199 ຄົນ ຕິດໂຄວິດ-19 ຕື່ມອີກ
2021.08.31
ທາງການລາວ ກວດພົບ ຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ ເພີ່ມອີກ 199 ຄົນ ໃນນັ້ນ 64 ຄົນ ແມ່ນຕິດເຊື້ອ ໃນຊຸມຊົນ ຈາກຜົລການກວດ ວິເຄາະຫາ ຜູ້ຕິດເຊື້ອ ທັງໝົດ 3,521 ໂຕຢ່າງ ໃນມື້ວັນທີ 30 ສິງຫາ 2021 ນີ້, ດັ່ງ ດຣ ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າ ກົມຄວບຄຸມ ພຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ ຕາງໜ້າ ຄະນະສະເພາະກິຈ ປ້ອງກັນ ໂຄວິດ-19 ກ່າວໃນພິທີ ຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 31 ສິງຫາ ນີ້ວ່າ:
“ມາຮອດວັນທີ 30 ສິງຫາ ໄດ້ກວດວິເຄາະ ທັງໝົດ 3,521 ຄົນ ໃນນັ້ນ ກວດພົບຜູ້ຕິດ ເຊື້ອໃໝ່ ທັງໝົດແມ່ນ 199 ຄົນ ເຊິ່ງຕິດ ຢູ່ໃນຊຸມຊົນ ເຖິງ 64 ຄົນ.”
ທ່ານກ່າວຕື່ມ ອີກວ່າ ຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ນີ້ ມີຜູ້ຕິດເຊື້ອ ນໍາເຂົ້າ ທັງໝົດ 135 ຄົນ ແລະ ຕິດໃນຊຸມຊົນ ແມ່ນ 64 ຄົນ ຊຶ່ງຢູ່ ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອ ໂຄວິດ-19 ທັງໝົດ 28 ຄົນ ນັ້ນໃນ 24 ຄົນ ຕິດເຊື້ອ ໃນຊຸມຊົນ, ສວັນນະເຂດ 68 ຄົນ ໃນນັ້ນ 14 ຄົນ ຕິດເຊື້ອ ໃນຊຸມຊົນ, ຈໍາປາສັກ 52 ຄົນ ໃນນັ້ນ 1 ຄົນ ຕິດເຊື້ອ ໃນຊຸມຊົນ, ສາຣະວັນ 22 ຄົນ ໃນນັ້ນ 3 ຄົນ ຕິດເຊື້ອ ໃນຊຸມຊົນ, ຄໍາມ່ວນ 7 ຄົນ ໃນນັ້ນ 2 ຄົນ ຕິດເຊື້ອ ໃນຊຸມຊົນ, ບໍຣິຄໍາໄຊ 2 ຄົນ ແມ່ນຕິດເຊື້ອ ນໍາເຂົ້າ, ແຂວງບໍ່ແກ້ວ 11 ຄົນ ຕິດເຊື້ອ ໃນຊຸມຊົນ, ຫຼວງນໍ້າທາ 8 ຄົນ ຕິດເຊື້ອ ໃນຊຸມຊົນ ແລະ ແຂວງອຸດົມໄຊ 1 ຄົນ ຕິດເຊື້ອ ໃນຊຸມຊົນ.
