ຊາວຈີນ 4 ຄົນ ຖືກກັກໂຕ ຢູ່ແຂວງຫຼວງນ້ຳທາ
2021.09.14
ວັນທີ 12 ກັນຍາ ຜ່ານມາ ເຈົ້າໜ້າທີ່ ແຂວງຫຼວງນໍ້າທາ ໄດ້ພົບ ຄົນຈີນ ທີ່ເຮັດວຽກ ຢູ່ໃນເຂດ ເສຖກິຈ ພິເສດ ສາມຫຼ່ຽມຄຳ 4 ຄົນ ກຳລັງ ຈະລັກລອບ ອອກເມືອງ ເຊິ່ງໄດ້ຜ່ານ ແຂວງຫຼວງນໍ້າທາ ໂດຍການໃຊ້ເຮືອ ດັ່ງນັ້ນ ເຈົ້າໜ້າທີ່ ຈຶ່ງໄດ້ນຳ ພວກກ່ຽວ ໄປກັກໂຕ ຢູ່ສູນກັກໂຕ ໃນເມືອງບໍ່ເຕັນ ເພື່ອກວດຫາເຊື້ອ ໂຄວິດ-19 ຖ້າກວດເຊື້ອ ອອກມາ ເປັນບວກ ກໍຈະປີ່ນປົວ ຈົນເຊົາ ຈຶ່ງຈະສົ່ງ ກັບຄືນ ປະເທດ ແລະ ປັບໃໝ ຕາມກົດໝາຍ ແຕ່ຖ້າ ບໍ່ພົບເຊື້ອ ກໍຈະໄດ້ ກັກໂຕໄວ້ ນຶ່ງມື້ ແລະ ປັບໃໝ ຕາມລະບຽບ ຈາກນັ້ນ ຈະສົ່ງ ກັບຄືນ ປະເທດ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນ ແຂວງຫຼວງນໍ້າທາ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ ນັກຂ່າວ ວິທຍຸເອເຊັຍເສຣີ ໃນວັນທີ 13 ກັນຍາວ່າ:
“ກາມີ ລັກສະນະ ລັກເຂົ້າເມືອງ ຜິດກົດໝາຍ ສ່ວນຫຼາຍ ເຂົາເຈົ້າ ໄປເຮັດວຽກ ຢູ່ຄາຊິໂນ ດຽວນີ້ ເຂົາຢາກກັບ ເຂົາຈຳເປັນ ຕ້ອງໄດ້ມາຜ່ານ ຫຼວງນໍ້າທາ ເພາະວ່າ ຫຼວງນໍ້າທາ ເຮົາມີ ຊາຍແດນ ທາງຜ່ານ ເດ້ເນາະ. ກ່ອນຈະເອົາ ກັບຄືນເນາະ ພວກເຮົາ ຈະເກັບ ໂຕຢ່າງ ກວດຫາເຊື້ອ ໂຄວິດ ຖ້າຫາກວ່າ ຜົລກວດ ອອກມາ ເປັນຜົລລົບ ຈະສົ່ງ ຢູ່ສູນບໍ່ເຕັນຫັ້ນ ປະມານ ຄືນນຶ່ງ ມື້ທີສອງ ພວກເຮົາ ກໍຈະມອບໃຫ້ ເຈົ້າໜ້າທີ່ ຝ່າຍຈີນເນາະ.”
