ສາຣະວັນ ຕຽມອາຫານ ໄລຍະ ລ໊ອກດາວ

ສຸ​ພັດ​ຕາ
2021.09.10
ສາຣະວັນ ຕຽມອາຫານ ໄລຍະ ລ໊ອກດາວ ເຈົ້າໜ້າທີ່ ສາຣະວັນ ເຕືອນໃຫ້ ປະຊາຊົນ ກັກຕຸນ ອາຫານໄວ້ ໃນຂະນະທີ່ ມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມຂຶ້ນ.
Photo: RFA

ສະພາບການຣະບາດ ຂອງເຊື້ອ ໂຄວິດ-19 ໃນແຂວງສາຣະວັນ ຍັງພົບ ຜູ້ຕິດເຊື້ອ ເພີ່ມຂຶ້ນ ໃນແຕ່ລະມື້ ທັງຈາກ ຄົນງານ ມາຈາກຕ່າງປະເທດ ແລະ ພາຍໃນ ຊຸມຊົນ ເຊິ່ງສອງມື້ ມານີ້ ແຂວງສາຣະວັນ ພົບຜູ້ຕິດເຊື້ອ ໂຄວິດ-19 ຈໍານວນ 53 ຄົນ ໃນນັ້ນ ຕິດເຊື້ອ ໃນຊຸມຊົນ 16 ຄົນ.

ຍ້ອນສາເຫດນີ້ ຈຶ່ງເຮັດໃຫ້ ທາງການ ແຂວງສາຣະວັນ ໄດ້ແຈ້ງການ ໃໝ່ຕື່ມ ໃນວັນທີ 9 ກັນຍາ ນີ້ວ່າ ໃຫ້ປະຊາຊົນ ຕຽມສະບຽງອາຫານ ແລະ ຂອງໃຊ້ ທີ່ຈໍາເປັນໄວ້ ແລະ ຫ້າມຊາວຄ້າຂາຍ ກັກຕຸນສິນຄ້າ ຫຼື ສວຍໂອກາດ ຂຶ້ນລາຄາສິນຄ້າ ແລະ ຍັງໃຫ້ ປະຊາຊົນ ຫັນມາປູກຝັງ ລ້ຽງສັດ ກຸ້ມຕົນເອງ ໃຫ້ຫຼາຍຂຶ້ນ ແລ້ວກໍຍັງ ໃຫ້ປະຊາຊົນ ປະຕິບັດ ຕາມມາຕການ ປ້ອງກັນ ໂຄວິດ-19 ຕາມແຈ້ງການ ກ່ອນໜ້ານີ້ ຄືເກົ່າ ໂດຍບໍ່ໃຫ້ ປະຊາຊົນ ເດີນທາງ ເຂົ້າ-ອອກ ເດັດຂາດ, ຫ້າມສັນຈອນ ຕັ້ງແຕ່ເວລາ 19.00 ໂມງ ຮອດ 5 ໂມງເຊົ້າ ແລະ ຖ້າບໍ່ຈໍາເປັນ ກໍບໍ່ຕ້ອງ ອອກຈາກເຮືອນ ໄປຈົນຮອດ ວັນທີ 19 ກັນຍານີ້ ແລ້ວທາງການ ກໍຈະແຈ້ງການຕື່ມ ຖ້າຫາກ ສະຖານະການ ບໍ່ດີຂຶ້ນ ເຊິ່ງກໍຈະມີ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກວດກາ ຢູ່ແລ້ວ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງສາຣະວັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 9 ກັນຍາ ນີ້ວ່າ:

“ແມ່ນແຫຼະທຸກມື້ນີ້ ມັນກະຕ້ອງ ຕິດກັນ ມາຫຼາຍແລ້ວເນາະ ເປັນຊຸມຊົນ ວົງກ້ວາງ ລ໊ອກແຂວງເລີຍ ເປັນເຂດສີແດງ ເລີຍນ່າ ລ໊ອກບໍ່ໃຫ້ ໄປໃສມາໃສ ເລີຍນ່າ ຢູ່ແຕ່ໃນເຮືອນ ກະສໍ່າ ໂຕເກົ່ານັ້ນກ່ອນ ມັນມີ ໜ່ວຍສະເພາະກິຈ ຫຼື ເຈົ້າໜ້າທີ່ນ່າ ແບບວ່າ ກັ້ນທາງໄວ້ ບໍ່ໃຫ້ ໄປໃສ-ມາໃສ ໄປມາຫາສູ່ກັນ ຫັ້ນນ່າ.”

