ລາວໃຊ້ຢາພື້ນເມືອງ ປົວຜູ້ຕິດ ໂຄວິດ-19

ສຸ​ພັດ​ຕາ
2021.09.08
ລາວໃຊ້ຢາພື້ນເມືອງ ປົວຜູ້ຕິດ ໂຄວິດ-19 ຢາພື້ນເມືອງ ທີ່ໃຊ້ ໃນການປິ່ນປົວ ຜູ້​ຕິດເຊື້ອໂຄວິດ-19
ພາບຈາກວີດີໂອ ສູນຂ່າວສານ ການແພດສຸຂສຶກສາ

ຕາມການຣາຍງານ ຂອງ ດຣ ລັດຕະນະໄຊ ເພັດສຸວັນ, ຫົວໜ້າ ກົມຄວບຄຸມ ພຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ ທີ່ໄດ້ຖແລງຂ່າວ ໃນວັນທີ 7 ກັນຍາ ຜ່ານມານີ້ວ່າ ທາງການລາວ ໄດ້ນໍາໃຊ້ ຢາພື້ນເມືອງ 3 ຊນິດແລ້ວ ຄື ລາຊາບີ, ຜັກຄາວທອງ ແລະ ກະຊາຍຂາວ ເຊິ່ງຜລິດ ເປັນແຄັບຊູນ ເພື່ອນຳໄປ ປິ່ນປົວ ຜູ້ຕິດເຊືອ ໂຄວິດ-19 ໂດຍໄດ້ແຈກຢາຍ ໃຫ້ແຂວງສາຣະວັນ, ສວັນນະເຂດ ແລະ ຈໍາປາສັກ ເນື່ອງຈາກ 3 ແຂວງນີ້ ເປັນແຂວງ ທີ່ຍັງມີ ການຣະບາດ ຂອງໂຄວິດ-19 ໜັກຢູ່, ດັ່ງທ່່ານກ່າວວ່າ:

“ປັດຈຸບັນນີ້ ທາງກະຊວງ ສາທາຣະນະສຸຂ ກໍແມ່ນ ໄດ້ຈັດສົ່ງໃຫ້ ບັນດາແຂວງ ທີ່ມີ ການຣະບາດ ເປັນຕົ້ນ ແຂວງສວັນນະເຂດ, ຈໍາປາສັກ ແລະ ກະສາຣະວັນ ຈະນໍາໃຊ້ ເຂົ້າໃນ ການນໍາໃຊ້ ເຂົ້າໃນ ການປິ່ນປົວ ຄົນເຈັບ ປັດຈຸບັນນີ້ ກໍໄດ້ນໍາໃຊ້ ເຂົ້າໃນ ການປິ່ນປົວ ຄົນເຈັບ ຈໍນວນ 450 ຄົນ ແລະ ຈະເພີ່ມຂຶ້ນ ໃນແຕ່ວັນ ຢາພື້ນເມືອງ ດັ່ງກ່າວນີ້ ແມ່ນມີຜົນດີ ໃນການປ້ອງກັນ ແລະ ການປິ່ນປົວ ພຍາດ ທາງລະບົບຫາຍໃຈ ກໍຄື ພຍາດ ໂຄວິດ-19 ນັ້ນເອງ.”

ກ່ຽວກັບ ເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ ສາທາຣະນະສຸຂ ທ່ານນຶ່ງ ໃນແຂວງຈໍາປາສັກ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 8 ກັນຍາ ນີ້ວ່າ ຢາພື້ນເມືອງ ດັ່ງກ່າວນີ້ ທາງການ ຈະສົ່ງໃຫ້ ທົດລອງໃຊ້ ໃນ 3 ແຂວງພາກໃຕ້ກ່ອນ ຄື ແຂວງສວັນນະເຂດ, ແຂວງສາຣະວັນ ແລະ ແຂວງຈໍາປາສັກ ເຊິ່ງໃນ ແຂວງຈໍາປາສັກ ກໍຈະທົດລອງ ໃນຜູ້ຕິດເຊື້ອ ໂຄວິດ-19 ປະມານ 200 ຄົນ ກ່ອນ, ດັ່ງທ່ານກ່າວວ່າ:

“ສະຖາບັນ ຢາພື້ນເມືອງນີ້ ທົດລອງຢູ່ 3 ແຂວງ ຄື ສວັນນະເຂດ, ສາຣະວັນ ແລະ ຈໍາປາສັກ ແຕ່ວ່າ ວານນີ້ ເພິ່ນເຣີ່ມມາ ສວັນນະເຂດ ມື້ນີ້ ເພິ່ນມາ ຈໍາປາສັກ ແລະຕໍ່ໄປ ກະໄປ ສາຣະວັນ ຊິໃຊ້ ສົມຄູ່ກັນ ນີ້ກໍຊິ ບໍ່ທັນຮູ້ ຖ້າວ່າ ເພິ່ນໃຫ້ທົດລອງ ຈະໄດ້ ຄໍາຕອບເນາະ ສໍາລັບ ຈໍາປາສັກ ທົດລອງ 200 ຄົນ.”

ນອກຈາກນີ້ ວິ​ທ​ຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ ໄປຍັງ ເຈົ້າໜ້າທີ່ ສາທາຣະນະສຸຂ ໃນແຂວງສວັນນະເຂດ ເພື່ອສອບຖາມ ກ່ຽວກັບ ການນໍາໃຊ້ ຢາພື້ນເມືອງ ທີ່ວ່ານັ້ນ ວ່າປິ່ນປົວ ຜູ້ຕິດເຊື້ອ ໂຄວິດ-19 ມີຜົນດີ ແນວໃດ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສາມາດ ໃຫ້ຂໍ້ມູນໄດ້.

ສໍາລັບ ໃນມື້ວັນທີ 7 ກັນຍາ 2021 ນີ້ ທາງການລາວ ໄດ້ກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ຣາຍໃໝ່ ເພີ່ມອີກ 211 ຄົນ ແຍກເປັນ ກໍຣະນີ ຕິດເຊື້ອ ໃນຊຸມຊົນ 77 ຄົນ ແລະ ກໍຣະນີ ນໍາເຂົ້າ 134 ຄົນ ຈາກຜົນ ການກວດ ວິເຄາະຫາ ຜູ້ຕິດເຊື້ອ ທັງໝົດ 5,385 ໂຕຢ່າງ ເຊິ່ງການຕິດເຊື້ອ ທັງໝົດ ມີດັ່ງນີ້ ຢູ່ນະຄອນຫຼວງ ວຽງຈັນ 23 ຄົນ, ແຂວງບໍ່ແກ້ວ 5 ຄົນ, ຫຼວງພຣະບາງ 8 ຄົນ, ສວັນນະເຂດ 63 ຄົນ, ຈໍາປາສັກ 31 ຄົນ, ຄໍາມ່ວນ 40 ຄົນ, ແຂວງສາຣະວັນ 41 ຄົນ, ດັ່ງ ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າ ກົມຄວບຄຸມ ພຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ ຕາງໜ້າ ຄະນະ ສະເພາະກິຈ ປ້ອງກັນໂຄວິດ-19, ກ່າວໃນພິທີ ຖແລງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 8 ກັນຍາ ນີ້ວ່າ:

“ກວດພົບ ຜູ້ຕິດເຊື້ອໃໝ່ ທັງໝົດ ຢູ່ໃນມື້ນີ້ 211 ຄົນ ຕິດເຊື້ອ ຢູ່ໃນຊຸມຊົນ 77 ຄົນ ຢູ່ນະຄອນຫຼວງ ວຽງຈັນ 7 ຄົນ ແຂວງຄໍາມ່ວນ 30 ຄົນ, ຈໍາປາສັກ 16 ຄົນ ແຂວງສວັນນະເຂດ 10 ຄົນ ແຂວງບໍ່ແກ້ວ 5 ຄົນ ແຂວງສາຣະວັນ 7 ຄົນ ຫຼວງພຣະບາງ 2 ຄົນ.”