ສະພາບການ ການຣະບາດ ທາງແຂວງຫຼວງພຣະບາງ ກໍໄດ້ອອກ ຄຳສັ່ງເພີ່ມ ໃນວັນທີ 11 ກັນຍາວ່າ ຫ້າມເຈົ້າໜ້າທີ່ ທີ່ຢູ່ ສູນກັກໂຕ ກັບເມືອເຮືອນ ເດັດຂາດ ໃຫ້ປະຈຳການ ເປັນປົກກະຕິ ແລະ ຫ້າມຄົນນອກ ເຂົ້າໃນສູນ ເດັດຂາດ ຍົກເວັ້ນ ໄດ້ຮັບ ອະນຸຍາດ ຈາກເຈົ້າໜ້າທີ່. ຍ້ອນວ່າ ໃນວັນທີ 11 ກັນຍາ ຜ່ານມາພົບ ຜູ້ຕິດເຊື້ອ ໃນຊຸມຊົນ ເຖິງ 34 ຄົນ ຈາກທັງໝົດ 37 ຄົນນຶ່ງ ໃນນັ້ນ ແມ່ນເຈົ້າໜ້າທີ່ ຕຳຣວດ ທີ່ປະຈຳການ ຢູ່ສູນກັກໂຕ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫຼວງພຣະບາງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວວ່າ ຍັງສາມາດ ຄວບຄຸມ ສະພາບການ ໄດ້ຢູ່ ທີ່ທາງການ ອອກຄຳສັ່ງເພີ່ມ ເພື່ອເປັນ ການປ້ອງກັນ ໄວ້ກ່ອນ.
“ໂຕນີ້ ພວກເຮົາ ກາຖືວ່າ ຄວບຄຸມໄດ້ຢູ່ ຕິດເຊື້ອບ່ອນໃດ ພວກເຮົາ ກໍລ໊ອກໄວ້ ພວກເຮົາ ກໍມີ ອາສາມັກ ຊາຍແດນ ໃສ່ຣົດແລ້ວ ໂຄສະນາ ຕາມເສັ້ນທາງ ແຕ່ລະມື້ ແຕ່ລະມື້ນີ້ ໂຄສະນາ ສຸຂສຶກສາ ກ່ຽວກັບ ໂຄວິດ-19 ນີ້ເນາະ ແຕ່ລະບ້ານ ເຫັນວ່າ ປະຊາຊົນ ເຂົາເຈົ້າ ກໍມີຄວາມ ຮ່ວມໄມ້ຮ່ວມມື ໃສ່ແມສ ໝົດທຸກຄົນ.”
ສ່ວນປະຊາຊົນ ທີ່ຍັງຝ່າຝືນ ຄຳສັ່ງ ຍັງມີ ການຊຸມແຊວ ກັນຢູ່ ເຊິ່ງເປັນ ສາເຫດນຶ່ງ ທີ່ເຮັດໃຫ້ມີ ການຕິດເຊື້ອ ໃນຊຸມຊົນ. ຕໍ່ບັນຫາ ດັ່ງກ່າວ ປະຊາຊົນ ເຫັນວ່າ ຄວນໃຫ້ມີ ການໂຈະ ການຂາຍ ເຄື່ອງດື່ມມຶນເມົາ ໃນໄລຍະນີ້ ພ້ອມທັງ ໃຫ້ເຈົ້າໜ້າທີ່ ລົງໂທດ ຜູ້ຝ່າຝືນ ແບບເດັດຂາດ.
“ມີຂໍ້ຫ້າມ ບໍ່ໃຫ້ກິນມັນ ກໍດີ ຫັ້ນແຫຼະ ໂອກາດຕິດເຊື້ອ ມັນກໍມີເນາະ ຊຸມແຊວ ກິນເຫຼົ້າກິນເບັຽ ກໍຕ້ອງ ໂທຫາກັນ ຄົນຫຼາຍບ້ານ ຫຼາຍເມືອງ ມາໂຮມກັນ ບາດມີ ຜູ້ຕິດເຊື້ອ ມັນກາສາມາດ ຕິດຕໍ່ໄດ້ ເປັນໄປໄດ້ແຫຼະ ຖ້າມອບໃຫ້ບ້ານ ຈະຈັບໂລດແຫຼະ ກາຕາມລະບຽບເພິ່ນ ໄວ້ແຫຼະ.
ຕໍ່ການລົງໂທດ ຜູ້ທີ່ຕັ້ງວົງ ຊຸມແຊວ ປະຊາຊົນ ອີກທ່ານນຶ່ງ ກໍເຫັນດີ ໃຫ້ໂຈະ ການຂາຍ ເຄື່ອງດື່ມມິນເມົາ ເພື່ອຫຼຸດຄວາມສ່ຽງ ໃນຊຸມຊົນ ເຊິ່ງມັນກໍ ເປັນໄປໄດ້ຍາກ.
