂວງບໍລິຄຳໄຊ ແລະ ດ່ານນໍ້າກັ່ນ.
ສ່ວນຊາຍແດນກັມພູຊາ ບໍ່ມີຄົນເດີນທາງເຂົ້າອອກ. ສ່ວນສນາມບິນສາກົລວັດໄຕ ບໍ່ມີ ຖ້ຽວບິນເຂົ້າລາວ.
ປັຈຈຸບັນສູນຈຳກັດບໍຣິເວັນ ມີທັງໝົດ 55 ສູນ ເຊິ່ງມີຜູ້ຈຳກັດ ບໍຣິເວັນ ຢູ່ໃນສູນ 2,255 ຄົນ ແລະ ທັງໝົດໄດ້ເກັບໂຕຢ່າງ ມາກວດ ແລະ ວິເຄາະພົບວ່າ ບໍ່ມີຜູ້ຕິດເຊື້ອ.