274 ຄົນ ຕິດໂຄວິດ-19 ຕື່ມອີກ, ຮວມທັງ ເດັກນ້ອຍ

ໄຊ​ຍາ
2021.09.01
274 ຄົນ ຕິດໂຄວິດ-19 ຕື່ມອີກ, ຮວມທັງ ເດັກນ້ອຍ ຜູ້ເປັນພໍ່ແມ່ ກໍພາກັນ ໄປສັກວັກຊິນ ເພື່ອສ້າງພູມຕ້ານທານ ໃຫ້ຕົນເອງ ເພື່ອປົກປ້ອງ ສະມາຊິກຄອບຄົວ.
Photo: RFA

ໃນໄລຍະ 3 ເດືອນຜ່ານມານີ້ ເດັກນ້ອຍ ໃນລາວຕິດເຊື້ອໂຄວິດ-19 ສູງຂຶ້ນ. ດັ່ງໃນເດືອນ ພຶສພາ ພົບວ່າ ເດັກນ້ອຍ ຕິດເຊື້ອ ໂຄວິດ-19 ເຖິງ 146 ຄົນ. ຮູບແບບ ການຕິດເຊື້ອ ກໍບໍ່ຕ່າງ ຫຍັງ ກັບຜູ້ໃຫຍ່ ແຕ່ເດັກນ້ອຍ ຈະມີຄວາມສ່ຽງ ຈະເຈັບປ່ວຍ ຫຼາຍກວ່າ ແລະ ຈະມີຄວາມຊັບຊ້ອນ ຫຼາຍກວ່າ ຜູ້ໃຫຍ່.

ຕໍ່ບັນຫາ ດັ່ງກ່າວ ທ່ານໝໍ ໃນນະຄອນຫຼວງ ວຽງຈັນ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວ ເມື່ອວັນທີ 01 ກັນຍາ 2021 ວ່າ: ສ່ວນຫຼາຍ ເດັກນ້ອຍ ຈະຕິດ ມາຈາກ ພໍ່-ແມ່ ຜູ້ປົກຄອງ. ສະນັ້ນ ຜູ້ໃຫຍ່ ຄວນປ້ອງກັນ ໂຕເອງ ໃຫ້ດີ ແລະ ບໍ່ໄປສະຖານທີ່ສ່ຽງ ເພາະເຊື້ອ ໂຄວິດ-19 ຖ້າຕິດແລ້ວ ຈະບໍ່ສະແດງ ອາການ ທັນທີ. ສ່ວນການປີ່ນປົວ ເດັກນ້ອຍ ຕິດເຊື້ອ ໂຄວິດ-19 ບໍ່ຕ່າງຫຍັງ ກັບຜູ້ໃຫຍ່ ກໍມີຄວາມສ່ຽງ ເກີດອາການ ຮຸນແຮງ.

“ຢູ່ລາວ ດຽວນີ້ ເດັກນ້ອຍ ກໍກຳລັງ ເຣີ່ມຫຼາຍຂຶ້ນ ສ່ວນຫຼາຍ ກໍຄື ສົມມຸດຄອບຄົວ ເປັນຫັ້ນນ່າ ເດັກນ້ອຍ ມັນກໍຈະໄດ້ ຮັບຜົລ ໄວເນາະ ຄືວ່າ ແມ່ລາວ ຕິດເຊື້ອ ຈັ່ງຊິນ່າ ມັນກໍຂຶ້ນກັບ ການພົວພັນ ລະຫວ່າງ ແມ່ກັບລູກ ໃນກໍຣະນີພົບ ມີແຕ່ເຮົາ ສົ່ງເຂົ້າສູນເລີຍ ມີແພດໝໍ ສະເພາະ ທາງຢູ່ຫັ້ນເລີຍ ປີ່ນປົວ ຕາມອາການ ຄື ເພິ່ນປີ່ນປົວ ຜູ້ໃຫຍ່ ບາດນີ້ ໃນການປ້ອງກັນ ເດັກນ້ອຍ ມັນກໍຢາກຍາກ ກວ່າຜູ້ໃຫຍ່ ຄວາມສ່ຽງ ມັນກໍຈະສູງ ຫຼາຍກວ່າ ຜູ້ໃຫຍ່."

