ສົກຮຽນ ຖືກເລື່ອນອອກໄປ ຊົ່ວຄາວ

ສຸ​ພັດ​ຕາ
2021.09.02
ສົກຮຽນ ຖືກເລື່ອນອອກໄປ ຊົ່ວຄາວ ມັທຍົມສຶກສາສົມບູນ ວຽງຈັນ
ນັກຂ່າວ ພົລເມືອງ

ກະຊວງ ສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການ ໃນວັນທີ 1 ກັນຍາ 2021 ນີ້ວ່າ ໃຫ້ເຂດ ພື້ນທີ່ສີແດງ ທີ່ມີ ການຣະບາດ ຂອງເຊື້ອ ໂຄວິດ-19 ເລື່ອນການເປີດ ສົກຮຽນທຸກຊັ້ນ ອອກໄປກ່ອນ ຖ້າຍັງ ເປີດບໍ່ໄດ້ ກໍໃຫ້ ເຈົ້າໜ້າທີ່ ສຶກສາ ຄຣູ-ອາຈານ ປຶກສາກັນ ເພື່ອຕຽມ ແຜນການ ສອນອອນລາຍນ໌ ໃຫ້ແກ່ ເດັກນ້ອຍນັກຮຽນ.

ກ່ຽວກັບ ເຣື່ອງດັ່ງກ່າວນີ້ ຜູ້ປົກຄອງ ນັກຮຽນ ທ່່ານນຶ່ງ ໃນນະຄອນຫຼວງ ວຽງຈັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 2 ກັນຍາ ນີ້ວ່າ ການທີ່ ທາງການ ເລື່ອນເປີດ ສົກຮຽນນັ້ນ ກໍເຫັນດີນໍາ ເພາະເປັນ ການປ້ອງກັນ ບໍ່ໃຫ້ມີ ການຕິດເຊື້ອ ໂຄວິດ-19 ໃນຊຸມຊົນ ເພີ່ມຂຶ້ນ, ແຕ່ການຮຽນ ອອນລາຍນ໌ ກໍຈະພົບ ຄວາມຫຍຸ້ງຍາກ ຫຼາຍຢ່າງ ສໍາລັບ ເດັກນ້ອຍ ທີ່ບໍ່ມີ ຄວາມພ້ອມ ໃນດ້ານອຸປກອນ ເປັນຕົ້ນ ໂທຣະສັບ ແລະ ເດັກນ້ອຍ ກໍບໍ່ໄດ້ສົນໃຈ ການຮຽນ ອອນລາຍນ໌ ຄືກັບ ຮຽນໂຕຈິງ ເທົ່າທີ່ຄວນ, ດັ່ງທ່ານກ່າວວ່າ:

“ແຕ່ຖ້າວ່າ ຮຽນອອນລາຍນ໌ ນັກຮຽນ ກະຕ້ອງຍາກ ຫັ້ນແຫຼ້ວ ເຣື່ອງເດັກນ້ອຍ ມັນຈະມີ ບັນຫາ ບໍ່ມີ ໂທຣະສັບເດ້ ບໍ່ຮູ້ຈັກ ອັນໃດ ຍ້ອນວ່າ ມັນບໍ່ຄື ໂຕຈິງເດ້ ແຕ່່ຖ້າ ໂຕຈິງ ມັນກໍຍັງຍາກ ຢູ່ແລ້ວ ເຣື່ອງການສຶກສາ ທຸກມື້ນີ້ ນັກຮຽນ ຊັ້ນສູງ ມັນກະໃຄ ໜ້ອຍນຶ່ງ.”

ຊາວບ້ານ ໃນແຂວງສວັນນະເຂດ ທ່ານນຶ່ງ ກໍກ່າວວ່າ ການໂຈະ ການຮຽນຊົ່ວຄາວນັ້ນ ກໍມີທັງ ຂໍ້ດີແລະຂໍ້ເສັຽ ເຊິ່ງຂໍ້ດີ ກໍຈະເຮັດໃຫ້ ຊຸມຊົນ ຫຼຸດຄວາມສ່ຽງ ທີ່ຈະມີ ການຕິດເຊື້ອ ໂຄວິດ-19 ເພີ່ມຂຶ້ນ ສ່ວນຂໍ້ ເສັຽນັ້ນ ກໍເຮັດໃຫ້ ເດັກນ້ອຍ ຮຽນບໍ່ເຂົ້າໃຈ, ຜົລການຮຽນ ກໍຊ້າ ແລະ ມີຄວາມຫຍຸ້ງຍາກ ຫຼາຍຢ່າງ, ດັ່ງຊາວບ້ານຜູ້ນີ້ ເວົ້າວ່າ:

“ມັນກໍມີ ທັງຜົນດີ ແລະກະ ຜົນເສັຽ ຜົນເສັຽ ຄື ນຶ່ງແບບວ່າ ການຮຽນ-ການສອນ ຂອງເດັກນ້ອຍນີ້ ຮຽນມັນ ກໍຈະຊ້າ ຫຼາຍດ້ານ ຜົລກະທົບ ກ່ຽວກັບ ການສຶກສາ ການຮຽນ ຜົລດີ ແບບໃດດີ ເນື່ອງຈາກວ່າ ບໍ່ເປີດຮຽນ ແບບນີ້ ມັນກໍຈະບໍ່ ຜົລກະທົບ ຕໍ່ການຣະບາດ ຂອງພຍາດ.”

ຂນະທີ່ ເຈົ້າໜ້າທີ່ ຜແນກ ສຶກສາທິການ ແລະ ກິລາ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ໃນນະຄອນຫຼວງ ວຽງຈັນ ກ່າວວ່າ ຕາມການແຈ້ງການ ຂອງກະຊວງ ສຶກສາທິການ ແລະ ກິລາ ແມ່ນວ່າ ແຂວງໃດ ພື້ນທີ່ໃດ ທີ່ບໍ່ມີ ການຣະບາດ ຂອງເຊື້ອ ໂຄວິດ-19 ກໍໃຫ້ ເປີດຮຽນ ໄດ້ປົກກະຕິ, ແຕ່ຕ້ອງ ຈໍາກັດ ການຮຽນ-ການສອນ ໂດຍການເວັ້ນ ໄລຍະຫ່າງ 1 ແມັດ ແລະ ມີມາຕການ ເຂັ້ມງວດ ເຊິ່ງໃນນະຄອນຫຼວງ ວຽງຈັນເອງ ກໍຍັງບໍ່ມີ ການເປີດຮຽນ ທຸກຊັ້ນເທື່ອ ເພາະໄລຍະນີ້ ກໍຍັງມີ ຜູ້ຕິດເຊື້ອ ໂຄວິດ-19 ໃນຊຸມຊົນຢູ່ ແລະ ຕ້ອງລໍຖ້າ ແຈ້ງການ ອີກເທື່ອນຶ່ງ ໃນວັນທີ 15 ກັນຍານີ້ວ່າ ຈະເປີດ ຫຼືບໍ່ ຖ້າຍັງເປີດ ບໍ່ໄດ້ ກໍຕຽມຂຶ້ນແຜນ ໃຫ້ນັກຮຽນ ຮຽນອອນລາຍນ໌, ດັ່ງທີ່ ທ່ານກ່າວວ່າ:

“ຢູ່ໃນນະຄອນຫຼວງ ເຮົານີ້ ຍັງມີ ຜູ້ຕິດເຊື້ອຢູ່ ຖ້າວ່າ ແຂວງໃດ ບໍ່ມີ ການຕິດເຊື້ອແລ້ວ ເພິ່ນກໍ ສາມາດ ໃຫ້ເປີດ ການຮຽນ-ການສອນໄດ້ ອີກ 15 ວັນ ນັບແຕ່ວັນທີ 1 ເປັນຕົ້ນໄປ ຖ້າວ່າ ຍັງເປີດຮຽນ ບໍ່ໄດ້ເທື່ອ ຕ້ອງໄດ້ມີແຜນ ໃຫ້ລອງຮຽນ ຂຶ້ນແຜນ ຮຽນອອນລາຍນ໌.”

ໃນຂນະດຽວກັນ ເຈົ້າໜ້າທີ່ ສຶກສາ ອີກທ່່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກໍກ່າວວ່າ ຖ້າຫາກ ບາງພື້ນທີ່ ຍັງເປີດຮຽນ ບໍ່ໄດ້ ແນ່ນອນວ່າ ທາງການ ກໍມີແຜນ ໃຫ້ນັກຮຽນ ຮຽນອອນລາຍນ໌, ແຕ່ການຮຽນ ອອນລາຍນ໌ນີ້ ເປັນບັນຫາ ຫຍຸ້ງຍາກ ກັບເດັກນ້ອຍ ນັກຮຽນ ແນ່ນອນ ຍ້ອນວ່າ ບາງຄົນ ບໍ່ໄດ້ມີ ໂທຣະສັບ ເພື່ອໃຊ້ ໃນການຮຽນ, ດັ່ງທ່ານເວົ້າວ່່າ:

“ເພິ່ນ ກໍມີແຜນຮຽນ ທາງອອນລາຍນ໌ ກໍມີ ອຸປສັກ ເຣື່ອງອຸປກອນ ເພາະຜູ້ປົກຄອງ ນັກຮຽນ ບາງຄົນ ເຣື່ອງໂທຣະສັບ ອິຫຍັງນີ້ ກໍບໍ່ທັນພ້ອມ.”

