ງົວ-ຄວາຍ 4,000 ປາຍໂຕ ຕິດພຍາດ

ອຸ່ນ​ແກ້ວ ສຸກ​ສະ​ຫວັນ
2021.09.02
ງົວ-ຄວາຍ 4,000 ປາຍໂຕ ຕິດພຍາດ ງົວ ຕິດເຊື້ອພຍາດ ຜິວໜັງອັກເສບ ຢູ່ 22 ບ້ານ ໃນເມືອງບໍ່ແຕນ ແຂວງໄຊຍະບູຣີ
ນັກຂ່າວ ພົລເມືອງ

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງ ໄດ້ລົງ ແນະນຳ ວິທີປ້ອງກັນ ພຍາດ ໃຫ້ແກ່ ປະຊາຊົນ ທີ່ມີ ງົວ-ຄວາຍ ແລະ ແຍກ ງົວ-ຄວາຍ ທີ່ຕິດພຍາດ ອອກຈາກ ໂຕທີ່ບໍ່ຕິດ ໂດຍ ການໃຊ້ ພູມປັນຍາ ຊາວບ້ານ ດ້ວຍ ການດັງໄຟ ໄລ່ແມງໄມ້ ແລະ ນຳໃຊ້ ຢາປົວ ຕາມອາການ ຕາມການແນະນຳ ຂອງສັຕວະແພດ. ເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 1 ກັນຍາ ວ່າ:

“ຫຼັງຈາກທີ່ມາ ມື້ນີ້ ກໍຖືວ່າ ມັນກໍບໍ່ເກີດ ທຸກໆມື້ ຫັ້ນນ່າ ແຕ່ວ່າ ມັນກໍວ່າ ເກີດໜ້ອຍ ຫັ້ນນ່າ ເກີດໄປ ເທື່ອລະໜ້ອຍ ລະໜ້ອຍໄປ ອີກໂຕນຶ່ງ ປົວດີ ອີກໂຕນຶ່ງ ເກີດແທນ ອັນຫຼັກໆ ລະແມ່ນ ໃນການແຍກ ຝູງສັດ ໃນການປົກປັກ ຮັກສາ ໃນການກຳຈັດ ແນວໃດ ດັງໄຟ ດັ່ງຫຍັງແດ່ ແນະນຳ ເຂົາເຈົ້າ ແຍກສັດ ນັ້ນອອກ.”

ທ່ານ ກ່າວຕື່ມວ່າ ສາເຫດ ທີ່ມີ ການແຜ່ຣະບາດ ຍ້ອນວ່າ ຜູ້ລ້ຽງ ງົວ-ຄວາຍ ພາຍໃນແຂວງ ຈະນິຍົມ ລ້ຽງແບບປ່ອຍ ຕາມທັມຊາດ ໃຫ້ສັດ ມັນເລາະກິນຫຍ້າ ຕາມທົ່ງ ດ້ວຍຕົນເອງ ຕອນຄ່ຳ ເຈົ້າຂອງ ກໍໄປຮັບ ມາຄອກ ແລະ ຕອນເຊົ້າ ເຈົ້າຂອງ ກໍປ່ອຍໃຫ້ ມັນອອກ ຫາກິນຫຍ້າ ຈຶ່ງເຮັດໃຫ້ ສັດໂຕ ທີ່ມີເຊື້ອພະຍາດ ໄປໃກ້ຊິດ ແລະ ຕິດໃສ່ ງົວໂຕອື່ນ. ໃນຂນະທີ່ ຄວາຍ ບໍ່ຕິດພຍາດ ຫຼາຍ ຄືງົວ ຍ້ອນວ່າ ຄວາຍ ມັກໄປນອກ ເກືອກຕົມ ແລະ ລົງອາບນ້ຳ ເພື່ອປ້ອງກັນ ແມງໄມ້ ທີ່ນຳ ເຊື້ອພຍາດ ມາຕິດ ແລະ ຄວາຍມີ ຜິວໜັງທີ່ໜາ.

ພຍາດ ຜິວໜັງອັກເສບ ໄດ້ແຜ່ຣະບາດ ໃນງົວ ແລະ ຄວາຍ ຢູ່ບ້ານໂພນໄຊ ເມືອງໄຊເສດຖາ ແຂວງອັດຕະປື, ແຕ່ຍັງບໍ່ທັນ ແຜ່ຣະບາດ ລາມໄປ ບ້ານອື່ນ ທີ່ໃກ້ຄຽງກັນ. ຊາວບ້ານ ທີ່ມີ ງົວ-ຄວາຍ 2-3 ໂຕ ກໍສາມາດ ປິ່ນປົວທັນ ສ່ວນວ່າ ເຈົ້າໜ້າທີ່ ກະສິກັມ ແລະ ປ່າໄມ້ ກໍໄດ້ລົງ ແນະນຳໃຫ້ ເຈົ້າຂອງສັດ ໄປຊື້ຢາ ມາປິ່ນປົວ.

ປະຊາຊົນ ທີ່ເປັນ ເຈົ້າຂອງງົວ ຢູ່ເມືອງໄຊເສດຖາ ໄດ້ກ່າວຕໍ່ ວິ​ທ​ຍຸເອເຊັຽເສຣີ ໃນວັນທີ 1 ກັນຍາ ວ່າ:  

“ມັນຣະບາດ ແຕ່ວ່າ ຄື ຈຳນວນຫັ້ນນ່າ ມັນບໍ່ເຖິງ ຂັ້ນວ່າ ຕາຍແບບ ມັນເປັນແລ້ວ ແລະ ກໍສັກຢາ ແລ້ວປົວ ປະມານ 2 ມື້ ມັນດີຂຶ້ນ ມັນກິນຫຍ້າ ຈັ່ງຊີ້ນ່າ.”

