ກຸ່ມຄົນເພດສາມສ່ຽງຕໍ່ ຕິດເຊື້ອ ເອດສ

ມະນີຈັນ
2020.10.02
F-Aids ໂຮງໝໍ ທີ່ຮັບປີ່ນປົວ ຄົນປ່ວຍເປັນໂຣຄເຮັສໄອວີແລະເອດສ ຢູ່ ນະຄອນຫລວງວຽງຈັນ
ນັກຂ່າວພົລເມືອງ

ຢູ່ປະເທດລາວປັດຈຸບັນ ກຸ່ມຄົນເພດທີສາມ ຫລື ກະເທີຍ ຍັງມີຄວາມສ່ຽງຕໍ່ການຕິດເຊື້ອ HIV/AIDS ສູງກວ່າແມ່ຍິງບໍຣິການທາງເພດ ຢູ່ຕາມຮ້ານຕ່າງໆ ຍ້ອນມີຄວາມຕ້ອງການ ທາງເພດສູງ ແຕ່ບໍ່ຄ່ອຍປ້ອງກັນ ໂຕເອງ ເທົ່າທີ່ຄວນ ເປັນຕົ້ນບໍ່ໃຊ້ຖົງຢາງອະນາມັຍ ຕ່າງກັນກັບສາວ ບໍຣິການທາງເພດ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຕ້ານເອດສ ນະຄອນຫລວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ຕໍ່ RFA ໃນມື້ວັນທີ 2 ຕຸລາ ນີ້:

“ປັດຈຸບັນນີ້ກະແມ່ນ M ກຸ່ມຜູ້ຊາຍສ່ຽງກວ່າ. ແຕ່ກຸ່ມອື່ນມັນກະສ່ຽງ ຫາກແຕ່ວ່າອີງຕາມການສໍາຣວດ ຂອງເຂົາເຈົ້າເນາະ. ເວົ້າເຣື່ອງ ຈິດໃຈ ຄວາມກ້າເນາະ ເພາະເພດເຂົາເປັນຊາຍເນາະ ເຂົາສາມາດທີ່ຈະເປີດ ເຜີຍ ຫລາຍກວ່າຜູ້ຍິງເນາະ ໃນເຣື່ອງການມີເພດສັມພັນ ວ່າຊັ້ນສະ. ຍົກໂຕຢ່າງພວກເກ ພວກກະເທີຍນີ໋ ບາງຄົນມີງານໄປພໍ້ກັນ ເຂົາກໍສາມາດເຮັດ ໃນພື້ນທີ່ໃດພື້ນທີ່ນຶ່ງໄດ້.”

ທ່ານກ່າວຕື່ມວ່າ ໃນປີ 2019 ຈາກການສໍາຣວດພົບວ່າ ທົ່ວປະເທດ ມີຜູ້ຕິດເຊື້ອ HIV ທັງໝົດປະມານ 1,400 ຄົນ ທັງແມ່ຍິງມາ ຝາກທ້ອງ, ແມ່ຍິງເຮັດວຽກຕາມ ສະຖານທີ່ບັນເທີງ, ຄົນເພດທີສາມ ແລະ ກໍາມະກອນທົ່ວໄປ. ທຽບໃສ່ປີ 2018 ຈໍານວນຜູ້ຕິດເຊື້ອ ເທົ່າກັນ. ໃນນັ້ນ ນະຄອນຫລວງວຽງຈັນ ມີຜູ້ຕິດເຊື້ອ ນີ້ຫລາຍກວ່າໝູ່, ແຕ່ສໍາລັບປີນີ້ ຍັງບໍ່ທັນມີການສໍາຣວດ, ດັ່ງທີ່ທ່ານກ່າວວ່າ:

“ປີທີແລ້ວ ຕາມໂຕເລກຂອງທາງການ ເພິ່ນແຈ້ງນີ໋ແມ່ນ 1400 ປີ 2019, 2018 ໂຕເລກເທົ່າກັນ ຮວມທົ່ວປະເທດທີ່ຕິດເຊື້ອໄດ້ເຂົ້າ ມາຮັບຢາແລ້ວ ແບບລົງທະບຽນ ວ່າຊັ້ນສະ.”

