ຊາວລາວ ສົນໃຈ ສັກວັກຊິນ ເຂັມທີ 3

ໄຊ​ຍາ
2021.09.08
ຊາວລາວ ສົນໃຈ ສັກວັກຊິນ ເຂັມທີ 3 ຊາວ​ລາວ ຈຳ​ນວນ​ນຶ່ງ ສົນ​ໃຈ​ສັກ​ວັກ​ຊິນ ເຂັມ​ທີ 3 ໃນ​ຂະ​ນະ​ທີ່ ຈຳ​ນວນ​ຄົນ​ຕິດ​ເຊື້ອ ໂຄວິດ-19 ເພີ່ມ​ຂຶ້ນ ຢູ່​ຕໍ່​ມາ.
Photo: RFA

ປະຊາຊົນລາວ ຈຳນວນນຶ່ງ ໄດ້ໃຫ້ ຄວາມສົນໃຈ ຕໍ່ການສັກ ວັກຊີນ ປ້ອງກັນ ໂຄວິດ-19 ເຂັມທີ 3, ອັນເນື່ອງມາຈາກ ປັຈຈຸບັນ ມີການຣະບາດ ທີ່ຮຸນແຮງ ໂຕເລກ ຜູ້ຕິດເຊື້ອ ຂອງຜູ້ເຮັດວຽກ ດ່ານໜ້າ ທັງແພດ-ໝໍ, ພະຍາບານ, ທະຫານ ແລະ ຕຳຣວດ ໄດ້ເພີ່ມຂຶ້ນຫຼາຍ.

ຕໍ່ກໍຣະນີ ດັ່ງກ່າວ ຄນະສະເພາະກິຈ ປ້ອງກັນ ໂຄວິດ-19 ໄດ້ອອກມາ ຖແລງຢັ້ງຢືນວ່າ ຍັງບໍ່ທັນ ມີຫຼັກຖານ ຢັ້ງຢືນ ທາງດ້ານວິທຍາສາດ ຈາກອົງການ ອະນາມັຍໂລກ ຄື ນະໂຍບາຍຈາກ ກະຊວງ ສາທາຣະນະສຸຂວ່າ ມັນສາມາດ ກະຕຸ້ນ ພູມຄຸ້ມກັນ ເພີ່ມຂຶ້ນໄດ້, ດັ່ງ ດຣ ລັດຕະນະໄຊ ເພັດສຸວັນ, ຫົວໜ້າ ກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາຣະນະສຸຂ, ກ່າວໃນວັນທີ 06 ກັນຍາ ບາງຕອນວ່າ:

“ກ່ຽວກັບ ການສັກ ວັກຊີນ ເຂັມທີ 3 ແມ່ນຍັງບໍ່ທັນ ໄດ້ມີ ຫຼັກຖານຢັ້ງຢືນ ຈາກອົງການ ອະນາມັຍໂລກ. ເຖິງຢ່າງໃດ ກໍຕາມ, ພັກ-ຣັຖບານ ຈະໄດ້ຕິດຕາມ ຢ່າງໃກ້ຊິດ ແລະ ໄດ້ມອບໝາຍໃຫ້ ທິມງານ ວິຊາການ ບັນດາອາຈານ ບັນດາຊ່ຽວຊານ ຈາກສະຖາບັນ ການສຶກສາ ຮວມທັງ ມະຫາວິທຍາລັຍ ສຸຂພາບ ໂດຍສົມທົບ ຊ່ຽວຊານ ຈາກອົງການອະນາມັຍໂລກ ຄົ້ນຄ້ວາ ສັງຮວມ ຂໍ້ມູນ ກ່ຽວກັບ ການສັກ ວັກຊີນ ເຂັມທີ 3 ຊນິດໄຂ່ວເນາະ ເຊິ່ງວ່າ ເປັນທີ່ ໄດ້ຖືກຍົກຂຶ້ນ ໃນຫຼາຍປະເທດ.”

ທ່ານກ່າວຕື່ມວ່າ ທາງການ ໄດ້ຕິດຕາມ ຢ່າງໃກ້ຊິດ ແລະ ມອບໝາຍ ໃຫ້ວິຊາການ ໂດຍສົມທົບ ກັບອົງການ ອະນາມັຍໂລກ ເພື່ອສັງຮວມ ຂໍ້ມູນ ກ່ຽວກັບ ການສັກວັກຊີນ ເຂັມທີ 3 ຮວມທັງ ການສັກ ວັກຊີນ ໃນກຸ່ມອາຍຸ ຕໍ່າກວ່າ 18 ປີ ແລະ ການສັກ ວັກຊີນ ຊນິດ ໄຂ່ວກັນ ເພື່ອ ນຳສເນີ ກອງປະຊຸມ ໃນຄນະ ສະເພາະກິຈ ເປັນບ່ອນອີງ ໃນການຕັດສິນ ວາງມາຕຖານ ໃນຕໍ່ໜ້າ.

