154 ຄົນ ຕິດໂຄວິດ-19 ຕື່ມອີກ

ຈໍາປາທອງ
2021.09.16
154 ຄົນ ຕິດໂຄວິດ-19 ຕື່ມອີກ ຊາວບ້ານ ຍັງພາກັນສືບຕໍ່ ໄປກວດຫາ ເຊື້ອໂຄວິດ-19 ຢູ່ຕາມຈຸດບໍຣິການຕ່າງໆ ທີ່ທາງການຕັ້ງຈຸດກວດ ໃນ ນະຄອນຫຼວງວຽງຈັນ.
Photo: RFA

ຈາກຜົລຂອງການກວດວິເຄາະ ຫາເຊື້ອໂຄວິດ-19 5,270 ຄົນ ໃນມື້ວັນທີ 15 ກັນຍາ 2021 ນີ້ ທາງການລາວກວດພົບຜູ້ຕິດເຊື້ອ ໂຄວິດ-19 ໃໝ່ຕື່ມອີກ 154 ຄົນ. ໃນນັ້ນຕິດໃນຊຸມຊົນ 131 ຄົນ ແລະນໍາເຂົ້າ 23 ຄົນ, ເຮັດໃຫ້ມີຜູ້ຕິດເຊື້ອສະສົມ 18,059 ຄົນ ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ, ຕາງໜ້າຄະນະສະເພາະກິຈປ້ອງກັນ ໂຄວິດ-19 ກ່າວໃນພິທີຖແລງຂ່າວຕໍ່ສື່ມວນຊົນ ໃນມື້ວັນທີ 16 ກັນຍານີ້ວ່າ:

”ກວດວິເຄາະທັງໝົດ 5,270 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 154 ຄົນ ສໍາລັບການຕິດເຊື້ອ ໃນຊຸມຊົນ ນັ້ນແມ່ນສູງເຖິງ 131 ຄົນ ຊຶ່ງເປັນກໍຣະນີນໍາເຂົ້າ ມີ 23 ຄົນ ຊຶ່ງມາຈາກແຂວງສວັນນະເຂດ 10 ຄົນ ນະຄອນຫຼວງວຽງຈັນ 5 ຄົນ ແຂວງຈໍາປາສັກ 3 ຄົນ ແຂວງຄໍາມ່ວນ 3 ຄົນ ແລະແຂວງສາຣະວັນ 1 ຄົນ.”

ໃນຈໍານວນ 154 ຄົນ ທີ່ຕິດເຊື້ອໃໝ່ນັ້ນ ຕິດຢູ່ ແຂວງຄໍາມ່ວນ 61 ຄົນ, ແຂວງສວັນນະເຂດ 32 ຄົນ, ແຂວງຈໍາປາສັກ 23 ຄົນ, ຫຼວງພຣະບາງ 13 ຄົນ, ນະຄອນຫຼວງວຽງຈັນ 14 ຄົນ, ບໍ່ແກ້ວ 6 ຄົນ, ຫຼວງນໍ້າທາ 2 ຄົນ ແລະແຂວງສາຣະວັນ 3 ຄົນ.

ທາງການລາວ ຈະເຣີ່ມສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ຜູ້ມີອາຍຸ 17 ປີ ຂຶ້ນໄປ ກ່ອນເປີດສົກຮຽນໃໝ່ນີ້ ແລະ ໃນຕໍ່ໜ້າ ໂດຍ ຫວັງວ່າ ມັນຈະຊ່ອຍ ເຮັດໃຫ້ການຕິດເຊື້ອໃນຊຸມຊົນຫຼຸດລົງໄດ້ ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ ກ່າວວ່າ:

“ກະຊວງສາທາຣະນະສຸຂ ກໍໄດ້ມີຂໍ້ແນະນໍາເຖິງບັນດາໂຮງໝໍ ໃນຂອບເຂດທົ່ວປະເທດ ຮວມທັງນະຄອນຫຼວງໃນການສັກວັກຊິນ ໃຫ້ແກ່ຜູ້ທີ່ມີອາຍຸ 17 ປີ ຂຶ້ນໄປນັ້ນ ກໍຢາກໃຫ້ທ່ານ ພໍ່ແມ່ ຜູ້ປົກຄອງ ຕິດຕາມນໍາ ພາລູກຫຼານໄປສັກແນ່ນອນ ຈໍານວນນຶ່ງ 17 ປີປາຍ ໃກ້ຈະຮອດ 18 ປີ ອາດໄດ້ສັກແລ້ວ ເພື່ອຈະເຮັດໃຫ້ໃນຕໍ່ໜ້ານີ້ ການເປີດສົກຮຽນ ຫຼືອື່ນໆນີ້ ດໍາເນີນໄປໄດ້.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ສາທາຣະນະສຸຂ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງເວົ້າວ່າ ທ່ານຮູ້ທາງການມີແຜນ ຈະສັກ ວັກຊິນປ້ອງກັນໂຄວິດ-19 ໃຫ້ຄົນທີ່ມີອາຍຸ 17-18 ປີ ຊຶ່ງຢູ່ໃນວັຍ ຈະເຂົ້າມະຫາວິທຍາລັຍ ແຕ່ກໍບໍ່ຮູ້ຣາຍລະອຽດ, ການສັກວັກຊິນ ນີ້ ຖືວ່າເປັນການດີ ເພາະຈະມີພູມຄຸ້ມກັນໃນຮ່າງກາຍ, ຫຼຸດການຕິດເຊື້ອໃນຊຸມຊົນລົງ, ການທີ່ມີເຈົ້າໜ້າທີ່ດ່ານໜ້າ ແພດ ແລະ ໝໍ ໄດ້ສັກວັກຊິນ ປ້ອງກັນຄົບສອງເຂັມແລ້ວ ກໍຍັງຕິດເຊື້ອຢູ່ນັ້ນ ມັນເປັນເຣື່ອ ງປົກກະຕິ ເພາະການສັກວັກຊິນ ແລ້ວນັ້ນ ບໍ່ໄດ້ ໝາຍ ຄວາມວ່າ ຈະປ້ອງກັນການຕິດເຊື້ອໄດ້ 100%, ແຕ່ເມື່ອຕິດແລ້ວ ອາການບໍ່ຮຸນແຮງ ແລະປິ່ນປົວໄດ້ງ່າຍ ດັ່ງທີ່ທ່ານກ່າວວ່າ:

”ແມ່ນໆ ມີແຜນວ່າຈະສັກໃຫ້ເດັກນ້ອຍ 17 ປີ ກ່ອນເດັກນ້ອຍ ມັນຈະເຂົ້າໂຮງຮຽນ ມະຫາວິທຍາລັຍຫັ້ນນະ ສັກວັກຊິນແລ້ວ ສາມາດຕິດໄດ້ ຊິຫຼຸດໜ້ອຍຖອຍລົງ ຈາກໜັກການເປັນເບົາ ສ້າງພູມຄຸ້ມກັນໃນຮ່າງກາຍ ເຈົ້າໜ້າທີ່ກໍຍັງພົບຢູ່ ບໍ່ໄດ້ເປັນແຮງ ຈັກກໍຣະນີເລີຍ ແຕ່ຜ່ານມາສາເຫດ ເຮົາຍ້ອນສັກຢານີ້ແຫຼະ ມີຜົລດີຫຼາຍ.”

ກ່ຽວກັບເຣື່ອງນີ້ ຜູ້ປົກຄອງນັກຮຽນທ່ານນຶ່ງ ກໍຍັງບໍ່ໝັ້ນໃຈເທົ່າທີ່ຄວນ ໃນການທີ່ຈະໃຫ້ລູກຫຼານຂອງຕົນ ໄປສັກວັກຊິນປ້ອງກັນ ໂຄວິດ-19 ເພາະຍັງເຫັນຜູ້ທີ່ໄດ້ສັກວັກຊິນຄົບສອງເຂັມແລ້ວ ກໍຍັງຕິດເຊື້ອຢູ່ ແລະພູມຄຸ້ມກັນຂອງເດັກນ້ອຍ ກັບຜູ້ໃຫຍ່ຕ່າງກັນ, ຢ້ານຜົລຂ້າງຄຽງ ເກີດຂຶ້ນກັບລູກຫຼານຕົນ, ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີວ່າ:

”ຄັນວ່າສັກໃຫ້ໄປຮຽນນີ້ກໍບໍ່ພ້ອມແລ້ວ ແຕ່ຜູ້ໃຫຍ່ເຮົານີ້ມັນຍັງຕິດກັນໄດ້ ບໍ່ໝັ້ນໃຈໜາ ໂຕນີ້ໃຫ້ເພິ່ນທົດລອງເບິ່ງຄັກ ຮັບປະກັນ ຄຸນນະພາບບໍ ສົມມຸດວ່າສັກໄປ ເດັກນ້ອຍພູມຕ້ານທານໜ້ອຍເດ ເຮົາເປັນຫ່ວງເດໂຕນີ້ ຄັນວ່າມັນມີຜົລດີຕໍ່ເດັກນ້ອຍ ບໍ່ມີບັນຫາ ຫຍັງເຮົາກະເຫັນດີ.”

ແລະຜູ້ປົກຄອງນັກຮຽນ ອີກທ່ານນຶ່ງ ກໍເວົ້າວ່າ ຖ້າຫາກມີການສັກວັກຊິນ ໃຫ້ເດັກນ້ອຍອາຍຸ 17 ປີ ຄືແນວນັ້ນ ຕົນກໍເຫັນດີນໍາ ຖ້າຫາກທາງການເພິ່ນຮັບປະກັນວ່າ ປອດພັຍແທ້ ບໍ່ມີຜົລຂ້າງຄຽງ, ເດັກນ້ອຍຈະມີພູມຄຸ້ມກັນ ແຕ່ກໍຍັງຢ້ານມັນມີຜົລຂ້າງຄຽງຢູ່:

”ຖ້າເພິ່ນມີວັກຊິນໃຫ້ເດັກນ້ອຍກໍເຫັນດີ ບໍ່ຮູ້ນໍວ່າ ມັນຈະມີຜົລຂ້າງຄຽງຫຍັງບໍ ເພິ່ນກໍຕ້ອງຄັດກອງ ມາກ່ອນຫັ້ນແຫຼະ ຄັນຊິໃຫ້ມັນຍຸຕິ ມັນຢຸດບໍ່ໄດ້ດອກ ພຍາດໂຄວິດນີ້ໜາ ໃຫ້ຮູ້ຢູ່ກັບມັນຫັ້ນນະ ເປັນແລ້ວກໍປົວ ຖ້າຊິໃຫ້ແບບວ່າ ລ໊ອກດາວໄປຕລອດ ມັນຈະເຮັດຫຍັງ ບໍ່ໄດ້ເລີຍ ເດັກນ້ອຍກໍຈະກືກໜັງສືໄປເລີຍ.”

ປັດຈຸບັນ ທາງການລາວ ປະກາດໃຫ້ປະຕິບັດມາຕການປ້ອງກັນໂຄວິດ-19 ຕໍ່ໄປອີກ 15 ມື້ ຄືແຕ່ວັນທີ 16 ເຖິງວັນທີ 30 ກັນຍານີ້ ແລະ ສັ່ງໃຫ້ເຈົ້າໜ້າທີ່ ແຕ່ລະແຂວງ ເຂັ້ມງວດໃນການຕິດຕາມ ກວດກາຫຼາຍກວ່າເກົ່າ ຍ້ອນຍັງກວດພົບ ຄົນຕິດເຊື້ອໂຄວິດ-19 ໃນຊຸມຊົນເພີ່ມຂຶ້ນໃນແຕ່ລະມື້.

