ແຂວງຄໍາມ່ວນ ສັ່ງປິດ ເພີ່ມອີກ 5 ເມືອງ
2021.09.15

ທາງການແຂວງຄໍາມ່ວນ ໄດ້ອອກຄໍາສັ່ງ ໃນມື້ວັນທີ 14 ກັນຍາ 2021 ໃຫ້ເພີ່ມທະວີການເຂັ້ມງວດ ໃນການປ້ອງກັນໂຄວິດ-19, ໃຫ້ປິດເພີ່ມອີກ 5 ເມືອງ ຄືເມືອງໜອງບົກ, ເມືອງເຊບັ້ງໄຟ, ເມືອງຫິນບູນ, ເມືຶອງມະຫາໄຊ ແລະ ເມືອງໄຊບົວທອງ, ບໍ່ໃຫ້ຄົນ ເດີນທາງເຂົ້າ-ອອກຢ່າງເດັດຂາດ ເປັນເວລາ 14 ມື້ ຄືແຕ່ວັນທີ 14 ເຖິງວັນທີ 27 ກັນຍາ 2021, ຫ້າມບໍ່ໃຫ້ຣົດຂົນສົ່ງສິນຄ້າ, ຣົດໂດຍສານ ແລະຣົດສ່ວນຕົວ ທີ່ແລ່ນໄປແຂວງອື່ນ ຈອດເອົາຄົນຂຶ້ນ-ລົງ ໃນເມືອງດັ່ງກ່າວຢ່າງເດັດຂາດ ແລະຫ້າມປະຊາຊົນ ບໍ່ໃຫ້ອອກຈາກເຮືອນ ຖ້າບໍ່ມີຄວາມຈໍາເປັນແທ້, ໃຫ້ປິດກິຈການຂອງຮ້ານຕ່າງໆ ຢູ່ພາຍໃນເມືອງຊົ່ວຄາວ, ຫ້າມບໍ່ໃຫ້ບຸກຄົນ ທີ່ໄດ້ ສໍາຜັດໃກ້ຊິດ ກັບຄົນຕິດເຊື້ອໂຄວິດ-19 ອອກຈາກເຮືອນ, ຫາກມີອາການກໍແຈ້ງໃຫ້ເຈົ້າໜ້າທີ່ຊາບດ່ວນ ແລະ ໃນຂນະດຽວກັນ ກໍໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ລາຕເວນ ຕລອດ 24 ຊົ່ວໂມງ, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງແຂວງຄໍາມ່ວນ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ກັນຍານີ້ວ່າ:
”ປິດ ບໍ່ມີການສັນຈອນ ເພາະວ່າ ຫຼີກລ່ຽງການແຜ່ເຊື້ອ ໃນຊຸມຊົນ ເປັນຕົ້ນ ມາເມືອງ ທ່າແຂກ ມະຫາໄຊແດ່ ທາງໜອງບົກ ໄຊບົວທອງ ກໍຍັງບໍ່ທັນຫຼາຍປານໃດນໍ ບໍ່ມີການເຂົ້າ-ອອກເລີຍນໍ ຖືວ່າຄົນບ້ານອື່ນບໍ່ສາມາດເຂົ້າໄປຫາໝູ່ໄດ້ແຫຼະ ຣົດສອງແຖວ ຖ້າວ່າພົບເຫັນນໍາທາງ ຄັນໃດຫາກຈອດເອົາບຸກຄົນໃນແຄມທາງ ເພິ່ນຈະໄດ້ມີການປັບໃໝນໍ ຄອບຄົວຜູ້ທີ່ວ່າຜູ້ທີ່ຕິດເຊື້ອ ແລະກະ ເວົ້າເຣື່ອງຜູ້ໃກ້ຊິດ ຖືວ່າເພິ່ນກໍໄດ້ລ໊ອກເຮືອນຜູ້ກ່ຽວໄວ້ເລີຍ.”
ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນຢູ່ແຂວງຄໍາມ່ວນ ຜູ້ນຶ່ງເວົ້າວ່າ ປັດຈຸບັນເຫັນເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ແລະກອງຫຼອນ ບ້ານ ປະຈໍາເວນຍາມ ລາຕເວນ ຕລອດ 24 ຊົ່ວໂມງ ເພື່ອປ້ອງກັນບໍ່ໃຫ້ຄົນລັກລອບເຂົ້າ-ອອກບ້ານ ນອກຈາກຈະໄປໄຮ່ ໄປນາ:
”ມັນເພິ່ນຢູ່ແຂວງຄໍາມ່ວນນໍ ຕໍາຣວດເມືອງອອກມາເລາະລາຕເວນ ໂຄສະນາພ້ອມ ພວກກອງຫຼອນ ປກສ ປກຊ ກໍຍາມຕລອດ 24 ຊົ່ວໂມງເລີຍ ອອກໄດ້ແຕ່ໄປຫາຢູ່ຫາກິນ ທົ່ງໄຮ່ ທົ່ງນາ ໄປບ່ອນອື່ນບໍ່ໄດ້.”
ແລະປະຊາຊົນແຂວງຄໍາມ່ວນ ອີກຄົນນຶ່ງກໍເວົ້າວ່າ ປັດຈຸບັນ ຢູ່ແຂວງຄໍາມ່ວນປິດບ້ານ ປິດເມືອງໝົດແລ້ວ, ເຂດທີ່ມີຄົນຕິດໂຄວິດ -19 ເຈົ້າໜ້າທີ່ບ້ານກໍຫ້າມບໍ່ໃຫ້ຄົນເດີນທາງເຂົ້າ-ອອກ ແລະມີເຈົ້າໜ້າທີ່ທີ່ກ່ຽວຂ້ອງລາຕເວນ ກວດກາເຂັ້ມງວດທຸກມື້:
”ເພິ່ນກໍໄດ້ຈັດຕັ້ງເວນຍາມ ລາຕເວນແຕ່ລະຄຸ້ມ ແຕ່ລະບ້ານຫັ້ນນະ ການເຄື່ອນໄຫວ ຄົນໃນບໍ່ໃຫ້ອອກ ຄົນນອກບໍ່ໃຫ້ເຂົ້າຫັ້ນແຫຼະ ຄັນວ່າໄປກໍຕ້ອງມີເຫດມີຜົລ ການເຈັບເປັນບໍ ຫຼືວ່າອື່ນໆຫັ້ນນະ ຊື້ເຄື່ອງອຸປະໂພກບໍຣິໂພກນີ້ ກໍໄປໄດ້ ບໍ່ມີຄວາມຈໍາເປັນເພິ່ນບໍ່ໃຫ້ ໄປ.”
ໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ສະຖາບັນການແພດ ແລະການຢາພື້ນເມືອງ ກະຊວງສາທາຣະນະສຸຂ ໄດ້ແຈກຢາພື້ນເມືອງ 3 ຊນິດ ຄືລາຊາບີ, ຄາວທອງ ແລະກະຊາຍຂາວ ໃຫ້ 3 ແຂວງພາກໃຕ້ ໃນມື້ວັນທີ 8 ຫາວັນທີ 10 ກັນຍານີ້ ຄືແຂວງສວັນນະເຂດ, ສາຣະວັນ ແລະແຂວງຈໍາປາສັກ.
ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງສວັນນະເຂດ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງເວົ້າວ່າ ແຂວງສວັນນະເຂດ ຫາກໍໄດ້ຮັບຢາພື້ນເມືອງ ດັ່ງກ່າວ ແລະກໍໄດ້ເຣີ້ມແຈກໃຫ້ສູນ ປິ່ນປົວຜູ້ຕິດໂຄວິດ-19 ໃນແຕ່ລະແຫ່ງແລ້ວ. ແຕ່ທ່ານກໍຍັງບໍ່ຮູ້ວ່າ ການທົດລອງຢານັ້ນ ເປັນ ແນວໃດ, ໄດ້ຜົລດີຫຼືບໍ່ ຊຶ່ງທີ່ຜ່ານມາກໍເຄີຍໄດ້ຍິນທາງການ ເພິ່ນຖແລງຂ່າວວ່າ ການທົດລອງຢາພື້ນເມືອງນີ້ ມີປະສິດທິພາບ ໃນ ການປິ່ນປົວດີ, ດັ່ງທີ່ທ່ານກ່າວວ່າ:
”ເຣີ້ມທົດລອງ ທົດລອງແຈກຢາຍ ຍັງບໍ່ທັນຮູ້ເທື່ອເດ ເຫັນເພິ່ນຖແລງອອກຢູ່ເດ ທົດລອງແລ້ວຢູ່ນະຄອນຫຼວງ ເພິ່ນວ່າໃຊ້ໄດ້.”