ແລະເນື່ອງຈາກ ທີ່ມີ ຜູ້ຕິດເຊື້ອ ໃນຊຸມເພີ່ມຂຶ້ນ ໃນແຕ່ລະມື້ນັ້ນ ໂດຍສະເພາະ ໃນແຂວງ ສວັນນະເຂດ, ຄໍາມ່ວນ ແລະ ແຂວງຈໍາປາສັກ ເຈົ້າໜ້າທີ່ ຍັງໃຊ້ ມາຕການເຂັ້ມງວດ ໂດຍການ ປິດບ້ານ-ປິດເມືອງ ໃນເຂດ ພື້ນທີ່ສີແດງ ຕາມແຈ້ງການ ທີ່ເຄີິຍແຈ້ງ ໄປກ່ອນໜ້ານີ້ ເປັນຕົ້ນ ຢູ່ແຂວງຄໍາມ່ວນ ກໍຍັງ ປິດບ້ານ-ປິດເມືອງຢູ່ ໂດຍສະເພາະ ເມືອງທ່າແຂກ ຈະບໍ່ໃຫ້ ຄົນເດີນທາງ ເຂົ້າ-ອອກ ເດັດຂາດ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຄໍາມ່ວນ ທ່ານນຶ່ງ ກ່າວວ່າ:

“ກະທຸກມື້ ດຽວນີ້ ພວກເຮົາ ກໍຍັງໃຊ້ ມາຕການ ວາງແຜນການທຸກມື້ ທຸກມື້ ຈໍາກັດບໍຣິເວນແທ້ ກໍແມ່ນ ເມືອງທ່າແຂກ ໃນບໍ່ໃຫ້ອອກນອກ ບໍ່ໃຫ້ເຂົ້າ ແລ້ວສົມທົບ ກັບກອງເລຂາເມືອງ ໜ່ວຍຣະບາດ ໂທໄປບອກ ບ້ານແດງ ບ້ານນັ້ນ-ບ້ານນີ້ ມີເທົ່ານັ້ນບ້ານ ອໍານາດ ການປົກຄອງ ຂະເຈົ້າ ເອົາເຊືອກອ້ອມໄວ້ ບ້ານສີແດງ.”

ໃນຂນະດຽວກັນ ເຈົ້າໜ້າທີ່ ກ່ຽວຂ້ອງ ໃນແຂວງສວັນນະເຂດ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວວ່າ ບາງເມືອງ ໃນແຂວງສວັນນະເຂດ ກໍຍັງມີ ມາຕການ ປິດບ້ານ-ປິດເມືອງ ຕາມທີ່ເຄີຍ ແຈ້ງການ ໄປກ່ອນໜ້ານີ້ ໂດຍສະເພາະ ນະຄອນ ໄກສອນພົມວິຫານ ກໍຍັງຫ້າມ ຄົນເດີນທາງ ເຂົ້າ-ອອກ ຄືເກົ່າ, ດັ່ງທ່ານກ່າວວ່າ:

“ກະຍັງລ໊ອກ ຈາກມາຕການ ໂຕກ່ອນ ມັນຍັງບໍ່ສິ້ນສຸດ ຄວາມໝາຍ ຫັ້ນແມ່ນ ແຕ່ລ໊ອກ ນະຄອນໄກສອນ ແຕ່ວ່າ ເມືອງອື່ນເຂົ້າມາ ກໍເຂົ້າມາບໍ່ໄດ້ ມັນສາຍພັນໂຕນີ້ ມັນຕິດງ່າຍ ເຂົາກໍ ປະຕິບັດ ມາຕການ ໃສ່ຜ້າ ປິດປາກ-ປິດດັງ ຫັ່ນແຫຼະ ແຕ່ວ່າ ມັນບໍ່ຕິດງ່າຍ.”