ສ່ວນກໍຣະນີ ທີ່ມີ ກຸ່ມນັກໂທດ ປະມານ 20 ຄົນ ພາຍໃນ ຄ້າຍຄຸມຂັງ ຫຼັກ 6 ນະຄອນ ໄກສອນ ພົມວິຫານ ແຂວງສວັນນະເຂດ ໄດ້ພະຍາຍາມ ໂຕນໜີ ອອກຈາກຄຸກ ເມື່ອຕອນ 1 ໂມງກາງຄືນ ຂອງວັນທີ 29 ສິງຫາ 2021 ນັ້ນ, ເຈົ້າໜ້າທີ່ ແຂວງສວັນນະເຂດ ທ່ານນຶ່ງ ຜູ້ບໍ່ປະສົງ ອອກຊື່ ແລະ ຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ກຸ່ມນັກໂທດ ເຫຼົ່ານັ້ນ ໄດ້ພະຍາຍາມ ໂຕນຄຸກ ເພື່ອຫຼົບໜີ ອອກຈາກຄ້າຍຄຸມ ຂັງແທ້, ແຕ່ເຈົ້າໜ້າທີ່ ປະຈໍາຄ້າຍຄຸມຂັງ ໄດ້ສັງເກດ ເຫັນກ່ອນ ຈຶ່ງໄດ້ຍິງປືນ ສະກັດໄວ້ ໄດ້ທັນ ແລະ ຈັບໂຕ ນັກໂທດໄດ້ ທັງໝົດ ພາຍໃນເວລາ ບໍ່ເກີນ 40 ນາທີ, ດັ່ງທ່ານກ່າວວ່າ:
“ຄຸກກາງເມືອງ ຢູ່ສວັນນະເຂດ ນີ້ແຫຼະ ແຕ່ວ່າ ຄວບຄຸມໄດ້ແລ້ວ ເພາະວ່າ ນັກໂທດ ຕຽມຊື່ໆ ຕຽມວາງແຜນ ຕໍາຣວດ ເຈົ້າໜ້າທີ່ ສະກັດກັ້ນ ໄວ້ກ່ອນ, ຢູ່ໃນຄຸກ ຫັ້ນນ່າ ມັນແອອັດ ແລ້ວເຂົາ ກະຢ້ານຕາຍ ເພາະມີຄົນຕາຍ 2 ຄົນແລ້ວ, ນັກໂທດ 1,500 ຄົນ ຄົນຕິດ ເກີນເຄິ່ງນຶ່ງແລ້ວ ປະມານ 700 ຄົນແຫຼະ ດຽວນີ້ ກະຄື ຢູ່ຄຸກນ່າ ເປັນໂຮງພຍາບານສນາມແຫຼະ ເປັນບ່ອນ ປົວໂຄວິດແລ້ວ.”

ທ່ານກ່່າວ ຕື່ມອີກວ່າ ນັກໂທດ ທີ່ພະຍາຍາມ ໂຕນຄຸກ ເຫຼົ່ານັ້ນ ສ່ວນໃຫຍ່ ເປັນນັກໂທດ ທີ່ຢູ່ໃນ ຄ້າຍຄຸມຂັງ ມາຫຼາຍປີແລ້ວ ແລະ ຮູ້ຈັກຊ່ວງເວລາ ຕອນທີ່ມີ ເຈົ້າໜ້າທີ່ ຮັກສາເວນຍາມ ມີໜ້ອຍ ຮວມເຖິງ ຮູ້ຈັກ ຊ່ອງທາງ ຕ່າງໆ ເພື່ອຫຼົບໜີໄດ້ ເປັນຢ່າງດີ.
ສ່ວນສາເຫດ ທີ່ເຮັດໃຫ້ ກຸ່ມນັກໂທດ ເຫຼົ່ານັ້ນ ພະຍາຍາມ ໂຕນຄຸກ ເພື່ອຫຼົບໜີ ອອກຈາກ ຄ້າຍຄຸມຂັງ ຍ້ອນວ່າ ພວກເຂົາ ເປັນກັງວົນ ແລະ ຢ້ານຕິດເຊື້ອ ໂຄວິດ-19 ເນື່ອງຈາກ ສະພາບ ການແຜ່ຣະບາດ ຂອງເຊື້ອ ໂຄວິດ-19 ພາຍໃນ ຄ້າຍຄຸມຂັງ ຂ້ອນຂ້າງ ໜັກໜ່ວງ ດ້ວຍສະພາບ ຄວາມແອອັດ ອາກາດ ບໍ່ປອດໂປ່ງ ຈຶ່ງເຮັດໃຫ້ເຊື້ອ ໂຄວິດ-19 ຣະບາດ ຢ່າງໄວວາ ປັດຈຸບັນ ມີນັກໂທດ ຕິດເຊື້ອ ໂຄວິດ-19 ປະມານ 700 ຄົນແລ້ວ ຈາກຈໍານວນ ນັກໂທດ ທັງໝົດ ປະມານ 1,500 ຄົນ.
