ຈັບຜູ້ຄ້າ ຢາເສບຕິດ ໃນນະຄອນຫຼວງ

ຈຳປາທອງ
2022.04.27
ຈັບຜູ້ຄ້າ ຢາເສບຕິດ ໃນນະຄອນຫຼວງ ຜູ້ຕ້ອງຫາຄ້າຢາເສບຕິດ 6 ຄົນ ພ້ອມຂອງກາງ ຢາເສບຕິດ, ອາວຸດປືນ ແລະເງີນສົດຈຳນວນນຶ່ງ ທີ່ເຈົ້າໜ້າທີຕຳຣວດ ເມືອງໄຊທານີ ຈັບໄດ້ ຢູ່ໃນລະຫວ່າງ ການສອບສວນ, ວັນທີ 21 ເມສາ 2022.
ຮູບພາບ: ປກສ

ພັນໂທ ສຸລິວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການຕໍາຣວດ ປ້ອງກັນຄວາມສງົບ ເມືອງໄຊທານີ ກ່າວຕໍ່ສື່ມວນຊົນໃນມື້ວັນທີ 21 ເມສານີ້ວ່າ ໜ່ວຍງານຂອງພວກທ່ານ ຈັບພວກຄ້າຢາເສບຕິດໄດ້ 6 ຄົນ ໃນຈໍານວນ 16 ຄົນ ທີ່ຖືກກ່າວຫາ. ຢູ່ເຂດເມືອງໄຊທານີ ຈັບໄດ້ຢູ່ 5 ຈຸດ ຄືຢູ່ບ້ານຕາມມີໄຊ, ບ້ານໜອງພະຍາ, ບ້ານດົງໂດກ, ບ້ານໄຊສະຫວ່າງ ແລະບ້ານຫົວຊຽງ ແລະຢູ່ເຂດເມືອງຈັນທະບູຣີ ແມ່ນຢູ່ບ້ານຫ້ວຍຫົງ. ເຈົ້າໜ້າທີ່ຍຶດຢາເສບຕິດໄດ້ ຄືຢາບ້າ 471 ພັນປາຍເມັດ, ຢາໄອສ໌ 6 ຖົງໃຫຍ່ ແລະ 3 ຖົງນ້ອຍ ແລະເຮໂຣອິນ 1 ຖົງນ້ອຍ.

ພວກຄ້າຢາເສບຕິດທີ່ວ່ານີ້ ເປັນເຄືອຂ່າຍຄ້າຢາເສບຕິດຢູ່ພາຍໃນປະເທດລາວ, ບໍ່ໄດ້ກ່ຽວຂ້ອງກັບຄົນຕ່າງປະເທດ.

ດັ່ງເຈົ້າໜ້າທີ່ຕໍາຣວດປ້ອງກັນຄວາມສງົບ ເມືອງໄຊທານີ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 27 ເມສານີ້ວ່າ:

ອັນ ຮູ້ຢູ່ນີ້ກໍ ຈາກເຮົາມີແຕ່ຈັບກຸມ...ຈໍາພວກຢູ່ ຢູ່ແຕ່ໃນເມືອງນະເຈົ້າ ມັນບໍ່ໄດ້ກ່ຽວພັນກັບຄົນຕ່າງປະເທດເດີ.

ຫລັງຈາກການສືບສວນ ສອບສວນແລ້ວ ເຈົ້າໜ້າທີ່ຕໍາຣວດກໍໄດ້ນໍາໂຕ ຜູ້ຕ້ອງຫາທັງໝົດໄປຝາກຂັງ ເພື່ອດໍາເນີນຄະດີ ຕາມລະບຽບກົດໝາຍ.

ດັ່ງເຈົ້າໜ້າທີ່ດ້ານກົດໝາຍ ຢູ່ນະຄອນຫລວງວຽງຈັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ມັນ ເອົາຕາມປະມວນກົດໝາຍອາຍາເລີຍ ແບບວ່າມັນຈະມີໂຕຢ່າງວ່າຢາເສບຕິດ ຢາບ້າຊີ້ເນາະ ນໍ້າໜັກເທົ່ານີ້ຫາເທົ່ານີ້ ມັນຈະລົງໂທດເທົ່ານີ້ປີ ຫາເທົ່ານີ້ປີເນາະ ແລ້ວກໍປັບໄໝເທົ່ານີ້ຫາເທົ່ານີ້ ແຕ່ວ່າເຂົາຈະຊື້ເອົາຂັ້ນຕໍ່າຂັ້ນກາງບໍ່ ຂັ້ນສູງບໍ່ ແລ້ວແຕ່ສານເຂົາຕີບິນໃສ່ໂຕນັ້ນຫັ້ນນ່າ.