ປັຈຈຸບັນ ຄນະສະເພາະກິຈ ໄດ້ຮັບ ຣາຍງານວ່າ ມີກຸ່ມຄົນ ຈຳນວນນຶ່ງ ທີ່ພຍາຍາມ ໄປຈຸດ ບໍຣິການ ສັກວັກຊີນ ເພື່ອຂໍ ສັກວັກຊີນ ເຂັມທີ 3 ເຊິ່ງການກະທຳ ດັ່ງກ່າວ ຖືວ່າ ຜິດຕໍ່ ລະບຽບຫຼັກການ ໂດຍການສັກ ວັກຊີນ ຄົບສອງໂດສ ຍັງມີ ປະສິດທິພາບ ແລະ ປະສິດທິຜົລ ສູງ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫຼວງ ວຽງຈັນ ທີ່ຂໍສງວນສື່ ແລະ ຕຳແໜ່ງ ກ່າວໃນວັນທີ 07 ກັນຍານີ້ວ່າ ໃນການສັກ ວັກຊີນ ປ້ອງກັນ ໂຄວິດ-19 ເຂັມທີ 3 ຊນິດ ໄຂ່ວກັນນີ້ ກໍເຫັນ ທາງການ ເພິ່ນຈະສຶກສາ ຄົ້ນຄວ້າກັນຢູ່ ແຕ່ຈະຕ້ອງ ໄດ້ຮັບ ການຮອງຮັບ ຈາກອົງການ ອະນາມັຍໂລກກ່ອນ.

“ໂຕນີ້ ເຮັດໄດ້ ກໍບໍ່ແມ່ນວິຊາ ຊິທົດລອງ ຄື ໄທຍເນາະ ດຽວນີ້ ໄດ້ຍິນເພິ່ນກຳລັງ ສຶກສາຢູ່ເນາະ ທາງກະຊວງ ສາທາຣະນະສຸຂ ເພິ່ນວ່າ ກ່ອນຊິເຮັດໄດ້ ມັນກໍຕ້ອງ ຂໍວິຈັຍ ຈາກຫ້ອງແລັບ ເພິ່ນຄັກແນ່ ສັກເຂັມທີ 2 ພູມຕ້ານທາ ນຍັງບໍ່ອັນນັ້ນຢູ່ ຈະໃຊ້ເຂັມທີ 3 ຫຼືບໍ່ ເພິ່ນກຳລັງ ຄົ້ນຄວ້າຢູ່ ແລະ ກາມັນກໍຕ້ອງ ໄດ້ຮັບ ຢັ້ງຢືນ ຈາກອົງການອະນາມັຍໂລກ ທີ່ວ່າ ມີຄວາມເຊື່ອຖື ຈີິ່ງເຮັດໄດ້.”

ເຈົ້າໜ້າທີ່ ແພດແລະໝໍ ຫຼາຍທ່ານ ກໍຢືນຢັນວ່າ ຄົນທີ່ໄປ ປະຈຳການ ຢູ່ໜ້າດ່ານ ສ່ວນໃຫຍ່ ຈະໄດ້ຮັບ ການສັກວັກຊີນ ທຸກຄົນ. ແຕ່ເມື່ອສັກແລ້ວ ມັນຍັງມີ ການຕິດເຊື້ອ ຕາມຄວາມຄິດ ຂອງແພດ ແລະ ພະນັກງານ ດ່ານໜ້າ ກໍຢາກໃຫ້ມີ ການສັກວັກຊີນ ປ້ອງກັນ ໂຄວິດ-19 ເຂັມທີ 3 ແຕ່ທັງນີ້ ກໍຂຶ້ນຢູ່ກັບ ທາງການ ພິຈາຣະນາ.

“ສ່ວນໃຫຍ່ ສັກຄົບໝົດ ຈັ່ງໃຫ້ເຂົ້າ ເນາະພະນັກງານ ສັກຄົບໝົດ ແພດ-ໝໍ ການຳ ຄົບໝົດແລ້ວ ແຕ່ລະຄົນ ກໍຢາກໃຫ້ ສັກຢູ່ ເຂັມທີ 3 ຄວນມີ ເຂັມທີ 3 ແຕ່ວ່າ ຢາມັນ ຈະພໍບໍ່ ແລ້ວແຕ່ ຂັ້ນເທິງ ພິຈາຣະນາ.”