ທ່ານ ໝໍ ຢູ່ແຂວງສວັນນະເຂດ ກໍໄດ້ກ່າວວ່າ ສຳລັບ ເດັກນ້ອຍ ທີ່ຕິດເຊື້ອ ສ່ວນໃຫຍ່ ກໍຕິດຈາກ ຄອບຄົວ ແລະ ການປີ່ນປົວ ເດັກນ້ອຍ ທີ່ຕິດເຊື້ອ ໂຄວິດ-19 ກໍຈະມີ ຄວາມຫຍຸ້ງຍາກ ຫຼາຍກວ່າ ຜູ້ໃຫຍ່ ເຖິງແມ່ນວ່າ ອາການ ບໍ່ຮຸນແຮງ ກໍຕາມ. ເຊິ່ງຄາດວ່າ ໃນອະນາຄົດ ເດັກນ້ອຍ ກໍມີ ຄວາມສ່ຽງສູງ ທີ່ຈະຕິດເຊື້ອ ໂຄວິດ-19.

“ຄັນສິເວົ້າ ກໍນຳພໍ່ນຳແມ່ ຫັ້ນແຫຼະ ຜູ້ສັມຜັດ ຫັ້ນແຫຼະ ຜູ້ໄປເຊື້ອ ມາຫັ້ນ ເດັກນ້ອຍ ມັນກບໍ່ຮູ້ ຫຍັງດອກ ມັນກໍບໍ່ຮູ້ ຈັກຫຍັງໃດ ເດັກນ້ອວ່າ ໂຕເອງ ເປັນແນວໃດ ການອະນາມັຍ ກໍບໍ່ຮູ້ຫຍັງເດ້ ເຣື່ອງການຕິດຕາມ ໂຕເອງ ກາບໍ່ຮູ້ຫຍັງເດ້ ເດັກນ້ອຍ ຕາມບົດຮຽນ ຄ້າຍຄືກັນ ຫັ້ນແຫຼະ ຈະຕ້ອງໄລ່ ໃສ່ນໍ້າໜັກ ຂອງເດັກນ້ອຍ.”

ສ່ວນຊາວບ້ານ ໃນນະຄອນຫຼວງວຽງຈັນ ໄດ້ກ່າວວ່າ ກໍມີ ການເບິ່ງແຍງ ລູກຫຼານ ຢ່າງດີ ເວລາ ພາອອກໄປເຮືອນ ກັບເຂົ້າມາ ໃນເຮືອນ ກໍຕ້ອງ ໄດ້ທຳຄວາມສະອາດ ຮ່າງກາຍ ເປັນຕົ້ນ ອາບນໍ້າລ້າງມື ທຸກເທື່ອ. ສ່ວນການໄປຮຽນ ທາງການ ສັ່ງໂຈະ ການຮຽນ-ການສອນແລ້ວ.

“ຄັນໄດ້ພາ ລາວອອກໄປເນາະ ກາໃສ່ ຜ້າປິດປາກ ກັບມາກໍແມ່ນ ໄດ້ແກ້ ເຄື່ອງອອກໄວ້ ພ້ອມອາບນໍ້າພ້ອມ ແລ້ວກໍລ້າງມື ເລື້ອຍໆ ກິນຫຍັງ ຕ້ອງລ້າງມື ກ່ອນໃສ່ເຈວ ລ້າງມື ຄືຊິ ບໍ່ໄດ້ຮຽນ ງ່າຍດອກ ມື້ວານນີ້ ເພິ່ນກໍລົງວ່າ ປິດ ການຮຽນ-ການສອນ ອີກແລ້ວ.

