ຜູ້ຕິດເຊື້ອໂຄວິດ-19 ຢູ່ລາວ 16 ຄົນ

ອຸ່ນແກ້ວ ສຸກສະຫວັນ
2020.04.09
F-Covid-market ຕລາດສົດ ໃນຂອບເຂດເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຂຽນປ້າຍຂໍຄວາມຮ່ວມມື ໃຫ້ພາກັນໃສ່ຜ້າອັດປາກ-ອັດດັງ ແລະ ລ້າງມື ກ່ອນເຂົ້າຕລາດ ເພື່ອປ້ອງກັນເຊື້ອໄວຣັສໂຄວິດ-19
RFA/TS ຖ່າຍຮູບເມື່ອ: ວັນທີ 08 ເດືອນເມສາ 2020

ເຈົ້າໜ້າທີ່ຄະນະສະເພາະກິດ ຄວບຄຸມໂຄວິດ19 ໄດ້ຖແລງການ ໃນວັນທີ 9 ເມສາ ວ່າພົບຜູ້ຕິດເຊື້ອ ໂຄວິດ19 ອີກ 1 ຄົນ ເຮັດໃຫ້ເພີ້ມ ຂຶ້ນເປັນ 16 ຄົນ. ດຣ. ພູທອນ ເມືອງປາກ ຮອງຣັຖມົນຕຼີກະຊວງ ສາທາຣະນະສຸຂ ໄດ້ຖແລງຕອນນຶ່ງວ່າ:

"ເອົາຕົວຢ່າງມາກວດ 903 ຄົນ ໃນນັ້ນມີຜູ້ຕິດເຊື້ອທັງໝົດ 16 ຄົນ ຖືວ່າເປັນກໍຣະນີໃໝ່ ເພື້ມຂຶ້ນມື້ວານນີ້ ຈາກ 15 ເປັນ 16 [ຄົນ]."

ຜູ້ຕິດເຊື້ອເປັນເພດຍິງອາຍຸ 23 ປີ ຢູ່ບ້ານໜອງດ້ວງເມືອງສີໂຄະຕະບອງ ນະຄອນຫຼວງວຽງຈັນເປັນນັກສຶກສາ. ດຣ. ພູທອນ ເມືອງປາກ ກ່າວຕື່ມອີກວ່າ:

"ປວັດການຕິດເຊື້ອຂອງຜູ້ກ່ຽວນີ້ລະແມ່ນວ່າ ວັນທີ 26 ມີນາ ຜູ້ກ່ຽວກະໄດ້ມີການຊຸມເຂົ້າຊຸມປາເນາະ ກິນເຂົ້າຮ່ວມກັບກໍຣະນີຜູ້ຕິດເຊື້ອທີ 10 ຫັ້ນ ຊຶ່ງເປັນພະນັກງານ ຂອງ DHL ຫັ້ນ." 

ເຈົ້າໜ້າທີ່ສະເພາະກິດ ຍັງກວດພົບອີກວ່າ ຄົນທີ່ໃກ້ຊິດກັບຜູ້ຕິດເຊື້ອຄົນນີ້ ມີຈຳນວນທັງໝົດ 9 ຄົນ ແລະເຈົ້າໜ້າທີ່ກໍາລັງຕິດຕໍ່ຫາກຸ່ມຄົນ ເຫລົ່ານັ້ນ ໃຫ້ກັກບໍຣິເວນ ເພື່ອຕິດຕາມອາການຂອງຕົນ. ແລະ ນັບແຕ່ວັນທີ 8 ເມສາ ເປັນຕົ້ນໄປ ເຈົ້າໜ້າທີ່ສະເພາະກິດ ຈະຕ້ອງໄດ້ຕິດ ຕາມອາການບຸກຄົນ ທີ່ຕ້ອງສົງໄສອີກອີກ 84 ຄົນ.

ສ່ວນວ່າ ຄົນງານລາວທີ່ກັບມາຈາກປະເທດໄທ ມີປະມານ 67 ພັນຄົນ ໃນນັ້ນມີຈຳນວນທີ່ກັກຕົວຢູ່ໃນສູນ 47 ພັນຄົນ ແລະ ຈຳນວນຜູ້ທີ່ ກັກຕົວຢູ່ໃນເຮືອນຂອງຕົນ 20 ພັນຄົນ ແຕ່ເຈົ້າໜ້າທີ່ຍັງບໍ່ທັນກວດພົບ ຜູ້ຕິດເຊື້ອໃນບັນດາແຮງງານເຫຼົ່ານັ້ນ, ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ສະເພາະກິດ ທີ່ກ່າວຢູ່ໃນຖະການໃນວັນທີ 9 ເມສາ.

