ມາເລເຣັຽ ຍັງຣະບາດ ຢູ່ລາວ

ໄຊຍາ
2020.11.16
F-Malaria ປະຊາຊົນ ໃນແຂວງພາກໃຕ້ ເຕົ້າໂຮມກັນ ຟັງຄໍາອະທິບາຍ ວິທີປ້ອງກັນ ແລະ ກໍາຈັດບ່ອນອອກໄຂ່ ຂອງຍຸງລາຍ ຫຼັງຈາກນັ້ນ ທາງການກໍແຈກ ມຸ້ງຍ້ອມຢາໃຫ້
ຮູບພາບຈາກ : ນັກຂ່າວພົລເມືອງ

ອີງຕາມການຣາຍງານ ຂອງຂແນງການ ສາທາຣະນະສຸກ ໃນປີີນີ້ຍັງມີການຣະບາດ ຂອງໄຂ້ ມາເລເຣັຽ ໃນແຂວງພາກໃຕ້ ແລະ ແຂວງ ພາກກາງຂອງປະເທດລາວຢູ່. ປັດຈຸບັນແຂວງອັດຕະປື ຖືວ່າມີການ ຣະບາດຫຼາຍກ່ວາໝູ່ ແລະ ເມືອງພູວົງ ແມ່ນມີຜູ້ຕິດເຊື້ອສູງກວ່າໝູ່ ໃນປີນີ້, ດັ່ງຊາວບ້ານໃນແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ພຶສຈິກາ ວ່າ:

"ບາງຄົນເຂົາກາຢ້ານແຫຼະ ຜູ້ເຂົາເຄີຍເປັນ ເຂົາກາຢ້ານ. ໄປສຸຂສາລາ ໄປຫາແພດ ແຫຼະ ກວດເລືອດແດ່ ບໍ່ແຮງກາບໍ່ກວດ, ເສັຍຕັ້ງແຕ່ 5 ພັນ ກາກາງມຸ້ງແຫຼະ ຢູ່ປ່າ ມັນບໍ່ຢູ່ໃນເມືອງ ອສບ ບ້ານເຂົາກາທໍາ ຄວາມສະອາດ ເອົາຢາມາຂ້າ."

ໃນປີນີ້ແຂວງອັດຕະປື ພຍາດໄຂ້ມາເລເຣັຽ ຣະບາດຫຼາຍກວ່າໝູ່ ແມ່ນເມືອງພູວົງ ແຕ່ຖ້າສົມທຽບໂຕເລກກັບປີກາຍ ແມ່ນຫຼຸດລົງແຕ່ທາງ ຂແນງກ່ຽວຂ້ອງຍັງບໍ່ສາມາດເປີດເຜີຍ ໂຕເລກຢ່າງເປັນທາງການ ໄດ້. ດັ່ງເຈົ້າໜ້າທີ່ຣະບາດວິທຍາ ຜແນກສາທາຣະນະສຸກ ແຂວງ ອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີວ່າ:

"ປີນີ້ກາຫຼາຍຢູ່ແຕ່ວ່າມັນກາບໍ່ເທົ່າປີກ່ອນ ທຽບໃສ່ທົ່ວປະເທດກໍຖືວ່າ ອັດຕະປື ອັນດັບນຶ່ງ ເມື່ອງທີ່ຫຼາຍຄືເມືອງພູວົງ ບໍ່ມີຣາຍງານເສັຍ ຊີວິດຄົນຕິດເຊື້ອໄຂ້ມາເລເຣັຽ ສ່ວນຫຼາຍອອກມາຈາກປ່າ ໂຕຢ່າງວ່າ ໄປນອນປ່າທໍາມາຫາກິນຢູ່ ທັງໄຮ່ທັງພູ ເວລາເຈັບ ຈັ່ງເຂົ້າມາ."

ໃນສ່ວນຂອງໂຕເລກລວມການຕິດເຊື້ອໄຂ້ມາເລເລຣັຽໃນປີ້ນີ້ ໃນບັນດາແຂວງພາກໃຕ້ ແມ່ນແຂວງອັດຕະປື ມີອັດຕຣາ ການຕິດເຊື້ອ, ດັ່ງເຈົ້າໜ້າທີ່ຜແນກຣະບາດວິທຍາ ຂອງ ກະຊວງສາທາຣະນະສຸຂ:

"ຄັນວ່າຢູ່ໃນປີນີ້ ຊິແມ່ນທາງອັດຕະປື ທ໊ອບຂອງປະເທດ ຄິດວ່າປີນີ້ກະ ຫຼຸດລົງເດ້ ເຣົາສົມທຽບຂໍ້ມູນທີ່ຜ່ານມາ. ສາເຫດຫຼັກເລີຍກາຍ້ອນ ປະຊາຊົນເພິ່ນເຣັດໄຮ່ເຮັດນາ ຢູ່ໃນປ່າເນາະ ຫຼື ວ່າໄປຫາເຄື່ອງປ່າ ຂອງດົງ ເພິ່ນຈະຕິດຫຼາຍ ໃນຊ່ວງແບບນີ້ແຫຼະ, ຊິວ່າຮ້າຍແຮງບໍ່ ກະຮ້າຍແຮງເພາະວ່າ ເກີດອາການຊ໊ອກ ອາການຊັກມີຍັງຫັ້ນນ່າ."