ຢູ່ແຂວງຈໍາປາສັກ ເຈົ້າໜ້າທີ່ຕ້ານເອດ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າໃນປີ 2019 ມີຜູ້ຕິດເຊື້ອ HIV/AIDS ປະມານ 90 ຄົນ ຊຶ່ງສ່ວນໃຫຍ່ ເປັນເກ ກະເທີຍ ຍ້ອນມີ ຄວາມຕ້ອງການທາງເພດສູງ. ແຕ່ສໍາລັບປີນີ້ຍັງບໍ່ທັນ ມີການ ສໍາຣວດເທື່ອ ແຕ່ກໍຄາດວ່າ ຄົນເພດທີສາມ ຈະຕິດເຊື້ອ HIV ຫລາຍກວ່າແມ່ຍິງ ທີ່ເຮັດວຽກຢູ່ຕາມສະຖານທີ່ ບັນເທີງ, ທ່ານກ່າວ

“ກະພໍມີຫລາຍຢູ່ດອກ 90 ປາຍ ຂໍ້ມູນສະຖິຕິປະມານນັ້ນລະ. ດຽວນີ້ກະຍັງວ່າແລ້ວກຸ່ມ M ແລ້ວມັນກະສູງກວ່າ ສາວກິນດື່ມຫັ້ນກຸ່ມ M ປົກກະຕິມັນກະມີຄວາມສ່ຽງ ຢູ່ແລ້ວ ເວລາກິຈກັມ ມັນກໍພິເສດກວ່າສາວ.”

ເວົ້າເຖິງເຣື່ອງການສໍາຣວດຫາຜູ້ຕິດເຊື້ອ HIV ເຈົ້າໜ້າທີ່ສູນຕ້ານເອດl ແລະ ພຍາດຕິດຕໍ່ທາງເພດສໍາພັນ ກະຊວງສາທາຣະນະສຸກ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ RFA ໃນມື້ວັນທີ 2 ຕຸລາ ນີ້ວ່າທາງສູນ ນີ້ກຽມການສໍາຣວດ ຜູ້ຕິດເຊື້ອ HIV/AIDS ໃນກຸ່ມສ່ຽງ ໂດຍສະເພາະສາວບໍຣິການ ຢູ່ຮ້ານກິນດື່ມ, ຮ້ານບັນເທີງ ແລະຮ້ານອາຫາo ໃນທົ່ວປະເທດ ຊຶ່ງເບື້ອງຕົ້ນ ຈະສໍາຣວດຢູ່ 6 ແຂວງ ຄືແຂວງ ບໍ່ແກ້ວ, ຫລວງນໍ້າທາ, ຫລວງພຣະບາງ, ນະຄອນຫລວງວຽງຈັນ, ສວັນນະເຂດ ແລະ ແຂວງຈໍາປາສັກ ເພາະເປັນແຂວງທີ່ ມີປະຊາຊົນ ແລະສະຖານທີ່ບັນເທີງຫລາຍ ໂດຍຈະເລີ້ມສໍາຣວດ ໂຄສະນາ ແລະຕັ້ງຈຸດ ບໍຣິການ ແຕ່ວັນທີ 12 ເຖິງ 25 ຕຸລານີ້, ດັ່ງທີ່ທ່ານກ່າວວ່າ:

“ພວກເຮົາຈະລົງພາກສນາມ ໃນການເກັບກໍາຂໍ້ມູນ ສາວບໍຣິການ. ກ່ອນຈະລົງໄປ ພວກເຮົາໄດ້ເຮັດ mapping ເຮັດແຜນທີ່ວ່າສາວ ບໍຣິການ ຢູ່ໄສໃນ 6 ແຂວງ ຈະເລີ່ມມື້ວັນຈັນ ທີ 12 ຫາ 25.  ເຖິງຮ້ານບັນ ເທິງປິດ ມັນກະມີຈໍານວນນຶ່ງ ບໍ່ປິດ ແຕ່ວ່າເຂົາເຈົ້າ ກະບໍ່ໄດ້ເສບ ບໍ່ໄດ້ຈັດງານອິຫຍັງຫັ້ນນະ.”

ທ່ານກ່າວຕື່ມວ່າເພື່ອເກັບກໍາຂໍ້ມູນ ນອກຈາກກຸ່ມສ່ຽງແລ້ວ ກໍຈະຕັ້ງຈຸດບໍຣະການກວດ ໃຫ້ຄົນກຸ່ມອື່ນໆທີ່ເຕັມໃຈມາກວດເລືອດນໍາດ້ວຍ.

