ສັ່ງໂຈະ ການຮຽນ-ການສອນ ເພາະໂຄວິດ-19 ຣະບາດໜັກ
2022.03.24

ກະຊວງສຶກສາທິການ ແລະກິລາ ອອກແຈ້ງການໃນມື້ວັນທີ 23 ມິນານີ້ໃຫ້ໂຈະການຮຽນການສອນໃນໂຮງຮຽນ ທັງພາກຣັຖແລະພາກເອກກະຊົນ ຊົ່ວຄາວ, ໃຫ້ສອນທາງອອນລາຍ ແທນ ເຣີ່ມແຕ່ການສຶກສາກ່ອນໄວຮຽນ ໄປເຖິງຊັ້ນປະຖົມ ປີທີ 4 ໄປຈົນກວ່າວ່າ ການຣະບາດຂອງເຊື້ອໂຄວິດ-19 ຈະຫລຸດລົງ ຊຶ່ງໃນມື້ວັນທີ 24 ມິນານີ້ ທາງການລາວປະກາດວ່າ ຢູ່ປະເທດລາວ ມີຜູ້ຕິດເຊື້ອໃໝ່ 2,819 ຄົນ.
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ດ້ານການສຶກສາ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ຢູ່ນະຄອນຫລວງວຽງຈັນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ມິນານີ້ວ່າ:
“ເພິ່ນກໍແຈ້ງຮວມທົ່ວປະເທດ ແຕ່ວ່າອີງໃສ່ແຕ່ລະທ້ອງຖິ່ນ ໃຫ້ລໍໄປຈົນກວ່າສະພາວະຂອງພະຍາດ ມັນຜ່ອນຄາຍລົງ ຢູ່ເມືອງຢູ່ແຂວງໃດບໍ່ມີການຕິດເຊື້ອຊຸມຊົນ ກໍໃຫ້ນັກຮຽນປົກກະຕິຢູ່.”
ທ່ານກ່າວຕື່ມວ່າ ການຮຽນທາງອອນລາຍ ກໍຈະມີຄວາມຫຍຸ້ງຍາກໃນເຣື່ອງ ອຸປກອນການຮຽນບໍ່ພຽງພໍ, ເດັກນ້ອຍຈໍານວນນຶ່ງກໍບໍ່ມີອຸປກອນນັ້ນ, ແຕ່ທາງນາຍຄຣູກໍຈະແກ້ໄຂ ດ້ວຍການແຈກເອກສານການຮຽນໃຫ້ພວກເດັກນ້ອຍເອົາໄປຮຽນຄືທີ່ຜ່ານມາ. ພ້ອມດຽວກັນນັ້ນ ກໍໃຫ້ພໍ່ແມ່ຜູ້ປົກຄອງ ຊ່ອຍແນະນໍາຕື່ມ ກ່ອນທີ່ຈະນໍາການບ້ານ ໄປສົ່ງໃຫ້ນາຍຄຣູທີ່ໂຮງຮຽນ. ໂຮງຮຽນໃດ ທີ່ຍັງເປີດສອນຢູ່ ກໍຕ້ອງສົມທົບກັບຄະນະສະເພາະກິດທ້ອງຖິ່ນ ຂອງແຕ່ລະເມືອງ ແຕ່ລະແຂວງ ປະເມີນຄວາມສ່ຽງຄືນ, ໃຫ້ພິຈາຣະນາຕາມ ສະພາບຕົວຈິງ ແລະໃຫ້ປະຕິບັດຕາມມາຕການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ເຊັ່ນຫ້າມກິນເຂົ້າຮ່ວມກັນ, ຫ້າມໃຊ້ສິ່ງຂອງຮ່ວມກັນນໍາດ້ວຍ.
ແລະເຈົ້າໜ້າທີ່ຝ່າຍສຶກສາຢູ່ແຂວງສວັນນະເຂດທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍເວົ້າວ່າ ຢູ່ແຂວງນສວັນນະເຂດນີ້ ກໍພ້ອມທີ່ຈະປະຕິບັດຕາມແຈ້ງການຂອງສູນກາງຢູ່ແລ້ວ ໂດຍສະເພາະໃນເຂດ ທີ່ໂຄວິດ-19 ຣະບາດໜັກ, ຕ້ອງສັ່ງໃຫ້ໂຈະການຮຽນ-ການສອນຊົ່ວຄາວໄປກ່ອນ ເຖິງແມ່ນວ່າຈະຍັງມີບັນຫາອຸປະກອນບໍ່ພຽງພໍໃນການຮຽນທາງອອນລາຍ ແລະເດັກນ້ອຍຈໍານວນນຶ່ງ ບໍ່ໄດ້ຮຽນຢູ່ກໍຕາມ.