ອີງຕາມປະມວນກົດໝາຍອາຍາຂອງລາວ, ມາຕຣາ 315 ວັກທໍາອິດລະບຸວ່າ ບຸກຄົນໃດຫາກຜລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫລືນໍາເຂົ້າ, ສົ່ງອອກ ຫລືນໍາຢາອີ, ຢາບ້າ, ຢາໄອສ໌ ຫລືມີວັດຖຸອອກລິດຈິດປະສາດຜ່ານ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ຕໍ່າກວ່າ 100 ກຣາມ ຈະຖືກລົງໂທດຕັດອິສຣະພາບແຕ່ 5 ປີຫາ 10 ປີ, ຖືກປັບໃໝແຕ່ 10 ລ້ານກີບຫາ 100 ລ້ານກີບ ແລະຖືກຢຶດຊັພ. ຖ້າຫາກເກີນກວ່າ 3 ກິໂລກຣາມຂຶ້ນໄປ ຈະຖືກລົງໂທດປະຫານຊີວິດ.

ການແພ່ຣະບາດ ຂອງຢາເສບຕິດຢູ່ປະເທດລາວ ທັງຢູ່ຕາມບ້ານ, ຕາມເມືອງ ຮວມທັງຢູ່ນະຄອນຫລວງວຽງຈັນ ສ່ວນໃຫຍ່ແມ່ນເກີດຂຶ້ນ ຢູ່ໃນກຸ່ມຊາວໜຸ່ມເຍົາວະຊົນ ທີ່ມີອາຍຸ 10 ປາຍປີຂຶ້ນໄປ ຊຶ່ງສ່ວນຫລາຍບໍ່ຮູ້ເຖິງອັນຕຣາຍຂອງມັນ.

ດັ່ງປະຊາຊົນຢູ່ບ້ານຕານມີໄຊ ເມືອງໄຊທານີ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 27 ເມສານີ້ວ່າ:

ເອີ! ມັນກອັນຕຣາຍ ກັບລູກຫລານເຮົາຫັ້ນແຫລະ ມັນເປັນພວກວັຍລຸ້ນເກີດໃໝ່ນີ້ນ່າ ພວກອາຍຸ 10 ປາຍກວ່າປີຫລືວ່າ 20 ປາຍປີນີ້ ປະມານນີ້ແຫລະ ເຂົາຍັງບໍ່ມີຄວາມຮູ້ ສ່ວນຫລາຍຢູ່ທາງເຂດບ້ານນອກຄອກນາພຸ້ນລະ ຫລືວ່າເຂົາຍັງຄວາມຮູ້ບໍ່ເຖິງອີ່ຫຍັງຫັ້ນນ່າ ຫລາຍຢ່າງຫັ້ນແຫລະ ຖ້າເວົ້າເຣື່ອງປັບປຸງກໍປັບປຸງຫລາຍ ເປັນຕົ້ນກໍຄືບ່ອນທີ່ລ້ຽງທີ່ມາຂອງມັນຫັ້ນແຫລະ ຄົນລາວເຮົາກໍເວົ້າຫລາຍເວົ້າບໍ່ໄດ້.

ທີ່ຜ່ານມາ ຫລາຍໜ່ວຍງານທີ່ກ່ຽວຂ້ອງ ກໍພະຍາຍາມແກ້ໄຂບັນຫາດັ່ງກ່າວ ຈົນວ່າທາງການລາວໄດ້ຍົກບັນຫາ ຢາເສບຕິດຂຶ້ນເປັນວາລະແຫ່ງຊາດ ທີ່ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ ໃນຂະນະທີ່ປະຊາຊົນ ແລະພະນັກງານ ຣັຖຈໍານວນນຶ່ງເວົ້າວ່າ ບັນຫາທີ່ວ່ານີ້ຄົງຈະແກ້ໄຂໄດ້ຍາກ ຍ້ອນບໍ່ສາມາດຈັບຜູ້ກະທໍາຜິດລາຍໃຫຍ່ໄດ້ ເພາະພວກເຂົາໄດ້ຮັບການຊ່ອຍເຫລືອ ຈາກເຈົ້າໜ້າທີ່ລະດັບສູງຂອງຣັຖ.