ປັດຈຸບັນ ມີນັກໂທດ ທີ່ຕິດເຊື້ອ ໂຄວິດ-19 ພາຍໃນ ຄ້າຍຄຸມຂັງ ຫຼັກ 6 ໄດ້ເສັຽຊີວິດ ຈໍານວນ 2 ຄົນແລ້ວ ປະກອບມີ ຜູ້ທີ່ 1 ເປັນເພດຊາຍ ອາຍຸ 35 ປີ ເປັນປະຊາຊົນ ບ້ານນາມໍ ເມືອງໄຊພູທອງ ແຂວງສວັນນະເຂດ ຜູ້ກ່ຽວ ແມ່ນເປັນນັກໂທດ ຢູ່ຄ້າຍຄຸມຂັງ ຊຶ່ງໄດ້ ກວດວິເຄາະ ຫາເຊື້ອ ໂຄວິດ-19 ໃນວັນທີ 23 ສິງຫາ ແລະ ຜູ້ກ່ຽວ ໄດ້ເສັຽຊີວິດ ຢ່າງກະທັນຫັນ ໃນວັນທີ 24 ສິງຫາ ຂນະທີ່ ຜົລກວດວິເຄາະ ຂອງຜູ້ກ່ຽວ ໄດ້ອອກມາ ວັນທີ 25 ສິງຫາ 2021 ວ່າ ຕິດເຊື້ອ ໂຄວິດ-19.
ສ່ວນຜູ້ເສັຽຊີວິດ ຜູ້ທີ່ 2 ເປັນເພດຊາຍ ອາຍຸ 33 ປີ ເປັນປະຊາຊົນ ບ້ານຕາກແດດ ເມືອງໄຊພູທອງ ແຂວງສວັນນະເຂດ ຜູ້ກ່ຽວ ເຣີ່ມມີອາການ ໃນວັນທີ 25 ສິງຫາ ແລ້ວໄດ້ຮັບ ການປິ່ນປົວ ຢູ່ພາຍໃນ ໂຮງໝໍສນາມ ພາຍໃນ ຄ້າຍຄຸມຂັງ ຈົນກະທັ້ງ ຜູ້ກ່ຽວ ໄດ້ເສັຽຊີວິດ ໃນວັນທີ 29 ສິງຫາ 2021 ທີ່ຜ່ານມາ.
ທາງດ້ານເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ຕອນນີ້ ສາມາດຄວບຄຸມ ແລະ ປ້ອງກັນ ການແຜ່ຣະບາດ ຂອງໂຄວິດ-19 ພາຍໃນ ຄ້າຍຄຸມຂັງ ໄດ້ 3 ມື້ແລ້ວ ແລະ ກໍາລັງ ເລັ່ງປິ່ນປົວ ນັກໂທດທີ່ຕິດເຊື້ອ ໂຄວິດ-19 ໃຫ້ເຊົາ ໄວທີ່ສຸດ ປັດຈຸບັນ ຍັງບໍ່ພົບ ນັກໂທດຄົນໃດ ມີອາການ ຮຸນແຮງ, ແຕ່ຫາກ ນັກໂທດຄົນໃດ ມີອາການ ຮຸນແຮງ ເຈົ້າໜ້າທີ່ ແພດແລະໝໍ ຈະນໍາໂຕ ໄປປິ່ນປົວ ຢູ່ໂຮງໝໍສນາມ ຫຼັກ 9 ທັນທີ, ດັ່ງທ່ານກ່າວວ່າ:
“ນັກໂທດ ໃນຄຸກ ກະໂອເຄແລ້ວ ເພິ່ນເຮັດ ໂຮງໝໍສນາມ ທີ່ວ່າ ເປັນຂອງສະເພາະ ຢູ່ຄ້າຍຄຸມຂັງ ສະເພາະ ປກສ ເພິ່ນເຮັດ ມີແຕ່ຜູ້ໃດ ເປັນໜັກ ກະເອົາເຂົ້າ ມາປົວ ປົວຢູ່ ໂຮງໝໍສນາມ ຫຼັກ 9 ພຸ້ນ ອາການ ເບົາບາງ ປົກກະຕິ ກະປິ່ນປົວ ຢູ່ຄ້າຍຄຸມຂັງເລີຍ.”