ໃນນັ້ນຍັງຫ້າມບໍ່ໃຫ້ບຸກຄົນເດີນທາງທາງເຂົ້າ-ອອກ ເຂດພື້ນທີ່ສີແດງເດັດຂາດ, ປິດດ່ານສາກົລ, ດ່ານປະເພນີ, ໂຈະການທ່ອງທ່ຽວ ແລະ ການຢ້ຽມຢາມ ຂອງຄົນຕ່າງປະເທດ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກທາງການ, ປິດຮ້ານຄາຣາໂອເກະ, ສະຖານບັນເທີງ, ຮ້ານນວດ, ຮ້ານສະປາ, ຮ້ານອິນເຕິເນັດ ໃນເຂດພື້ນທີ່ ສີແດງ, ປິດກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ໃນເຂດທີ່ມີເຊື້ອ ຣະບາດໃນຊຸມຊົນ, ຫ້າມຈັດງານບຸນ ຮວມທັງກິຈກໍາຕ່າງໆ ແລະການຕັ້ງວົງຊຸມແຊວ.

ພ້ອມກັນນັ້ນ ກໍຍັງໃຫ້ປິດການຮຽນການສອນ ແລະການສັນຈອນໃນພື້ນທີ່ ທີ່ມີເຊື້ອຣະບາດໃນຊຸມຊົນ, ແຕ່ໄດ້ຜ່ອນຜັນ ໃຫ້ໂຮງຮຽນ ກິນນອນ ເປີດການຮຽນການສອນໄດ້ ແຕ່ຕ້ອງປະຕິບັັດ ຕາມມາຕການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ, ດັ່ງຍານາງ ທິບພະກອນ ຈັນທະວົງສາ ຮອງຣັຖມົນຕຣີ, ຮອງຫົວໜ້າຄະນະສະເພາະກິຈປ້ອງກັນໂຄວິດ-19 ກ່າວໃນພິທີ ຖແລງຂ່າວຕໍ່ສື່ມວນຊົນໃນມື້ວັນທີ 16 ກັນຍານີ້ວ່າ:

”ປິດການຮຽນການສອນ ການສຶກສາທຸກສາຍ ທຸກຊັ້ນ ແລະສືບຕໍ່ເລື່ອນການສອບເສັງ ຄັດຮອບເຂົ້າຮຽນເຂົ້າຮຽນ ສາຍອາຊີວະ ສຶກສາ ການສຶກສາຊັ້ນສູງ ແລະມະຫາວິທຍາລັຍ ຢູ່ນະຄອນຫຼວງວຽງຈັນ ແລະບັນດາແຂວງ ທີ່ມີການຣະບາດໃນຊຸມຊົນ ແຕ່ ອະນຸຍາດໃຫ້ໂຮງຮຽນ ກິນນອນ ທີ່ບໍ່ມີການເຄື່ອນຍ້າຍນັກຮຽນ ນັກສຶກສາ ແລະ ພະນັກງານຄຣູ ອາຈານ ດໍາເນີນການຮຽນ ການສອນໄດ້.”

ອີງຕາມການຣາຍງານ ຂອງຄະນະສະເພາະກິຈປ້ອງກັນໂຄວິດ-19 ໃນມື້ວັນທີ 16 ກັນຍາ 2021 ນີ້, ມາເຖິງປັດຈຸບັນ ຢູ່ລາວ ມີຜູ້ໄດ້ຮັບການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 497,045 ຄົນ, ມີຜູ້ຕິດເຊື້ຶອສະສົມ 18,059 ຄົນ, ປິ່ນປົວຫາຍແລ້ວ 13,935 ຄົນ, ກໍາລັງປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ 4,108 ຄົນ, ເສັຽຊີວິດ 16 ຄົນ.

ມາເຖິງມື້ວັນທີ 15 ກັນຍາ 2021 ນີ້ ມີຜູ້ໄດ້ຮັບການສັກວັກຊິນ ປ້ອງກັນໂຄວິດ-19 ເຂັມທີນຶ່ງແລ້ວ 2,676,337 ຄົນ ແລະ ສັກເຂັມທີສອງແລ້ວ 1,867,025 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.