ເຣື້ອງທີ່ເກັບບັນທຶກໄວ້
2021-09-17
ອົງການຊ່ອຍເຫຼືອສະຫະຣັດ ໄດ້ມອບ ອຸປກອນ ການແພດ ປ້ອງກັນ ໄຂ້ປ່າ ມາລາເຣັຽ ໃນມູນຄ່າ 5 ແສນປາຍໂດລາຣ໌ ແລະ ໃນມື້ວັນທີ 14 ກັນຍານີ້ ກໍໄດ້ມອບເງິນ 2 ລ້ານໂດລາຣ໌ ເພື່ອໃຊ້ໃນການ ບໍຣິການ ສັກວັກຊິນ ປະຊາຊົນ ທົ່ວປະເທດ ໃຫ້ແກ່ ກະຊວງ ສາທາຣະນະສຸຂລາວ.
2021-09-16
ລາວ ກວດພົບຜູ້ຕິດໂຄວິດ-19 ໃໝ່ຕື່ມ 154 ຄົນ, ໃນນັ້ນຕິດໃນຊຸມຊົນ 131 ຄົນ ແລະນໍາເຂົ້າ 23 ຄົນ ໃນຂະນະທີ່ ສືບຕໍ່ຫ້າມ ບຸກຄົນເດີນທາງ ເຂົ້າ-ອອກ ເຂດພື້ນທີ່ ສີແດງເດັດຂາດ, ປິດດ່ານສາກົລ, ດ່ານປະເພນີ ແລະ ໂຈະການທ່ອງທ່ຽວ.
2021-09-16
ການຂາດ ສານອາຫານ ຂອງເດັກນ້ອຍ ອາຍຸ ຕໍ່າກວ່າ 2 ປີ ຢູ່ແຂວງຄໍາມ່ວນ ແລະ ແຂວງສວັນນະເຂດ ໃຫ້ດີຂຶ້ນ ໃນອັດຕຣາ 33% ຂອງຈໍານວນ ເດັກນ້ອຍ ທັງໝົດ ທີ່ຂາດ ສານອາຫານ ໃນທົ່ວປະເທດ.
2021-09-15
ແຂວງຄໍາມ່ວນ ປິດເພີ່ມອີກ 5 ເມືອງ ເພື່ອປ້ອງກັນ ການຣະບາດຂອງໂຄວິດ-19 ໂດຍບໍ່ໃຫ້ຄົນ ເດີນທາງ ເຂົ້າ-ອອກ ຢ່າງເດັດຂາດ ເປັນເວລາ 14 ມື້, ໃນຂະນະທີ່ ຫ້າມບໍ່ໃຫ້ ຣົດຂົນສົ່ງ ສິນຄ້າ, ຣົດໂດຍສານ ແລະ ຣົດສ່ວນຕົວ ທີ່ແລ່ນໄປແຂວງອື່ນ.
2021-09-14
ທາງການ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກຽມຍ້າຍ ສູນກັກຕົວ ຄົນງານ ອອກຈາກ ໂຮງຮຽນປະຖົມ ແລະ ມັທຍົມ ປາກຮາວເໜືອ ໄປຢູ່ ບໍຣິເວນ ສາງພາສີເກົ່າ ທີ່ບ້ານ ຂອນແກ້ວ ເມືອງ ຫ້ວຍຊາຍ ທີ່ບັນຈຸໄດ້ປະມານ 80 ຕຽງ ເພື່ອກະກຽມເປີດ ສົກຮຽນໃໝ່ ໃນອາທິດໜ້າ.
2021-09-14
ເຈົ້າໜ້າທີ່ ແຂວງຫຼວງນໍ້າທາ ກັກຄົນຈີນ 4 ຄົນໄວ້ ທີ່ສູນກັກໂຕ ເມືອງບໍ່ເຕັນ ພາຍຫຼັງ ທີ່ຂະເຈົ້າ ລັກອອກມາຈາກ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ.