ຊາວບ້ານ ແຂວງສວັນນະເຂດ ໄດ້ກ່າວວ່າ ການເບິ່ງແຍງ ເດັກນ້ອຍ ໃນໄລຍະ ໂຄວິດ-19 ແຜ່ຣະບາດນີ້ ສຳຄັນ ຜູ້ໃຫຍ່ ຕ້ອງບໍ່ໄປ ບ່ອນຊຸມຊົນ ແອອັດ. ຖ້າຫາກ ອອກໄປນອກ ມາເຮືອນ ກໍຕ້ອງ ທຳຄວາມສະອາດ ຮ່າງກາຍ ທຸກເທື່ອ. ສ່ວນການຮຽນ ທາງແຂວງສວັນນະເຂດ ຍັງສັ່ງໂຈະ ການຮຽນ-ການສອນຢູ່.

ເບິ່ງແຍງ ທີ່ວ່າ ພົວພັນຄົນ ໃນຄອບຄົວ ຜູ້ໃດ ທີ່ໄດ້ອອກໄປ ໃຊ້ຊີວິດ ໃນການໃຊ້ຊີວິດ ອາຫານ ການກິນ ຊື້ ກໍຕ້ອງ ໄດ້ມີ ການລະມັດລະວັງ ຕ້ອງໄດ້ມີ ການເຊັກໂຕເອງ ຢ່າງດີ ແນ່ນອນມາ ຈະຕ້ອງຈະບໍ່ໃຫ້ ສຸງສິງ ຫຼືວ່າ ຫຍັງ ກັບລູກ ກັບຫຼານຄັກແນ່.

ສ່ວນສະພາບ ການຣະບາດ ຂອງເຊື້ອ ໂຄວິດ-19 ຕາມການຣາຍງານ ຂອງຄນະ ສະເພາະກິຈ ປະຈຳ ວັນທີ 01 ເດືອນກັນຍາ ມີຜູ້ຕິດເຊື້ອ ຣາຍໃໝ່ 274 ຄົນ, ກໍຣະນີ ໃນຊຸມຊົນ 54 ຄົນ ແລະ ກໍຣະນີ ນຳເຂົ້າ 220 ຄົນ. ໃນນີ້ ນະຄອນຫຼວງ ວຽງຈັນ ຕິດເຊື້ອ 2 ຄົນ, ແຂວງວຽງຈັນ 2 ຄົນ, ແຂວງຄຳມ່ວນ 8 ຄົນ, ແຂວງສາຣະວັນ 3 ຄົນ, ແຂວງບໍ່ແກ້ວ 18 ຄົນ, ແຂວງໄຊຍະບູຣີ 1 ຄົນ, ແຂວງສວັນນະເຂດ 179 ຄົນ, ແຂວງຈຳປາສັກ 59 ຄົນ, ແຂວງຫຼວງນໍ້າທາ 1 ຄົນ, ແຂວງຫຼວງພຣະບາງ 1 ຄົນ, ໂດຍຜ່ານຈາກ ການກວດວິເຄາະ ຫາເຊື້ອ ທັງໝົດ 3,828 ໂຕຢ່າງ ເມື່ອວັນທີ 31 ສິງຫາ 2021. ດັ່ງ ດຣ ລັດຕະນະໄຊ ເພັດສຸວັນ, ຫົວໜ້າ ກົມຄວບຄຸມ ພະຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ ແລະ ຕາງໜ້າຄນະ ສະເພາະກິຈ ໄດ້ຖແລງຂ່າວ ຕໍ່ສື່ ໃນວັນທີ 01 ກັນຍາວ່າ:

“ກວດພົບ ຜູ້ຕິດເຊື້ອໃໝ່ ທັງໝົດ 274 ຄົນ ເຊິ່ງຕິດເຊື້ອ ໃນຊຸມຊົນ ສູງເຖິງ 54 ຄົນ ໃນນັ້ນ ນະຄອນຫຼວງ ວຽງຈັນ 2 ຄົນ, ແຂວງສວັນນະເຂດ 12 ຄົນ, ແຂວງບໍ່ແກ້ວ 18 ຄົນ, ແຂວງຈຳປາສັກ 14 ຄົນ, ແຂວງວຽງຈັນ1 ຄົນ, ຫຼວງນໍ້າທາ 1 ຄົນ, ຫຼວງພຣະບາງ 1 ຄົນ ກັບ ແຂວງໄຊຍະບູຣີ 1 ຄົນ.