ເຈົ້າໜ້າທີ່ ແພດອີກຄົນນຶ່ງ ກ່າວວ່າ ເຈົ້າໜ້າທີ່ ທຸກຄົນ ທີ່ໄປປະຈຳ ຢູ່ດ່ານ ສ່ວນຫຼາຍ ໄດ້ຮັບ ການສັກ ວັກຊີນ ທຸກຄົນ ແຕ່ວ່າ ພູມຄຸ້ມກັນ ບໍ່ໄດ້ເຕັມຮ້ອຍ ຕາມທີ່ ກະຊວງສາທາຣະນະສຸຂ ໄດ້ແຈ້ງໄວ້. ສ່ວນການສັກ ວັກຊີນ ເຂັມທີ 3 ກໍຂຶ້ນກັບ ການພິຈາຣະນາ ຂອງວິຊາການ ທີ່ກ່ຽວຂ້ອງ.

“ແມ່ນແຫຼະ ສັກຄົບ ຫັ້ນແຫຼະ ອີງໃສ່ ນະໂຍບາຍ ຂອງຣັຖບານ ຫຼືວ່າ ກະຊວງ ສາທາຣະນະສຸຂ ກໍບໍ່ທັນ ເຂົ້າໃຈ ປານໃດ ເວົ້າເຣື່ອງ ການຢັ້ງຢືນ ທາງວິທຍາສາດ ມີແຕ່ປ້ອງກັນ ເທົ່າໃດ 80% ໃນລັກສະນະນັ້ນ ຫັ້ນລະ.”

ສະຖານນະ ການຣະບາດ ຂອງເຊື້ອໂຄວິດ ມາເຖິງວັນທີ 07 ກັນຍາ 2021 ຢູ່ເມືອງປະທຸມພອນ ແຂວງຈຳປາສັກ ມີຜູ້ຕິດເຊື້ອ ເຖິງ 100 ປາຍຄົນແລ້ວ ດັ່ງນັ້ນ ທາງການ ຈຶ່ງໄດ້ອອກ ແຈ້ງການ ລ໊ອກດາວ ໄປຈົນເຖິງ 17 ກັນຍາ 2021. ໃນແຈ້ງການ ຫ້າມຄົນ ເຂົ້າ-ອອກ ໃນເມືອງ ປະທຸມພອນ ແຕ່ວ່າ ເວລາ 21:00-04:00 ໂມງເຊົ້າ, ດັ່ງເຈົ້າໜ້າທີ່ ໃນແຂວງຈຳປາສັກ ກ່າວວ່າ:

“ແມ່ນລ໊ອກ ໄວ້ກ່ອນ ບໍ່ໃຫ້ເຂົ້າ ບໍ່ໃຫ້ອອກເລີຍ ຄັນວ່າ ຈຳເປັນ ຊິມີໜັງສື ຫັ້ນແລ້ວ ປະມານ ອາທິດນຶ່ງ ຜ່ານມາ 100 ປາຍເດ້ ເມືອງປະທຸມພອນ.” 

ວັນທີ 07 ກັນຍາ 2021 ຄນະ ສະເພາະກິຈ ໄດ້ຖແລງ ພົບຜູ້ຕິດເຊື້ອ ໂຄວິດ-19 ຣາຍໃໝ່ ເພີ່ມຂຶ້ນ 307 ຄົນ. ແຍກເປັນ ກໍຣະນີ ຕິດເຊື້ອ ໃນຊຸມຊົນ 86 ຄົນ ແລະ ກໍຣະນີ ນຳເຂົ້າ 221 ຄົນ. ໂດຍຜ່ານ ຈາກຜົລການກວດ ວິເຄາະຫາເຊື້ອ ທັງໝົດ 4,159 ໂຕຢ່າງ ໃນວັນທີ 06 ກັນຍາ 2021. ໃນນັ້ນ ນະຄອນຫຼວງ ວຽງຈັນ ຕິດເຊື້ອ 1 ຄົນ, ແຂວງບໍ່ແກ້ວ 13 ຄົນ, ຫຼວງນໍ້າທາ 2 ຄົນ, ຫຼວງພຣະບາງ 1 ຄົນ, ຄຳມ່ວນ 31 ຄົນ, ສວັນນະເຂດ 221 ຄົນ, ຈຳປາສັກ 24 ຄົນ ແລະ ສາລະວັນ 14 ຄົນ. ປັຈຈຸບັນ ມີຜູ້ໄດ້ຮັບ ກວດຫາເຊື້ອ ທັງໝົດ 456,522 ຄົນ, ມີຜູ້ຕິດ ເຊື້ອສະສົມ ທັງໝົດ 16,365 ຄົນ ປີ່ນປົວເຊົາ 11,302 ຄົນ ກຳລັງປີ່ນປົວ 5,019 ຄົນ ແລະ ເສັຽຊີວິດສະສົມ 16 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.