ສໍາລັບ ໃນມື້ວັນທີ 1 ກັນຍາ 2021 ນີ້ ທາງການລາວ ໄດ້ກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ຣາຍໃໝ່ ເພີ່ມອີກ 170 ຄົນ ແຍກເປັນ ກໍຣະນີ ຕິດເຊື້ອ ໃນຊຸມຊົນ 41 ຄົນ ແລະ ກໍຣະນີ ນໍາເຂົ້າ 129 ຄົນ ຈາກຜົລ ການກວດວິເຄາະ ຫາຜູ້ຕິດເຊື້ອ ທັງໝົດ 3,711 ໂຕຢ່າງ ໃນນັ້ນ ຢູ່ນະຄອນຫຼວງ ວຽງຈັນ 26 ຄົນ, ແຂວງຄໍາມ່ວນ 17 ຄົນ, ສາຣະວັນ 42 ຄົນ, ບໍ່ແກ້ວ 4 ຄົນ, ໄຊຍະບູຣີ 1 ຄົນ, ສວັນນະເຂດ 70 ຄົນ, ຈໍາປາສັກ 6 ຄົນ, ຫຼວງພຣະບາງ 1 ຄົນ ແລະ ແຂວງບໍຣິຄໍາໄຊ 3 ຄົນ, ດັ່ງ ດຣ ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າ ກົມຄວບຄຸມ ພຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ ຕາງໜ້າ ຄະນະ ສະເພາະກິຈ ປ້ອງກັນໂຄວິດ-19 ກ່າວໃນພິທີ ຖແລງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 02 ກັນຍາ ນີ້ວ່າ:

“ພວກເຮົາ ໄດ້ກວດວິເຄາະ ທັງໝົດ 3,711 ຄົນ ກວດພົບ ຜູ້ຕິດເຊື້ອໃໝ່ ທັງໝົດແມ່ນ 170 ຄົນ ເຊິ່ງຕິດເຊື້ອ ຢູ່ຊຸມຊົນ ແມ່ນ 41 ຄົນ ສໍາລັບ ນະຄອນຫຼວງ ວຽງຈັນ 9 ຄົນ ແຂວງສວັນນະເຂດ 22 ຄົນ ແຂວງຄໍາມ່ວນ 4 ຄົນ ແຂວງບໍ່ແກ້ວ 4 ຄົນ ແຂວງຫຼວງພຣະບາງ 1 ຄົນ ແລະ ແຂວງສາຣະວັນ 1 ຄົນ.”

ສ່ວນກໍຣະນີ ທີ່ມີ ຄົນງານລາວ ທີ່ກັບມາຈາກ ປະເທດໄທຍ ໄດ້ພາກັນ ຮ່ວມກຸ່ມປະທ້ວງ ຢູ່ສູນກັກໂຕ ເມືອງທ່າແຂກ ແຂວງຄໍາມ່ວນ ໃນວັນທີ 01 ກັນຍາ ທີ່ຜ່ານມານີ້ ຍ້ອນວ່າ ຢາກຈະກັບ ເມືອບ້ານ ເພາະກັກໂຕເກີນ 28 ມື້ ຕາມກໍານົດ ຂອງທາງການແລ້ວ ແລະ ກໍກວດບໍ່ມີເຊື້ອ ໂຄວິດ-19.