ເພື່ອຂໍຮູ້ເຣື່ອງການທົດລອງ ໃຊ້ຢາພື້ນເມືອງດັ່ງກ່າວ ວ່າມີຜົລດີແນວໃດ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ແຂວງຈໍາປາສັກ ແຕ່ທ່ານຍັງບໍ່ສະດວກທີ່ຈະໃຫ້ຄໍາເຫັນ.
ຈາກຜົລຂອງການກວດວິເຄາະ ຫາເຊື້ອໂຄວິດ-19 ຈໍານວນ 5,233 ຄົນ ໃນມື້ວັນທີ 14 ກັນຍາ 2021 ນີ້ ທາງການລາວກວດພົບ ຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ 223 ຄົນ. ໃນນັ້ນ ຕິດໃນຊຸມຊົນ 158 ຄົນ ແລະນໍາເຂົ້າ 65 ຄົນ, ເຮັດໃຫ້ມີຜູ້ຕິດເຊື້ອສະສົມ 17,905 ຄົນ. ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ, ຕາງໜ້າຄະນະ ສະເພາະກິຈປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວຕໍ່ສື່ມວນຊົນ ໃນມື້ວັນທີ 15 ກັນຍານີ້ວ່າ:
”ໄດ້ກວດວິເຄາະທັງໝົດ 5,233 ຄົນ ພົບຜູ້ຕິດເຊື້ອໃໝ່ ໃນມື້ນີ້ແມ່ນ 223 ຄົນ ຊຶ່ງຜູ້ຕິດເຊື້ອໃນຊຸມຊົນແມ່ນ 158 ຄົນ ສໍາລັບ ນະຄອນຫຼວງວຽງຈັນ 2 ຄົນ ແຂວງຄໍາມ່ວນ 17 ຄົນ ສໍາລັບບັນດາແຂວງອື່ນແມ່ນທິມງານ ກໍາລັງເກັບກໍາຂໍ້ມູນ ແລະຈະແຈ້ງໃຫ້ ບັນດາທ່ານ ຊາບຕາມພາຍຫຼັງ.”
ໃນຈໍານວນ 223 ຄົນ ທີ່ຕິດເຊື້ອໃໝ່ນັ້ນ ຕິດຢູ່ແຂວງຈໍາປາສັກ 113 ຄົນ, ສວັນນະເຂດ 38 ຄົນ,ນະຄອນຫຼວງວຽງຈັນ 21 ຄົນ, ແຂວງຄໍາມ່ວນ 21 ຄົນ, ຫຼວງພຣະບາງ 15 ຄົນ, ສາຣະວັນ 9 ຄົນ, ຫຼວງນໍ້າທາ 2 ຄົນ, ບໍ່ແກ້ວ 2 ຄົນ, ແຂວງວຽງຈັນ ແລະ ເຊກອງ ແຂວງລະ 1 ຄົນ.
ອີງຕາມການຣາຍງານ ຂອງຄະນະສະເພາະກິຈປ້ອງກັນໂຄວິດ-19 ໃນມື້ວັນທີ 15 ກັນຍາ 2021 ນີ້, ມາເຖິງປັດຈຸບັນ ຢູ່ລາວມີຜູ້ ໄດ້ຮັບການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 491,775 ຄົນ, ມີຜູ້ຕິດເຊື້ຶອສະສົມ 17,905 ຄົນ, ປິ່ນປົວຫາຍແລ້ວ 13,623 ຄົນ, ກໍາລັງປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ 4,266 ຄົນ, ເສັຽຊີວິດ 16 ຄົນ.