ນອກຈາກນີ້ ຍັງມີຣາຍງານວ່າ ມີນັກສຶກສາລາວຈຳນວນ 151 ຄົນ ທີ່ຮຽນຢູ່ ແຂວງຮາຕິງ ປະເທດວຽດນາມ ພາກັນລັກໜີຈາກຫໍພັກ ເພື່ອເດີນທາງກັບມາລາວ ໃນຂນະທີ່ ທາງການວຽດນາມ ກໍໄດ້ອອກຂໍ້ຫ້າມ ໃຫ້ທຸກຄົນທີ່ຢູ່ວຽດນາມ ບໍ່ໃຫ້ເດີນທາງ ໃນໄລຍະທີ່ມີ ການຣະບາດ ຂອງພຍາດໂຄວິດ19.

ທ່ານ ກອງສີ ແສງມະນີ ຮອງຣັຖມົນຕຼີກະຊວງສຶກສາທິການ ແລະ ກິລາ ໄດ້ຖແລງຕໍ່ສື່ມວນຊົນ ໃນວັນທີດຽວກັນ ວ່າ:

"ຈາກສາມ ສະຖາບັນໃຫຍ່ ນຶ່ງ ແມ່ນມະຫາໄລຮາຕິງ ຈຳນວນ 70 ຄົນ ສອງ ແມ່ນ ວິທຍາໄລການແພດ ຮາຕິງ ຈຳນວນ 53 ຄົນ ສາມ ແມ່ນ ວິທຍາໄລເຕັກນິກ ວຽດນາມ-ເຢັຽຣະມັນ ຈຳນວນ 28 ຄົນ."

ສາເຫດທີ່ ນັກສຶກສາເຫລົ່ານັ້ນ ພາກັນໜີຈາກຫໍພັກໂດຍ ບໍ່ໄດ້ຮັບອະນຸຍາດ ໃນຄັ້ງນີ້ ຍ້ອນພໍ່ແມ່ເຂົາເຈົ້າເປັນຫ່ວງ, ດັ່ງ ທ່ານ ກອງສີ ແສງມະນີ ຮອງຣັຖມົນຕຼີກະຊວງສຶກສາທິການ ແລະ ກິລາໄດ້ກ່າວອີກວ່າ:

"ຈຳນວນນັກສຶກສາເຫລົ່ານີ້ຢູ່ຫໍພັກ ລະພໍ່ແມ່ຂອງເຂົາເຈົ້າອາດຈະເປັນຫ່ວງເປັນໃຍ ຂະເຈົ້າກະເລີຍ ຄຳເວົ້າວ່າລັກໜີ ຂ້າພະເຈົ້າກະບໍ່ ຢາກເວົ້າ ຂະເຈົ້າໜີອອກຈາກຫໍພັກ ໂດຍບໍ່ໄດ້ຮັບອະນຸຍາດ ພາສປອດ ກໍບໍ່ເອົາເພາະວ່າ ໂຮງຮຽນຂະເຈົ້າເກັບພາສປອດໄວ້ ເພື່ອ ເຂົາເຈົ້າເບິ່ງແຍ່ງໝົດທຸກຢ່າງ."

ເຈົ້າໜ້າທີ່ກະຊວງສຶກສາທິການ ແລະກິລາ ກໍຕິດຕໍ່ຫາ ພໍ່-ແມ່ ຜູ້ປົກຄອງຂອງນັກນຶກສາ ທີ່ໜີອອກຈາກ ຫໍພັກນັກສຶກສາ ຢູ່ວຽດນາມ ເພື່ອໃຫ້ມາກວດສຸຂພາບ ແລະ ກັກບໍຣິເວນຕົວເອງ.

ນັກສຶກສາລາວ ທີ່ກຳລັງຮຽນຕໍ່ຢູ່ ແຂວງຮາຕິງ ຂອງວຽດນາມ ມີທັງໝົດປະມານ 2 ພັນຄົນ ແລະ ເຈົ້າໜ້າທີ່ທາງການວຽດນາມ ມີການ ກວດອຸນນະພູມຕອນເຊົ້າ ແລະ ຕອນແລງ ໃນແຕ່ລະມື້ ໃນໄລຍະທີ່ມີ ການຣະບາດຂອງພະຍາດໂຄວິດ19 ໃນຕອນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.