2021-09-10
ທາງການ ແຂວງສາຣະວັນ ແຈ້ງການຕື່ມ ໃຫ້ປະຊາຊົນ ຕຽມສະບຽງອາຫານ ເນື່ອງຈາກ ຈະມີ ການປິດບ້ານ-ປິດເມືອງ ຂັ້ນສູງ ຍ້ອນຍັງພົບ ຜູ້ເຊື້ອ ໂຄວິດ-19 ເພີ່ມຂຶ້ນ ໃນແຕ່ລະມື້.
2021-09-08
ທາງການລາວ ກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ເພີ່ມອີກ 211 ຄົນ ໃນຂນະດຽວກັນ ທາງການລາວ ໄດ້ແຈກຢາຍ ຢາພື້ນເມືອງ ໃຫ້ 3 ແຂວງພາກໃຕ້ ເພື່ອປິ່ນປົວ ຜູ້ຕິດເຊື້ອ ໂຄວິດ-19.
2021-09-08
ຊາວລາວ ຈຳນວນນຶ່ງ ສົນໃຈ ສັກວັກຊິນ ເຂັມທີ 3 ໃນຂະນະທີ່ ການຕິດເຊື້ອ ໂຄວິດ-19 ຍັງເພີ່ມຂຶ້ນສູງ ແຕ່ຄນະສະເພາະກິຈ ຍັງບໍ່ທັນ ອະນຸຍາດ ໃຫ້ສັກ ເຂັມທີ 3 ເທື່ອ.
2021-09-06
ທາງການລາວ ກວດພົບ ຜູ້ຕິດເຊື້ອ ໂຄວິິດ-19 ຕື່ມອີກ 125 ຄົນ, ໃນນັ້ນ ຕິດໃນຊຸມຊົນ 50 ຄົນ ແລະ ນຳເຂົ້າ 75 ຄົນ ໃນຂະນະທີ່ ບຸນເຂົ້າປະດັບດິນ ຖືກຈຳກັດ.
2021-09-03
ກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ຕື່ມອີກ 146 ຄົນ, ຕິດໃນຊຸມຊົນ 81 ຄົນ ແລະ ນຳເຂົ້າ 65 ຄົນ ໃນຂະນະທີ່ ຊາວບ້ານ ຢາກໃຫ້ ເຈົ້າໜ້າທີ່ ລົງໂທດຜູ້ທີ່ລະເມີດ ມາຕການ.
2021-09-02
ທາງການລາວ ເລື່ອນການເປີດ ສົກຮຽນ ໃນເຂດພື້ນທີ່ ສີແດງ ຊົ່ວຄາວ ແລະ ຖ້າຍັງເປີດ ບໍ່ໄດ້ ກໍໃຫ້ ເຈົ້າໜ້າທີ່ ປຶກສາກັນ ເພື່ອຕຽມ ສອນອອນລາຍນ໌ ໃຫ້ແກ່ ເດັກນ້ອຍນັກຮຽນ.
2021-09-02
ແຂວງອັດຕະປື ພົບງົວ 4,000 ປາຍໂຕ ແລະ ຄວາຍ 150 ໂຕ ຕິດພຍາດ ຜິວໜັງອັກເສບ ແລະ ໃນນັ້ນ ມີເສັຽຊີວິດ 60 ໂຕ.
2021-09-01
ກວດພົບ ຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 274 ຄົນ, ໃນນັ້ນ ຕິດໃນເຂດຊຸມຊົນ 54 ແລະ ນຳເຂົ້າ 220 ຄົນ, ພ້ອມດຽວກັນນັ້ນ ກໍມີເດັກນ້ອຍ ຕິດໂຄວິດ-19 ສູງ ໃນໄລຍະ 3 ເດືອນມານີ້.
2021-08-31
ກວດພົບ ຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 199 ຄົນ, ຊຶ່ງຕິດໃນຊຸມຊົນ 64 ຄົນ, ໃນຂນະທີ່ ການຣະບາດ ໃນຄ້າຍຄຸມຂັງ ຫຼັກ 6 ແຂວງສວັນນະເຂດ ຍັງໜ້າເປັນຫ່ວງຢູ່ ເພາະວ່າ ມີສະພາບແອອັດ.