ກ່ຽວກັບ ເຣື່ອງດັ່ງກ່າວນີ້ ຊາວບ້ານ ໃນແຂວງສາຣະວັນ ບາງຄົນ ກໍບໍ່ໄດ້ ຕື່ນຕົກໃຈ ເພາະເຂົ້າໃຈ ສະຖານະການ ການຣະບາດ ຂອງເຊື້ອ ໂຄວິດ-19 ແຕ່ກໍບໍ່ໄດ້ ປມາດ, ດັ່ງຊາວບ້ານ ໃນແຂວງສາຣະວັນ ນາງນຶ່ງກ່າວວ່າ ຫາກໍເຫັນ ແຈ້ງການໃໝ່ ມື້ນີ້ ທີ່ທາງການ ໃຫ້ປະຊາຊົນ ຕຽມສະບຽງ ອາຫານໄວ້ ຊຶ່ງຕົນເອງ ກໍຈະຕ້ອງຕຽມ ໄວ້ຄືກັນ ຖ້າຫາກ ບໍ່ມີຜູ້ໃດ ຂາຍເຄື່ອງ ຫຼື ທາງການ ສັ່ງໃຫ້ ປິດຕລາດ ກໍຍັງມີ ອາຫານໄວ້ກິນ:

“ເພິ່ນຫາກໍ ແຈ້ງການ ມື້ນີ້ ກະຍັງບໍ່ຮູ້ ຊັດເຈນນ່າ ວ່າເພິ່ນ ໃຫ້ປິດ ແຕ່ສະເພາະ ເຂດໃດເປັນເຂດໃດ ຍັງທັນໄດ້ ບໍ່ຊີ້ແຈງ ອອກມາ ເພິ່ນໃຫ້ລົງ ຊື້ເຄື່ອງຊື້ຂອງ ສະບຽງ ອາຫານໄວ້ ຄົນຕິດ ໃນຊຸມຊົນ ເພີ່ມຂຶ້ນຫຼາຍ ຕ້ອງໄດ້ຕຽມ ແຫຼະເນາະ ຄັນຖ້າເຮົາ ບໍ່ຕຽມ ເວລາເຮົາ ບໍ່ມີ ອາຫານການກິນ ເວລາເຮົາ ຈະອອກໄປ ກະບໍ່ມີ ໃຜຂາຍເດ້.”

ຊາວບ້ານ ໃນແຂວງສາຣະວັນ ອີກທ່ານນຶ່ງ ກໍກ່າວວ່າ ກໍບໍ່ໄດ້ ຕື່ນຕົກໃຈ ຄື ທີ່ຜ່າມາ ເພາະເຂົ້າໃຈ ສະພາບ ການຣະບາດ ຂອງເຊື້ອ ໂຄວິດ-19 ແລະ ຕົນເອງ ກໍຄິດວ່າ ທາງການ ກໍຈະຍັງ ເປີດຕລາດ ໃນຕອນເຊົ້າ ໃຫ້ປະຊາຊົນ ຄືເກົ່າ ໂດຍມີມາຕການ ປ້ອງກັນ ໂຄວິດ-19 ເຊິ່ງຈະເປີດ ສະເພາະ ແຕ່ໂຊນ ຂອງອາຫານ ເທົ່ານັ້ນ ໂດຍຈະໃຫ້ເປີດ ຕອນເຊົ້າ ແລະ ປິດໃນເວລາ ປະມານ 9-10 ໂມງ ຕົນເອງ ກໍຄົງບໍ່ໄດ້ ຕຽມຫຍັງຫຼາຍ ເພາະກໍມີ ເຂົ້າສານຢູ່ ພຽງແຕ່ ຈະອອກໄປ ຊື້ອາຫານ ການກິນ ເທົ່ານັ້ນ, ດັ່ງທ່່ານກ່າວວ່າ:

“ບໍ່ໄດ້ຕື່ນເຕັ້ນ ພໍປານ ໃດດອກ ທັມມະດາ ເຂົ້າກະມີກິນຢູ່ ບໍ່ຄື ຕອນທໍາອິດນ່າ ແຕ່ວ່າ ການແຜ່ມັນນີ້ ໃກ້ໂຕກວ່າ ແຕ່ກ່ອນ ມັນມີຢູ່ໃນ ເທສບານນີ້ ສິ່ງທີ່ ບໍ່ປິດນັ້ນ ປະເພດຮ້າຍ ຂາຍເຂົ້າ ຂາຍສະບຽງ ອາຫານນີ້ນ່າ ຄັນບ້ານແດງແທ້ ເພິ່ນກໍບໍ່ໃຫ້ ໄປແຫຼະ ບໍ່ໃຫ້ອອກໃຫ້ເຂົ້າ ຊ່ວງກາງຄືນ 7 ໂມງ ເຂົາໃຫ້ປິດ ຮອດແຈ້ງ 5 ໂມງ.”