“ກະມີຫລາຍໆເມືອງທີ່ຕິດ ກໍາລັງຂຍາຍ ຂອງກະຊວງສຶກສາ ທີ່ເຂົາແຈ້ງມາທຸກແຂວງເນາະ ບ່ອນໃດທີ່ມີບັນຫາເຂົາກະໃຫ້ໂຈະ ການຮຽນການສອນຊຶ້ງໜ້າເດ່ເນາະ ອຸປກອນ ໂທຣະສັບມັນຈະບໍ່ພ້ອມໝົດ ມັນຈະມີບາງໂຮງຮຽນທີ່ມີຄວາມພ້ອມ ໃນການຈັດບໍ່ແລ້ວມັນຕ້ອງເຮັດໃຫ້ຢຸດສງັກນໍາ.”
ຢູ່ແຂວງໄຊຍະບູຣີ ເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 24 ມິນານີ້ວ່າ ເມືອງທີ່ມີການຣະບາດຂອງໂຄວິດ-19 ໃນແຂວງໄຊຍະບູຣີນີ້ ກໍໄດ້ສັ່ງໂຈະການຮຽນ-ການສອນໃນຊັ້ນທີ່ວ່ານັ້ນໝົດແລ້ວ ເພື່ອປ້ອງກັນບໍ່ໃຫ້ເຊື້ອໂຄວິດ-19 ຣະບາດໜັກຂຶ້ນຕື່ມອີກ.
“ຢູ່ເມືອງໄຊຍະບູຣີ ມື້ວານນີ້ກໍໄດ້ສັ່ງໂຈະການຮຽນ-ການສອນອະນຸບານເນາະ ກ່ອນໄວຮຽນນີ້ໂຈະໝົດ ຣັດ ເອກຊົນພວກເຮົາກໍຈະໄດ້ປິດ ບັນດາໂຮງຮຽນທີ່ມີນ້ອງນັກຮຽນຕິດນັ້ນ. ບາງເມືອງເຂົາເຈົ້າຈະປິດໝົດເລີຍ ຍົກຕົວຢ່າງຄືຈັ່ງເມືອງ ທົ່ງມີໄຊນ່າ ເຂົາເຈົ້າຈະປິດການຮຽ-ການສອນ ປິດບ້ານປິດເມືອງເລີຍນ່າ.”
ກ່ຽວກັບເຣື່ອງທີ່ວ່ານີ້ ພໍ່ແມ່ຜູ້ປົກຄອງນັກຮຽນຫລາຍຄົນທີ່ຮູ້ຂ່າວແລ້ວ ກໍດີໃຈ ທີ່ມີການສັ່ງໃຫ້ປິດໂຮງຮຽນຊົ່ວຄາວ ໃນຂະນະທີ່ໂຄວິດ-19 ຣະບາດໜັກຢູ່ນີ້ ຍ້ອນວ່າ ເດັກນ້ອຍຍັງບໍ່ຮູ້ຈັກປ້ອງກັນຕົວເອງ ຄືກັນກັບຜູ້ໃຫຍ່, ມີຄວາມສ່ຽງທີ່ຈະຕິດເຊື້ອໄດ້ງ່າຍ. ແຕ່ສໍາລັບຄອບຄົວທີ່ທຸກຍາກຂາດເຂີນ ແມ່ນລໍາບາກ ບໍ່ມີອຸປະກອນໃຫ້ລູກຮຽນທາງອອນລາຍ.
ດັ່ງຜູ້ປົກຄອງນັກຮຽນຜູ້ນຶ່ງ ຢູ່ແຂວງໄຊຍະບູຣີ ເວົ້າວ່າ:
“ມັນຣະບາດມາແລ້ວ ຕ້ອງໂຈະ ຮຽນອອນລາຍແລ້ວ ດີກວ່າເນາະ ກະເປັນການດີຕໍ່ນັກຮຽນເດ່ ພໍ່ແມ່ນີ້ແລ້ວຊ່ວຍລູກຫລານ ... ຄອບຄົວຂາດເຊີນນີ້ກໍລໍາບາກຢູ່ແລ້ວ.”