ທ່ານໄດ້ກ່າວຕື່ມວ່າ ບັນດາແຂວງທີ່ມີການຣະບາດ ທີ່ໄດ້ສະຫຼຸບຣາຍງານຜ່ານມາກໍມີ ແຂວງອັດຕະປື, ສາລະວັນ, ເຊກອງ, ຈຳປາສັກ ແລະ ສວັນນະເຂດ. ສ່ວນສາເຫດຫຼັກ ແມ່ນຍ້ອນປະຊາຊົນເຂົ້າໄປຊອກ ຫາກິນໃນປ່າ ແລະ ໄປນອນໄຮ່ນອນນາ ເຊີ່ງຖືກຍຸງປ່າ ກັດ.

ຜ່ານມາການປ້ອງກັນ ແລະການປີ່ນປົວໄຂ້ມາເລເຣັຽ ກໍ່ມີບັນຫາເຣື່ອງງົບປະມານ ເພາະຣັຖມີງົບປະມານຈຳກັດ. ສ່ວນຫຼາຍແມ່ນອີງໃສ່ ການຊ່ອຍເຫຼືອ ຂອງອົງການພັທນາ ສາກົລ ສະຫະຣັຖອາເມຣິກາ ຫຼື USAID ທີ່ໄດ້ໃຫ້ການຊ່ອຍເຫຼືອ ທາງດ້ານງົບປະມານ ແລະ ອຸປກອນການແພດ ທຸກປີ. ດັ່ງໃນປີ້ນີ້ທາງອົງການ ກໍ່ໄດ້ຊ່ອຍເຫຼືອ ເຄື່ອງມືສຸກເສ່ີນ ເຊັ່ນເຄື່ອງມືກວດເລືອດ. ດັ່ງເຈົ້າໜ້າທີ່ສູນວິເຄາະ ແລະ ຣະບາດ ວິທຍາໄດ້ກ່າວຕື່ມວ່າ:

"ມັນບໍ່ພໍເພີ່ນກໍເລີຍມາຊ່ອຍເພີ່ມ ໃນກໍຣະນີສຸກເສີນຕອນນີ້. ໂອ້ຍດີຫຼາຍ ຄືດ້ານງົບປະມານຂອງຣັຖ ເຮົາມີຈຳກັດເນາະ. ຄັນວ່າບໍ່ທັນໄດ້ຮັບ ການຊ່ອຍເຫຼືອຈາກເພິ່ນ ໃນກໍຣະນີເກີດການຣະບາດຈັ່ງຊີ້ ເຮົາບໍ່ມີເຄື່ອງກວດເລືອດ ຈັ່ງຊີ້ກໍຈະເຮັດໃຫ້ ກໍຣະນີການ ຣະບາດມັນຫຼາຍຂຶ້ນ."

ແຂວງເຊກອງ ກໍເປັນອີກແຂວງນຶ່ງ ທີ່ໄຂ້ມາເລເຣັຽຣະບາດ ຢ່າງຕໍ່ເນື່ອງ. ແຕ່ໃນປີ 2020 ນີ້ໂຕເລກຫຼຸດລົງ ຖ້າທຽບໃສ່ປີ 2019 ສະເພາະ ປີນີ້ ເມືອງລະມາມ ແມ່ນມີຄວາມຊ່ຽງ ແລະ ໂຕເລກ ຜູ້ຕິດເຊື້ອສູງ ແຕ່ບໍ່ສາມາເປີດເຜີຍໄດ້, ດັ່ງເຈົ້າໜ້າທີ່ ຣະບາດວິທຍາແຂວງເຊກອງ ກ່າວວ່າ:

"ປີນີ້ສູງຢູ່ ແຕ່ວ່າມັນບາງເມືອງມັນກາມີ ຢູ່ເມືອງລະມາມເຮົານີ້. ກາຂຶ້ນ ຫຼາຍກວ່າປີ່ທີ່ຜ່ານມາ ມັນມາເນັ້ນເຕັມຢູ່ ລະມາມ ເຮົານີ້ຄິດວ່າ ສູງຂື້ນ. ຕິດເຊື້ອມາຈາກປ່າ ເນາະຖ້າທຽບໂຕເລກ ທົ່ວແຂວງຫັ້ນ ຈະນ້ອຍກວ່າປີີຜ່ານມາເນາະ."

ປັຈຈຸບັນໄຂ້ມາເລເຣັຽ ຫຼືໄຂ້ປ່າ ສ່ວນຫຼາຍແມ່ນຣະບາດ ຢູ່ທາງພາກກາງ ແລະພາກໃຕ້ຂອງລາວ. ສາເຫດມາຈາກປະຊາຊົນ ໃນເຂດ ດັ່ງກ່າວນີ້ ແມ່ນເຂົ້າປ່າແລ້ວຖືກຍຸງກັດ. ອາການ ຈະວິນຫົວ ປວດຮາກ ແຕ່ຖ້າບໍ່ໄດ້ຮັບ ການປີ່ນປົວ ທັນຈະຊ໊ອກ ແລະ ເສັຽຊີວິດ. ໄຂ້ມາເລເຣັຽ ຈະບໍ່ຣະບາດຕາມຊຸມຊົນ ໃນເມືອງຄືກັບຍຸງລາຍ ທີ່ເຮັດໃຫ້ເປັນ ໄຂ້ເລືອດອອກ. ເຊິ່ງໄຂ້ທັງສອງ ແມ່ນມາຈາກຍຸງກັດ ແຕ່ສາມາດປົວ ໃຫ້ເຊົາຂາດໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.