ດັ່ງປະຊາຊົນຢູ່ບ້ານດົງໂດກ ເມືອງໄຊທານີຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

ກໍຢາກໃຫ້ປາບປາມ ໃຫ້ໝົດຫັ້ນແຫລະເນາະ ສິ່ງເສບຕິດໃນບ້ານໃນເມືອງເຮົາ ທຸກເພດທຸກໄວເລີຍ ມັນກໍແຜ່ຣະບາດໄປເບິດ ທັງປາບປາມແລະປິ່ນປົວ ຜູ້ທໍາຜິດກໍປິ່ນປົວ ຜູ້ຄ້າຂາຍຢາບ້າກໍໃຫ້ປາບປາມ ເວົ້າເຣື່ອງຄົນມີອໍານາດ ມີເງິນເນາະ ມັນກໍເວົ້າຍາກຫັ້ນນ່າ ເຮົາກໍເປັນປະຊາຊົນທັມມະດາທົ່ວໄປ ແມ່ນໆມັນຕ້ອງມີນາຍໃຫຍ່ ຫລືວ່າຫົວໜ້າໜູນນໍາຢູ່ແລ້ວ.

ໃນຈໍານວນຜູ້ຕ້ອງຫາທັງໝົດ 16 ຄົນທີ່ເວົ້າມານັ້ນ ມີ 6 ຄົນກ່ຽວຂ້ອງກັບການຄ້າຢາເສບຕິດ, ສ່ວນອີກ 10 ຄົນ ເປັນພຽງຜູ້ມົ້ວສຸມເສບຢາເສບຕິດ ຊຶ່ງເຈົ້າໜ້າທີ່ໄດ້ສຶກສາອົບຮົມ. ເຈົ້າໜ້າທີ່ຕໍາຣວດ ໄດ້ຍຶດຂອງກາງ ທີ່ກ່ຽວຂ້ອງກັບຄະດີນັ້ນ ເປັນຣົຖໃຫຍ່ 2 ຄັນ, ຣົຖຈັກ 3 ຄັນ, ເງິນ 6,400,000 ກີບ, 82,000 ບາດ, 1,000 ໂດລາຣ໌ສະຫະຣັຖ, ໂທຣະສັບ 1 ໜ່ວຍ ແລະສິ່ງຂອງທີ່ມີຄ່າ ອື່ນໆອີກຈໍານວນນຶ່ງ. ແລະເມື່ອວັນທີ 22 ມິນາທີ່ຜ່ານມາ ພັນໂທ ຈັນເພັງ ແກ້ວປະເສີດ ຫົວໜ້າກອງບັນຊາການຕໍາຣວດປ້ອງກັນຄວາມສງົບ ເມືອງໄຊທານີ ນະຄອນຫລວງວຽງຈັນ ກໍໄດ້ຣາຍງານວ່າ ໃນໄລຍະ 1 ປີຜ່ານມາ ສາມາດແກ້ໄຂຄະດີອາຍາ ທີ່ເກີດຂຶ້ນທັງໝົດໄດ້ 262 ເຣື່ອງ ໃນຈໍານວນຄະດີທັງໝົດ 286 ເຣື່ອງ. ໄດ້ຈັບຕົວຜູ້ຕ້ອງຫາ ມາດໍາເນີນຄະດີໄດ້ 326 ຄົນ.

ໃນຈໍານວນຄະດີທັງໝົດທີ່ວ່ານັ້ນ ມີຄະດີຢາເສບຕິດທີ່ແກ້ໄຂໄດ້ 247 ເຣື່ອງ ແລະກັກຕົວຜູ້ຖືກກ່າວຫາ 338 ຄົນ, ແກ້ໄຂເຣື່ອງການມົ້ວສຸມເສບຢາເສບຕິດ 95 ເຣື່ອງ, ຢຶດຂອງກາງເປັນຢາບ້າໄດ້ 1,292,000 ປາຍເມັດ, ຢາໄອສ໌ 61 ກຣາມ, ເຮໂຣອິນ 387 ກຣາມ, ປືນສັ້ນ 2 ກະບອກ, ຣົຖໃຫຍ່ 4 ຄັນ, ຣົຖຈັກ 29 ຄັນ ແລະອຸປະກອນ ການເສບຢາເສບຕິດ ອີກຈໍານວນນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.