ຫ້ວຍຊາຍ ກຽມຍ້າຍ ສູນກັກໂຕ ໄປບ່ອນໃໝ່
2021.09.14

ຂະນະນີ້ ເຈົ້າໜ້າທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກຽມຍ້າຍສູນກັກຕົວຄົນງານ ອອກຈາກໂຮງຮຽນປະຖົມ ແລະ ໂຮງຮຽນມັທຍົມ ປາກຮາວເໜືອ ໄປຢູ່ບໍຣິເວນສາງພາສີເກົ່າ ທີ່ບ້ານ ຂອນແກ້ວ ເມືອງ ຫ້ວຍຊາຍ ທີ່ບັນຈຸໄດ້ປະມານ 80 ຕຽງ ເພື່ອກະກຽມເປີດ ສົກຮຽນໃໝ່ ໃນອາທິດໜ້າ, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງຫ້ວຍຊາຍ ຜູ້ຂໍສງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 14 ກັນຍານີ້ວ່າ:
”ບໍ່ແມ່ນວ່າສ້າງໃໝ່ ໝາຍຄວາມວ່າຈຸ ດເກົ່າຂອງເຮົາຜ່ານມາ ຢູ່ໂຮງຮຽນປະຖົມ ບ້ານຮາວເໜືອນໍ ແລ້ວໂຕນັ້ນ ເປັນສະຖານທີ່ ການຮຽນການສອນ ຂອງນັກຮຽນເດ ນັກຮຽນຈະບໍ່ໄດ້ຮໍ່າໄດ້ຮຽນ ຍ້າຍຈາກສູນຫັ້ນ ໄປຢູ່ສູນຂອນແກ້ວນີ້ ໃຫ້ເຂົາເຈົ້າກຽມເປີດ ໂຮງຮຽນອາທິດໜ້ານີ້ເດ ພວກທີ່ວ່າກັກຜ່ານມາ ກໍໂອນຈາກຈຸດນີ້ ກໍໄປຢູ່ຈຸດຂອນແກ້ວນີ້.”
ແລະຢູ່ນະຄອນປາກເຊ ແຂວງ ຈໍາປາສັກ ທາງການ ກໍໄດ້ອອກແຈ້ງການ ໃນມື້ວັນທີ 13 ກັນຍານີ້ ໃຫ້ເຂັ້ມງວດ ໃນການປະຕິບັດ ມາຕການປ້ອງກັນໂຄວິດ-19 ຄືໃຫ້ປິດ ການເຂົ້າ-ອອກບ້ານສາງນໍ້າມັນ, ບ້ານທ່າຫິນ ບ້ານພູຄູນ ບ້ານພູມ່ວງ ແຕ່ມື້ວັນທີ 13 ເຖິງ ວັນທີ 27 ກັນຍາ 2021 ຍົກເວັ້ນການອອກໄປ ຊື້ອາຫານການກິນ ແລະ ມີຄວາມຈໍາເປັນແທ້ ຍ້ອນມີການກວດພົບ ຜູ້ຕິດເຊື້ອ ໃນ ຊຸມຊົນ. ໃນນັ້ນ ຍັງໃຫ້ປິດຮ້ານເສີມສວຍ, ຮ້ານຕັດຜົມ, ຮ້ານເກມທຸກປະເພດ, ຮ້ານສ້ອມແປງຣົດ, ຄລີນິກ, ຫ້າມຊຸມແຊວ ແລະ ຮ້ານອາຫານ ກໍໃຫ້ຂາຍແບບໃສ່ຖົງໄປກິນຢູ່ບ້ານ; ຮ້ານຂາຍເຄື່ອງອຸປະໂພກ-ບໍຣິໂພກ ກໍໃຫ້ຮັກສາໄລຍະຫ່າງ ມີເຊືອກກັ້ນ, ໃສ່ຜ້າ ອັດປາກອັດດັງ ໂດຍໃຫ້ເຈົ້າໜ້າທີ່ບ້ານ ຕິດຕາມກວດກາຢ່າງເຂັ້ມງວດ, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ນະຄອນປາກເຊ ກ່າວໃນມື້ ດຽວກັນນັ້ນວ່າ:
”ຈະລ໊ອກເປັນແດງເປັນເຫຼືອງ ຄືບ້ານສາງນໍ້າມັນນີ້ເປັນແດງແລ້ວ ມີຜູ້ຕິດເຊື້ອນໍ ຮົ້ວກັນໝົດແລ້ວເດ ຫ້າມຄົນອອກ-ເຂົ້າບ້ານ ທີ່ມີ ຄວາມສ່ຽງ ບ້ານພູຄູນ ບ້ານທ່າຫິນ ປະຊາຊົນໄປເຮືອນຄົນຕາຍນ່າ ມັນກະສິຜູ້ນຶ່ງ ໄປແລ້ວກະຜູ້ນຶ່ງໄປ ມັນກໍລາມໄປຫັ້ນນະ ປະຊາຊົນ ມັນກະໂອ້ຍກໍຢາກຖືເບົານະ ພວກປະຕິບັດກໍຫຼາຍຢູ່ ພວກເຂົາຢ້ານນໍ.”