ດ້ານເຈົ້າໜ້າທີ່ ຢູ່ແຂວງຈໍາປາສັກ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ທ່ານນຶ່ງ ກໍກ່າວວ່າ ແຂວງຈໍາປາສັກ ກໍຍັງມີ ມາຕການ ປ້ອງກັນ ໂຄວິດ-19 ຄືເກົ່າ ໂດຍ ການປິດບ້ານ-ປິດເມືອງ ໃນເຂດພື້ນທີ່ ສີແດງ ໂດຍສະເພາະ ຢູ່ເມືອງປະທຸມພອນ ທີ່ມີ ຜູ້ຕິດເຊື້ອ ໃນຊຸມຊົນ ກໍໄດ້ປິດເມືອງ ແລະ ຫ້າມຄົນ ເດີນທາງ ເຂົ້າ-ອອກ ຈົນກວ່າ ສະຖານະການ ຈະດີຂຶ້ນ:

“ຢູ່ເມືອງ ປະທຸມພອນ ລ໊ອກດາວ ຢູ່ເມືອງອື່ນ ເຮົາກໍບໍ່ໄດ້ລ໊ອກ ກະຍັງ ໄປ-ມາ ຫາກັນໄດ້ ແຕ່ວ່າ ບໍ່ໃຫ້ເຂົ້າ ເມືອງປະທຸມພອນ ບໍ່ໃຫ້ແວ່ເນາະ ເກີດຢູ່ບ້ານໃດ ກໍບ້ານນັ້ນ ລ໊ອກດາວ ແລະ ບໍ່ໃຫ້ເຂົ້າ-ໃຫ້ອອກ ໃຫ້ອອກໃຫ້ເປັນ ເຂດບ້ານແດງ ຈັ່ງຊີ້ນ່າ ພາກສ່ວນ ກັມມະການ ເຮົາກະເຂັ້ມງວດ ຫັ້ນແຫຼະ ປະຊາຊົນ ມັນກະ ບາງຈໍານວນ ກໍຍັງ ບໍ່ເຂົ້າໃຈ ເຂົາເຈົ້າ ກະຊິຍັງ ໄປ-ມາ ຫາສູ່ກັນຢູ່.”

ຫຼ້າສຸດນີ້ ເນື່ອງຈາກ ຍັງມີ ຄົນງານລາວ ຈາກປະເທດໄທຍ ເດີນທາງກັບຄືນ ມາປະເທດລາວ ຈໍານວນຫຼາຍ ແລະ ຕ້ອງກັກໂຕ ຕາມມາຕການ ປ້ອງກັນ ໂຄວິດ-19 ນັ້ນ ທາງອົງການ ແຮງງານສາກົລ ແລະ ສະຫະພາບຍຸໂຣປ ກໍໄດ້ຊ່ອຍເຫຼືອ ດ້ານສະບຽງອາຫານ ໃຫ້ແກ່ ສູນກັກໂຕ ຕາມທ້ອງຖິ່ນຕ່າງໆ ໃນແຂວງຈໍາປາສັກ, ສາຣະວັນ, ບໍ່ແກ້ວ ແລະ ໄຊຍະບູຣີ ມູນຄ່າ 35,000 ໂດລາຣ໌ ສະຫະຣັຖ.

ອີງຕາມ ການຣາຍງານ ຂອງຄະນະ ສະເພາະກິຈ ປ້ອງກັນ ໂຄວິດ-19 ສູນກາງ ໄດ້ຣາຍງານ ໃນວັນທີ 8 ກັນຍາ 2021 ນີ້ວ່າ ປະເທດລາວ ມີຜູ້ໄດ້ຮັບ ການກວດ ວິເຄາະຫາເຊື້ອ ທັງໝົດ 461,907 ຄົນ ມີຜູ້ຕິດເຊື້ອ ໂຄວິດ-19 ສະສົມທັງໝົດ 16,576 ຄົນ, ປິ່ນປົວເຊົາແລ້ວ 12,050 ຄົນ, ກໍາລັງປິ່ນປົວ 4,510 ຄົນ ແລະ ເສັຽຊີວິດ ສະສົມ 16 ຄົນ.

ສ່ວນການສັກ ວັກຊິນ ປ້ອງກັນ ໂຄວິດ-19 ມາຮອດ ປັດຈຸບັນ ມີຜູ້ໄດ້ຮັບ ການສັກ ວັກຊິນແລ້ວ ແຍກເປັນ ເຂັມທີ 1 ຈໍານວນ 2,560,372 ຄົນ ແລະ ເຂັມທີ 2 ຈໍານວນ 1,842,398 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.