ໃນຂະນະດຽວກັນ ນັກສຶກສາຜູ້ນຶ່ງກໍເວົ້າວ່າ ເຣື່ອງການຮຽນທາງອອລາຍຕອນນີ້ ກໍຖືວ່າເປັນການດີ ຢາກໃຫ້ຮຽນທາງອອນລຍຫລາຍກວ່າ ເນື່ອງຈາກມີນັກຮຽນ ນັກສຶກສາຫລາຍຄົນ ຕິດເຊື້ອໂຄວິດ-19.
“ຢາກຮຽນອອນລາຍຫລາຍກວ່າ ຊ່ວງນີ້ຄົນຕິດໂຄວິດຫລາຍ ເພາະ ວ່າຫ້ອງເຮົາກໍຕິດຫລາຍຄົນເດ່ ຕິດ 4-5 ຄົນແລ້ວ ແຕ່ຄົນຂາດໂຮງຮຽນ ເຂົາເຈົ້າກໍຈະຮຽນອອນລາຍແລ້ວ ຈັກໜ່ອຍນີ້.”
ແລະນັກຮຽນຊັ້ນມັທຍົມຜູ້ນຶ່ງຢູ່ນະຄອນຫລວງວຽງຈັນ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ໂຮງຮຽນຂອງຕົນຍັງບໍ່ໄດ້ສັ່ງໃຫ້ໂຈະ, ເພິ່ນຍັງປະເມີນສະຖານະການຢູ່. ແຕ່ສໍາລັບການຮຽນທາງອອນລາຍ ຂອງເດັກນ້ອຍຊັ້ນປະຖົມ ແລະມັທຍົມ ກໍເປັນບັນຫາຫຍູ້ງຍາກສໍາລັບຫລາຍຄົນ ເນື່ອງຈາກພວກເຂົາເຈົ້າທຸກຍາກ ບໍ່ມີອຸປກອນທີ່ຈະຮຽນຄືກັນກັບໝູ່.
“ຮຽນອອນລາຍ ມັນຈະມີບາງຄົນເຂົ້າຮຽນ ບາງຄົນບໍ່ເຂົ້າຮຽນ ບໍ່ຄືກັບຊຶ້ງໜ້າ ຊຶ້ງໜ້າເຮົາຈະໄດ້ກວ່າ ຊຶ້ງໜ້າເຮົາກໍຕ້ອງໄດ້ໄປຊີ້ນ່າ.”
ແຈ້ງການຂອງກະຊວງສຶກສາທິການ ແລະກິລາທີ່ວ່ານີ້ ໄດ້ໃຫ້ເຈົ້າໜ້າທີ່ດ້ານການສຶກສາທຸກຊັ້ນ, ພະນັກງານຄຣູ-ອາຈານທຸກຄົນ ໃນທຸກແຂວງທົ່ວປະເທດ ທີ່ຫ້ອງການແອອັດ ສາມາດຜັດປ່ຽນກັນມາເຮັດວຽກໄດ້. ພ້ອມດຽວກັນນັ້ນ ກໍບໍ່ອະນຸຍາດໃຫ້ຈັດກອງປະຊຸມ, ການສໍາມະນາ, ປາຖະກະຖາ, ຝຶກອົບຮົມ ຕາມສະຖານທີ່ຕ່າງໆ ທີ່ມີຜູ້ເຂົ້າຮ່ວມເກີນ 50 ຄົນ. ຕ້ອງຮັກສາໄລຍະຫ່າງ 1 ແມັດ. ຜູ້ເຂົ້າຮ່ວມຕ້ອງໄດ້ກວດຫາເຊຶ້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ ທີ່ໄດ້ຮັບອະນຸມັດຈາກກະຊວງສາທາຣະນະສຸກ. ແລະຕ້ອງຣະດົມ ຫລືໂຄສະນາໃຫ້ນັກຮຽນ ອາຍຸແຕ່ 6 ປີຫາ 11 ປີ ແລະນັກສຶກສາທີ່ຍັງບໍ່ທັນໄດ້ສັກວັກຊິນປ້ອງກັນໂຄວິດ-19 ໃຫ້ໄປສັກ ເພື່ອໃຫ້ບັນລຸໄດ້ຕາມເປົ້າໝາຍ. ເຖິງແມ່ນວ່າວັກຊິນນັ້ນຈະປ້ອງກັນເຊຶ້ອນີ້ບໍ່ໄດ້ 100% ແຕ່ກໍຖືວ່າ ມີພູມຕ້ານທານໄດ້ຣະດັບນຶ່ງ, ຖ້າຕິດເຊື້ອ ອາການກໍຈະບໍ່ຮຸນແຮງ.