ກ່ຽວກັບ ເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ໃນແຂວງຄໍາມ່ວນ ກ່າວວ່າ ໄດ້ແກ້ໄຂແລ້ວ ດ້ວຍການອະທິບາຍ ໃຫ້ຄົນງານລາວ ທີ່ປະທ້ວງນັ້ນ ຟັງວ່າ ເປັນຫຍັງ ຈຶ່ງຕ້ອງກັກໂຕ ຄົບ 28 ມື້ ແລ້ວຍັງບໍ່ປ່ອຍ ກັບເມືອເຮືອນ ເຊິ່ງໃນນັ້ນ ມີບາງຄົນ ກັກໂຕເຖິງ 31-32 ມື້ກໍມີ ຍ້ອນວ່າ ມີຄົນ ໃນກຸ່ມຕິດເຊື້ອ ໂຄວິດ-19 ກໍເລີຍ ຕ້ອງໄດ້ກັກໂຕຕື່ມ ເພື່ອກວດຫາເຊື້ອ ອີກຮອບນຶ່ງກ່ອນ ເຊິ່ງຜ່ານມາ ກໍມີ ໂຕຢ່າງ ໃຫ້ເຫັນແລ້ວວ່າ ພົບຄົນງານລາວ ຕິດເຊື້ອໂຄວິດ-19 ພາຍຫຼັງ ທີ່ກັບເມືອເຮືອນ.

ສະນັ້ນແລ້ວ ເຈົ້າໜ້າທີ່ ຈຶ່ງຕ້ອງກັກໂຕ ແລະ ກວດຫາເຊື້ອ ໂຄວິດ-19 ອີກເທື່ອນຶ່ງກ່ອນ ເພື່ອຄວາມແນ່ໃຈວ່າ ຈະບໍ່ມີເຊື້ອ ໂຄວິດ-19 ໄປແຜ່ຣະບາດ ໃນຊຸມຊົນ. ເຊິ່ງຈໍານວນ ຄົນງານລາວທີ່ ປະທ້ວງນັ້ນ ເຈົ້າໜ້າທີ່ ກໍນໍາໂຕ ໄປກວດຫາເຊື້ອໂຄວິດ-19 ໃໝ່ໝົດແລ້ວ ແລະ ຜົລອອກມາ ເປັນລົບໝົດ ກໍປ່ອຍໂຕ ພວກເຂົາ ກັບເມືອເຮືອນ, ແຕ່ຕ້ອງ ໄປກັກໂຕ ຢູ່ເຮືອນ ອີກ 7 ມື້, ດັ່ງທ່ານກ່າວວ່າ:

“ເວົ້າໃຫ້ລາວ ເຂົ້າໃຈ ແລ້ວເຂົາເຈົ້າ ກໍແລ້ວ ດຽວສົ່ງເພິ່ນ ເມືອແລ້ວ ຜົລລົບແລ້ວ ເພິ່ນອອກເມືອ ຢູ່ຫິນບູນແລ້ວ ເມືອໄປກັກ ບໍຣິເວນ ສູນບ້ານເຂົາເຈົ້າ ອີກ 7 ມື້ ອັນນີ້ ພວກເຮົາ ຕ້ອງປະຕິບັດ ຕາມຫຼັກການ ຖ້າມີ ຜູ້ຕິດເຊື້ອ ເພີ່ມຂຶ້ນຜູ້ນຶ່ງ ມັນຕ້ອງ ນັບນຶ່ງໃໝ່ ຫຼັກການ ຂອງແພດເຮົາ ແບບນັ້ນ ເຮົາຕ້ອງໝັ້ນໃຈ ບໍ່ແມ່ນ ເຮົາຈະໄປ ຕິດໃສ່ ຊຸມຊົນຕໍ່ ຄັນບໍ່ໝັ້ນໃຈ ແລະ ເຮົາບໍ່ສົ່ງ.”

ມາຮອດ ວັນທີ 02 ກັນຍາ 2021 ນີ້ ຄະນະ ສະເພາະກິຈ ປ້ອງກັນ ໂຄວິດ-19 ສູນກາງ ໄດ້ຣາຍງານວ່າ ປະເທດລາວ ມີຜູ້ໄດ້ຮັບ ການກວດວິເຄາະ ຫາເຊື້ອ ທັງໝົດ 440,804 ຄົນ, ຜູ້ຕິດເຊື້ອ ໂຄວິດ-19 ສະສົມ ທັງໝົດ 15,459 ຄົນ ປິ່ນປົວ ເຊົາແລ້ວ 10,128 ຄົນ, ກໍາລັງ ປິ່ນປົວ 5,317 ຄົນ ແລະ ເສັຽຊີວິດ ສະສົມ 14 ຄົນ.

ສ່ວນການສັກ ວັກຊິນປ້ອງກັນ ໂຄວິດ-19 ມາຮອດ ປັດຈຸບັນ ມີຜູ້ໄດ້ຮັບ ການສັກວັກຊິນແລ້ວ ແຍກເປັນ ເຂັມທີ 1 ຈໍານວນ 2,504,151 ຄົນ ແລະ ເຂັມທີ 2 ຈໍານວນ 1,815,215 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.