ພ້ອມກັນນີ້ ຄນະສະເພາະກິຈ ຂັ້ນສູນກາງ ກໍໄດ້ ຂຍາຍເວລາ ຕໍ່ມາຕການ ປ້ອງໂຄວິດ-19 ອີກ 15 ວັນ ນັບແຕ່ ວັນທີ 01-15 ກັນຍາ 2021. ໂດຍຫ້າມ ເດີນທາງ ເຂົ້າ-ອອກ ເຂດບ້ານແດງ, ຫ້າມຕັ້ງວົງ ຊຸມແຊວ, ຈັດງານສັງສັນ, ຫ້າມເປີດ ຮ້ານກິນດື່ມ, ສະຖານທີ່ບັນເທີງ, ທຸກຮູບແບບ, ປິດສູນກິລາ ໃນຮົ່ມ, ປິດການສັນຈອນ ນັບແຕ່ ເວລາ 22 ໂມງຮອດ 5 ໂມງເຊົ້າ. ສ່ວນເຂດພື້ນທີ່ ທີ່ບໍ່ແມ່ນ ສີແດງ ກໍສາມາດ ເປີດຮ້ານອາຫານ, ຮ້ານກາເຟ, ຕລາດ, ຮ້ານຕັດຜົມໄດ້ ແຕ່ຕ້ອງມີ ມາຕການ ປ້ອງກັນ ໂດຍຈັດພື້ນ ທີ່ເວັ້ນ ໄລຍະຫ່າງ 1 ແມັດ ໃສ່ຜ້າ ອັດປາກ-ອັດດັງ ມີເຈວລ້າງມື.

ຄວາມຄືບໜ້າ ການສັກວັກຊີນ ປ້ອງກັນ ໂຄວິດ-19. ຫຼ້າສຸດ ຢູ່ສູນບຳບັດ ຢາເສບຕິດ ເຈົ້າໜ້າທີ່ ກໍໄດ້ລົງໄປ ສັກວັກຊີນ ປ້ອງກັນໃຫ້ ເພາະຢ້ານ ເກີດເຫດ ຄືກັນກັບ ກໍຣະນີ ຄ້າຍຄຸມຂັງ ຢູ່ແຂວງ ສວັນນະເຂດ. ດັ່ງເຈົ້າໜ້າທີ່ ໄດ້ກ່າວວ່າ:

“ແມ່ນລົງ ສັກຄຸມຂັງ ເພາະມີຢູ່ ສວັນນະເຂດ ແມ່ນບໍ່ມັນຕິດ ກັບພະນັກງານ ຖ້າວ່າ ມັນມີ ຜູ້ຕິດ ມັນກໍແຜ່ກັນ ຫຼາຍຢ່າງ ຫັ້ນແຫຼະ ເພື່ອບໍ່ໃຫ້ ມັນແຜ່ລາມ ຫັ້ນແຫຼະ.”

ການສັກວັກຊີນ ປ້ອງກັນ ໂຄວິດ-19 ປັຈຈຸບັນ ມີຜູ້ໄດ້ຮັບ ການສັກວັກຊີນ ໄປແລ້ວ ເຂັມທີນຶ່ງ 2,474,767 ຄົນ ແລະ ເຂັມທີສອງ 1,804,017 ຄົນ.

ມາເຖິງ ປັຈຈຸບັນ ມີຜູ້ໄດ້ຮັບ ການກວດເຊື້ອ ທັງໝົດ 437,093 ຄົນ ມີຜູ້ຕິດເຊື້ອ ສະສົມ ທັງໝົດ 15,289 ຄົນ ປີ່ນປົວ ເຊົາແລ້ວ 9,857 ຄົນ, ກຳລັງປີ່ນປົວ 5,418 ຄົນ ແລະ ເສັຽຊີວິດ ສະສົມ 14 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.