ຊາວໜຸ່ມຮັກຮ່ວມເພດ ຜູ້ນຶ່ງ ທີ່ຂໍສງວນຊື່ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າສ່ວນໃຫຍ່ ກຸ່ມຄົນເພດທີສາມ ຈະສ່ຽງຕໍ່ການຕິດເຊື້ອ HIV/AIDS ສູງ, ບາງຄົນ ຍັງບໍ່ກ້າໄປກວດຫາເຊື້ອນີ້ ຍ້ອນເມື່ອກວດພົບແລ້ວ ຢ້ານຄົນລັງກຽດ:

“ມັນເປັນກຸ່ມຄົນ ຫຼືມັນເປັນຕາມບຸກຄົນ ຍັງມີແນວຄິດວ່າຍັງເຂີນຍັງອາຍ ຍັງບໍ່ກ້າຖ້າຫາດກວ່າກວດພົບແລ້ວ ບາງຄົນອາດຮັບສະພາບ ຫລືຮັບຕົວເອງບໍ່ໄດ້ ກໍເລີຍວ່າບໍ່ກ້າກວດ ກະບາງຄົນ ກະແບບວ່າ ເປັນ HIV ແຫລະ ຫລາຍໆຄົນອາດລັງກຽດ.”

ແລະຊາວໜຸ່ມຮັກຮ່ວມເພດ ອີກຄົນນຶ່ງ ທີ່ຂໍສງວນຊື່ ກໍກ່າວຕໍ່ RFA ໃນມື້ວັນທີ 2 ຕຸລານີ້ວ່າ ມີຊາວໜຸ່ມຮັກຮ່ວມເພດຈໍານວນນຶ່ງທີ່ ພຍາຍາມປົກປິດໂຕເອງ ບໍ່ເປີດເຜີຍໃຫ້ສັງຄົມຮູ້ວ່າ ໂຕເອງເປັນຄົນຮັກ ຮ່ວມເພດນັ້ນ ຈະບໍ່ໄປກວດເລືອດ ຍ້ອນຢ້ານວ່າຫາກກວດພົບ ເຊື້ອ HIV ແລ້ວ ຕົນຈະຮັບບໍ່ໄດ້:

”ກະສິແບບວ່າ ມັນຈະມີຫລາຍກຸ່ມເນາະ ກະເທີຍ ເກ ມັນກໍຈະຕ່າງກັນ ແຕ່ຄໍາວ່າ ເກ ກໍຈະມີຫລາຍກຸ່ມອີກ ມີກຸ່ມປິດລັບ ມີກຸ່ມເປີດເຜີຍ ກຸ່ມປິດລັບ ແນວນີ໋ນ່າ ເຂົາຫລີ້ນແຕ່ເຂົາ ບໍ່ອອກ ໃຫ້ເຮົາເຫັນ ຄ້າຍ ຄືຄູ່ຮ່ວມນອນ ຂອງເຂົາເຈົ້າຈັ່ງຊີ້ ແຕ່ວ່າເຂົາບໍ່ໄປກວດ ໝາຍເຖິງ ບໍ່ຍອມຮັບໂຕເອງ.”  

ອີງຕາມການຣາຍງານ ຂອງກະຊວງສາທາຣະນະສຸກ ວັນທີ 27 ສິງຫາທີ່ຜ່ານມາ, ທົ່ວປະເທດລາວ ແຕ່ປີ 1990 ຫາ 2020 ມີຜູ້ຕິດເຊື້ອ HIV 14,460 ຄົນ. ໃນນັ້ນເປັນເອດສ 5,912 ຄົນ ແລະເສັຍຊີວິດ ຍ້ອນ 4,760 ຄົນ ຊຶ່ງສ່ວນໃຫຍ່ເປັນກັມກອນ ຮວມໄປເຖິງກຸ່ມຄົນ ອື່ນໆ ທີ່ມີອາຍຸ ຣະຫວ່າງ 20 ປີ ຫາ 50 ປີ ແລະ ນະຄອນຫລວງວຽງຈັນ ມີຄົນຕິດເຊື້ອນີ້ ຫລາຍກວ່າແຂວງອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.