“ສ່ວນຫຼາຍມັນຕິດຢູ່ໃນຊຸມຊົນນີ້ປະເພດຂາຊຸມແຊວນີ້ສ່ວນຫຼາຍເນາະຖ້າເປັນໄປໄດ້ກໍດີຫັ້ນແລ້ວເຫັນດີຫັ້ນແລ້ວບ້ານເຮົາມັນຈະເປັນໄປໄດ້ບໍ່ຍັງວ່າມັນຕ້ອງກະທົບແລ້ວກະທົບເຣື່ອງບໍຣິສັດວຽກກັມມະກອນນີ້ເນາະສອງມາກໍເຣື່ອງທີ່ເຂົາຊື້ມາສະຕອກ ກາຄ້າງໄວ້.”
ສ່ວນສະຖານະການ ການລະບາດ ຂອງເຊື້ອ ໂຄວິດ-19 ປະຈຳວັນທີ 13 ກັນຍາ ອ້າງອີງ ຈາກການຖແລງຂ່າວ ຂອງຄນະ ສະເພາະກິຈ ໂດຍໄດ້ກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ຣາຍໃໝ່ 198 ຄົນ ແຍກເປັນ ກໍຣະນີ ຕິດເຊື້ອ ໃນຊຸມຊົນ 104 ຄົນ ແລະ ກໍຣະນີ ນຳເຂົ້າ 94 ຄົນ ຈາກຜົລ ຂອງການກວດວິເຄາະ ຫາຜູ້ຕິດເຊື້ອ ທັງໝົດ 3,425 ໂຕຢ່າງ ໃນວັນທີ 12 ກັນຍາ 2021 ນີ້, ດັ່ງ ດຣ. ລັດຕະນະໄຊ ເພັດສຸວັນ, ຫົວໜ້າ ກົມຄວບຄຸມ ພະຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ ໄດ້ຕາງໜ້າ ຄນະ ສະເພາະກິຈ ຄວບຄຸມ ໂຄວິດ-19 ໄດ້ຖແລງ ບາງຕອນວ່າ:
“ກວດພົບ ຜູ້ຕິດເຊື້ອໃໝ່ ທັງໝົດ 198 ຄົນ ເຊິ່ງຕິດເຊື້ອ ໃນຊຸມຊົນ ສູງເຖິງ 104 ຄົນ, ແຂວງຄຳມ່ວນ 43 ຄົນ, ຈຳປາສັກ 25 ຄົນ, ສວັນນະເຂດ 13 ຄົນ, ຫຼວງພຣະບາງນັ້ນ 9 ຄົນ, ນະຄອນຫຼວງວຽງຈັນ 9 ຄົນ, ຫຼວງນໍ້າທາ 3 ຄົນ, ບໍ່ແກ້ວມີ 1 ຄົນ ແລະ ເຊກອງມີ 1 ຄົນ.”
ທ່ານໄດ້ກ່າວ ຕື່ມວ່າ ໃນວັນທີ 13 ກັນຍາ 2021 ທົ່ວປະເທດລາວ ມີຜູ້ໄດ້ຮັບ ການກວດຫາເຊື້ອ ທັງໝົດ 482,557 ຄົນ, ມີຜູ້ຕິດເຊື້ອ ສະສົມ ທັງໝົດ 17,555 ຄົນ, ປີ່ນປົວ ເຊົາແລ້ວ 13,269 ຄົນ ກຳລັງປີ່ນປົວ 4,270 ຄົນ ແລະ ເສັຽຊີວິດ ສະສົມ 16 ຄົນ.
ສ່ວນການສັກ ວັກຊີນ ປ້ອງກັນ ໂຄວິດ-19 ມາຮອດ ປັຈຈຸບັນ ມີຜູ້ໄດ້ຮັບ ການສັກ ວັກຊີນແລ້ວ ເຂັມທີ 1 ຈຳນວນ 2,663,816 ຄົນ ແລະ ເຂັມທີ 2 ຈຳນວນ 1,865,187 ຄົນ.