ສໍາລັບ ການຕິດເຊື້ອ ໂຄວິດ-19 ໃນມື້ນີ້ ດຣ ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າ ກົມຄວບຄຸມ ພຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ ຕາງໜ້າ ຄະນະ ສະເພາະກິຈ ປ້ອງກັນ ໂຄວິດ-19 ກ່າວໃນພິທີ ຖແລງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 9 ກັນຍາ ນີ້ວ່າ ທາງການ ໄດ້ກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ຣາຍໃໝ່ ເພີ່ມອີກ 166 ຄົນ ແຍກເປັນ ກໍຣະນີ ຕິດເຊື້ອ ໃນຊຸມຊົນ 82 ຄົນ ແລະ ກໍຣະນີ ນໍາເຂົ້າ 84 ຄົນ ຈາກຜົນການ ກວດວິເຄາະຫາ ຜູ້ຕິດເຊື້ອ ທັງໝົດ 4,322 ໂຕຢ່າງ ໃນມື້ວັນທີ 8 ກັນຍາ 2021 ນີ້ ເຊິ່ງການຕິດເຊື້ອ ທັງໝົດ ຢູ່ນະຄອນຫຼວງວຽງຈັນ ມີ 6 ຄົນ, ແຂວງບໍ່ແກ້ວ 11 ຄົນ, ຫຼວງພຣະບາງ 12 ຄົນ, ຫຼວງນໍ້າທາ 3 ຄົນ, ສວັນນະເຂດ 40 ຄົນ, ຈໍາປາສັກ 20 ຄົນ, ຄໍາມ່ວນ 42 ຄົນ ແລະແຂວງສາຣະວັນ 12 ຄົນ, ດັ່ງທ່ານກ່າວວ່າ:

“ກວດພົບ ຜູ້ຕິດເຊື້ອໃໝ່ແມ່ນ 166 ຄົນ ຕິດເຊື້ອ ຢູ່ໃນຊຸມຊົນ 82 ຄົນ. ຢູ່ຄໍາມ່ວນ 36 ຄົນ, ແຂວງບໍ່ແກ້ວ 11 ຄົນ, ສວັນນະເຂດ 5 ຄົນ, ຈໍາປາສັກ 13 ຄົນ, ສາຣະວັນ 9 ຄົນ, ຫຼວງນໍ້າທາ 3 ຄົນ, ນະຄອນຫຼວງວຽງຈັນ 3 ຄົນ, ຫຼວງພຣະບາງ 2 ຄົນ.”

ອີງຕາມ ການຣາຍງານ ຂອງຄະນະ ສະເພາະກິຈ ປ້ອງກັນ ໂຄວິດ-19 ສູນກາງ ໄດ້ຣາຍງານ ໃນວັນທີ 9 ກັນຍາ 2021 ນີ້ວ່າ ປະເທດລາວ ມີຜູ້ໄດ້ຮັບ ການກວດ ວິເຄາະຫາເຊື້ອ ໂຄວິດ-19 ທັງໝົດ 466,229 ຄົນ ມີຜູ້ຕິດເຊື້ອ ສະສົມ ທັງໝົດ 16,742 ຄົນ, ປິ່ນປົວເຊົາແລ້ວ 12,507 ຄົນ, ກໍາລັງ ປິ່ນປົວ 4,219 ຄົນ ແລະ ເສັຽຊີວິດ ສະສົມ 16 ຄົນ.

ສ່ວນການສັກ ວັກຊິນ ປ້ອງກັນ ໂຄວິດ-19 ມາຮອດ ປັດຈຸບັນ ມີຜູ້ໄດ້ຮັບ ການສັກ ວັກຊິນແລ້ວ ແຍກເປັນ ເຂັມທີ 1 ຈໍານວນ 2,601,807 ຄົນ ແລະ ເຂັມທີ 2 ຈໍານວນ 1,846,736 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.