ທ່ານກ່າວຕື່ມວ່າ ສ່ວນສະພາບ ການຣະບາດ ຂອງໂຄວິດ-19 ພາຍໃນ ແຂວງສວັນນະເຂດ ປັດຈຸບັນ ຂ້ອນຂ້າງໜັກໜ່ວງ ໂດຍສະເພາະ ການຣະບາດ ໃນເຂດຊຸມຊົນ ທີ່ຄວບຄຸມ ແລະ ປ້ອງກັນ ໄດ້ຍາກ ຍ້ອນເຈົ້າໜ້າທີ່ ມີໜ້ອຍ, ຂນະທີ່ ກຸ່ມຄົນງານລາວ ທີ່ເດີນທາງ ກັບມາ ຈາກປະເທດໄທຍ ເຣີ່ມມີ ສະພາບການ ທີ່ດີຂຶ້ນ ເລັກໜ້ອຍ ເນື່ອງຈາກ ສະພາບການ ເປັນຢູ່ ບໍ່ແອອັດ ຄືແຕ່ເກົ່າ.
ແລະ ເພື່ອຫຼຸດຜ່ອນ ຄວາມແອອັດ ພາຍໃນ ສູນກັກໂຕ ທາງຄະນະ ສະເພາະກິຈ ປ້ອງກັນ ໂຄວິດ-19 ແຂວງສວັນນະເຂດ ໄດ້ປະສານຫາ ເຈົ້າໜ້າທີ່ ກວດຄົນເຂົ້າເມືອງ ແຂວງມຸກດາຫານ ປະເທດໄທຍ ເພື່ອຂໍ ຈໍາກັດ ກຸ່ມຄົນງານລາວ ທີ່ຈະເດີນທາງ ກັບຄືນ ປະເທດລາວ ບໍ່ໃຫ້ເກີນ 100 ຄົນຕໍ່ມື້ື ເພື່ອບໍ່ໃຫ້ ເກີດຄວາມແອອັດ ຢູ່ສູນກັກໂຕ ຈົນເກີນໄປ ອີກທັງ ຍັງເປັນ ການຫຼຸດ ຜ່ອນຄວາມສ່ຽງ ທີ່ຈະຕິດເຊື້ອ ໂຄວິດ-19 ພາຍໃນ ສູນກັກໂຕ ນໍາດ້ວຍ, ດັ່ງເຈົ້າໜ້າທີ່ ກວດຄົນເຂົ້າເມືອງ ແຂວງມຸກດາຫານ ທ່ານນຶ່ງກ່າວວ່າ:
“ຕອນນີ້ ຄົນລາວ ຂ້າມທີ່ ມຸກດາຫານ ແລ້ວໄປອັ່ງ ຢູ່ຝັ່ງນັ້ນຫຼາຍ ເຂົາຕ້ອງກັກໂຕ 14 ມື້ ຖ້າຂ້າມຫຼາຍ ແລ້ວມັນລົ້ນ ສະຖານທີ່ ກັກໂຕເຂົາ ເຂົາກະເລີຍ ຂໍຈໍາກັດຈໍານວນ.”
ມາຮອດວັນທີ 31 ສິງຫາ 2021 ນີ້ ຄະນະ ສະເພາະກິຈ ປ້ອງກັນ ໂຄວິດ-19 ສູນກາງ ໄດ້ຣາຍງານວ່າ ປະເທດລາວ ມີຜູ້ຕິດເຊື້ອ ໂຄວິດ-19 ສະສົມທັງໝົດ 15,015 ຄົນ ປິ່ນປົວ ເຊົາແລ້ວ 10,018 ຄົນ, ກໍາລັງປິ່ນປົວ 4,983 ຄົນ ແລະ ເສັຽຊີວິດ ສະສົມ 14 ຄົນ.
ສ່ວນການສັກວັກຊິນ ປ້ອງກັນໂຄວິດ-19 ມາຮອດ ປັດຈຸບັນ ມີຜູ້ໄດ້ຮັບ ການສັກວັກຊິນແລ້ວ ແຍກເປັນ ເຂັມທີ 1 ຈໍານວນ 2 ລ້ານ 4 ແສນປາຍຄົນ ແລະ ເຂັມທີ 2 ຈໍານວນ 1 ລ້ານ 7 ແສນປາຍຄົນ.