ອີກສາເຫດນຶ່ງ ຂອງການຕິດເຊື້ອ ກໍຄື ຊາວບ້ານ ບໍ່ສາມາດ ແຍກງົວນ້ອຍ ອອກຈາກ ແມ່ຂອງມັນໄດ້ ຕາມການແນະນຳ ຂອງເຈົ້າໜ້າທີ່. ເຈົ້າຂອງ ງົວ-ຄວາຍ ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ກ່າວວ່າ:  

“ກໍບໍ່ສາມາດ ແຍກໄດ້ ເພາະວ່າ ອັນນຶ່ງ ສັດໂຕນ້ອຍ ກໍໄປນຳ ແມ່ມັນຫັ້ນນ່າ ຈັ່ງຊັ້ນ ມັນກໍຕ້ອງ ໄດ້ຢູ່ນຳ ແມ່ມັນ ຫັ້ນນ່າ ໂຕແມ່ ໂຕລູກ ມັນບໍ່ຢາກ ປະກັນ.”

ເຈົ້າຂອງ ງົວ-ຄວາຍ ທ່ານນີ້ ໄດ້ກ່າວຕື່ມວ່າ ມີງົວ-ຄວາຍ 4 ໂຕ ໃນນັ້ນ ປົວດີແລ້ວ 3 ໂຕ ແຕ່ ຕາຍໂຕ 1 ໃນຂນະທີ່ ການແຜ່ຣະບາດ ກໍຍັງ ດຳເນີນໄປ.

ໃນເຂດ ເທສບານ ແຂວງອັດຕະປື ບໍ່ມີ ການຣະບາດ ຫຼາຍເທົ່າກັບ ເຂດນອກ ຈາກເທສບານແຂວງ, ເຈົ້າຂອງງົວ ຢູ່ເຂດເທສບານ ແຂວງອັດຕະປື ໄດ້ກ່າວວ່າ:

“ເຂົາເຈົ້າ ກໍຮັກສາ ໄດ້ແດ່ມັນ ມັນຣະບາດ ແຕ່ເຂດທາງນອກ ພຸ້ນນ່າ ມັນກໍ ບໍ່ປານໃດດອກ ເຂົາເຈົ້າ ກໍລົງຫາ ປະຊາຊົນເດ້ ມັນມີ ໜ່ວຍງານເຂົາ ລົງໄປເບິ່ງ ໄປຕິດຕາມນຳ.”

ພຍາດຜິວໜັງອັກເສບ ສາມາດ ແຜ່ລາມໄດ້ງ່າຍ ຍ້ອນວ່າ ມີແມງໄມ້ ດູດເລືອດ ງົວ-ຄວາຍ ເປັນພາຫະນະ ນຳເຊື້ອ ແລະ ເຈົ້າຂອງສັດ ຈະຕ້ອງແຍກ ສັດໂຕທີ່ເປັນ ພຍາດ ອອກຈາກ ສັດໂຕ ທີ່ບໍ່ເປັນ ແລ້ວປິ່ນປົວ ຕາມອາການ. ເຈົ້າໜ້າທີ່ ສັຕວະແພດ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ກ່າວວ່າ:

“ຄັນຖ້າ ສັດໂຕໃດເກີດ ມີການຕິດເຊື້ອແລ້ວ ມີການເປັນຕຸ່ມ ນຳຕາມໂຕ ຫັ້ນນ່າ ຂອງຜິວໜັງ ຂອງສັດນ່າ ໂຕໃດ ຕິດເຊື້ອແລ້ວ ເຮົາກໍຄວນແຍກ ຄວນຕິດຕາມ ປິ່ນປົວ ຕາມອາການ ໄລຍະນີ້ ສາມາດ ຕິດໄດ້ງ່າຍ ຖ້າເຮົາບໍ່ມີ ການປ້ອງກັນ ຫຼືວ່າ ແຍກສັດ.”

ທາງການ ແຂວງອັດຕະປື ໄດ້ອອກມາຕການ ບໍ່ໃຫ້ມີ ການເຄື່ອນຍ້າຍ ສັດໃຫຍ່ ປະເທດງົວ-ຄວາຍ ຊົ່ວຄາວ ລະຫວ່າງ ບ້ານຕໍ່ບ້ານ, ເມືອງຕໍ່ເມືອງ, ແຂວງຕໍ່ແຂວງ ນໍາອີກ ພ້ອມທັງ ໄດ້ສົມທົບ ເຈົ້າໜ້າທີ່ ຈະຣາຈອນ ພາຍໃນແຂວງ ໃຫ້ກວດກາ ການເຄື່ອນຍ້າຍສັດ, ຖ້າຜູ້ໃດ ຝ່າຝືນ ຈະຖືກ ດຳເນີນຄະດີ ຕາມກົດໝາຍ ກ່ອນໜ້ານີ້ ຫຼາຍແຂວງ ກໍພົບວ່າ ມີພຍາດ ຜິວໜັງອັກເສບ ຣະບາດ ໃນສັດໃຫຍ່ ປະເພດ ງົວ-ຄວາຍ ປະມານ 10 ພັນ ໂຕ ຢູ່ແຂວງຄຳມ່ວນ, ສວັນນະເຂດ, ນະຄອນຫຼວງວຽງຈັນ, ແລະ ໄຊຍະບູຣີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.