ເວົ້າເຖິງການປິດບ້ານທີ່ວ່ານີ້ ປະຊາຊົນຢູ່ນະຄອນປາກເຊ ຜູ້ນຶ່ງເວົ້າວ່າ ຍັງມີຊາວບ້ານຈໍານວນນຶ່ງຍັງຖືເບົາ ບໍ່ປະຕິບັດຕາມມາຕການ ປ້ອງກັນໂຄວິດ-19 ທີ່ທາງການວາງອອກ, ຍັງໄປຫາຊຸມແຊວກັນຢູ່ຄືເກົ່າ ເຖິງຈະຫ້າມບໍ່ໃຫ້ມີການສັນຈອນໄປ-ມາ ແຕ່ 10:00 ໂມງ ກາງຄືນເຖິງ 5.00 ໂມງເຊົ້າ:
”ລ໊ອກສະເພາະ ເຂດສັນຈອນໄວ້ ບໍ່ໄດ້ເຂົ້າບ້ານສີແດງ ເພາະບ້ານສີແດງ ເຂົາເຈົ້າເອົາຮົ້ວມາປິດຕາຍເລີຍ ບໍ່ໄດ້ໃຫ້ໃຜເຂົ້າ ຄັນເວົ້າ ເຣື່ອງວ່າ ໃຫ້ຄວາມຮ່ວມມືມັນກໍເວົ້າຍາກ ເພິ່ນລະຫ້າມບໍ່ໃຫ້ກິນເຫຼົ້າກິນເບັຽ ກະເຫັນໃຈເຈົ້າໜ້າທີ່ເຂົາຢູ່ເດ ກໍຍັງຫາກິນຄືເກົ່າ ກະຍັງ ຊຸມຄືເກົ່າຫຼາຍຢູ່ແຫຼະ ພວກຖືເບົານີ້.”
ແຕ່ເຖິງຢ່າງໃດກໍຕາມ ຊາວບ້ານຢູ່ນະຄອນປາກເຊ ອີກຜູ້ນຶ່ງກໍເວົ້າວ່າ ຫຼາຍຄົນ ກໍໃຫ້ຄວາມຮ່ວມມື ກັບເຈົ້າໜ້າທີ່ເປັນຢ່າງດີ, ຕື່ນໂຕ ກັນຫຼາຍຂຶ້ນ. ໃນເຂດບ້ານສີແດງ ແລະ ບ້ານສີເຫຼືອງ ແມ່ນຫ້າມເຂົ້າ-ອອກເດັດຂາດ, ຜູ້ໃດຕ້ອງການເດີນທາງໄປເມືອງອື່ນ ກໍຕ້ອງ ໄດ້ຮັບອະນຸຍາດ ຈາກເຈົ້າໜ້າທີ່ສະເພາະກິຈກ່ອນ:
"ລ໊ອກເປັນເຂດ ເປັນບ້ານ ບ້ານແດງ ພາຍໃນເມືອງກໍສັນຈອນໄດ້ຢູ່ ຈະອອກຕ່າງເມືອງກະຊິບໍ່ໄດ້ ຕ້ອງມີເອກສານ ກະຮ່ວມມືດີຢູ່ ໃຜກໍຢ້ານ ຜູ້ໃດກໍຕື່ນໂຕໃຜຕື່ນໂຕລາວ.”
ຈາກຜົນຂອງການກວດ ວິເຄາະຫາເຊື້ອໂຄວິດ-19 ຈໍານວນ 3,985 ຄົນ ໃນມື້ວັນທີ 13 ກັນຍາ 2021 ນີ້ ທາງການລາວກວດພົບ ຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ 127 ຄົນ. ໃນນັ້ນ ຕິດໃນຊຸມຊົນ 54 ຄົນ ແລະ ນໍາເຂົ້າ 73 ຄົນ, ເຮັດໃຫ້ມີຜູ້ຕິດເຊື້ອສະສົມ 17,682 ຄົນ.
ດຣ. ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ, ຕາງໜ້າຄະນະສະເພາະກິຈປ້ອງກັນ ໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 14 ກັນຍາ ນີ້ວ່າ:
”ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 127 ຄົນ ຊຶ່ງການຕິດເຊື້ອໃນຊຸມຊົນ ແມ່ນມີ 54 ຄົນ ຢູ່ແຂວງສວັນນະເຂດ 4 ຄົນ ຈໍາປາສັກມີ 13 ຄົນ ນະຄອນຫຼວງວຽງຈັນ ແມ່ນມີ 24 ຄົນ ແຂວງຄໍາມ່ວນ ນີ້ມີ 9 ຄົນ ແຂວງສາລະວັນ 4 ຄົນ.”
ໃນຈໍານວນ 127 ຄົນ ທີ່ຕິດເຊື້ອໃໝ່ນັ້ນ ຕິດຢູ່ແຂວງຄໍາມ່ວນ 39 ຄົນ, ນະຄອນຫຼວງວຽງຈັນ 35 ຄົນ, ສວັນນະເຂດ 28 ຄົນ, ແຂວງຈໍາປາສັກ 13 ຄົນ, ສາຣະວັນ 10 ຄົນ, ຫຼວງພຣະບາງ 2 ຄົນ.
ອີງຕາມການຣາຍງານ ຂອງຄະນະສະເພາະກິຈປ້ອງກັນໂຄວິດ-19 ໃນມື້ວັນທີ 14 ກັນຍາ 2021 ນີ້, ມາເຖິງປັດຈຸບັນ ຢູ່ລາວ ມີຜູ້ ໄດ້ຮັບການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 486,542 ຄົນ, ມີຜູ້ຕິດເຊື້ຶອສະສົມ 17,682 ຄົນ, ປິ່ນປົວຫາຍແລ້ວ 13,252 ຄົນ, ກໍາລັງປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ 4,414 ຄົນ, ເສັຽຊີວິດ 16 ຄົນ. ມາເຖິງມື້ວັນທີ 14 ກັນຍານີ້ ມີຜູ້ໄດ້ຮັບການ ສັກວັກຊິນເຂັມທີນຶ່ງແລ້ວ 2,676,337 ຄົນ ແລະສັກເຂັມທີສອງແລ້ວ 1,867,025 ຄົນ.